ວິທີປົງ (ສະແດງ) ອາບັດຂອງພຣະພິກຂຸເມື່ອໄດ້ລະເມີດພຣະວິໃນ

ດັ່ງທີ່ເຮົາຊາບແລ້ວວ່າ ພຣະພິຂຸສົງແມ່ນຖືສິນ 227 ຂໍ້ ເຊັ່ນ: ຫ້າມສັນອາຫານຫລັງຈາກ 12 ໂມງທ່ຽງຈົນຮອດມື້ຟ້າແຈ້ງສະຫວ່າງຂອງວັນທັດໄປ, ຫ້າມກິນອາຫານຄ້າງຄືນ, ຫ້າມຮັບເງິນຄຳ, ຫ້າມລັກ, ຫ້າມຖົ່ມນ້ຳລາຍໃສ່ຫຍ້າຂຽວ, ຫ້າມຢືນຖ່າຍເບົາແລະຖ່າຍໜັກ, ຫ້າມລົມກັນໃນເວລາສັນອາຫານ, ຫ້າມສັນເຂົ້າຄຳໃຫ່ຍ, ຫ້າມຍໍ້າອາຫານດັງສຽງ … ເປັນຕົ້ນ. ດັ່ງນັ້ນແຕ່ລະວັນອາດຈະມີການທຳຜິດພຣະວິໃນໄດ້ ແລະ ຕ້ອງໄດ້ສະແດງອາບັດລະຫວ່າງພຣະຕໍ່ພຣະ (ຖ້າບໍ່ປົງອາບັດຈະມີກຳຕິດຕົວແລະເຖິງຂັ້ນຕົກນາລົກອະເວຈີ ຫລື ຜິດຕາມຄວາມຜິດນັ້ນໆ). ວິທີການແມ່ນຜູ້ພັນສາອອ່ນປົງອາບັດກັບຜູ້ພັນສາແກ່, ໂດຍຜູ້ພັນສາແກ່ນັ່ງແລະປະນົມມືນົບ ແລະ ຜູ້ພັນສາອອ່ນປະນົມມືນົບແລະກາບຈຸພື້ນຕໍ່ໜ້າອົງແກ່. ການປະຕິບັດແມ່ນປ່ຽນກັນກ່າວດັ່ງນີ້:

ພັນສາອ່ອນວ່າ:

ສັພພາຕາ ອາປັຕຕິໂຍ ອາໂຣເຈມີ (ວ່າ 3 ເທື່ອ)

ສັພພາຄະ ຣຸລະຫຸກາ ອາປັຕຕິໂຍ ອາໂຣເຈມີ (ວ່າ 3 ເທື່ອ)

ອະຫັງ ພັນເຕ ສັມພະຫຸລາ ນານາວັດຖຸກາໂຍ ອາປັດຕິໂຍ ອາປັຊຊິງ ຕາຕຸມຫະມູເລ ປະຕິເທເສມິ.

ພັນສາແກ່ຮັບວ່າ: ປັສສະສິ ອາວຸໂສ ຕາອາປັຕຕິໂຍ

ພັນສາອ່ອນວ່າ: ອຸກາສະ ອາມະ ພັນເຕ ປັສສາມິ

ພັນສາແກ່ຮັບວ່າ: ອາຍະຕິງ ອາວຸໂສ ສັງວະເຣຍຍາສິ

ພັນສາອ່ອນວ່າ:

ສາທຸ ສຸຕຖຸ ພັນເຕ ສັງວະຣິສສາມິ 

ທຸຕິຍັມປິ ສາທຸ ສຸຕຖຸ ພັນເຕ ສັງວະຣິສສາມິ

ຕະຕິຍັມປິ ສາທຸ ສຸຕຖຸ ພັນເຕ ສັງວະຣິສສາມິ

ນະ ປູເນວັງ ກະຣິສສາມິ, ນະ ປູເນວັງ ພາສິສສາມິ, ນະ ປູເນວັງ ຈິນຕະຍິສສາມິ. 

ພັນສາແກ່ວ່າ: ສັພພາຕາ ອາປັຕຕິໂຍ ອາໂຣເຈມິ (ວ່າ 3 ເທື່ອ) 

ສັພພາຄະ ຣຸລະຫຸກາ ອາປັຕຕິໂຍ ອາໂຣເຈມິ (ວ່າ 3 ເທື່ອ)

ອະຫັງ ອາວຸໂສ ສັມພະຫຸລາ ນານາວັດຖູກາໂຍ ອາປັຕຕິໂຍ ອາປັຊຊິງ ຕາຕຸຍຫະມູເລ ປະຕິເທເສມິ.

ພັນສາອ່ອນຮັບວ່າ: ອຸກາສະ ປັສສະຖະ ພັນເຕ ຕາອາປັຕຕິໂຍ

ພັນສາແກ່ວ່າ: ອາມະ ອາວຸໂສ ປັສສາມິ

ພັນສາອ່ອນຮັບວ່າ: ອາຍະຕິງ ພັນເຕ ສັງວະເຣຍຍາຖະ

ພັນສາແກ່ວ່າ: ສາທຸ ສຸຕຖຸ ອາວຸໂສ ສັງວະຣິສສາມິ

ທຸຕິຍັມປິ ສາທຸ ສຸຕຖຸ ອາວຸໂສ ສັງວະຣິສສາມິ

ຕະຕິຍັມປີ ສາທຸ ສຸຕຖຸ ອາວຸໂສ ສັງວະຣິສສາມິ

ນະ ປູເນວັງ ກະຣິສສາມິ, ນະ ປູເນວັງ ພາສິສສາມິ, ນະ ປູເນວັງ ຈິນຕະຍິສສາມິ

(ຈົບສະແດງອາບັດ)

Leave a Reply

Your email address will not be published. Required fields are marked *