ຈະເຫັນໄດ້ວ່າ ພຽງການຮັກສາອຸໂບສົດສິນເຄີ່່ງວັນແລະທຳດ້ວຍຄວາມເຕັມໃຈ ຍັງໄດ້ອານິສົງຂະໜາດນີ້ ແລ້ວຖ້າຜູ້ໃດໄດ້ຮັກສາສິນເປັນປະຈຳ ອານິສົງນີ້ຈະພັນລະນາຈັ່ງໃດກໍບໍ່ໝົດ ເປັນບຸນໃຫ່ຍທີ່ຈະນຳພາໃຫ້ໄດ້ສະຫວັນສົມບັດ, ວຽນວົນຢູ່ໃນສຸຂະຕິພູມເທົ່ານັ້ນ. ເມື່ອມາເກີດເປັນມະນຸດຈະມີດ້ວຍຮູບສົມບັດ, ຊັບສົມບັດ, ຄຸນສົມບັດ ໃນທີ່ສຸດກໍຈະໄດ້ນິພານສົມບັດ ເຂົ້າເຖີງຄວາມສຸກອັນເປັນອຳມະຕະ. ຜູ້ຮັກສາອຸໂບສົດສີນຈະໄດ້ຮັບອານິສົງຢ່າງຫລວງຫລາຍເກີນຄວນເກີນຄາດ ຢ່າງໜ້ອຍກໍໄດ້ 5 ອານິສົງດັ່ງນີ້ິ:
- ຍ່ອມໄດ້ຮັບໂພຄະຊັບໃຫ່ຍເພາະຄວາມບໍ່ປະມາດເປັນເຫດ
- ກຽດສັບອັນງາມຂອງຜູ້ມີສີນ ຍ່ອມພຸ່ງກະຈ່າຍໄປໄກ
- ຜູ້ມີສິນເຂົ້າໄປສູ່ສະມາຄົມໃດໆ ຍ່ອມເຂົ້າໄປຢ່າງອົງອາດບໍ່ໜ້າອາຍ
- ຜູ້ມີສິນຍ່ອມບໍ່ຫລົງທຳກາລະ ຄືບໍ່ຫລົງເຜີສະຕິໃນເວລາຕາຍ
- ຜູ້ມີສິນ ຕາຍແລ້ວຍ່ອມເຂົ້າເຖິງສຸຂະຕິໂລກສະຫວັນ ເຂົ້າເຖິງຄວາມເປັນສະຫາຍແຫ່ງເທບ
ນອກຈາກນີ້ ສິນ ຍັງເປັນບາດເບື້ອງຕົ້ນແຫ່ງສະມາທິ ທຳໃຫ້ໃກ້ຕ່ອມຣະຣົກຜົນນິບພານ ດັ່ງນັ້ນຄົນທີ່ຕັ້ງໃຈຮັກສາສິນໄດ້ບໍລິສຸດ ກໍຈະມີຜົນຕໍ່ການນັ່ງສະມາທິໄປດ້ວຍ. ເພາະສະນັ້ນ ພຸດທະສາສະນິກາຊົນທີ່ດີ ກໍຄວນຈະຕັ້ງໃຈຮັກສາສິນໃຫ້ບໍລິສຸດ ທັງຍັງຕ້ອງເປັນກັນລະຍາມິດຊັກຊວນຄົນຮອບໆ ຂ້າງມາສະສົມບຸນໃຫ່ຍ ທີ່ເກີດຈາກການຮັກສາອຸໂບສົດສິນ ເພື່ອຟື້ນຟູວັດທະນະທໍາຊາວພຸດໃຫ້ແຂງແຮງຍິ່ງຂື້ນໄປ.
ບຸກຄົນແມ້ຈະງົດງາມດ້ວຍເຄື່ອງປະດັບອັນມີຄ່າ ກໍຍັງບໍ່ງາມເທົ່າຜູ້ທີ່ມີສິນເປັນອາພອນ, ຜູ້ມີສິນຍ່ອມຕິຕຽນຕົນເອງບໍ່ໄດ້ ເມື່ອພິຈາລະນາເຖິງສິນທີ່ບໍລິສຸດ ຍ່ອມເກີດຄວາມຍິນດີທຸກເມື່ອ, ສິນຈຶ່ງເປັນຮາກຖານແຫ່ງຄວາມດີທຸກຢ່າງແລະກຳຈັດຄວາມຊົ່ວທັງປວງ.