ຍອດຊໍ່ຟ້າ ແລະ ອານິສົງຂອງການສ້າງຍອດຊໍ່ຟ້າ

ຍອດຊໍ່ຟ້າ ແລະ ອານິສົງຂອງການສ້າງຍອດຊໍ່ຟ້າ

      ຍອດຊໍ່ຟ້າໝາຍເຖິງ ຊໍ່ທີ່ຍືດຂື້ນໄປເທິງທ້ອງຟ້າເປັນສັນຍາລັກແຫ່ງການບູຊາພຣະຣັຕນະຕຣັຍ ແລະຈໍາພວກ ເທພ ເທິງສວັນຊັ້ນຟ້າ. ຍອດຊໍ່ຟ້າ ເປັນຈຸດສູງສຸດຂອງສີມ ເປັນເຄື່ອງໝາຍແຫ່ງການຄົບອົງປະກອບທາງອາຄານສຳຄັນຂອງສາສະນາ. ຍອດຊໍ່ຟ້າຈະນຳໃຊ້ປະດັບສະເພາະ ພຣະຣາຊວັງ, ສີມາ, ວິຫານ ແລະ ສິ່ງກໍ່ສ້າງອື່ນໆ ບາງປະເພດ ໃນວັດ ເທົ່ານັ້ນ.

      ຄວາມຈິງແລ້ວ ຍັງບໍ່ມີຜູ້ໃດສາມາດອະທິບາຍທີ່ມາຂອງຍອດຊໍ່ຟ້າໄດ້ຢ່າງຄົບຖ້ວນ ແລະ ຮູບຮ່າງໜ້າຕາຍອດຊໍ່ຟ້າກໍມີຕ່າງໆ ກັນ ແລ້ວແຕ່ວ່າເປັນຂອງພູມິພາກໃດເຊັ່ນ: ບາງແຫ່ງປັ້ນເປັນຮູບສັດທຳມະດາຫຼື ເປັນສັດຫິມະພານກໍໄດ້ ຢ່າງໃດກໍຕາມມີຄົນພຍາຍາມອະທິບາຍຮູບລັກສະນະ ແລະ ຄວາມໝາຍຍອດຊໍ່ຟ້າໄວ້ຕ່າງກັນ ດັ່ງນີ້:

  • ຮູບເໝືອນຫົງຫຼືນົກໃນເທພນິຍາຍໝາຍເຖິງ ແດນສະຫວັນທັງຫົກຊັ້ນ ຊຶ່ງເປັນການປະສົມຄໍາລະຫວ່າງຄໍຳວ່າ: ຍອດຊໍ່ ແລະ ຟ້າ ຍອດໝາຍເຖິງ ສູງສຸດ ຊໍ່ໝາຍເຖິງ ພວງ ສ່ວນຟ້າໝາຍເຖິງ ສ່ວນທາງເທິງຫຼືແດນສະຫວັນ
  • ສິ່ງທີ່ຍືດອອກໄປ ໝາຍເຖິງການຍືດອອກໄປສູ່ແດນສະຫວັນ.
  • ຮູບຫົວນາກຢູ່ເຄິ່ງກາງສັນຫຼັງຄາ ມັກຈະມີປາສາດອົງນ້ອຍໆ ຫຼື ເສດຕະສັດຕັ້ງຢູ່ ໝາຍເຖິງ ເຂົາພຣະສຸເມຣຸ ແລະນ້ຳຈະຕ້ອງໄຫຼຈາກຈຸດນີ້ ຊຶ່ງນຳໃຊ້ຮູບນາກຫຼື ມັງກອນເປັນສັນຍາລັກ.

      ສະລຸບແລ້ວ ຄວາມໝາຍທີ່ແທ້ຈິງຂອງຍອດຊໍ່ຟ້າ ໜ້າຈະເປັນນາກ ເພາະມີຄວາມກ່ຽວຂ້ອງເຖິງ ເຫດການທີ່ໄດ້ ເກີດຂື້ນໃນຣະບົບພູມຈັກວານກ່າວຄື ການຕໍ່ສູ້ລະຫວ່າງພຣະຍາອິນກັບນາກເທິງເຂົາພຣະສຸເມຣຸ ຊຶ່ງທຳໃຫ້ນາກຕ້ອງ ຜ່າຍແພ້ ແລະປ່ອຍໃຫ້ນ້ຳໄຫຼລົງມາຫຼໍ່ລ້ຽງຊີວິຕບົນໂລກ

