ຫ້າສິ່ງທີ່ທ່ານສອນໄວ້ນີ້ປະກອບດ້ວຍ:
- ບໍ່ວ່າເຮົາຈະໄດ້ພົບຜູ້ໃດ ເຂົາເຫລົ່ານັ້ນຄືຄົນທີ່ເຮົາຕ້ອງໄດ້ພົບ ບໍ່ມີຜູ້ໃດເຂົ້າມາໃນຊີວິດເຮົາດ້ວຍເຫດອັນບັງເອີນ.
- ບໍ່ວ່າຈະເກີດເລື່ອງລາວໃດໆ ເກີດໃນຊີວິດຂອງເຮົາ ມັນເປັນເລື່ອງທີ່ຕ້ອງເກີດ ບໍ່ວ່າເລື່ອງນັ້ນຈະດີ ຫລື ຮ້າຍ, ບໍ່ມີເລື່ອງໃດເກີດຂື້ນໂດຍບັງເອີນ ເພາະເຮົາກໍເຄີຍທຳສິ່ງນີ້ກັບເຂົາມາກອ່ນ ມາແຕ່ຄັ້ງໃນອາດີດ.
- ເລື່ອງລາວຕ່າງໆ ທີ່ເກີດຂື້ນ ເກີດເມື່ອໃດ ທີ່ໃດ ເວລາໃດ ນັ້ນລະຄືເວລາທີ່ເໝາະສົມທີ່ສຸດແລ້ວ ເພາະມັນຕ້ອງເກີດ.
- ເມື່ອເຫດປັດໃຈຈົບ ຕ້ອງຍອມຮັບວ່າຈົບ ຢ່າໜ້ຽວລັ່ງ ຢ່າມີແຕ່ອາໄລອາວອນ ກໍຕ້ອງຮູ້ວ່າມືສຸກມືສອຍກໍຕ້ອງປ່ອຍມັນໄປ, ຢ່າມົວແຕ່ເສັຍດາຍໃຫ້ໃຈມັນເປັນທຸກ.
- ທຳຄວາມດີໃນປະຈຸບັນໃຫ້ຫລາຍທີ່ສຸດ ແລ້ວບໍ່ຕ້ອງສົນໃຈວ່າ ເຮົາເຄີຍທຳກຳອັນໃດມາກ່ອນ, ເພາະຄິດໄປຫາຄຳຕອບໄປມັນກໍໄຮ້ປະໂຫຍດ, ມັນເປັນເລື່ອງທີ່ເສັຍເວລາ ຈົ່ງຮູ້ໄວ້ເທີດວ່າ ເຮົາທຳອັນໃດກັບກຳເກົ່າບໍ່ໄດ້ອີກແລ້ວ. ແຕ່ຜູ້ປັນຍາຈະດຳເນີນແບບນີ້ວ່າ ສ້າງກຳໃຫມ່ອັນດີທີ່ຄວນທຳ.
