- ຜູ້ຟັງທຳ ຍ່ອມໄດ້ຟັງໃນສິ່ງທີ່ຍັງບໍ່ທັນໄດ້ເຄີຍໄດ້ຍິນ, ຫມາຍເຖິງ ພຣະທຳຄໍາສອນຂອງພຣະພຸດທະເຈົ້າ ຊຶ່ງມີຢ່າງຫລວງຫຼາຍ. ເມື່ອມີຜູ້ມາສະແດງທຳ ກໍຊ່ວຍໃຫ້ໄດ້ຍິນສິ່ງໃຫມ່ໆ ຫຼາຍຂຶ້ນ.
- ສິ່ງໃດໄດ້ເຄີຍຟັງແລ້ວ, ແຕ່ບໍ່ທັນເຂົ້າໃຈດີ ແມ່ນຊ່ວຍໃຫ້ເຂົ້າໃຈສິ່ງນັ້ນຢ່າງຈະແຈ້ງຂື້ນຕື່ມ, ຫມາຍຄວາມວ່າ ທຳມະຕ່າງໆ ທີ່ເຄີຍໄດ້ຍິນມາຈາກຜູ້ໃດກໍຕາມ ທີ່ຍັງບໍ່ທັນເຂົ້າໃຈຢ່າງຈະແຈ້ງ ພໍໄດ້ຟັງເພິ່ນຂະຫຍາຍຄວາມໝາຍ ກໍຊ່ວຍໃຫ້ເຂົ້າໃຈຢ່າງແຈ່ມແຈ້ງ ນຳໄປປະຕິບັດໄດ້.
- ຫຼຸດຜ່ອນຄວາມສົງໄສໄດ້ ຫມາຍຄວາມວ່າ ທຳມະຕ່າງໆ ທີ່ເຮົາຟັງ ແລະ ສົງໄສບໍ່ເຂົ້າໃຈ ກໍສາມາດສອບຖາມຜູ້ເພີ່ນຮູ້ໄດ້ໃນຂະນະທີ່ຟັງທຳມະ ຈົນຫາຍຄວາມສົງໃສໄດ້, ຫລື ໄດ້ຟັງມາຈາກຜູ້ອື່ນ ຊຶ່ງອາດຂັດກັບຈິດໃຈ ເມື່ອໄດ້ຟັງກໍສາມາດແກ້ຄວາມສົງໄສໄດ້.
- ເຮັດໃຫ້ຄວາມຄິດເຫັນຖືກຕ້ອງ ຫມາຍຄວາມວ່າ ບາງເທື່ອຜູ້ຟັງທຳມະ ອາດຈະມີຄວາມຄິດເຫັນບໍ່ຖືກຕ້ອງກັບຄວາມເປັນຈິງ, ເພາະບໍ່ໄດ້ເຊື່ອແທ້ໆ ໃນກົດແຫ່ງກຳ. ເມື່ອໄດ້ຟັງຊີ້ແຈງຄໍາອະທິບາຍທີ່ຂະຫຍາຍຄວາມກ່ຽວກັບກົດແຫ່ງກຳ ນັ້ນຍ່ອມຊ່ວຍເຮັດໃຫ້ຄວາມຄິດເຫັນຖືກຕ້ອງໄດ້ງ່າຍ.
- ຈິດໃຈຂອງຜູ້ຟັງ ຍ່ອມຜ່ອງໃສ, ຫມາຍຄວາມວ່າ ຈິດໃຈນ້ັ້ນນ້ອມໄປຕາມກະແສທຳມະ ທີ່ມີການບັນລະຍາຍ ຂະຫຍາຍຄວາມ, ຫາຍຄວາມສົງໄສທັງປວງ, ມີຄວາມເຂົ້າໃຈທີ່ຖືກຕ້ອງ ຍ່ອມໄດ້ຮັບຄວາມສຸກ ແລະ ຄວາມຜ່ອງໃສຂອງໃຈ.
ສະຫຼຸບແລ້ວ ອະນິສົງຈາກການຮັບຟັງທຳ 5 ຂໍ້ນີ້ ບັງເກີດແກ່ຜູ້ຕັ້ງໃຈຟັງທຳມະ ທີ່ສະແຫວງຫາຄວາມຫລຸດພົ້ນຈາກຄວາມທຸກ ຈະໄດ້ຮັບຜົນຢ່າງເຕັມທີ່ ຫາກຜູ້ຟັງໄດ້ຕັ້ງໃຈຟັງດ້ວຍຄວາມເຄົາລົບ, ມີສະຕິພິຈະລະນາຕາມກະແສທຳ ທີ່ທ່ານໄດ້ສະແດງນັ້ນ ດັ່ງພຸດທະພົດທີ່ວ່າ: ຜູ້ຟັງດ້ວຍດີຍ່ອມໄດ້ປັນຍາ.