ແງ່ຄະຕິທຳ

ແງ່ຄິດຄະຕິທິມ (ໄປເຮັດຫຍັງ ).

– ມີເງິນຕັ້ງເປັນຕື້ເປັນໂກດ – ແຕ່ບໍ່ນໍາມາໄຊ້ໃຫ້ເປັນປະໂຫຍດ ແກ່ຕົນເອງ ແລະ ສ່ວນລວມ, ມີໄປເຮັດຫຍັງ?

– ມີບ້ານໃຫຍ່ໂຕມະໂຫລານເໝືອນກັບຄະລືຫາດ – ແຕ່ຢູ່ກັນພຽງບໍ່ເຖິງ ໕ ຄົນພໍ່-ແມ່ ແລະ ລູກ, ມີໄປເຮັດຫຍັງ?

– ມີໂມງລາຄາແພງເປັນລ້ານຂຶ້ນໄປ – ແຕ່ບໍ່ເຄີຍເຮັດຫຍັງຕົງຕາມເວລາຈັກເທື່ອ, ມີໄປເຮັດຫຍັງ?

– ມີເວລາຢູ່ໃນໂລກ ບໍ່ເຖິງ ໑໐໐ ປີ – ແຕ່ກັບແບ່ງເວລາໄປບຽດບຽນຄົນອື່ນ, ມີໄປເຮັດຫຍັງ?

– ກົດໝາຍເປັນຫຼາຍພັນມາດຕາ ແຕ່ມີອາຊະຍາກອນເຕັມບ້ານເຕັມເມືອງ, ມີໄປເຮັດຫຍັງ?

– ມີພໍ່ແມ່ຢູ່ບ້ານ ແຕ່ບໍ່ບົວລະບັດເພິ່ນ ບໍ່ເບິ່ງແຍງ ເພິ່ນເລີຍ, ມີໄປເຮັດຫຍັງ?

– ມີປຶ້ມພຣະໄຕປິດົກ ແລະ ປຶ້ມທັມມະເຕັມຕູ້ – ແຕ່ບໍ່ເຄີຍ ເປີດສາອ່ານສຶກສາຮຽນຮູ້ເລີຍ, ມີໄປເຮັດຫຍັງ?

– ມີວັດຢູ່ເກືອບທຸກໝູ່ບ້ານ ແຕ່ສິລທັມຂອງສັງຄົມ ເຊື່ອມຊາມລົງທຸກວັນ, ມີໄປເຮັດຫຍັງ?

– ມີພີ່ນ້ອງຍາດມິດຫຼາຍຄົນ ແຕ່ແຕກແຍກຄວາມສາມັກຄີກັນທຸກຄົນ, ມີໄປເຮັດຫຍັງ?

– ມີຕີນມີມືຄົບສົມບູນ ແຕ່ບໍ່ເຄີຍອອກເຮື່ອແຮງ ເຮັດວຽກຫຍັງເລີຍ, ມີໄປເຮັດຫຍັງ?

– ມີຫູສອງຂ້າງ  ແຕ່ບໍ່ເຄີຍເຂົ້າວັດຟັງທັມຈັກເທື່ອ, ມີໄປເຮັດຫຍັງ?

– ມີຕາສອງຂ້າງ ແຕ່ບໍ່ເຄີຍມອງຫາສິ່ງທີ່ດີເລີຍ, ມີໄປເຮັດຫຍັງ?

Leave a Reply

Your email address will not be published. Required fields are marked *