- ຄົນຮູ້ຕົວ ຈະບໍ່ມີວັນລືມຕົນ
- ຄົນຮັກດີ ຈະບໍ່ມີວັນຕົກຕ່ຳ
- ຄົນຮູ້ຄຸນ ນັບວັນຍີ່ງຈະເລີນ
- ສິ່ງທີ່ຊື້ບໍ່ໄດ້ ຄືຊີວີດ
- ສິ່ງທີ່ມ່ອງບໍ່ເຫັນ ຄືໃຈຄົນ
- ສິ່ງທີ່ຕ້ອງອົດທົນ ຄືໃຈຕົນເອງ
- ສິ່ງທີ່ຕ້ອງພົກໄວ້ ຄືສະຕິ
- ສິ່ງທີ່ບໍ່ຄວນຢຶດຕິດ ຄືປັນຫາ
- ສິ່ງທີ່ຕ້ອງຕິດຕົວ ຄືປັນຍາ
- ເມື່ອມີເມດຕາ ຈະທຳໃຫ້ຮູ້ວ່າອັນໃດຄືຄວາມຮັກ
- ເມື່ອມີກະລຸນາ ຈະທຳໃຫ້ຮູ້ວ່າອັນໃດຄືການໃຫ້
- ເມື່ອມີມຸທິຕາ ຈະທຳໃຫ້ຮູ້ວ່າອັນໃດຄືການຍິນດີ
- ເມື່ອມີອຸເປກຂາ ຈະທຳໃຫ້ຮູ້ວ່າອັນໃດຄືການປ່ອຍວາງ
ຄະຕິທຳນຳຊີວິດ
