ຄໍາໄຫວ້ພຣະເຊົ້າ-ແລງ

ບົດໄຫ້ວຮູບແບບນີ້ແມ່ນນຳໃຊ້ກັນຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ, ແຕ່ເປັນອັນພື້ນຖານ ໝາຍຄວາມວ່ານອກຈາກນີ້ກໍມີບົດສູດອື່ນໆ ທີ່ເຂົ້າເພີ່ມຕື່ມມາສະຫລັບໃສ່ແຕ່ລະວັນ ຄຳບູຊາພຣະຣັຕະນະໄຕຣ ໂຍໂສ ພະຄະວາ ອະຣະຫັງ ສຳມາສຳພຸດໂທ ສວາກຂາໂຕ ເຍນະພະຄະວະຕາ ທຳໂມ ສຸປະຕິປັນໂນ ຍັດສະ ພະຄະວະໂຕ ສາວະກະສັງໂຄ ຕຳມະຍັງ ພະຄະວັນຕັງ ສະທຳມັງ ສະສັງຄັງ ອິເມຫິ ສັກກາເຣຫິ ຍະຖາຣະຫັງ ອາໂຣປີເຕຫິ ອະພິປູຊະຍາມະ ສາທຸໂນພັນເຕ ພະຄະວາ ສຸຈິຣະ ປະຣິນິບພຸໂຕປີ ປັດສິມາ ຊະນະຕານຸກຳປະມານະສາ ອິເມ ສັກກາເຣ ທຸກຄະຕະປັນນາກາຣະພູເຕ ປະຕິຄັນຫາຕຸ ອຳຫາກັງ ທີຄະຣັດຕັງ ຫິຕາຍະ ສຸຂາຍະ ▶ ອະຣະຫັງ ສຳມາສຳພຸດໂທ ພະຄະວາ ພຸດທັງ ພະຄະວັນຕັງ ອະພິວາເທມິ (ຂາບລົງ) ► ສວາກຂາໂຕ ພະຄະວະຕາ ທຳໂມ ທຳມັງ ນະມັດສາມິ (ຂາບລົງ)…

Read More

​ສະ​ມາ​ທານ​ສິ​ລ 8 ປະການ

ໃນ​ງານ​ຮັກ​ສາ​ສິ​ລ 8 ຜູ້​ທີ່​ຈະ​ຮັກ​ສາ​ສິ​ລ ຄວນ​ອາບ​ນ້ຳ​ຊຳ​ຣະ​ກາຍ​ໃຫ້​ບໍ​ຣິ​ສຸດ ແລ້ວ​ນຸ່ງ​ຫົ່ມ​ຜ້າ​ຂາວ ໂສ້ງ​ເສື້ອ​ຂາວ ຈະ​ເປັນ​ການ​ດີ​ທີ່​ສຸດ, ແຕ່​ຖ້າບໍ່​ມີ ບໍ່​ນຸ່ງ​ກໍ​ໄດ້ ແລ້ວ​ຂາບ​ລົງ ສາມ​ຄັ້ງ​ແລ້ວ​ກ່າວ​ວ່າ: ອິມີນາ ສັກກາເຣນະຕັງ ພຸທທັງ ອະພິປູຊະຍາມະ ອະຣະຫັງ ສັມມາສັມພຸທໂທ ພະຄະວາ ພຸທທັງ ພະຄະວັນຕັງ ອະພິວາເທມິ (ຂາບ) ອິມີນາ ສັກກາເຣນະ ຕັງ ທັມມັງ ອະພິປູຊະຍາມະ ສວາກຂາໂຕ ພະຄະວະຕາ ທັມໂມ ທັມມັງນະມັສສາມິ (ຂາບ) ອິມີນາ ສັກກາເຣນະ ຕັງ ສັງຄັງ ອະພິປູຊະຍາມະ ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ສັງຄັງ ນະມາມິ (ຂາບ) ຄຳອາ​ຣາ​ທະ​ນາ​ສິ​ລ 8 ມະ​ຍັງ ພັນ​ເຕ ຕິ​ສະ​ຣະ​ເນ​ນະ ສະ​ຫະ ອັ​ຕ​ຖະສີ​ລາ​ນິ ຍາ​ຈາ​ມະ ທຸຕິຍັມປິ  ມະ​ຍັງ ພັນ​ເຕ ຕິ​ສະ​ຣະ​ເນ​ນະ ສະ​ຫະ ອັ​ຕ​ຖະສີ​ລາ​ນິ…

