“ພຣະພຸທທະຮູບ” ພຸທທະສິລສູງຄ່າ ສັນຍາລັກຂອງອົງພຣະສຳມາສຳພຸທທະເຈົ້າ ທີ່ເຮົາທຸກຄົນຊາວພຸດກາບໄຫ້ວບູຊາ ເປັນເໝືອນດັ່ງເຄື່ອງເຕືອນໃຈ ໃຫ້ຕັ້ງມັ້ນຢູ່ໃນສິນລະທຳອັນດີງາມ ກ່ຽວກັບຄວາມເປັນມາຂອງການກຳເນີດພຣະພຸທ ທະຮູບນັ້ນ ໄດ້ມີການຄົ້ນພົບຫລັກຖານເປັນສີລວັດຖຸບູຮານ ທີ່ປະເທດອີນເດັຍ ສະໄໝພຣະເຈົ້າອະໂສກມະຫາລາດ ຊື່ງເປັນອົງຊົງເຫລື່ອມໃສໃນພຸທທະສາສະນາຫລາຍຈົນຖືເປັນສາສະນາປະຈຳຊາດ ແຕ່ສະໄໝນັ້ນ ຍັງບໍ່ທັນມີ ພຣະພຸທທະຮູບທີ່ຈະໃຊ້ເປັນການເຄົາລົບບູຊາ ມີພຽງແຕ່ປູຊະນີຍະວັດຖຸທີ່ສ້າງໄວ້ ເພື່ອເປັນການສັກກະລະແທນ ເຊັ່ນ: ພຣະທັມມະຈັກ ແລະ ກວາງມອບ ເປັນຕົ້ນ.
ຕໍ່ມາພາຍຫລັງທີ່ພຣະພຸທທະເຈົ້າດັບຂັນທະປະຣິນິພານແລ້ວ ຈຶ່ງໄດ້ມີການສ້າງພຣະພຸທທະຮູບຂື້ນ ໂດຍໃນຄັ້ງທຳອິດນັ້ນເປັນສີມືຂອງຊ່າງ ຊາວເກຼັກ ຊຶ່ງເປັນຊົນຊາດທີ່ເຂົ້າມາຢືດຄອງອີນເດັຍ ຈາກການ ລ່າອະນິຄົມຂອງພຣະເຈົ້າອະເລັກຊານເດີ ມະຫາລາດ ຊາວເກຼັກ ເປັນຜູ້ມີຄວາມຊ່ຽວຊານ ໃນການສ້າງຜົນງານດ້ານປະຕິນະກຳ ເປັນຮູບເທພພຣະເຈົ້າຕ່າງໆ.
ເມື່ອມາຢູ່ອີນເດັຍ ເກີດມີຄວາມເຫລື່ອມໃສໃນພຸທທະສາສະນາ ຈື່ງສ້າງພຣະພຸທທະຮູບ ທີ່ເປັນຕົວແທນຂອງພຣະພຸທທະອົງຂື້ນມາ ເພື່ອສັກກະລະບູຊາ. ການສ້າງພຣະພຸທທະຮູບມີສອງຂະໜາດ: ພຣະພຸທທະຮູບຂະໜາດໃຫ່ຍ ແລະ ຂະໜາດນ້ອຍ. ພຣະພຸທທະຮູບທີ່ມີຂະໜາດໜ້າຕັກ 20 ນີ້ວຂື້ນໄປ ຈັດວ່າເປັນພຣະພຸທທະຮູບຂະໜາດໃຫ່ຍ ໂດຍສ່ວນໃຫ່ຍສ້າງເປັນພຣະປະທານໃນໂບດ ຫລື ວິຫານ ພຣະພຸທທະຮູບປາງຕ່າງໆ ແຕ່ກວ່າຈະອອກມາເປັນພຣະພຸທທະຮູບ ໃຫ້ເຮົາໄດ້ກາບໄຫວ້ບູຊາ ຕ້ອງໃຊ້ເວລາເປັນເດືອນເປັນປີ.
ອານິສົງຂອງການຈັດສ້າງພຣະພຸທທະຮູບ ຫລື ສິ່ງພີມກ່ຽວກັບພຣະທັມຄຳສັງສອນເປັນກຸສົນດັ່ງນີ້:
- ອະກຸສົນກຳໃນອະດີດຊາດແຕ່ປາງກ່ອນ ຈະປ່ຽນຈາກໜັກເປັນເບົາ ຈາກເບົາເປັນສູນ
- ສີ່ງສັກສິດຄຸ້ມຄອງ ອັນຕະລາຍທັງປວງ
- ເຈົ້າກຳນາຍເວນໃນອະດີດຊາດແຕ່ປາງກ່ອນ ເມື່ອໄດ້ຮັບສ່ວນກຸສົນໄປແລ້ວ ກໍຈະເລີກເວັ້ນການຈອງເວນ
- ເຫລົ່າຍັກຜີມານ ງູພິດ ເສືອຮ້າຍ ບໍ່ອາດເປັນໄພໄດ້
- ຈິດໃຈສະຫງົບ ໄພຮ້າຍບໍ່ເກີດ ຝັນຮ້າຍບໍ່ມີ ລາສີຜ່ອງໃສ ສຸຂະພາບແຂງແຮງ ກິດຈະກຳທາງການງານເປັນມຸງຄຸນ.
- ມັ່ນຄົງໃນຄຸນນະທຳ ຄວາມອຸດົມສົມບູນປະກົດເກີນຄາດຝັນ ຄອບຄົວມີຄວາມສຸກ ວາດສະໜາຍືນຍົງ
- ຄຳກ່າວເປັນສັດ ຟ້າດີນປານີ ທວຍເທບຍິນດີ ມິດສະຫາຍປຣິດດາ
- ຄົນໂງ່ສິ້ນລົງ ຄົນເຈັບຫາຍໄດ້ ຄົນປ່ວຍຫາຍດີ ຄວາມທຸກຫາຍເຂັນ ສະຕຣີຈະໄດ້ເກີດເປັນຊາຍ
- ພົ້ນຈາກມວນອະກຸສົນ ເກີດໃຫມ່ບຸນເກື້ອໜູນ ມີປັນຍາເລີດລ້ຳ ບຸນກຸສົນເຮືອງຮອງ
- ສິ່ງທີ່ສ້າງຈະບັງເກີດເປັນກຸສົນຈິດແກ່ທຸກຄົນທີ່ໄດ້ພົບເຫັນ ເປັນເນື້ອນາບຸນຢ່າງອະເນກທຸກຊາດຂອງຜູ້ສ້າງ ທີ່ເກີດຈະໄດ້ຟັງທຳຈາກພຣະອະຣິຍະເຈົ້າ ເປັນປັນຍາໃນທຳແກ່ກ້າ ສາມາດໄດ້ອະພີນຍາຫົກ ສຳເລັດໂພທິຍານ
ການຈັດສ້າງພຣະພຸທທະຮູບ ແລະ ສິ່ງພີມເປັນກຸສົນດັ່ງກ່າວ ສະນັ້ນ ໃນງານວັນເກິດ, ງານມຸງຄຸນຕ່າງໆ, ການສະຫລອງຍົດ ຫລື ຕຳແໜ່ງ, ການທຳບຸນສະເດາະເຄາະ ຫລື ຂໍພອນ ການຂໍຂະມາລາບາບ ຕະຫລອດຈົນການອຸທິດສ່ວນກຸສົນແກ່ຜູ້ທີ່ລ່ວງລັບໄປແລ້ວ ເປັນຕົ້ນ.