Skip to content
- ເປັນຄົນສູ້ຊີວິດເພີ່ງພາຕົນເອງ ຮັບຜິດຊອບຕົນເອງ ບໍ່ມັກເປັນພາລະຜູ້ໃດ. ຄົນແບບນີ້ເຂົາຈະມີພະລັງບວກເວລາເຮັດອັນໃດ ກໍຈະມຸ່ງໝັ່ນ ແລະ ລົງມືທຳຈົນສຳເລັດ.
- ມີຄວາມສະຫງົບຮົ່ມເຢັນຢູ່ພາຍໃນໃຈ ຮູ້ຈັກປ່ອຍວາງ ບໍ່ສະສົມອັນໃດ ປ່ອຍໄດ້ກໍປ່ອຍ ອັນໃດວາງໄດ້ກໍວາງ.
- ນິ່ງໄດ້ໃນສະຖານນະການທີ່ວຸ້ນວາຍ ບໍ່ຫວັນໄຫວກັບອັນໃດງ່າຍໆ. ດັ່ງນັ້ນ ຈຶ່ງເຮັດໃຫ້ຄົນແບບນີ້ມີຄວາມກ້າ ແລະ ພ້ອມທີ່ຈະປະເສີນກັບປັນຫາ ແລະ ຄວາມຢ້ານກົວ.
- ມີຈິດໃຈເມດຕາ ໃຫ້ອາໄພໄດ້ກັບທຸກຄົນ ເຖິງວ່າຄົນອື່ນຈະມ່ອງວ່າເຂົາບໍ່ດີ ເຂົາກໍບໍ່ເຄີຍເກັບມາໃສ່ໃຈ ຫລື ເວົ້າງ່າຍໆ ຖ້າອະໂຫສິກຳໃຫ້ເຂົາໄດ້ ຕົວເຮົາກໍມີຄວາມສຸກດ້ວຍ.
- ເປັນຄົນທີ່ມີຈິດໃຈເຂັ້ມແຂງຢູ່ໃນຕົວ ສາມາດໃຫ້ກຳລັງໃຈຕົນເອງໄດ້ ແລະ ພ້ອມທີ່ຈະກ້າວເດີນຕໍ່ໄປ ໂດຍທີ່ບໍ່ຍ່ອມແພ້ ແມ້ແຕ່ອຸປະສັກປັນຫາຈະທາທົມເຂົ້າມາຫລາຍເທົ່າໃດກໍຕາມ.
- ເປັນຄົນທີ່ມີຄວາມສຸກໄດ້ກັບທຸກເລື່ອງ ເຖິງວ່າຈະເປັນເລື່ອງເລັກໆ ນ້ອຍກໍຕາມ ເພາະເຂົາຮູ້ວ່າຊີວິດນີ້ຕ້ອງການອັນໃດ ຫລື ບໍ່ຕ້ອງການອັນໃດ. ເປັນຄົນທີ່ບໍ່ຢືດຕິດກັບເລື່ອງໃດໆ ທີ່ບໍ່ເພີ່ງປະສົງ ແລະ ເລື່ອງທີ່ບັນທອນຈິດໃຈ.
- ເປັນຄົນທີ່ຢູ່ໃສກໍມີຄວາມສຸກໄດ້ກັບທຸກສິ່ງ ເພາະບໍ່ຕ້ອງໄປນຶກເຖິງແຕ່ສິ່ງທີ່ຂາດ ແລະ ແລ່ນຕາມຄົນອື່ນ ຫລື ສິ່ງທີ່ບໍ່ມີ.
- ເປັນຄົນທີ່ມີສະຕິຮູ້ເທ່ົາທັນຄົນ ຮູ້ຕົວຢູ່ສະເໝີ ຮູ້ເຂົາຮູ້ເຮົາ ຮູ້ຈັກແຍກແຍະອອກວ່າ ອັນໃດດີ ອັນໃດບໍ່ດີ ແລະ ບໍ່ໄປຕັດສິນຄົນອື່ນ ແຕ່ມ່ອງເຫັນສິ່ງທີ່ຢູ່ຕໍ່ໜ້າດ້ວຍຄວາມເຂົ້າໃຈ.
- ມີເປົ້າໝາຍ ແລະ ທາງເດີນຂອງຊີວິດຕົນເອງ ແລະ ມັກເປັນຜູ້ທີ່ຊັດເຈນກັບຕົວເອງຢູ່ສະເໝີ, ຊອບທີ່ຈະຫາຄວາມຮູ້ ແລະ ວາງແຜນຊີວິດໄດ້ເປັນຢ່າງດີ.
- ມີແຕ່ຄົນຮັກ ແລະ ນັບຖືຢ່າງສູງ ເຂົາຈະຮູ້ໃຫ້ກຽດຄົນອື່ນ ແລະໃຫ້ກຽດຕົນເອງດ້ວຍ.