ອະນິສົງຂອງການຖວາຍຢາປີ່ນປົ່ວພະຍາດ

ການຖວາຍຢາປີ່ນປົ່ວພະຍາດ ເປັນບຸນໃຫຍ່ທີ່ຄວນເຮັດເປັນຢ່າງຍິ່ງ  ເພາະການຖວາຍຢາໃຫ້ບຸນຫລາຍ. ຖ້າຜູ້ໃດບໍ່ຢາກເຈັບໄຂ້ໄດ້ປ່ວຍ ຫລື ບໍ່ຢາກທໍລະມານຈາກການເປັນພະຍາດທີ່ຮ້າຍແຮງ ຄວາມສ້າງບຸນນີ້ໃຫ້ເປັນອາຈິດສກຳ ຫລື ທຳບຸນປະເພດນີ້ເລືື່ອຍໆ. ດັ່ງເລື່ອງຄວາມເປັນມາຂອງ ພຣະພາກຸນເຖຣະ ພຣະອະຣະຫັນຜູ້ເປັນເລີດທີ່່ມີອາພາດໜ້ອຍ (ເຈັບໄຂ້ໜ້ອຍ) ເພາະອາດີດຊາດ ທ່ານໄດ້ຖວາຍຢາແກ່ ພຣະສໍາມາສໍາພຸດທະເຈົ້າ ອະໂນມທັສສີ ແລະ ຖວາຍຢາແກ່ ຄະນະພິຂຸສົງໃນຍຸກຂອງ ພຣະວິປັສສີພຸດທະເຈົ້າ. ດ້ວຍເຫດນີ້ ບຸນຈຶ່ງສົ່ງຜົນໃຫ້ພຣະພາກຸນເຖຣະ ມີອາຍຸຍືນຍາວເຖິງ 160ປີ, ບໍ່ອາພາດ ຫລື ບໍ່ປວ່ຍໄຂ້ເລີຍ ຊຶ່ງເອື່ອອໍານວຍຕໍ່ການປະຕິບັດທໍາມະຂອງທ່ານຢ່າງຫລວງຫລາຍ. ອີກທັງອານິສົງຈາກການຖວາຍຢາປີ່່ນປົວພະຍາດ ຍັງມີປະກົດຊັດແຈ້ງຢູ່ໃນ ພຣະໄຕປີດົກ ເຫລັ້ມ 32, ພຣະສຸດຕັນຕະປິດົກ ເຫລັ້ມ 24, ຂຸດທົກນິກາຍ ອະປະທານ ພາກ 1 ປິລິນທະວັກທີ 40, ປິລິນທະວັຈສເຖຣາປະທານທີ 1 (391). ຊຶ່ງຈະຂໍແບ່ງເປັນຂໍ້ໆ ລຸ່ມນີ້. ອະນິສົງ 10 ປະການຈາກການຖວາຍຢາປີ່ນປົ່ວພະຍາດ ຂໍ້ມູນຈາກເວບໄຊ https://www.kalyanamitra.org/

Read More

ຂໍ້ຫ້າມສຳລັບຊາວພຸດ

“ສິນ 5” ເປັນຂໍ້ປະຕິບັດຂອງຊາວພຸດທີ່ຮູ້ຈັກກັນດີ. ຊື່ງພຣະພຸດທະເຈົ້າໄດ້ໃຫ້ໄວ້ເປັນຫຼັກການໃຫ້ແກ່ສາສະນິກະຊົນ ເພື່ອຍຶດໝັ້ນ ແລະ ປະຕິບັດຕາມ ດັ່ງຕໍ່ໄປນີ້.

Read More

ອຸໂບສົດສິນແມ່ນຫຍັງ?

