ຄາຖາບູຊາດວງຊະຕາ

ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ) ນະໂມເມ ສັບພະເທວານັງ ສັບພະຄະຣະຫະຈະ ເທວານັງ ສຸລິຍັນຈະ ປະມຸນຈະຖະ ສະສິພຸມໂມ ຈະເທວານັງ ວຸໂທລາພັງ ພະວິດສະຕິ ຊິໂວສຸກະໂຣ ຈະມະຫາລາພັງ ໂສໂຣຣາຫູເກຕຸ ຈະມະຫາລາພັງ ສັບພະພະຍັງ ວິນາດສັນຕິ ສັບພະທຸກຂັງ ວິນາດສັນຕິ ສັບພະໂຣຄັງ ວິນາດສັນຕິ ລັກຂະນາ ອະຫັງວັນທາມິ ສັບພະທາ ສັບເພເທວາ ມັງປາລະຍັນຕຸ ສັບພະທາ ເອເຕນະ ມັງຄະລະເຕເຊນະ ສັບພະໂສດຖິ ພະວັນຕຸເມ ໆ ຄົນທີ່ດວງຕົກ ເຮັດຫຍັງກໍຄັດໆ ຕິດໆ ບໍ່ລາບລື່ນ ດວງຊາຕາບໍ່ດີ ຈິດຕົກ ຈິດໃຈອ່ອນ ຄວນສວດຄາຖາບູຊາດວງຊາຕາ ເພາະເປັນຄາຖາທີ່ມີອະນຸພາບຫລາຍ ໃນການຄຸ້ມຄອງດວງຊາຕາ ພລິກດວງຊາຕາໃຫ້ດີຂື້ນໄດ້ ໂດຍບໍ່ຕ້ອງໄປຮ່ວມທຳພິທີສະເດາະເຄາະ ພຽງແຕ່ສວດຢູ່ທີ່ບ້ານທຸກໆ ວັນ ໂດຍໃຫ້ສວດຕາມກຳລັງວັນດັ່ງນີ້:

Read More

ບຸນເຂົ້າພັນສາ

ບຸນເຂົ້າພັນສາ ວັນເຂົ້າພັນສາ ກົງກັບແຮມ 1 ຄ່ຳ ເດືອນ 8 ປະວັຕວັນເຂົ້າພັນສາ ຄວາມສຳຄັນແລະກິດຈະກັມມາຝາກ ຄືວັນສຳຄັນທາງພຸດທະສາສນານັ້ນຄື “ວັນເຂົ້າພັນສາ” ຊຶ່ງເປັນວັນທີ່ພຣະສົງຄ໌ເຖຣະວາທຈະອະທິສຖານວ່າຈະພັກປະຈຳຢູ່ ທີ່ໃດທີ່ຫນຶ່ງ ຕະຫລອດຣະຍະເວລາລະດູຝົນທີ່ມີກຳຫນົດເປັນຣະຍະເວລາ 3 ເດືອນ ຕາມທີ່ພຣະທັມວິນັຍບັນຍັຕໄວ້ ໂດຍບໍ່ໄປຄ້າງແຮມທີ່ບ່ອນອື່ນ ຫລື ທີຮຽກຕິດປາກກັນໂດຍທົ່ວໄປວ່າ “ຈຳພັນສາ” ນັ້ນເອງ. ປະວັຕວັນເຂົ້າພັນສາ “ເຂົ້າພັນສາ” ແປວ່າ “ພັກຝົນ” ຫມາຍເຖິງ ພຣະພິກຂຸສົງຄ໌ຕ້ອງຢູ່ປະຈຳ ໃນວັດໃດວັດຫນຶ່ງຣະຫວ່າງລະດູຝົນ ໂດຍເຫຕທີ່ພຣະພິກຂຸໃນສມັຍພຸດທະກາລ ມີຫນ້າທີ່ຈະຕ້ອງຈາຣິກໂປດສັຕວ໌ ແລະເຜີຍແຜ່ພຣະທັມຄຳສັ່ງສອນແກ່ປະຊາຊົນໄປໃນທີ່ຕ່າງໆ ບໍ່ຈຳເປັນຕ້ອງມີທີບ່ອນຢູ່ປະຈຳ ແມ່ນໃນລະດູຝົນ ຊາວບ້ານຈຶ່ງຕຳຫນິວ່າໄປຢຽບເຂົ້າກ້າແລະພືດພັນອື່ນໆ ຈົນເສຍຫາຍ ພຣະພຸດທະເຈົ້າຈຶ່ງຊົງວາງຣະບຽບກາຣຈຳພັນສາໃຫ້ພຣະພິກຂຸຢູ່ປະຈຳທີ່ບ່ອນເກົ່າຕລອດ 3 ເດືອນ ໃນຣະດູຝົນ ຄືເຣີ່ມຕັ້ງແຕ່ວັນແຮມ 1 ຄ່ຳ ເດືອນ 8 ຂອງທຸກປີ ຮຽກວ່າ “ປຸຣິມພັນສາ” ຖ້າປີໃດມີເດືອນ 8 ສອງຄັ້ງ(ສອງຫົນ) ກໍ່ເລື່ອນມາເປັນວັນແຮມ 1 ຄ່ຳ ເດືອນແປດຫລັງ…