Read More

ສະຫຼອງ ຜ້າບັງສະກຸນ

ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສັມພຸດທັດສະ (ວ່າ 3 ເທື່ອ)  ອາຍຸ ອາໂຣຄະຍັງ ວັນນັງ ສຸຄະຕັງ ອຸດຈະຖູລິນະຕັງ ຣະຕິໂຍ ປັດຖະຍາເຍນະ ອຸຣາຣາ ອະປະຣະປະຣາ ສັກກັດຈັງ ໂສຕັບໂພຕິ. ໂພນຕາ ສາທະໂວ ດູຣາ ສັບປຸຣິສາ ເຈົ້າທັງຫຼາຍ ຜູ້ມີຄວາມມັກໄຄ່ ຫາຍັງສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕາຜາສາດ ທັງສອງ ຟັງຍັງຜະລະອານິສົງສະ ແຫ່ງການຖວາຍ ອະສາມິກະທານຄື ທອດຜ້າປ່າ ຫຼື ຜ້າບັງສະກຸນຈີວອນ ຜູ້ປະກອບ ໄປດ້ວຍສັດທາ ເຊື່ອໝັ້ນໃນ ຄຸນພຣະຣັດຕະນະໄຕ ກ່າວຄື ພຣະພຸດ ພຣະທຳ ພຣະສົງ ວ່າເປັນສາຣະນະ ທີ່ເພິ່ງອັນປະເສີດ ກຳຈັດໄພ ອັນຕະລາຍໄດ້ຈິງ ທ່ານທັງຫຼາຍໄດ້ພ້ອມກັນ ສະລະຈະຕຸປັດໃຈຄື ຊັບສົມບັດຂອງຕົນ ອອກຊື້ຜ້າແພມາກະທຳເປັນ ຜ້າບັງສະກຸນຈີວອນ….

Read More

ຄຳຖວາຍຜ້າປ່າ

ອິມານິ ມະຍັງ ພັນເຕ ປັງສຸກູລະຈີວະຣານິ ສະປະຣິວາຣານິ ພິກຂຸສັງຄັສສະ ໂອໂນຊະຍາມະ ສາທຸ ໂນພັນເຕ ພິກຂຸສັງໂຄ ອິມານິ ປັງສຸກູລະຈີວະຣານິ ສະປະຣິວາຣານິ ປະຕິກຄັນຫາຕຸ ອັມຫາກັງ ທີຄະຣັຕຕັງ ຫິຕາຍະ ສຸຂາຍະໆຂ້າແຕ່ພຣະຜູ້ຈະເຣີນ ພວກຂ້ານ້ອຍທັງຫລາຍ ຂໍນ້ອມຖວາຍ ຜ້າບັງສະກຸນຈີວອນ (ຜ້າປ່າ) ກັບທັງ ເຄື່ອງບໍຣິວາຣທັງຫລາຍເຫລົ່ານີ້ ແກ່ພຣະພິກຂຸສົງຄ໌ ຂໍພຣະພິກຂຸສົງຄ໌ ຈົ່ງຮັບ. ຊຶ່ງຜ້າບັງສະກຸນຈີວອນ ກັບທັງ ເຄື່ອງບໍຣິວາຣທັງຫລາຍເຫລົ່ານີ້ ຂອງພວກຂ້ານ້ອຍທັງຫລາຍ ເພື່ອປະໂຫຍດ ແລະ ຄວາມສຸກແກ່ພວກຂ້ານ້ອຍທັງຫລາຍ ຕະຫລອດກາລະນານເທີ້ນ ຯ

Read More

ຄໍາສັຕຕະຫະ 

ຄຳສັຕຕະຫະ ແມ່ນຄຳກ່າວທີ່ໃຊ້ໃນຊ່ວງເຂົ້າພັນສາ ເມື່ອພຣະພິຂຸສົງມີຄວາມຈຳເປັນທີ່ຕ້ອງໄປນອນຄ້າງຄືນນອກວັດ. ຕາມພຣະວິໃນແລ້ວໃນຊ່ວງເຂົ້າພັນສາແມ່ນພຣະພິຂຸສົງຕ້ອງໄດ້ຈຳພັນສາຢູ່ແຕ່ໃນວັດ ຫລືວ່າບໍ່ອະນຸຍາດໃຫ້ໄປນອນຄ້າງຄືນນອກຕະຫລອດໄລຍະ 3 ເດືອນ. ໃນກໍລະນີໄປນອນນອກໃນຊ່ວງດັ່ງກ່າວຕ້ອງໄດ້ກ່າວຄຳຕໍ່ໄປນີ້ຫລັງຈາກໄຫວ້ພຣະ-ສວດມົນແລະຄະຣະວະທຳແລ້ວ ກ່ອນມີການອອກເດິນທາງໄປ. ສັຕຕະຫະກະຣະນີຍັງ ກິຈຈັງເມອັດຖີ ຕັສະມາ ມະຍາຄັນຕັພພັງ ອິມັສະມິງ ສັຕຕາຫັນພັນຕະເຣ ນິວັຕຕິສສາມີ (ວ່າ 3 ເທື່ອ).