ອຸໂບສົດສິນ ຄືຂໍ້ປະຕິບັດສຳລັບການພັດທະນາຕົນເອງໃຫ້ສູງຂື້ນໄປ ເຊັ່ນດຽວກັບການຖືສີນ 8. ອຸບາສົກອຸບາສິກາ ຈະສະມາທານຮັກສາສິນເປັນປະຈຳໃນວັນສິນ ຄືມື້ຂື້ນ-ແຮມ 8 ແລະ 15ຄ່ຳ ຫລື ວັນສິນນັ້ນເອງ, ມີອົງສິກຂາບົດ ແລະ ອົງແຫ່ງສິນເໝືອນກັນ ຕ່າງກັນແຕ່ຄຳອາຣາທະນາ ຄຳສຳມະທານ ແລະ ກາລະເວລາທີ່ກຳນົດເທົ່ານັ້ນ. ອຸໂບສົດສີນ ແປວ່າ ການເຂົ້າຢູ່ ຫລື ການເຂົ້າຈຳສິນ ຊຶ່ງມີເວລາກຳນົດ ເຊັ່ນ: ໜຶ່ງວັນກັບໜຶ່ງຄືນໂດຍກຳນົດເອົາອາລຸນແຫ່ງວັນຣຸ່ງຂື້ນ ຫລື ເວລາໃກ້ພຣະອາທິດຈະຂື້ນ ຊຶ່ງມີສອງໄລຍະຄື: ມີແສງຂາວເຮື່ອໆ (ແສງເງິນ) ແລະ ແສງແດງ (ແສງທອງ) ໃນເວລາຮຸ່ງເຊົ້າເປັນການໝົດເຂດການສະມາທານ ຫລື ໝົດເວລາການຮັກສາອຸໂບສົດສິນ. ສ່ວນການຖືສິນ 8 ບໍ່ໄດ້ມີເວລາກໍານົດ ສາມາດຮັກສາໄດ້ຕະຫລອດເວລາ. ການສຳມະທານອຸໂບສົດສິນ ຈະສະມາທານຮ່ວມກັນທຸກຂໍ້ ເອີ້ນວ່າ: ເອກັສສະມາທານ. ດັ່ງການຮັກສາອຸໂບສົດສິນ ຈຶ່ງຕ້ອງຮັກສາທຸກສິກຂາບົດ ຫລື ທຸກຂໍ້ ຖ້າຂາດຂໍ້ໃດໄປກໍຖືວ່າສິນຂາດຈາກຄວາມເປັນຜູ້ຮັກສາອຸໂບສົດສິນ. ປະເພດຂອງອຸໂບສົດສິນ ອຸໂບສົດສິນ ແບ່ງອອກຕາມຊ່ວງເວລາໃນການຮັກສາສິນເປັນ 3…

Read More

ບົດໄຫວ້ພຣະຕອນແລງ ພ້ອມວິດີໂອທຽບສຽງ

2.1    ຄຳບູຊາພຣະຣັຕນະໄຕຣໂຍໂສ ພະຄະວາ ອະຣະຫັງ ສັມມາສັມພຸທໂທ,  ສວາກຂາໂຕ  ເຍນະ ພະຄະວະຕາ ທັມໂມ,  ສຸປະຕິປັນໂນ ຍັສສະ ພະຄະວະໂຕ ສາວະກະສັງໂຄ,  ຕັມມະຍັງ ພະຄະວັນຕັງ ສະທັມມັງ ສະສັງຄັງ,  ອິເມຫິ ສັກກາເຣຫິ ຍະຖາຣະຫັງ ອາໂຣປິເຕຫິອະພິປູຊາຍາມະ,  ສາທຸໂນພັນເຕ ພະຄະວະ ສຸຈິຣະປະຣິນິພພຸໂຕປິ,  ປັຈສິມາ ຊະນະຕານຸກັມປະມານະສາ,  ອິເມສັກກາເຣ ທຸຄຄະຕະປັນນາກາຣະພູເຕ ປະຕິຄຄັນຫາຕຸ, ອັມຫາກັງ ທິຄະຣັຕຕັງ ຫິຕາຍະ ສຸຂາຍະ.   2.2   ຄຳນະມັດສະການອະຣະຫັງ ສັມມາສັມພຸທໂທ ພະຄະວາ,  ພຸທທັງພະຄະວັນຕັງ ອະພິວາເທມິ  ( ຂາບລົງ 1 ຄັ້ງ ) ສວາກຂາໂຕ ພະຄະວະຕາ ທັມໂມ,  ທັມມັງ ນະມັສສາມິ  ( ຂາບລົງ 1 ຄັ້ງ ) ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ, …

