
ສູນປະຕິບັດທຳ ຫລັກ 38
ສູນແຫ່ງນີ້ຕັ້ງຢູ່ລຽບທາງ 13 ໃຕ້, ຫລັກ 38 ຫລື ຫ່າງຈາກວຽກຈັນປະມານ 38 ກິໂລແມັດ, ເມືອງປາກງື່ມ, ນະຄອນຫລວງວຽງຈັນ
ສູນແຫ່ງນີ້ຕັ້ງຢູ່ລຽບທາງ 13 ໃຕ້, ຫລັກ 38 ຫລື ຫ່າງຈາກວຽກຈັນປະມານ 38 ກິໂລແມັດ, ເມືອງປາກງື່ມ, ນະຄອນຫລວງວຽງຈັນ
ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)ອິມິນາ ສຸຣຸຈິຣັງ ໂສ ອັນພັນເຕ ອິທັງ ສັດຖາ ເຊຕະວະເນ ວິຫະຣັນໂຕ ສຳພະທຸລາ ພິກຂາເວ ທຳມະສາຂາ ກັດສະ ອະນາຖະ ບີນດິກະພຸດທະມາຍິ ໂກ ປັກກະຕິ ນະກະເຖສິຕິ. ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ໃນເລື້ອງການ ກໍ່ສ້າງຫໍແຈກໂຮງທໍາ ໃຫ້ເປັນທີ່ພັກພາອາໄສ ແກ່ພຣະພິກຂຸສາມະເນນ ແລະ ນໍລະຍິງຊາຍທັງຫຼາຍ ຊ່ວຍກັນອຸດໜູນຄ້ຳຈູນ ພຣະພຸດທະ ສາສນາໃຫ້ຖາວອນ ໝັ້ນຄົງ ດ້ວຍສັດທາ ອັນແຮງກ້າຕໍ່ກອງກຸສົນ. ບັດນີ້ການ ກໍສ້າງກໍສໍາເລັດລົງແລ້ວ ໂດຍບໍຣິບູນແຕ່ພຽງເທົ່ານີ້ ກໍເປັນມະຫາກຸສົນ ອັນໃຫຍ່ໄພສານ ນັບວ່າເປັນໂອກາດທີ່ດີ ຈະໄດ້ບໍາເພັນຈາຄະສະລະ…
ຄຳສັຕຕະຫະ ແມ່ນຄຳກ່າວທີ່ໃຊ້ໃນຊ່ວງເຂົ້າພັນສາ ເມື່ອພຣະພິຂຸສົງມີຄວາມຈຳເປັນທີ່ຕ້ອງໄປນອນຄ້າງຄືນນອກວັດ. ຕາມພຣະວິໃນແລ້ວໃນຊ່ວງເຂົ້າພັນສາແມ່ນພຣະພິຂຸສົງຕ້ອງໄດ້ຈຳພັນສາຢູ່ແຕ່ໃນວັດ ຫລືວ່າບໍ່ອະນຸຍາດໃຫ້ໄປນອນຄ້າງຄືນນອກຕະຫລອດໄລຍະ 3 ເດືອນ. ໃນກໍລະນີໄປນອນນອກໃນຊ່ວງດັ່ງກ່າວຕ້ອງໄດ້ກ່າວຄຳຕໍ່ໄປນີ້ຫລັງຈາກໄຫວ້ພຣະ-ສວດມົນແລະຄະຣະວະທຳແລ້ວ ກ່ອນມີການອອກເດິນທາງໄປ. ສັຕຕະຫະກະຣະນີຍັງ ກິຈຈັງເມອັດຖີ ຕັສະມາ ມະຍາຄັນຕັພພັງ ອິມັສະມິງ ສັຕຕາຫັນພັນຕະເຣ ນິວັຕຕິສສາມີ (ວ່າ 3 ເທື່ອ).