Read More

ຄຳຢາດນ້ຳອຸທິດສ່ວນກຸສົນ (ຍັງກິມຈິ)

ຍັງກິມຈິ ກຸສະລັງກຳມັງ ກັດຕັບພັງ ກິຣິຍັງມາມະ ກາເຍນະ ວາຈາມະນະສາ ຕິທະເສສຸກຄະຕັງ ກະຕັງ ເຍສັດຕາ ສັນນິໂຍອັດຖິ  ເຍຈະສັດຕາ ອະສັນນິໂຍ ກະຕັງ ປຸນຍະຜະລັງ ໄມຫັງ ສັບເພພາຄີ ພະວັນຕຸເຕ ເຍຕັງກະຕັງ ສຸວິທິຕັງ ທິນນັງປຸນຍະຜະລັງ ມະຍາ ເຍຈະຕັດຖານະ ຊານັນຕິ ເທວາຄັນຕະວາ ນິເວທະຍຸງ ສັບເພໂລກຳຫິເຍສັດຕາ ຊິວັນຕາ ຫາຣະ ເຫດຕຸກາ ມະນຸນຍັງ ໂພສະນັງ ສັບເພ ລະພັນຕຸ ມະມະ ເຈຕະສາ.

Read More

ວິບາກກຳຈາກການຫລິ້ນຊູ້, ຝ່າຝືນສິນຂໍ້ 3, ບາບໜັກ

ທຸກມື້ນີ້ ເລື່ອງຂອງການນອກໃຈ ມີໃຫ້ເຫັນ​ຢູ່​ເລື້ອຍໆ ທັງເລື່ອງຜົວໄປມີເມຍນ້ອຍ, ແອບໄປມີກິກ ຫລື ມີເພດສຳພັນແບບລັບໆ, ລວມທັງລ້ຽງສາວໆ ແບບລັບໆ ທີ່ມັກເຫັນໃນສື່ຕ່າງໆ. ບາງ​ຄົນກໍເຫັນ​ກັນ​ຈົນ​ຮູ້ສຶກ​ຄຸ້ນ​ເຄີຍ​ແລະລຶ່ງໄປແລ້ວ. ເຊິ່ງບັນຫາເຫຼົ່ານີ້ ທີ່​ຈະ​ພາ​ໄປ​ເຖິງ​ບັນ​ຫາ​ທີ່​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ສັງ​ຄົມໂດຍລວມ ​ເຊັ່ນ​: ບັນ​ຫາ​ການ​ຢ່າ​ຮ້າງ​, ບັນຫາເດັກເປັນກໍາພ້າ ເຮັດໃຫ້ເດັກມີບັນຫາ. ນອກນັ້ນ ການປະພຶດຜິດທາງເພດແບບນີ້ ມັນຍັງຖືວ່າເປັນການຜິດສີນຢ່າງຮ້າຍແຮງ. ຜົນສະທ້ອນທີ່ອາດຈະໄດ້ຮັບໃນຊາດນີ້ 1. ໂລກໄພໄຂ້ເຈັບມາຢາມ ການມັກຫລາຍໃນທາງກາມມະລົມ ອາດຈະທຳໃຫ້ເກີດໂລກຕິດຕໍ່ທາງເພດສຳພັນ ລວມທັງຄວາມຄຽດຈາກການສັບຮ່າງຕົວະຍົວະຫຼອກລວງ ຍັງຈະສົ່ງຜົນເສຍຕໍ່ກັບຮ່າງກາຍ ແລະ ມັນສະໝອງ. 2. ແຍກຈາກຄົນທີ່ຮັກແທ້ ດ້ວຍການເປັນຄົນຫລອກລວງ, ບໍ່ຈິງໃຈ, ໃນທີ່ສຸດ ມັນຈະເຮັດໃຫ້ຄົນທີ່ຮັກຕົນເອງແທ້ໆ ຄ່ອຍໆ ຕີຕົວອອກຈາກໄປ, ປ່ອຍປະໃຫ້ຜົວທີ່ນອກໃຈ ຕ້ອງທົນທຸກທໍລະມານກັບຄວາມໂດດດ່ຽວ ເຖິງແມ່ນວ່າມີຄວາມຕ້ອງການຄົນທີ່ມີຄວາມເປັນຫ່ວງເປັນໄຍທີ່ສຸດ 3. ອາດຈະຖືກທໍາຮ້າຍຈາກຄົນອື່ນ ເພາະ​ຄວາມ​ຊົ່ວ​ຮ້າຍ​ທີ່​ໄດ້​ເຮັດ​ກັບ​ຄົນ​ອື່ນ, ຈຶ່ງບໍ່ຕ້ອງສົງໃສເລີຍທີ່ຈະຕ້ອງຖືກປ້ອງຮ້າຍ ຈາກຄົນທີ່ຖືກທຳຮ້າຍມາກ່ອນ. 4. ຖ້າມີລູກ ລູກຈະບໍ່ເຊື່ອຟັງ ດ້ວຍຄວາມທີ່ລູກໄດ້ເຫັນຕົວຢ່າງທີ່ບໍ່ດີ ຈຶ່ງເປັນສາຍເຫດ​ທີ່​ເຮັດ​ໃຫ້​ເດັກ​ນ້ອຍ​ດື້​ດ້ານ, ມີນິໃສຫຍາບຄາຍ ແລະ ບໍ່ໃຫ້ຄວາມນັບຖື 5. ຊີວິດບໍ່ຈະເລີນຮຸ່ງເຮືອງ…

Read More