ເຊື່ອວ່າຊາວພຸດເກືອບທຸກຄົນ ຄົງພໍເຂົ້າໃຈກັນຢູ່ແລ້ວວ່າ ການເຮັດບຸນຄືຫຍັງ? ແລະຄົງມີພາບໃນໃຈ ເຊັ່ນ: ການໄປຕັກບາດ, ຖວາຍພັດຕາຫານໃຫ້ພຣະ, ປ່ອຍປາ, ໃຫ້ອາຫານປາ, ເຮັດບຸນບໍລິຈາກ ແລະ ອີກຫລາຍຢ່າງ. ທັງນີ້ ໃນການເຮັດບຸນທັງຫລາຍທີ່ວ່າມາ ການເຮັດບຸນແບບໃດທີ່ໄດ້ອານິດສົງແຮງ?. ຫາກຈະຕອບຄຳຖາມນີ້ໃຫ້ໄດ້ດີເຮົາກັບມາທີ່ຈຸດເລີ່ມຕົ້ນ ຫລື ຄວາມໝາຍຂອງການເຮັດບຸນກັນກ່ອນດີກວ່າ.
ການເຮັດບຸນຄືຫຍັງ?.
ການເຮັດບຸນ ໝາຍເຖິງ ການປະກອບໃຫ້ຄວາມດີເກີດຂຶ້ນ ຊຶ່ງມາຈາກຄຳວ່າ “ບຸນ” ທີ່ໝາຍເຖິງ ຄວາມດີ ກົງກັນຂ້າມກັບຄຳວ່າ: ບາບ.
ໃນພຣະໄຕຣປິດົກໄດ້ລະບຸວິທີການເຮັດບຸນ ໄວ້ 3 ປະການນຳກັນ ໄດ້ແກ່”
ທານໄມ ຫລື ການໃຫ້ທານ
ໝາຍເຖິງການສະລະ, ການມອບ, ການບໍລິຈາກສິ່ງຕ່າງ ໆ ໃຫ້ກັບຜູ້ອື່ນ ຫລື ແກ່ສັດອື່ນ. ບໍ່ວ່າຈະເປັນເຮັດບຸນລ້ຽງພຣະ ການຕັກບາດ, ຖວາຍສັງຄະທານ, ການບໍລິຈາກເງິນ ຫລື ສິນຊັບ, ການເຮັດໂຮງທານ ແລະ ການບໍລິຈາກອາຫານ ເປັນຕົ້ນ.
ສິນໄມ ຫລື ການຖືສິນ
ໝາຍເຖິງ ການປະພຶດປະຕິບັຕຕົນໃຫ້ຢູ່ໃນສິນ ບໍ່ວ່າຈະເປັນສິນ 5 ສິນ 8 ຫລື ການຖືສິນຂອງພຣະສົງ 227 ຂໍ້.
ພາວະນາໄມ ຫລື ການຈະເລີນພາວະນາ
ໝາຍເຖິງການຝຶກແລະຂັດເກົາຈິດໃຈຂອງຕົວເອງໃຫ້ໃສສະອາດຍິ່ງຂຶ້ນ ອາດຈະເຮັດໄດ້ຜ່ານການສວດມົນ, ການຈະເລີນສະມາທິ, ການຈະເລີນວິປັສະນາ ຫລື ການມອງໂລກຕາມຄວາມເປັນຈິງ.
ການເຮັດບຸນທັງສາມຂໍ້ຂ້າງຕົ້ນ ຖືເປັນເສົາຫລັກຂອງການເຮັດບຸນໃນພຸດສາສະໜາ ຮຽງຈາກການ ເຮັດບຸນທີ່ເຮັດໄດ້ງ່າຍໄປຍາກ ໂດຍເປົ້າໝາຍຂອງການເຮັດບຸນນັ້ນ ຄື: ການຝຶກຈິດໃຈໃຫ້ສະອາດເພື່ອໃຫ້ໄດ້ “ປັນຍາ” ທີ່ຈະໃຊ້ຫລຸດພົ້ນຈາກທຸກ ຫລື ເຂົ້າເຖິງນິບພານອັນເປັນເປົ້າໝາຍສູງສຸດຂອງຊາວພຸດນັ້ນເອງ.