ຈູດທູບ 1 ດອກ: ໄຫ້ວສົບຄົນຕາຍ ເຈົ້າທີ່ ວິນຍານທຳມະດາທີ່ບໍ່ແມ່ນເທບຈູດທູບ 2 ດອກ: ໃຊ້ບູຊາເຈົ້າທີ່ຈູດທູບ 3 ດອກ: ໃຊ້ບູຊາພຣະພຸດ ພຣະທຳ ພຣະສົງຈູດທູບ 5 ດອກ: ໃຊ້ບູຊາພຣະຣັຕະນະໄຕຣ ແລະ ທິດທັງຫ້າ ສານພຣະພູມຈູດທູບ 7 ດອກ: ໄຫ້ວພຣະພົມ ບູຊາພຣະອາທິດ ຖືຄະຕິຄຸ້ມຄອງທັງ 7 ວັນໃນສັບປະດາຈູດທູບ 8 ດອກ: ບູຊາເທບພະເຈົ້າຂອງຊາວອີນດູຈູບທູບ 9 ດອກ: ບູຊາແກ້ວ 9 ປະການ ພຣະພຸດທະຄຸນທັງ 9 ແລະ ເທວະຮັກຈູດທູບ 10 ດອກ: ໃຊ້ບູຊາເຈົ້າທີ່ ຕາມຄວາມເຊື່ອຂອງຊາວຈີນບາງກຸ່ມຈູບທູບ 12 ດອກ: ບູຊາເຈົ້າແມ່ກວນອີມ ບູຊາພຣະຄຸນຂອງແມ່ຈູດທູບ 16 ດອກ: ບູຊາເທບຊັ້ນຄູ ຫລື ພິທີກາງແຈ້ງ ທີ່ມີການອັນເຊີນເທວະດາ ທີ່ສຳຄັນໝາຍເຖິງສະຫວັນ 16ຊັ້ນຈູດທູບ…
ການຮັບເຄື່ອງອັນໃດທີ່ມີຄົນເອົາມາຖວາຍ ພຣະພິຂຸສົງ ຕ້ອງໄດ້ກ່າວຄຳຮັບເອົາເຄື່ອງນັ້ນຕາມພາສາບາລີດັ່ງນີ້:
ກ່ອນອື່ນວ່າ: ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸດທັດສະ (3 ເທື່ອ) ຕໍ່ຈາກນັ້ນກໍເວົ້າ: ກາຍະກຳມັງ ວະຈີກຳມັງ ມະໂນກຳມັງ ສັນຈິຈະກຳມັງ ອະສັນຈິຈະກຳມັງ ຂະມັນຕຸເມ ອະໂຫສິກຳມັງ ພະວະຕຸເມ ກຳໃດໆ ບໍ່ວ່າຈະເປັນກາຍະກຳ, ວາຈີກຳ, ມະໂນກຳ ທີ່ຂ້າພະເຈົ້າໄດ້ລ່ວງເກີນແກ່ຜູ້ໃດ ທັງໂດຍຕັ້ງໃຈ ແລະ ບໍ່ໄດ້ຕັ້ງໃຈໃນຊາດພົບໃດກໍ່ຕາມ ຂໍໃຫ້ທ່ານເຈົ້າກຳ-ນາຍເວນທັງຫລາຍ ຈົ່ງໄດ້ຍົກໂທດໃຫ້ເປັນອະໂຫສິກຳແກ່ຂ້າພະເຈົ້າ, ຢ່າໄດ້ຈອງເວນຈອງກຳ ຕໍ່ກັນອີກເລີຍ. ແມ້ແຕ່ກຳໃດ ທີ່ຜູ້ໃດກະທຳຕໍ່ກັບຂ້າພະເຈົ້າ, ຂ້າພະເຈົ້າຂໍອະໂຫສິກຳໃຫ້ທັງໝົດ ຍົກຖວາຍພຣະພຸດທະເຈົ້າເປັນອະໄພຍະທານ ເພື່ອຈະໄດ້ບໍ່ມີເວນຕໍ່ກັນຕະຫລອດໄປ. ດ້ວຍອະນິສົງແຫ່ງອະໄພຍະທານນີ້ ຂໍໃຫ້ຂ້າພະເຈົ້າ ພ້ອມດ້ວຍຄອບຄົວ ພົ້ນຈາກຄວາມທຸກຍາກລຳບາກເຂັ້ນໃຈ, ຄວາມທຸກຢ່າໄດ້ໃກ້, ຄວາມເຈັບໄຂ້ຢ່າໄດ້ມີ, ຂໍຈົ່ງມີແຕ່ຄວາມສຸກສະຫວັດດີມີໄຊ ສະນຽດຈັ່ງໄລ ແລະ ອັນຕະລາຍທັງຫລາຍ ຈົ່ງເສື່ອມສິ້ນຫາຍໄປ, ນຶກຄິດປາດຖະໜາສິ່ງໃດ ທີ່ເປັນໄປໂດຍຊອບປະກອບດ້ວຍທຳແລ້ວ ຂໍໃຫ້ສິ່ງນັ້ນ ຈົ່ງເກີດເປັນຜົນສຳເລັດ ຜົນສຳເລັດ ຜົນສຳເລັດເທີ້ນ.
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສັມພຸດທັດສະ (ວ່າ 3 ເທື່ອ) ພຸດໂທ ໂລເກ ອະນຸດຕະໂຣ ຕິດສະມານັງ ເສດຖັງ ກັບປາຣຸກໂຂ ພຸດໂທ ພະຄະວາ ສາວັດຖີຍັງ ອຸປະນິດສາຍະ ເຊຕະວະເນ ວິຫະຣະຕິຕິ.ໂພນຕາ ສາທະໂວ ດູຣາສັບປຸຣິສະ ເຈົ້າທັງຫຼາຍ ຝູງມີຄວາມ ປາຖນາ ຫາຍັງສຸກ 3 ປະການຄື ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງ ໂສຕະຜາສາດຫູ ທັງສອງຟັງຍັງ ທຳມະເທສະນາ ຜະລະອາ ນິສົງສະ ແຫ່ງການຖວາຍ ກັບປາຣຸກຂັງ ຍັງຕົ້ນກາຣະພຶກ ໃຫ້ເປັນທານ ແກ່ພຣະພິກຂຸສັງຄະເຈົ້າ ຫວັງເອົາບຸນ ເອົາກຸສົນຜົນທານ ໃນປັດຈຸບັນ ແລະ ອະນາຄົດ. ກໍ່ຈະໄດ້ດັ່ງ ຄວາມປາຖນາ ຂອງທ່ານນັ້ນແລ ສາທຸຊົນ ທີ່ມີສັດທາ ໄດ້ສະລະຈະຕຸປັດໄຈ ມາທຳການກໍ່ສ້າງ…