Read More

ບຸນພຣະເຫວດ

ບຸນພຣະເວສ ຄືບຸນຟັງເທສນ໌ ລຳພຣະເວສຫລືຟັງເທສມະຫາຊາດ ຄືຊາຕໃຫຍ່ ໝາຍເຖິງຊາຕ ທີ່ໃກ້ເຂົ້າມາ ຈະໄດ້ເປັນ ພຣະ ພຸທທະເຈົ້າ ໃນລຳມະຫາຊາຕ ປະກອບດ້ວຍຄາຖາ ໑໐໐໐ ພຣະຄາຖາ ເປັນເຣື່ອງ ຍືດ ຍາວ ຟັງແລ້ວມວ່ນຊື່ນ ໃນທ້ອງເຣື່ອງ ມີຂໍ້ວັດ ປະຕິບັດຫລາຍຢ່າງ ທັງທີ່ເປັນສ່ວນເລິກ ແລະ ຕື້ນ ຟັງແລ້ວ ໃຫ້ເກີດສັດທາ ຄວາມເຫລື້ອມໃສ ບຸນພຣະເວສຫລື ບຸນ ມະຫາຊາຕ ນິຍົມກັນເຮັດໃຫ້ຍາມເດືອນສີ່ ຈະເປັນ ຂ້າງຂື້ນຫລືຂ້າງແຮມກໍໄດ້. ສະນັ້ນ, ບຸນນີ້ຈິ່ງເອີ້ນກັນອີກຢ່າງນຶ່ງວ່າບຸນເດືອນ ສີ່ ກໍຄືບຸນ ພຣະເວສນັ້ນເອງ ກາຣ ເອົາບຸນພຣະເວສນັ້ນ ຊາວພຸດລາວ ເຮົາໄດ້ທຳກັນມາເຫິງນານ ຈົນເປັນປະເພນີແລ້ວ ການຟັງ ນັ້ນ ຈະຮູ້ ເຣື່ອງ ຫລືບໍ່ຮູ້ເຣື່ອງຖືວ່າໄດ້ບຸນໂລດ ທັງພຣະຜູ້ເທສນ໌ ກໍຕາມມີຕາມໄດ້ ລາງເທື່ອບໍ່ໄດ້ຂໍ້ໄດ້ຄວາມ ທັງນີ້ເພາະ ບໍ່ໄດ້ຝຶກ ແອບໃຫ້ ຂື້ນໃຈ ບໍ່ໜຳບ້ານນອກລາງບ້ານ…

Read More

ກົດແຫ່ງກຳທີ່ມະນຸດຕ້ອງພົບເຈີ (40 ຂໍ້)

ເລື່ອງຂອງກົດແຫ່ງກຳ ເປັນສິ່ງທີ່່ທຸກຕ້ອງພົບເຈີເລື່ອຍໆ ແລະ ຈະເຮັດແນວໃດເພື່ອຫລຸດກຳນັ້ນລົງ.  1. ກຳນທີ່ບໍ່ມີລູກ ເວນກຳຈາກ: ຈາກການທຳຮ້າຍລູຸກຂອງສັດອື່ນ, ພັດພາກສັດອື່ນຈາກພໍ່ແມ່ຂອງພວກເຂົາ ຫລື ເຄີຍຂົ່ມເຫ່ງລູກຂອງຄົນອື່ນ. ຫຼຸດຜ່ອນກຳ:  ດ້ວຍການຢຸດກິນຊີ້ນສັດທຸກໆ 7 ວັນໃນທຸກໆ ເດືອນ, ທຳບູນປ່ອຍປາ, ປ່ອຍນົກປ່ອຍກາ, ທຳບຸນບໍລິຈາກທານ ທີ່ມູນິທິສັດ ຫລື ມຸນິທິສັດອອ່ນ. 2. ເຈັບປ່ວຍເລື່ອຍໆ ຫລື ເປັນໂລກຮ້າຍ ເວນກຳຈາກ:  ເຄີຍທຳທາລຸນກຳຕໍ່ສັດ ຫຸດຜ່ອນກຳ: ດ້ວຍການທຳບຸນທຳທານກັບສັດອານາຖາ, ໃຫ້ອາຫານໃຫ້ຄວາມເມດຕາ, ຊື້ຢາ ຫລື ບໍລິຈາກເງິນໃຫ້ໂຮງໝໍສົງ, ທຳບູຸນປ່ອຍເຕົ່າ, ຢຸດກິນເນື້ອສັດຕະຫລອດຊີວີດ. 3. ຕາບອດ ຫລື ເປັນໂລກຕາ ເວນກຳຈາກ: ເຄີຍທຳຮ້າຍສັດທີ່ດວງຕາ ຫລື ບໍ່ເຄີຍທຳບຸນຕື່ມນ້ຳມັນກະຕຽງໃນຊາດກ່ອນ, ຫລື ເຄີຍທຳລາຍໄຟຟ້າຂອງວັດ ຫລື ຂອງສາທາລະນະ. ຫຸດຜ່ອນກຳ: ຊື້ໂຄມໄຟ ຫລື ຫລອດໄຟຖວາຍວັດ, ຖວາຍທຽນຫໍ່ໃຫ່ຍ, ຖວາຍໄຟສາຍ, ເຕີມນ້ຳມັນກະຕຽງທຸກວັນສິນ,ບໍລິຈາກເງິນໃນກລອ່ງ…