      ໃນສມັຍຫນຶ່ງ ພຣະຍາອິນໃນອະດີດຊາດເປັນມະນຸດໃນໝູ່ບ້ານອະຈະລະຄາມ ແຄວ້ນມະຄົດ ນາມວ່າ ມັກຄະມານົບ ມັກບຳເພັນປະໂຫຽດແກ່ສາທາຣະນະຊົນເປັນປະຈຳ ໂດຍຕັ້ງຄະນະຜູ້ບຳເພັນສາທາຣະນະປະໂຫຍດຈຳນວນ 33 ຄົນ ເຊັ່ນ: ສ້າງຫົນທາງໃຫ້ຄົນສັນຈອນໄປມາ ຖາງສະຖານທີ່ຮົກຮ້າງຫວ່າງເປົ່າໃຫ້ເປັນສວນອຸທຍານສະຖານທີ່ພັກຜ່ອນ ສ້າງສາລາ ແຄມທາງ ຫ້ອງນ້ຳ ປູກຕົ້ນໄມ້ໃຫ້ມີຮົ່ມ ຂຸດນ້ຳສ້າງໃຫ້ປະຊາຊົນໄດ້ໃຊ້ໃນລະດູແລ້ງ.

      ກາລະຜ່ານມາ ມັກຄະມານົບພ້ອມດ້ວຍບໍຣິວານໄດ້ສ້າງສາລາຫຼັງໃຫຽ່ໄວ້ໃຫ້ຜູ້ຄົນໄດ້ພັກຜ່ອນ, ມີຫ້ອງປະຊຸມ ສວນດອກໄມ້, ຫ້ອງນ້ຳ, ສະນ້ຳ ເປັນຕົ້ນ. ພວກເຂົາໄດ້ເຊິນຊວນຄົນທັງຫຼາຍມາສ້າງຮ່ວມກັນດ້ວຍ ຊຶ່ງມັກຄະມານົບ ຜູ້ເປັນຫົວໜ້າ ມີພັນລະຍາ 4 ຄົນ ນາມວ່າ: ສຸນັນທາ ສຸຈິດຕາ ສຸທັມມາ ສຸຊາດາ ໜຶ່ງໃນ 4 ຄົນນີ້ ຜູ້ມີປັນຍາດີນາມວ່າ ສຸທັມມາ ໄດ້ຫານາຍຊ່າງເຮັດ ຍອດຊໍ່ຟ້າ ສາລາໃຫຽ່ນີ້ ຈັດກຽມໄມ້ ແກະສະລັກຍອດຊໍ່ຟ້າ ເກັບເຊື່ອງໄວ້ຮຽບຮ້ອຍແລ້ວ. ເມື່ອເວລາຕິດຍອດຊໍ່ຟ້າປາກົດວ່ານາຍຊ່າງໄດ້ລືມໄປ ເພາະໄມ້ທີ່ກຽມເຮັດຍອດຊໍ່ຟ້າຍັງບໍ່ທັນແຫ້ງພໍ ຈິ່ງຕົກລົງກັນວ່າ ຕ້ອງໄປຫາຊື້ຍອດຊໍ່ຟ້າໃຫ້ໄດ້ແລະເມື່ອທຸກຄົນໄປ ເຫັນຍອດ ຊໍ່ຟ້າ ທີ່ນາງ ສຸທັມມາກຽມໄວ້ແລ້ວ ນາງກໍ່ມອບຍອດຊໍ່ຟ້ານັ້ນ ໃຫ້ໂດຍບໍ່ຄິດມູລຄ່າແຕ່ປະການໃດ ທຸກຄົນຈິ່ງຮັບເອົາ ຍອດຊໍ່ຟ້າ ນັ້ນມາຕິດສຳເຣັດຮຽບຮ້ອຍດີແລ້ວ ສາລາຫຼັງນີ້ຈຶ່ງມີຊື່ວ່າ ສາລາສຸທັມມາ ປາກົດສູ້ສາຍຕາຂອງຜູ້ຄົນທີ່ມາໃຊ້ບໍຣິການ

      ດ້ວຍຄຸນງາມຄວາມດີທີ່ທຸກຄົນຮ່ວມກັນບໍາເພັນມາ ສິ້ນຊີວິຕແລ້ວກໍ່ໄດ້ໄປເກີດເປັນເທພໃນ ສະວັນ ໂດຍຫົວໜ້າ ນາມວ່າ ມັກຄະມານົບ ກໍ່ໄດ້ເກີດເປັນພຣະຍາອິນຫຼືທ້າວສັກກະເທວະຣາຊໃນສະຫວັນຊັ້ນດາວະດິງ.

