ກິນເນື້ອສັດທີ່ບໍ່ເປັນບາບໃນສິນຫ້າຂໍ້ໜຶ່ງ

ດັ່ງທີ່ເຮົາຊາບແລ້ວວ່າ ສິນຫ້າ ເປັນຫລັກທຳພື້ນຖານທາງພຣະພຸດທະສາສະນາ ທີ່ຄົນໃນສາສະນາພຸດຮຽນຮູ້ມາຕັ້ງແຕ່ຍັງນ້ອຍ ແລະ ຊາວພຸດຫລາຍຄົນນຳມາໃຊ້ ໃນການດຳເນີນຊີວິດທີ່ຢຶດຖືກັນມາເປັນເວລາດົນນານ. ມີຫລາຍຄົນອາດຈະຍັງບໍ່ຮູ້ວ່າ ສິນຫ້າກ່ຽວຂ້ອງທາງດ້ານກົດໝາຍເຊັ່ນກັນ ຫລື ເອີ້ນໄດ້ວ່າ ສິນຫ້າກ່ຽວຂ້ອງກັບຊີວິດທາງໂລກແລະທາງທຳ. ໃນສິນຫ້າຂໍ້ທີ່ 1 ໄດ້ບັດຍັດໄວ້ຫ້າມຂ້າສັດ, ແຕ່ຫລາຍຄົນຍັງສົງໃສວ່າ ຖ້າກິນເນື້ອສັດທີ່ຄົນອື່ນຂ້າມາແລ້ວນັ້ນຈະເປັນບາບບໍ່?. ພຣະພຸດທະເຈົ້າໄດ້ອະນຸຍາດໃຫ້ກິນເນື້ອສັດທີ່ບໍລິສຸດໃນສາມກໍລະນີທີ່ບໍ່ເປັນບາບ-ກໍາ ເຊັ່ນ:1. ບໍ່ໄດ້ເຫັນຕອນເຂົາຂ້າສັດນັ້ນເພື່ອມາເປັນອາຫານ2. ບໍ່ໄດ້ຍິນ ວ່່າເຂົາຈະຂ້າສັດນັ້ນມາໃຫ້ຕົນເອງກິນ3. ບໍ່ມີຄວາມສົງໃສວ່າຂ້າສັດນັ້ນມາເພື່ອຕົນເອງ

