ລັກສະນະຜູ້ມີຈິດໃຈເປັນພຣະ

  1. ມີເມດຕາເປັນພື້ນຖານ, ຈິດໃຈອ່ອນໂຍນ, ມີເມດຕາ ແລະ ບໍ່ບຽດບຽນຜູ້ອື່ນ.
  2. ມີສະຕິຮູ້ຕົວຢູ່ສະເໝີ, ບໍ່ຫລົງໄປຕາມອາລົມ, ບໍ່ອ່ອນໄຫວໄປຕາມກະແສໂລກ.
  3. ໃຈສະຫງົບງ່າຍ, ບໍ່ມັກຄວາມວຸ່ນວາຍ, ບໍ່ມັກການເວົ້າຫລາຍ, ມີຄວາມສຸກໃນຄວາມສະຫງົບ.
  4. ບໍ່ຢືດຕິດໃນລາບ, ຍົດ, ສັນລະເສີນ, ມ່ອງທຸກສິ່ງເປັນຂອງຊົ່ວຄາວ, ບໍ່ດີໃຈເກີນເຫດເມື່ອໄດ້ມາ ແລະ ບໍ່ເສັຍໃຈເກີນເຫດເມື່ອສູນເສັຍ.
  5. ມີປັນຍາເຫັນຕາມຄວາມເປັນຈິງ, ເຫັນຄວາມບໍ່ທ່ຽງຂອງທຸກສິ່ງ, ເຂົ້າໃຈແຫ່ງເຫດທຸກ, ບໍ່ໂທດຜູ້ອື່ນ, ໃຊ້ສະຕິ ແລະ ທຳມະໃນການແກ້ປັນຫາ.
  6. ມີສິນຢູ່ໃນໃຈ ເຖິງວ່າບໍ່ມີໃຜບັງຄັບ, ບໍ່ເຮັດຜິດສິນ, ຮູ້ຊັດເຈນວ່າ ສິນຄືເກາະປ້ອງກັນໃຈ.
  7. ມີຄວາມກະລຸນາ ແລະ ອາໄພ, ເຫັນຄົນຜິດແລ້ວບໍ່ຊ້ຳເຕີມ ແຕ່ແຜ່ເມດຕາໃຫ້ອາໄພ, ເຂົ້າໃຈວ່າ ທຸກຄົນຢູ່ພາຍໃຕ້ກົດແຫ່ງກຳ.
  8. ວາງເສີຍໃນສິ່ງທີ່ຄວນວາງ, ບໍ່ເອົາເລື່ອງເລັກນ້ອຍມາທຳໃຫ້ໃຈເປັນທຸກ, ບໍ່ຢືດໜັ່ນຖືໝັ່ນເຫັນໂລກເໝືອນທາດມານຢາ.
  9. ມີແສງທຳໃນກາຍ ແລະ ວາຈາ, ເວົ້າດ້ວຍຄວາມຈິງ ແລະ ຄວາມເມດຕາ, ແວວຕາອ່ອນໂຍນແຕ່ແນ່ວແນ່, ມີພະລັງແຫ່ງຄວາມສະຫງົບ ໃຜຢູ່ໃກ້ແລ້ວຮູ້ສຶກເຢັນໃຈ.
  10. ມີໃຈພ້ອມສະລະເພື່ອທຳ, ຍິນດີທຳຄວາມດີ ແມ້ວ່າບໍ່ມີໃຜເຫັນ, ຈິດເປັນພຣະຄືຈິດທີ່ບໍ່ບຽດບຽນຕົນເອງ ແລະ ຜູ້ອື່ນ, ສະຫງົບເຢັນ, ເມດຕາ, ມີສະຕິ, ມີປັນຍາ ແລະ ມີທຳມະເປັນທີ່ເພີ່ງ

Leave a Reply

Your email address will not be published. Required fields are marked *