Read More

ສີນສຳລັບພຣະພິຂຸສົງ (227 ຂໍ້)

ສິນ 227ຂໍ້ ເປັນສີນຫລືຂໍ້ຫ້າມຂອງພຣະພິຂຸສົງ ເຖຣະວາດ ຕາມພຣະວິໃນບັນຍັດ ຈັດຢູ່ໃນສ່ວນອາທິພົມະຈາຣິຍະກາສິກຂາ. ສິນ 227 ເປັນສິກຂາບົດໃນພຣະປະຕິໂມກ ທີ່ພຣະພຸດທະເຈົ້າຊົງວາງຂໍ້ກຳນົດໄວ້ບໍ່ໃຫ້ລະເມີດ ເພື່ອຄວາມເປັນລະບຽບຮຽບຮ້ອຍຂອງຄະນະສົງ ແລະ ເພື່ອເປັນຂໍ້ປະຕິບັດພື້ນຖານ ອັນເອື້ອເຝື້ອຕໍ່ການປະພຶດພົມມະຈັນຂອງພຣະພິຂຸສົງ, ມີໂທດໃນການລ່ວງລະເມີດຮ້າຍແຮງທີ່ສຸດເຖິງຂັ້ນປາຣາສຶກ ຫລື ຂາດຈາກການເປັນພຣະສົົງ. ສິນ 227 ຫລື ພຣະວິໄນ ຜູ້ກະທຳຜິດສິນເອີ້ນວ່າ: ລ່ວງພຣະວິໃນ ເປັນອາບັດ ລະດັບຊັ້ນຕ່າງໆ ຕາມຄວາມ ໜັກເບົາ ສາມາດແບ່ງລະດັບຄວາມອາບັດອອກໄດ້ເປັນລຳດັບຂັ້ນ ຕັ້ງແຕ່ຂັ້ນຮ້າຍແຮງຈົນຮອດເບົາທີ່ສຸດ. ໃນອາບັດລະດັບເບົາຈະຕ້ອງມີການເປີດເຜີຍຄວາມຜິດ ເຊັ່ນ: ປາຈິດຕິ ສາມາດແກ້ໄດ້ໂດຍກ່າວສະແດງຄວາມຜິດຂອງຕົນ ກັບພຣະພິຂຸສົງອື່ນ ເພື່ອເປັນການສະແດງເຖິງຄວາມສຳນຶກຜິດ ແລະ ເພື່ອຈະຕັ້ງໃຈປະພຶດຕົນໃໝ່ ຫລື ເອີ້ນວ່າ ການສະແດງອາບັດ. ການປົງອາບັດ ແຕ່ຖ້າເຖີງຂັ້ນປາຣາສຶກ ຍ່ອມຂາດຈາກການເປັນພຣະ ແລະ ບໍ່ສາມາດບວດເປັນພຣະສົງໄດ້ອີກ. ປາຣາຊຶກ 4 ຂໍ້ ສັງຂາທິເສດ ມີ 13 ຂໍ້ ອະນິຍະຕະກັນ ມີ 2…