Read More

ບົດສວດໄຊນ້ອຍ (ຈຸລະໄຊຍະມົງຄົນຄາຖາ)

ນະໂມ ເມ ພຸດທະ ເຕຊັສສະ ຣະຕະນະຕະຍະ ທັມມິກາ ເຕຊະປະສິດທິ ປະສີເທວາ ນາຣາຍະປະເມສຸຣາ ສິດທິພຣົຫມາ ຈະ ອິນທາ ຈະ ຈະຕຸໂລກາ ຄຳພີຣັກຂະກາ ສະມຸດທາ ພູຕູງ ຄັງຄາ ຈະ ສະຫຣັມມະ ໄຊຍະ ສິດທິ ພະວັນຕຸເຕ ໄຊຍະ ໄຊຍະ ທະລະນີ ທະລະນີ ອຸທະທິ ອຸທະທິ ນາທິ ນາທິໄຊຍະ ໄຊຍະ ຄະຄົນລະຕົນ ລະນິດສັຍ ນິລັຍສັຍເສນນະ ເມຣຸຣາຊະພົນ ນໍລາຊີໄຊຍະ ໄຊຍະ ຄັມພີຣະ ໂສມພີ ນາເຄນ ທະນາຄີ ປິສາດ ຈະພູຕະກາລີໄຊຍະ ໄຊຍະ ທຸນນິມິດຕາ ໂຣຄີໄຊຍະ ໄຊຍະ ສິງຄີສຸດທາ ທານະມຸຂະຊາໄຊຍະ ໄຊຍະ ວະຣຸນນະ ມຸຂະສາຕາໄຊຍະ ໄຊຍະ ຈັມປາທີນາຄະ…

Read More

ຄໍາຖວາຍຜ້າກະຖິນ

ອິມັງ ພັນເຕ ສະປະຣິວາຣັງ ກະຖິນະຈີວະຣະທຸສສັງ ສັງຄັສສະ ໂອໂນຊະຍາມະ ສາທຸໂນ ພັນເຕ ສັງໂຄ ອິມັງ ສະປະຣິວາຣັງ ກະຖິນະທຸສສັງ ປະຕິກຄັນຫາຕຸ ປະຕິຄຄະເຫຕຕະວາ ຈະ ອິມິນາ ທຸສເສນະ ກະຖິນັງ ອັຕຖະຣະຕຸ ອັມຫາກັງ ທີຄະຣັຕຕັງ ຫິຕາຍະ ສຸຂາຍະຂ້າແຕ່ພຣະສົງຄ໌ຜູ້ຈະເຣີນ ພວກຂ້ານ້ອຍທັງຫລາຍ ຂໍນ້ອມຖວາຍ ຜ້າກະຖິນ ກັບທັງເຄື່ອງບໍຣິວາຣນີ້ ແກ່ພຣະສົງຄ໌ ຂໍພຣະສົງຄ໌ຈົ່ງຮັບ, ເຊິ່ງຜ້າກະຖິນກັບທັງເຄື່ອງບໍຣິວາຣນີ້ ຂອງພວກຂ້ານ້ອຍທັງຫລາຍ ຄັນຮັບແລ້ວ ຈົ່ງກຣາບກະຖິນດ້ວຍຜ້ານີ້ ເພື່ອປະໂຫຍດແລະ ຄວາມສຸກ ແກ່ພວກຂ້ານ້ອຍຕລອດກາລະນານເທີ້ນ ຯ

