ຄະຕິທັມໃນການດຳລົງຊີວິດ

  1. “ຈົ່ງຮັກສາໃຈເປັນຄືກັບ “ໂມງ” ເພາະໜ້າທີ່ຂອງໂມງ ນັ້ນຄື: ການຢູ່ກັບປະຈຸບັນ ດ້ວຍສັດຈະ ແລະ ຄວາມທ່ຽງກົງ”
  2. “ປາກ​ຢ່າ​ໄວ… ຢ່າ​ໃຈເບົາ ​ເລື່ອງ​ເກົ່າຢ່າ​ຟື້ນ​ຄືນ ເລື່ອງອື່ນຢ່າໄປຄິດ ກິດທີ່ມັກໃນປະຈຸບັນ ໃຫ້ເລັ່ງທຳ”.
  3. “ໃນເມື່ອປະສົບກັບຄວາມຫຍຸ້ງຍາກ ຕ້ອງເພີ່ງພາຄວາມເຍືອກເຢັນ ຄ່ອຍໆ ກັບຄືນໄປແຍກແຍະເພື່ອຫາສາເຫດຂອງບັນຫາ ທີ່ເຮັດໃຫ້ເຮົາເຄັ່ງຮ້ອນ”.
  4. “ເຮົາຈະເອົາຊະນະຄວາມຫຍຸ້ງຍາກຂອງຊີວິດ ໂດຍ​ການ​ເອົາ​ຊະ​ນະ​ຄວາມວິຕົກ​ກັງ​ວົນ​ ທີ່ເກີດຂຶ້ນໃນໃຈຂອງເຮົາສາກ່ອນ”.
  5. “ຈົ່ງເບິ່ງ​ຄວາມ​ກັງ​ວົນ​ຂອງຕົນ​ເອງ​ ເບິ່ງວິທີທີ່ຊ່ວຍໃຫ້ເອົາຊະນະບັນຫາ ຫຼື​ ມັນ​ເຮັດ​ໃຫ້​ເຮົາ​ໝົດກຳລັງ ​ແລະ ​ຍອມຕໍ່ບັນຫາ”.
  6. “ບັນຫາຕ່າງໆ ຂອງຊີວິດ ຜ່ານມາແລ້ວ ລະກໍຜ່ານໄປ ຄວາມທຸກລຳບາກທີ່ເຮົາຄິດວ່າ ແສນສາຫັດສໍາລັບເຮົາໃນມື້ນີ້ ໃນ​ອະ​ນາ​ຄົດ ​ເຮົາ​ອາດ​ຈະ​ຮູ້​ສຶກ​ວ່າ​ມັນ​ເປັນ​ເລື່ອງ​ເລັກ​ນ້ອຍ”.
  7. “ການ​ຢຸດທຳບາບ ເປັນສິ່ງ​ສຳຄັນ​ກວ່າ​ການ​ເຮັດ​ບຸນ ຖ້າເຮັດບາບແລກບຸນ ຈະຂາດທຸນຕະຫລອດໄປ”
  8. “ຈິດໃຈສະຫງົບໄດ້ ຍ້ອນການເບິ່ງທີ່ຖືກຕ້ອງ”
  9. “ເມື່ອປັນຍາເກີດຢູ່ໃນໃຈຂອງເຮົາແລ້ວ ຈະເບິ່ງໄປໃສ ກໍມີແຕ່ທັມມະທັງນັ້ນ ເຫັນອະນີຈັງ ທຸກຂັງ ອະນັດຕາ ຕະຫລອດເວລາ”
  10. “ຄົນສ່ວນໃຫຍ່ບໍ່ມີບັນຫາການໄດ້ຍິນ… ແຕ່ມັກມີປັນຫາເລື່ອງການຟັງໃຫ້ເຂົ້າໃຈ. ຄົນສ່ວນໃຫຍ່ບໍ່ມີບັນຫາເລື່ອງການຮຽນ… ແຕ່ມີບັນຫາກັບຄວາມຮຽນຮູ້ໃຫ້ໄດ້ຈິງແທ້. ຄົນສ່ວນໃຫຍ່ບໍ່ມີບັນຫາກັບການອອກສຽງ… ແຕ່ມີບັນຫາເລື່ອງການເວົ້າໃຫ້ເຂົ້າຫູຄົນອື່ນ”.
  11. “ຄວາມສຸກ … ອາດຈະທຳໃຫ້ຫລົງໄຫລ. ຄວາມທຸກທໍາໃຫ້ຮູ້ຈັກຊີວິດ ຈຶ່ງຄວນຈະຂອບໃຈສໍາລັບຄວາມທຸກນັ້ນໆ”
  12. “ພຽງ​ແຕ່​ຄິດ​ທີ່​ຈະ​ຊ່ວຍ​ເຂົາ… ໃຈ​ຂອງ​ເຮົາ​ກໍ​ມີ​ຄວາມ​ສຸກແລ້ວ. ພຽງ​ແຕ່​ຄິດບຽດບຽນເຂົາ … ໃຈ​ເຮົາ​ກໍ​ເປັນ​ທຸກ​ແລ້ວ”​.
  13. “ການມ່ອງຂ້າມວຽກນ້ອຍໆ ໄປ ຈະເຮັດໃຫ້ວຽກໃຫຍ່ບໍ່ສໍາເລັດ”
  14. “ໂທດຕົນເອງ…ເປັນບັນດິດ. ໃສ່ຄວາມຜິດໃຫ້ຄົນອື່ນ … ເປັນພານ”
  15. “ຖ້າຄັ້ງນີ້ລົ້ມເຫລວ ຄັ້ງຕໍ່ໆ ໄປຕ້ອງປະສົບຜົນສໍາເລັດ ເພາະຄວາມສໍາເລັດມັນມາຫຼັງຈາກຄວາມລົ້ມເຫລວສະເໜີ”
  16. “ຄວາມກັງວົນເປັນພະຍາດຂອງຊີວິດ – ຖ້າປ່ອຍກໍວາງ ຖ້າວາງກໍຈະເບົາ – ຖ້າເອົາກໍຈະໜັກ, ຄວາມຍິ້ມແຍ້ມແຈ່ມໃສເປັນອຸບາຍເພື່ອສ້າງສັນຕິພາບ”
  17. “ ກົດລະບຽບຂອງຄວາມສໍາເລັດມີດັ່ງນີ້: ຮູ້ວ່າຕົນເອງຕ້ອງການອັນໃດ ຊອກຫາວ່າ ຕ້ອງເຮັດຫຍັງເພື່ອໃຫ້ໄດ້ສິ່ງນັ້ນ ແລະ​ ການກະທໍານັ້ນຢ່າງ​ອົດທົນ​ໂດຍ​ບໍ່​ຍອມ​ແພ້”

Leave a Reply

Your email address will not be published. Required fields are marked *