9 ອະນິສົງຂອງການໄຫ້ວ-ສວດມົນ-ນັ່ງສະມາທິ

  1. ມີຈິດໃຈສະຫງົບ ຊ່ວຍໃຫ້ນອນຫຼັບງ່າຍ ແລະ ຕື່ນມາສົດຊື່ນ
  2. ເປັນທີ່ຮັກແລະເປັນທີ່ຊື່ນຊອບຂອງເທວະດາທັງຫລາຍ
  3. ເປັນຄົນມີສະມາທິ ສະຕິປັນຍາດີ
  4. ປັດເປົ່າ-ຂັບໄລ່ໄພອັນຕະລາຍທັງປວງ
  5. ຈິດໃຈມີຄວາມສຸກ ສົ່ງຜົນໃຫ້ຮ່າງກາຍຫລັ່ງສານຄວາມສຸກ ເພື່ອເຮັດໃຫ້ຊີວິດສົດໃສ
  6. ໄດ້ບຸນກຸສົນຈາກການກ່າວຄຳອັນສັກສິດຖວາຍແກ່ພຣະພຸດທະເຈົ້າ
  7. ເກີດສິຣິມຸງຄົນແກ່ຕົນເອງ ແລະ ຄອບຄົວ ບໍ່ວ່າທ່ານເຮັດຫຍັງ ກໍສໍາເລັດໂດຍງ່າຍ
  8. ໄດ້ຮັບພອນຈາກສິ່ງສັກສິດ ຈາກກໍາດີ ແລະ ການແຜ່ເມດຕາ
  9. ກໍາຈັດຄວາມຂີ້ຄ້ານໃນຈິດໃຈ, ການສວດມົນກ່ອນເຂົ້ານອນຖ້າເຮັດທຸກວັນຈົນສຳເລັດ ກາຍເປັນວຽກປະຈຳວັນ ຈະຊ່ວຍໃຫ້ເຈົ້າມີຄວາມອົດທົນ ແລະ ສາມາດເຮັດອັນອື່ນໄດ້ຢ່າງສຳເລັດຜົນເຊັ່ນກັນ

Leave a Reply

Your email address will not be published. Required fields are marked *