ອະນິສົງຂອງການຖວາຍຢາປີ່ນປົ່ວພະຍາດ

ການຖວາຍຢາປີ່ນປົ່ວພະຍາດ ເປັນບຸນໃຫຍ່ທີ່ຄວນເຮັດເປັນຢ່າງຍິ່ງ  ເພາະການຖວາຍຢາໃຫ້ບຸນຫລາຍ. ຖ້າຜູ້ໃດບໍ່ຢາກເຈັບໄຂ້ໄດ້ປ່ວຍ ຫລື ບໍ່ຢາກທໍລະມານຈາກການເປັນພະຍາດທີ່ຮ້າຍແຮງ ຄວາມສ້າງບຸນນີ້ໃຫ້ເປັນອາຈິດສກຳ ຫລື ທຳບຸນປະເພດນີ້ເລືື່ອຍໆ. ດັ່ງເລື່ອງຄວາມເປັນມາຂອງ ພຣະພາກຸນເຖຣະ ພຣະອະຣະຫັນຜູ້ເປັນເລີດທີ່່ມີອາພາດໜ້ອຍ (ເຈັບໄຂ້ໜ້ອຍ) ເພາະອາດີດຊາດ ທ່ານໄດ້ຖວາຍຢາແກ່ ພຣະສໍາມາສໍາພຸດທະເຈົ້າ ອະໂນມທັສສີ ແລະ ຖວາຍຢາແກ່ ຄະນະພິຂຸສົງໃນຍຸກຂອງ ພຣະວິປັສສີພຸດທະເຈົ້າ. ດ້ວຍເຫດນີ້ ບຸນຈຶ່ງສົ່ງຜົນໃຫ້ພຣະພາກຸນເຖຣະ ມີອາຍຸຍືນຍາວເຖິງ 160ປີ, ບໍ່ອາພາດ ຫລື ບໍ່ປວ່ຍໄຂ້ເລີຍ ຊຶ່ງເອື່ອອໍານວຍຕໍ່ການປະຕິບັດທໍາມະຂອງທ່ານຢ່າງຫລວງຫລາຍ. ອີກທັງອານິສົງຈາກການຖວາຍຢາປີ່່ນປົວພະຍາດ ຍັງມີປະກົດຊັດແຈ້ງຢູ່ໃນ ພຣະໄຕປີດົກ ເຫລັ້ມ 32, ພຣະສຸດຕັນຕະປິດົກ ເຫລັ້ມ 24, ຂຸດທົກນິກາຍ ອະປະທານ ພາກ 1 ປິລິນທະວັກທີ 40, ປິລິນທະວັຈສເຖຣາປະທານທີ 1 (391). ຊຶ່ງຈະຂໍແບ່ງເປັນຂໍ້ໆ ລຸ່ມນີ້.

ອະນິສົງ 10 ປະການຈາກການຖວາຍຢາປີ່ນປົ່ວພະຍາດ

  1. ທຳໃຫ້ເປັັນຜູ້ມີອາຍຸຍືນ
  2. ທຳໃຫ້ເປັນຜູ້ມີກຳລັງ ມີເຫື່ອແຮງຫລາຍ
  3. ທຳໃຫ້ເປັນຜູ້ມີດວງປັນຍາສະຫວ່າງໃສ່ ສະຫລາດທາງໂລກ ແລະ ທຳ
  4. ທຳໃຫ້ເປັນຜູ້ມີຜົວພັນຜ່ອງໃສ່ ງົດງາມ ສຸຂະພາບຜີວດີ
  5. ທຳໃຫ້ເປັນຜູ້ມີຍົດ ໄດ້ຮັບການຍົກຍ່ອງສັນລະເສີນ
  6. ທຳໃຫ້ເປັນຜູ້ທີ່ສູກກາຍ-ສຸກໃຈ
  7. ທຳໃຫ້ເປັນຜູ້ປາສະຈາກອັນຕະລາຍໃດໆ
  8. ທຳໃຫ້ເປັນຜູ້ທີ່ປາສະຈາກສິ່ງອັບປະມົງຄົນ ປາສະຈາກສະນຽດຈັງໄລທັງຫລາຍ
  9. ທຳໃຫ້ເປັນຜູ້ທີ່ມະຫາຊົນຢໍາເກງທຸກເມື່ອ
  10. ທຳໃຫ້ບໍ່ພັດພາກຈາກຂອງຮັກ

ຂໍ້ມູນຈາກເວບໄຊ https://www.kalyanamitra.org/

Leave a Reply

Your email address will not be published. Required fields are marked *