Read More

ມົງຄົລຈັກກະວາລໃຫຍ່

ສິຣິທິຕິມະຕິເຕ ໂຊຊະຍະສິທທິມະຫິທທິມະຫາຄຸນາປະຣິມິຕະ ປຸນຍາທິກາຣັສສະ ສັພພັນຕະຣາຍະນິວາຣະນະສະມັຕຖັສສະ ພະຄະວະໂຕ ອະຣະຫະໂຕ ສັມມາ ສັມພຸທທັສສະ ທະວັຕຕິງສະມະຫາປຸຣິສະລັກຂະນານຸພາເວນະ ອະສິຕະຍານຸພະຍັນຊະນານຸພາເວນະ ອັຕຖຸຕຕະຣະສະຕະມັງຄະລານຸພາເວນະ ສັພພັນນະຣັງສິຍານຸພາເວນະ ເກຕຸມາລານຸພາເວນະ ທະສະປາຣະມິຕານຸພາເວນະ ທະສະອຸປະປາຣະມິຕານຸພາເວນະ ທະສະປະຣະມັຕຖະປາຣະມິຕານຸພາເວນະ ສີລະສະມາທິປັນຍານຸພາເວນະ ພຸທທານຸພາເວນະ ທັມມານຸພາເວນະ ສັງຄານຸພາເວນະ ເຕຊານຸພາເວນະ ອິທທານຸພາເວນະ  ພະລານຸພາເວນະ ເຍຍຍະທັມມານຸພາເວນະ ຈະຕຸຣາສີຕິສະຫັສສະທັມມັກຂັນທານຸພາເວນະ ນະວະໂລກຸຕຕະຣະທັມມານຸພາເວນະ ອັຕຖັງຄິກະມັຄຄານຸພາເວນະ ອັຕຖະສະມາປັຕຕິຍານຸພາເວນະ ສະລະພິນຍານຸພາເວນະ ຈະຕຸສັຈຈະຍານານຸພາເວນະ ທະສະພະລະຍານານຸພາເວນະ ສັພພັນຍຸຕະຍານານຸພາເວນະ ເມຕຕາ ກະຣຸນາ ມຸທິຕາ ອຸເປກຂາ ນຸພາເວນະ ສັພພະປະຣິຕຕານຸພາເວນະ ຣະຕະນັຕຕະຍະສະຣະນານຸພາເວນະ ຕຸຍຫັງ ສັພພະໂຣຄະ ໂສກຸປັທທະວະທຸກຂະໂທມະນັສສຸປາຍາສາ ວິນັສສັນຕຸ ສັພພະອັນຕະຣາຍາປີ ວິນັສສັນຕຸ ສັພພະສັງກັປປາ ຕຸຍຫັງ ສະມິຊຊັນຕຸ ທີຄາຍຸຕາ ຕຸຍຫັງ ໂຫຕຸ ສະຕະວັສສະຊີເວນະສະມັງຄິໂກ ໂຫຕຸ ສັພພະທາ ອາກາສະປັພພະຕະວະນະພູມິຄັງຄາມະຫາສະມຸທທາ …

Read More

ວັດ ກັບ ການບວດ

     ຄຳວ່າ ‘’ ວັດ ‘’ ໝາຍເຖິງ ສະຖານທີ່ສຳຄັນໃນທາງພຸທທະສາສໜາ ເປັນທີ່ອາໄສຂອງພຣະສົງສຳມະເນນ ໃຊ້ເປັນສະຖານທີ່ຝຶກຝົນຕົນເອງ, ເຜີຍແຜ່ສິນທຳ ແລະ ເຜີຍແຜ່ສິ່ງທີ່ດີງາມໃຫ້ແກ່ພຸທທະສາສໜາ, ພຸທທະສາສະນິກະຊົນ ຫລື ພຸທທະບໍລິສັດທັງຫລາຍຜູ້ທີ່ມາທຳບຸນ, ໃຫ້ທານ, ຮັກສາສິນຜູ້ທີ່ມາອົບຮົມຝຶກຈິດພາວະນາ ໃຊ້ເປັນສະຖານທີ່ລວມນ້ຳໃຈຂອງຄົນລາວທົ່ວປະເທດ ໄດ້ມາທຳບຸນກັນໃນວັນສຳຄັນທາງພຸທທະສາສໜາ. ວັດຈຶ່ງມີຄຸນຄ່າ ເປັນຂອງຄູ່ກັນມາກັບພຸທທະສາສໜານັບເປັນເວລາຫລາຍພັນປີມາແລ້ວ, ວັດນັບໄດ້ວ່າເປັນສະຖານທີສາທາລະນະປະໂຫຍດສຳລັບທຸກຊົນຊັ້ນ,  ທຸກເພດ, ທຸກໄວ ຜູ້ມີຄວາມປະສົງຕ້ອງການທຳບຸນໃຫ້ທານ, ສ້າງກຸສົນຕ່າງໆ ກໍ່ຈະຕ້ອງນຶກເຖິງວັດ ເຊັ່ນ: ການໄປທຳບຸນໃນວັນພຣະ, ວັນເກີດ, ວັນຕາຍ, ບວດລູກບວດຫລານ ຫລື ເປັນສະຖານທີ່ປະຕິບັດທັມຂອງອຸປາສົກ, ອຸປາສິກາ,  ທອດກະຖິນ, ຜ້າປ່າສາມັກຄີ, ງານບຸນປີໃໝ່ ແລະ ອື່ນໆ ໄດ້ປະຕິບັດ ສືບທອດກັນມາ ໃນສະໄໝອະດິດຈົນຮອດປະຈຸບັນ. “ວັດ” ເປັນເຮືອນຫລັງທີສອງ ຂອງພຸທທະບໍລິສັດທັງຫລາຍ ເປັນທີ່ພັກກາຍ, ສະຫງົບໃຈ ຊ່ວຍຜ່ອນຄາຍຄວາມທຸກໄດ້ບໍ່ຫລາຍກໍ່ໜ້ອຍ ຕາມກຳລັງສະຕິປັນຍາ ຂອງຜູ້ທີ່ເຂົ້າມາປະຕິບັດທັມເພື່ອຂັບໄລ່ ກິເລດ ຕັນຫາ ໃຫ້ບັນເທົາເບົາບາງລົງ.    …

