ສະຫວັນແມ່ນສະຖານທີ່ຫຍັງແລະມີຈັກຊັ້ນ?

“ຖ້າເຮົທຳຄວາມດີຕາຍໄປຈະໄດ້ຂື້ນສະຫວັນ ແຕ່ຖ້າກະທຳຊົ່ວຈະຕ້ອງຕົກນາລົກ” ແນວຄິດເຮື່ອງສະຫວັນແລະນາລົກ ເປັນໜຶ່ງແນວຄິດຄວາມເຊື່ອທີ່ຄຸ້ນເຄີຍຊື່ງຖືກແອບແຝງໃນພຸດທະສາສະນາ ເພື່ອສັງສອນແລະເຕືອນໃຈ ເພື່ອບໍ່ໃຫ້ຄົນປະພຶດຜິດຈາກສີນແລະຜິດຈາກຫລັກຄຳສອນ.

ພົດຈະນານຸກົມຣາຊະບັນດິດສະຖານ ໄດ້ໃຫ້ຄວາມໝາຍຂອງ “ສະຫວັນ” ໄດ້ວ່າ ໂລກຂອງເທວະດາ ເມືອງຟ້າ ອາດຈະໝາຍຄວາມວ່າ “ສະຫວັນ” ຢູ່ເທິ່ງຊັ້ນຟ້າແລະເປັນທີ່ພໍານັກຂອງເທວະດາ ຊຶ່ງໜັງສືໄຕຣພູມພຣະຣ່ວງ ໄດ້ອະທີິບາຍວ່າ: ສະຫວັນມີຢູ່ 6 ຊັ້ນ ທັງໝົດນີ້ເອີ້ນວ່າ: “ສະກາມາພະຈອນ”, ມີດັ່ງນີ້:

ຊັ້ນທີ 1 ຊື່ວ່າ: ຈາຕຸມາຫາຣາຊິກາ ເປັນຊັ້ນຢູ່ຮອບເຂົາພຣະສຸເມນ ແບ່ງອອກເປັນ 4 ອານາບໍລິເວນຄື: ເຂດການປົກຄອງຄົນທັນ ຍັກ ນາກແລະກຸມພາ ເທວະດາຊັ້ນນີ້ຈະມີອາຍຸ 500 ປີທິບ ຫລື 9ລ້ານປີມະນຸດ ມີທ້າວຈະຕຸໂລກບານທັງສີ່ ຄື: ທ້າວທະຕະຣົດ, ທ້າວວິຣຸນຫົກ, ທ້າວວິຣູປັກແລະທ້າວກຸເວນ ເປັນຈອມເທບໃນທິດຂອງຕົນ.

ຊັ້ນທີ 2 ຊື່ວ່າ: ດາວວດຶງ ເປັນສະຫວັນຊັ້ນທີ່ຢູ່ຂອງພຣະອິນ ຫລື ທ້າວສັກກະ ເປັນຈອມເທບ ມີບໍລິວານອີກ 32 ອົງຮ່ວມດູແລ ຊື່ງໃນອາດິດຕະຊາດເປັນມະຂະມານົບແລະສະຫາຍອີກ 32ຄົນ ທີ່ຮ່ວມກັນທຳດີດ້ວຍການສ້າງຖະໜົນສາທາລະນະ.

ຊັ້ນທີ 3 ຊື່ວ່າ: ຍາມາ ເປັນສະຫວັນຊັ້ນທີ່ຢູ່ສູງກວ່າວົງໂຄຈອນຂອງພຣະອາທິດແລະດວງຈັນ ເຮັດໃຫ້ບໍ່ມີແສງສະຫວ່າງ ເທວະດາເຫັນກັນດ້ວຍຣັດສະໝີຂອງຕົນເອງ ຜູ້ປົກຄອງຍາມາພູມຄື: ທ້າວສຸຍາມະ.

ຊັ້ນທີ 4 ຊື່ວ່າ: ດູສິດ ເປັນສະຫວັນທີ່ປະທັບຂອງພຣະໂພທິສັດແລະວ່າທີ່ພຸທທະບິດາແລະພຸທທະມານດາ ມີ ທ້າວສັນດູສິດ ເປັນຈອມເທບ.

ຊັ້ນທີ 5 ຊື່ວ່າ: ນີມມານຣະດີ ເປັນຊັ້ນທີ່ເທວະດາສາມາດເນຣະສິດສິ່ງຂອງໄດ້ຕາມປະສົງ ມີທ້າວ ສຸນິມມິດ ເປັນຈອມເທບ

ຊັ້ນທີ 6 ຊື່ວ່າ:  ປໍຣະນິມິດຕະວະສະວັດດີ ເປັນສະຫວັນຊັ້ນທີ່ປະເສີດທີ່ສຸດ ມີທ້າວວະສະວັດດີ ຊຶ່ງເປັນເທວະປຸຕະມານ ເປັນຈອມເທບ

“ສະກາມາພະຈອນ” ໃນໄຕຣພູມພຣະຣ່ວງ ມີການເກີດແລະດັບໄປຢູ່ເຊັ່ນດຽວກັນກັບໂລກມະນຸດ, ຊຶ່ງເທວະດາທີ່ຢູ່ສະຫວັນເມື່ອສີ້ນບຸນແລ້ວກໍ່ຕ້ອງໄດ້ໄປເກີດຕາມກຳຂອງຕົນ.

Leave a Reply

Your email address will not be published. Required fields are marked *