Read More

ສະຫຼອງ ຫໍແຈກ ສາລາໂຮງທໍາ

ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)ອິມິນາ ສຸຣຸຈິຣັງ ໂສ ອັນພັນເຕ ອິທັງ ສັດຖາ ເຊຕະວະເນ ວິຫະຣັນໂຕ ສຳພະທຸລາ ພິກຂາເວ ທຳມະສາຂາ ກັດສະ ອະນາຖະ ບີນດິກະພຸດທະມາຍິ ໂກ ປັກກະຕິ ນະກະເຖສິຕິ. ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ໃນເລື້ອງການ ກໍ່ສ້າງຫໍແຈກໂຮງທໍາ ໃຫ້ເປັນທີ່ພັກພາອາໄສ ແກ່ພຣະພິກຂຸສາມະເນນ ແລະ ນໍລະຍິງຊາຍທັງຫຼາຍ ຊ່ວຍກັນອຸດໜູນຄ້ຳຈູນ ພຣະພຸດທະ ສາສນາໃຫ້ຖາວອນ ໝັ້ນຄົງ ດ້ວຍສັດທາ ອັນແຮງກ້າຕໍ່ກອງກຸສົນ. ບັດນີ້ການ ກໍສ້າງກໍສໍາເລັດລົງແລ້ວ ໂດຍບໍຣິບູນແຕ່ພຽງເທົ່ານີ້ ກໍເປັນມະຫາກຸສົນ ອັນໃຫຍ່ໄພສານ ນັບວ່າເປັນໂອກາດທີ່ດີ ຈະໄດ້ບໍາເພັນຈາຄະສະລະ…

Read More

ທຳວັດແລງ

2.1    ຄຳບູຊາພຣະຣັຕນະໄຕຣໂຍ ໂສ ພະຄະວາ ອະຣະຫັງ ສັມມາສັມພຸທໂທ,  ພຣະຜູ້ມີພຣະພາຄເຈົ້ານັ້ນພຣະອົງໃດ, ເປັນພຣະອະຣະຫັນ, ດັບໄຟກິເລສ ໄຟທຸກ ໂດຍສິ້ນເຊີງ, ຕັສຮູ້ຊອບໄດ້ໂດຍ ພຣະອົງເອງ;ສວາກຂາໂຕ ເຍນະ ພະຄະວະຕາ ທັມໂມ   ພຣະທັມເປັນທັມອັນພຣະຜູ້ມີພຣະພາຄເຈົ້າພຣະອົງໃດ, ສະແດງໄວ້ດີແລ້ວ;ສຸປະຕິປັນໂນ ຍັສສະ ພະຄະວະໂຕ ສາວະກະສັງໂຄ,   ພຣະສົງສາວົກຂອງພຣະຜູ້ມີພຣະພາຄເຈົ້າພຣະອົງໃດ, ປະຕິບັດດີແລ້ວ;ຕັມມະຍັງ ພະຄະວັນຕັງ ສະທັມມັງ ສະສັງຄັງ, ອິເມຫິ ສັກກາເຣຫິ ຍະຖາຣະຫັງ ອາໂຣປິເຕຫິ ອະພິປູຊາຍາມະ,  ຂ້າພະເຈົ້າທັ້ງຫລາຍ, ຂໍບູຊາຢ່າງຍິ່ງ ຊຶ່ງພຣະຜູ້ມີພຣະພາຄເຈົ້າພຣະອົງນັ້ນ, ພ້ອມທັ້ງພຣະທັມ ແລະ ພຣະສົງ, ດ້ວຍເຄື່ອງສັກກາຣະທັ້ງຫລາຍເຫລົ່ານີ້,ອັນຍົກຂຶ້ນຕາມສົມຄວນແລ້ວຢ່າງໃດ,ສາທຸໂນ ພັນເຕ ພະຄະວະ ສຸຈິຣະປະຣິນິພພຸໂຕປິ,  ຂ້າແຕ່ພຣະອົງຜູ້ຈະເຣີນ,ພຣະຜູ້ມີພຣະພາຄເຈົ້າແມ້ປະຣິນິພານນານແລ້ວ, ຊົງສ້າງຄຸນ ອັນສຳເຣັດປໂຫຍດໄວ້ແກ່ຂ້າພະເຈົ້າທັ້ງຫລາຍ,ປັຈສິມາ ຊະນະຕານຸກັມປະມານະສາ, ຊົງມີພຣະຫະຣຶທັຍອະນຸເຄາະ ແກ່ພວກຂ້າພະເຈົ້າ ອັນເປັນຊົນຮຸ່ນຫລັງ,    ອິເມ ສັກກາເຣ ທຸຄຄະຕະປັນນາກາຣະພູເຕ ປະຕິຄຄັນຫາຕຸ,  ຂໍພຣະຜູ້ມີພຣະພາຄເຈົ້າ ຈົ່ງຮັບເຄື່ອງສັກກາຣະ ອັນເປັນບັນນາການຂອງຄົນຍາກທັ້ງຫລາຍເຫລົ່ານີ້,  ອັມຫາກັງ ທິຄະຣັຕຕັງ…

Read More