Read More

ຄຳອະທິຖານກ່ອນ ແລະ ຫລັງໃສ່ບາດທຳບຸນແບບສັ້ນໆ ຈື່ງ່າຍ

ຄຳກ່າວກ່ອນໃສ່ບາດ: ຍົກອາຫານຂື້ນເໜືອຫົວແລ້ວເວົ້າວ່າ: ‘’ ສຸທິນນັງວະຕະເມ ທານັງອາສະວັກ ຊະຍາວະຫັງໂຫນຕຸ ’’ ທານທີ່ຂ້າພະເຈົ້າຖວາຍດີແລ້ວນີ້ ຈົ່ງເປັນເຄື່ອງນຳມາຊຶ່ງຄວາມສີ້ນໄປແຫ່ງອາສວະກິເລດເຖິດ. ຄຳກ່າວຫລັງໃສ່ບາດ:  ‘’ ນັຕຖິເມສາຣະນັງອັນຍັງ ສັງໂຄເມ ສາຣະນັງວະຣັງ ເອເຕນະ ສັຈຈະວັຊເຊນະ ໂສຕຖິເມ ໂຫຕຸສັພພະທາ ’’ ສະຣະນະອື່ນຂອງຂ້າພະເຈົ້າບໍ່ມີ ພຣະສົງເປັນສະຣະນະອັນປະເສີດຂອງຂ້າພະເຈົ້າ ດ້ວຍການກ່າວຄຳສັດນີ້ ຂໍໃຫ້ຂ້າພະເຈົ້າຈະເລີນໃນພຣະສາສະໜາຂອງພຣະສາສະດາ.

