ການທຳບຸນ

ພຣະພຸທທະສາສະນາ ບັນຍັດເລື່ອງການທຳບຸນໄວ້ມີ 3 ປະເພດ:

  1. ໃຫ້ທານ: ຄືການບໍລິຈາກສິ່ງຂອງ, ຊັບສິນໃຫ້ແກ່ຜູ້ຄວນໃຫ້.
  2. ສິນ: ຄືການສໍາລວມກາຍ, ວາຈາ ແລະ ໃຈ ໃຫ້ບໍລິສຸດຢູ່ໃນຄວາມສະຫງົບ ຮຽບຮ້ອຍ ບໍ່ຄິດບໍ່ເວົ້າ ຫລື ທໍາໃນສິ່ງທີ່ສ້າງຄວາມເດືອດຮ້ອນໃຫ້ແກ່ຜູ້ອື່ນ.
  3. ພາວະນາ: ຄື ການສວດມົນ, ນັ່ງສະມາທິ ສົນທະນາທໍາ ຫລື ອ່ານໜັງສືທຳມະເພື່ອກ່ອມຈິດໃຈ.

ການທຳບຸນທັງສາມປະເພດນີ້ ຄືການທຳບຸນງ່າຍໆ, ທຳບຸນເຫັນຜົນທັນຕາ ເພາະຊ່ວຍໃຫ້ຈິດໃຈສະຫງົບ, ຊ່ວຍຕັດຕົ້ນເຫດແຫ່ງທຸກ, ຈິດໃຈຈິ່ງແຈ່ມໃສ ແລະ ເບີກບານ ຊຶ່ງເປັນຜົນທີ່ເຫັນໄດ້ແບບທັນທີເມື່ອເຮົາຄິດດີ, ເວົ້າດີ ແລະ ໝັ່ນບໍລິຫານຈິດໃຈໃຫ້ຕັ້ງຢູ່ໃນຄວາມບໍລິສຸດ.

ການທຳບຸນແບບໃດໄດ້ອະນິສົງແຮງ

ເຊື່ອວ່າຫລາຍໆ ຄົນຄົງເຄີຍມີຄຳຖ່າມທີ່ວ່າ ທຳບຸນອັນໃດ ທຳບຸນແບບໃດໄດ້ອະນິສົງແຮງ?

ການທຳບຸນທີ່ດີທີ່ສຸດ ຄືການທຳບຸນທີ່ບໍ່ບຽດບຽນຕົນເອງ, ບໍ່ບຽດບຽນຄົນອື່ນ ບໍ່ວ່າຈະເລື່ອກທຳບຸນດ້ວຍວິທີໃດ ກໍຢ່າລື່ມວ່າ ການທຳບຸນທີ່ດີທີ່ສຸດ ຄືການທຳບຸນທີ່ຕົນເອງບໍ່ເດືອດຮ້ອນ ຢູ່ໃນຂອບເຂດທີ່ຕົນເອງສາມາດທຳບຸນໄດ້ ໂດຍບໍ່ບຽດບຽນຊັບຂອງຕົນເອງ ແລະ ຂອງຄົນອື່ນ.

ທີ່ສຳຄັນການທຳບຸນທີ່ຖືກວິທີ ຍັງຕ້ອງປະກອບດ້ວຍປັດໃຈອື່ນໆ ຄື: ຊັບສິນ ຫລື ສິ່ງຂອງທີ່ໄດ້ມາຕ້ອງໄດ້ມາໂດຍສຸດຈະຣິດ ບໍ່ໄດ້ໄປບຽດບຽນຜູ້ໃດມາ ແລະ ການທຳບຸນຕ້ອງທຳດ້ວຍໃຈບໍລິສຸດ ເຕັມໃຈ ບໍ່ຝຶນທຳ ຈຶ່ງຈະເປັນການທຳບຸນທີ່ໄດ້ອະນິສົງແຮງ ແລະ ຊ່ວຍໃຫ້ຈິດໃຈສະຫງົບບໍລິສຸດຢ່າງແທ້ຈິງ.