      ສ່ວນ ນາງສຸທັມມາ ເມື່ອສິ້ນຊີວິຕແລ້ວໄດ້ໄປເກີດເປັນເມັຽຂອງພຣະຍາອິນ ແລະ ສາລາຫຼັງນັ້ນກໍ່ນໍາຂື້ນມາມີຊື່ວ່າ ສາລາ ສຸທັມມາ ເປັນສາລາປະດັບປະດາໄປດ້ວຍແກ້ວ 7 ປະການ ມີແທ່ນປະທັບຂອງພຣະຍາອິນຢ່າງສວຍງາມ. ສາລາຫຼັງນີ້ເປັນ ສະຖານທີ່ປະຊຸມຂອງເທວະດາເອີ້ນວ່າ ເທວະສະພາຫຼືທັມມະສະພາຫຼືສຸທັມມາສະພາ

      ດັ່ງນັ້ນ ທ່ານພຸທສາສະນິກະຊົນທັງຫຼາຍ ໄດ້ຮ່ວມສ້າງແລ້ວບໍ່ມີຊື່ທີ່ພັດທະສີມາ ທີ່ສາລາ ທີ່ກຸດຕິວິຫານກໍ່ດີ ກໍ່ຢ່າໄປສົນໃຈ ເຣື່ອງຊື່ ໃຫ້ສົນໃຈເຣຶ່ອງສັດທາເປັນສິ່ງສຳຄັນ ສັດທາເຮົາມີແລ້ວ ເຮົາບໍຣິຈາກແລ້ວ ເຮົາເຮັດແລ້ວ ຊື່ໃນເມືອງມະນຸດຈະເປັນຊື່ ຜູ້ໃດກໍ່ຕາມ ແຕ່ໃນສ່ວນອານິສົງສ໌ທຸກຄົນຍ່ອມໄດ້ເຊັ່ນດຽວກັນ

ອານິສົງສ໌ຂອງການສ້າງຍອດຊໍ່ຟ້າ

      (1) ຊື່ວ່າທ່ານໄດ້ຝັງຂຸມຊັບໄວ້ໃນພຣະພຸທສາສນາ ເພາະຊັບຄືບຸນນີ້ໂຈຣລັກເອົາໄປບໍ່ໄດ້ ແລະ ຜູ້ຝັງຂຸມຊັບໄວ້ໃນ ພຣະພຸທສາສນານີ້ ຍ່ອມໄດ້ຮັບອານິສົງສ໌ໃນເບື້ອງຕົ້ນ 6 ປະການຄື ເປັນຜູ້ມີຜິວພັນງົດງາມ (ສຸວັນນະຕາ) ມິສຽງມ່ວນ (ສຸສະຣະຕາ) ມີຊວດຊົງງາມ (ສຸສັນຖານັງ) ເປັນຜູ້ມີຮູບງາມ (ສຸຣູປະຕາ) ມີຄວາມເປັນໃຫຽ່ (ອາທິປັຈຈັງ) ແລະມີບໍຣິວານ (ປະຣິວາໂຣ)

      (2) ຊື່ວ່າທ່ານ ເປັນຜູ້ມີສ່ວນໃນການສ້າງພັດທະສີມາ ກຸຕິ ວິຫານໃຫ້ແລ້ວສົມບູນ ມິຄວາມສວຍງາມ ໜ້າເບິ່ງໜ້າຊົມ ຊື່ນຕາຊື່ນໃຈແກ່ຜູ້ໄດ້ເຫັນ

      (3) ຊື່ວ່າທ່ານໄດ້ບຸນກຸສົນອັນຍິ່ງໃຫຽ່ ອັນເປັນສຸພະນິມິດໃຫ້ທ່ານໄປເກີດໃນສວັນ ຫຼັງຈາກມໍຣະນາກາລແລ້ວ

      (4) ຊື່ວ່າທ່ານເປັນຜູ້ມີສັດທາ ບໍຣິຈາກຊັບເພື່ອບໍາຣຸງພຣະພຸທສາສນາ

Leave a Reply

Your email address will not be published. Required fields are marked *