Read More

ບຸນເຂົ້າກຳສຳລັບພຣະພິກຂຸ

ບຸນເຂົ້າກຳທີ່ວ່າ ເປັນບຸນສຳລັບພຣະພິກຂຸໂດຍກົງນັ້ນກໍເພາະວ່າ ເປັນກິດຈະກຳທີ່ຕ້ອງທຳເພື່ອໃຫ້ພຣະທີ່ຕ້ອງອາບັດສັງຂາທີິເສສ (ອາບັດໜັກຮອງຈາກປາຣາສຶກ) ຊຶ່ງຖືວ່າເປັນຄຣຸກາບັດປະເພດໜຶ່ງ ພິກຂຸເມື່ອຕ້ອງອາບັດນີ້ແລ້ວຈະທຳພິທີຮຽກວ່າ: ວຸດຖານພິທີ ຫລື ພິທີເຂົ້າກຳຕາມຊາວພຸດທົ່ວໄປຮູ້ຮັກກັນ. ການເຂົ້າກຳ ຫລື ການຢູ່ປະຣິວາດກຳຂອງພິກຂຸຜູ້ຕ້ອງອາບັດສັງຂາທິເສສ ເອີ້ນວ່າ: “ເຂົ້າປະຣິວາດກຳ” ໂດຍພຣະພິກຂຸຜູ້ຕ້ອງອາບັດ (ກະທຳຜິດ) ໄດ້ສາລະພາບຕໍ່ໜ້າຄະນະສົງ ເພື່ອເປັນການຝຶກຈິດສຳນຶກເຖິງຄວາມປົກພ່ອງຂອງຕົນເອງ ແລະ ຕັ້ງໃຈປະພຶດຕົນໃຫ້ຖືກຕ້ອງຕາມລະບຽບສົງ. ສັງຂາທິເສສ (ຜິດທາງວິໃນ) ມີ 13 ຂໍ້ທີ່ພິກຂຸຜູ້ຕ້ອງອາບັດສັງຂາທີເສສ ຈະຕ້ອງເຂົ້າປະຣິວາດກຳ: ການເຂົ້າປະຣິວາດກຳ ເປັນການສຳລວມກາຍ-ວາຈາ-ໃຈ ບໍ່ໃຫ້ກະທຳຜິດອີກຕໍ່ໄປ ມີການນັ່ງສະມາທິ-ເດີນຈົງກົມ ສວດມົນ-ພາວະນາ ໃຊ້ເວລາຫລາຍກວ່າປົກກະຕິ ບາງທີມີການອົດເຂົ້າ-ອົດນ້ຳເຖິງ 2-3 ວັນກໍມີ ຫລື ບາງທີກໍ່ຖືກຝຶກຫັດຢ່າງໜັກ ທັງນີ້ກໍເພື່ອໃຫ້ຮູ້ ແລະເຂົ້າໃຈຄວາມຫຍາກລຳບາກຂອງຄຳວ່າ “ກຳ” ຫລື ຢູ່ໃນກໍາ ທີ່ແມ່ໄດ້ຢູ່ໄຟ ຫລືວ່າ ຢູ່ກຳນັ້ນມີຄວາມຍາກລຳບາກພຽງໃດ. ໃນກິດຈະກຳຂອງພຣະແບບນີ້ ພຸດທະສາສະນິກະຊົນ ຜູ້ຫວັງບຸນກຸສົນກໍຮ່ວມກັນເບີ່ງແຍງຮັກສາພຣະສົງທີ່ເຂົ້າຢູ່ກຳ ໂດຍການບໍລິຈາກທານ, ຮັກສາສິນ, ຟັງທຳ ກ່ຽວກັບການເຂົ້າຢູ່ປະຣິວາດກຳຂອງພຣະພິຂຸ.

Read More

ຄຳຖວາຍຢາຮັກສາໂລຄາ

ອິມານິ ຄີລານະເພສັຊຊານິ ສະປະຣິວາຣານິ ປະຕິກຄັນຫາຕຸ ອັມຫາກັນຈະ ມາຕາປິຕຸ ອາທິນັນຈະ ຍາດຕະການັງ ທີຄະຣັດຕັງ ຫິຕາຍະ ສຸຂາຍະຂ້າແຕ່ພຣະສົ່ງຜູ້ຈະເຣີນ ຂ້າພະເຈົ້າທັງຫລາຍ ຂໍນ້ອມຖວາຍຢາບຳບັດຄວາມປ່ວຍໄຂ້ ກັບທັງເວດສະພັນທັງຫລາຍເຫລົ່ານີ້ ແກ່ພຣະສົງ ຂໍພຣະສົງຈົ່ງຮັບຢາບຳບັດຮັກສາຄວາມເຈັບປ່ວຍ ແລະ ເວດສະພັນທັງຫລາຍເຫລົ່ານີ້ ຂອງພວກຂ້າພະເຈົ້າທັງຫລາຍ ເພື່ອປະໂຫຍດສຸກແກ່ພວກຂ້າພະເຈົ້າທັງຫລາຍ ຍາດທັງຫລາຍ ມີມານດາ-ບິດາເປັນຕົ້ນ ດ້ວຍສີ້ນກາລະນານເທີ້ນ.

Read More