Read More

ບຸນພຣະເຫວດ

ບຸນພຣະເວສ ຄືບຸນຟັງເທສນ໌ ລຳພຣະເວສຫລືຟັງເທສມະຫາຊາດ ຄືຊາຕໃຫຍ່ ໝາຍເຖິງຊາຕ ທີ່ໃກ້ເຂົ້າມາ ຈະໄດ້ເປັນ ພຣະ ພຸທທະເຈົ້າ ໃນລຳມະຫາຊາຕ ປະກອບດ້ວຍຄາຖາ ໑໐໐໐ ພຣະຄາຖາ ເປັນເຣື່ອງ ຍືດ ຍາວ ຟັງແລ້ວມວ່ນຊື່ນ ໃນທ້ອງເຣື່ອງ ມີຂໍ້ວັດ ປະຕິບັດຫລາຍຢ່າງ ທັງທີ່ເປັນສ່ວນເລິກ ແລະ ຕື້ນ ຟັງແລ້ວ ໃຫ້ເກີດສັດທາ ຄວາມເຫລື້ອມໃສ ບຸນພຣະເວສຫລື ບຸນ ມະຫາຊາຕ ນິຍົມກັນເຮັດໃຫ້ຍາມເດືອນສີ່ ຈະເປັນ ຂ້າງຂື້ນຫລືຂ້າງແຮມກໍໄດ້. ສະນັ້ນ, ບຸນນີ້ຈິ່ງເອີ້ນກັນອີກຢ່າງນຶ່ງວ່າບຸນເດືອນ ສີ່ ກໍຄືບຸນ ພຣະເວສນັ້ນເອງ ກາຣ ເອົາບຸນພຣະເວສນັ້ນ ຊາວພຸດລາວ ເຮົາໄດ້ທຳກັນມາເຫິງນານ ຈົນເປັນປະເພນີແລ້ວ ການຟັງ ນັ້ນ ຈະຮູ້ ເຣື່ອງ ຫລືບໍ່ຮູ້ເຣື່ອງຖືວ່າໄດ້ບຸນໂລດ ທັງພຣະຜູ້ເທສນ໌ ກໍຕາມມີຕາມໄດ້ ລາງເທື່ອບໍ່ໄດ້ຂໍ້ໄດ້ຄວາມ ທັງນີ້ເພາະ ບໍ່ໄດ້ຝຶກ ແອບໃຫ້ ຂື້ນໃຈ ບໍ່ໜຳບ້ານນອກລາງບ້ານ…

Read More

ຄຳຖວາຍຜາສາດເຜີ້ງ

ມະຍັງ ພັນເຕ ອິມັງ ສະປະຣິວາຣັງ ມະທຸປຸບຜະປາສາທັງ ອິມັສມິງ ວິຫາເຣ ພິກຂຸສັງຄັສສະ ໂອໂນຊະຍາມະ ສາທຸໂນ ພັນເຕ ພິກຂຸສັງໂຄ ອິມັງ ສະປະຣິວາຣັງ ມະທຸປຸບຜະປາສາທັງ ປະຕິກຄັນຫາຕຸ ອັມຫາກັງ ທີຄະຣັຕຕັງ ຫິຕາຍະ ສຸຂາຍະ.ຂ້າແຕ່ພຣະພິກຂຸສົງຄ໌ຜູ້ຈະເຣີນ ພວກຂ້ານ້ອຍທັງຫລາຍ ຂໍນ້ອມຖວາຍ ຜາສາດດອກເຜີ້ງ ກັບທັງເຄື່ອງບໍຣິວາຣເຫລົ່ານີ້ ແກ່ ພຣະພິກຂຸສົງຄ໌ ຂໍພຣະພິກຂຸສົງຄ໌ ຈົ່ງຮັບ ເຊິ່ງຜາສາດດອກເຜີ້ງ ພ້ອມທັງເຄື່ອງບໍຣິວາຣເຫລົ່ານີ້ ຂອງພວກຂ້ານ້ອຍທັງຫລາຍ ເພື່ອປະໂຫຍດ ແລະ ຄວາມສຸກແກ່ພວກຂ້ານ້ອຍທັງຫລາຍ ຕລອດກາລະນານເທີ້ນ ຯ