  1. ຖືສິນ 5 ໃນຊິວິດປະຈຳວັນ ອະນິສົງຂອງການຖືສິນຫ້າ ຈະຊ່ວຍໃຫ້ເກີດຄວາມໂຊກດີ, ລຸດຜ່ອນກຳ, ຊ່ວຍໃຫ້ຈິດໃຈສະຫງົບ ແລະ ໃຊ້ຊີວິດໄດ້ຢ່າງລາບລື່ນ ເປັນການທຳບຸນນ້ອຍແຕ່ໄດ້ອະນິສົງແຮງ.
  2. ປ່ອຍສັດໃຫ້ເໝາະສົມກັບພື້ນທີ່ ເປັນການລຸດຜ່ອນການບຽດບຽນຊີວິດຜູ້ອື່ນ, ອານິສົງຊ່ວຍໃຫ້ໝົດທຸກໝົດໂສກ, ລອດພົ້ນຈາກເຄາະຮ້າຍ ແລະ ພົບແຕ່ຄວາມສຸກໃນຊີວິດ.
  3. ໃຫ້ທານແກ່ຜູ້ທຸກຍາກ ເຊັ່ນ: ການບໍລິຈາກໜັງສື, ເສື້ອຜ້າ, ເຂົ້າຂອງເຄື່ອງໃຊ້ປະຈຳວັນທີ່ຍັງໃຊ້ໄດ້ ໃຫ້ກັບຜູ້ຂາດແຄນ. ອານິສົງຈະຊ່ວຍໃຫ້ຊິວິດມີໂຊກລາບ, ທຳສິ່ງໃດກໍຈະລາບລື່ນ, ບໍ່ຕິດຄັດ ແລະ ແຄ້ວຄາດປອດໄພ.
  4. ຖວາຍສັງຂະທານ ແລະ ສິ່ງຂອງເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ພຣະສົງ ອານິສົງຈະຊ່ວຍໃຫ້ຊິວິດໝົດທຸກໝົດໂສກ, ມີຄວາມມັ່ງຄົງ, ອຸດົມສົມບູນ ແລະ ບໍ່ຂັດສົນ.
  5. ເຕີມນ້ຳມັນຕະກຽງໃຫ້ກັບວັດ ອານິສົງຈະຊ່ວຍໃຫ້ຊິວິດມີແຕ່ຄວາມຮຸ່ງເຮືອງເໝືອນແສງຂອງຕະກຽງ ທີ່ລຸກແຈ້ງ, ທຳໃຫ້ຊິວິດລາບລື່ນ ແລະ ບໍ່ມີປັນຫາອຸປະສັກ.
  6. ບໍລິຈາກເຂົ້າສານ, ອາຫານ, ນ້ຳດື່ມ ຫລື ຖວາຍກະດານຕິສຊູໃຫ້ວັດ ອານິສົງຈະຊ່ວຍໃຫ້ຊີວິດມີແຕ່ຄວາມອຸດົມສົມບູນ, ບໍ່ຂັດສົນ ແລະ ມີບາລະມີ.
  7. ພີມໜັງສືທຳມະແຈກເປັນທານ ອານິສົງຈະຊ່ວຍສົ່ງເສີມໃຫ້ມີບູນວາດສະໜາ-ບາລະມີ ຊ່ວຍໃຫ້ມີສະຕິປັນຍາດີ ດັ່ງທີ່ກ່າວວ່າ ການທຳບຸນທີ່ດີທີ່ສຸດ ຄືການມອບຄວາມຮູ້ໃຫ້ເປັນທານ.
  8. ບໍລິຈາກຄ່ານ້ຳ-ຄ່າໄຟ ແລະ ຄ່າສາລະນຸປະໂພກຕ່າງໆ ໃຫ້ກັບວັດ ອານິສົງຈະຊ່ວຍໃຫ້ຊີວິດມີແຕ່ຄວາມໂຊກດີ, ມີຄວາມສຸກຄວາມລາບລື່ນ ແລະ ປອດໄພຈາກເຄາະຕ່າງໆ.
  9. ທຳບຸນບໍລິຈາກໂຮງສົບ, ຜ້າຫໍສົບໃຫ້ກັບສົບທີ່ເປັນຜູ້ທຸກຍາກ ຫລື ສົບທີ່ຂາດຍາດຕິພີ້ນ້ອງ ອານິສົງຈະຊ່ວຍເສີມດວງຊະຕາໃຫ້ແຂງແກ່ນ, ແຄ້ວຄາດປອດໄພ ຊ່ວຍຜ່ອນເຄາະໜັກໃຫ້ກາຍເປັນເຄາະເບົາ.

Leave a Reply

Your email address will not be published. Required fields are marked *