Read More

ວິປັດສະນາກຳມະຖານ

ວິປັດສະນາ ເປັນວິທີປະຕິບັດເພື່ອເກີດການປ່ຽນແປງຕົນເອງ ຜ່ານຂະບວນການສັງເກດຕົນເອງ ທີ່ເນັ້ນເຖິງການປະຕິສຳພັນຢ່າງເລິກຊຶ້ງ ລະຫວ່າງກາຍກັບຈິດໃຈ ໂດຍໃຫ້ຄວາມສຳຄັນກັບການສັງເກດຄວາມຮູ້ສຶກທາງກາຍທີ່ສຳພັນກັບຄວາມຮູ້ສຶກທາງຈິດໃຈຢ່າງຕໍ່ເນື່ອງ. ວິປັດສະນາ ເປັນເໝືອນດັ່ງການເດີນທາງສຳຫລວດ ແລະ ສັງເກດຕົນເອງສູ່ລະດັບທີ່ເລິກທີ່ສຸດຂອງກາຍແລະໃຈ ເພື່ອຊຳລະຈິດໃຈໃຫ້ບໍລິສຸດແລະສົ່ງຜົນໃຫ້ຈິດໃຈສົມດູນເຕັມໄປດ້ວຍຄວາມຮັກຄວາມເມດຕາ. ກົດທາງດ້ານວິທະຍາສາດທີ່ກ່ຽວກັບຄວາມຄິດ, ຄວາມຮູ້ສຶກທາງກາຍແລະໃຈ, ການຕັດສິນໃຈກາຍເປັນເລື່ອງທີ່ຊັດເຈນຂື້ນມາຈາກປະສົບການໂດຍກົງຂອງຜູ້ປະຕິບັດ. ຜູ້ປະຕິບັດເລີ່ມເຂົ້າໃຈເຖິງທຳມະຊາດທີ່ມີການຈະເລີນຂື້ນຫລື ເສື່ອມຖອຍ ການເກີດທຸກ ຫລື ການຫລຸດພົ້ນຈາກຄວາມທຸກ. ດັ່ງນັ້ນ ຈຶ່ງສາມາດດຳເນີນຊີວິດໄປຢ່າງມີສະຕິ ບໍ່ຫລົງຜິດ ຄວບຄຸມຕົນເອງໄດ້ ແລະ ມີຄວາມສຸກ. ຕາມຫລັກສູດຜູ້ເຂົ້າອົບຮົມຈະຕ້ອງປະຕິບັດຢ່າງໜັກແລະຈິງຈັງ. ຫລັກສູດທັງໝົດມີສາມຂັ້ນຕອນ, ຂັ້ນຕອນທຳອິດຄື ການຖືສິນຫ້າ ຕະຫລອດຫລັກສູດ ຄື: ເວັ້ນຈາກການຂ້າສັດ, ລັກຊັບ, ປະພຶດຜິດໃນກາມ, ຂີ້ຕົວະແລະເສບຂອງມື່ນເມົາ. ສິນທັງຫ້າຂໍ້ນີ້ ຈະຊ່ວຍໃຫ້ຈິດໃຈຂອງຜູ້ປະຕິບັດສະຫງົບຂື້ນ ບໍ່ດັ່ງນັ້ນຈິດໃຈຈະກະວົນກະວາຍເກີນກວ່າຈະສັງເກດຕົນເອງໄດ້. ຂັ້ນຕອນຕໍ່ໄປຄືການພັດທະນາສະມາທິ ໂດຍການຮຽນຮູ້ທີ່ຈະມີສະຕິຈົດຈໍຢູ່ກັບຄວາມຈິງຕາມທຳມະຊາດຂອງການໄຫລຂອງລົມຫາຍໃຈ ທີ່ປ່ຽນແປງຕະຫລອດເວລາຂະນະຫາຍໃຈເຂົ້າແລະຫາຍໃຈອອກຜ່ານຮູດັງ. ເມື່ອຮອດວັນທີສີ່ ຈິດຈະສະຫງົບແລະມີສະມາທິຫລາຍຂື້ນ ຜູ້ເຂົ້າອົບຮົມສາມາດເລີ່ມປະຕິບັດວິປັດສະນາ ໂດຍສັງເກດຄວາມຮູ້ສຶກທົ່ວຮ່າງກາຍ ພ້ອມທັງເຂົ້າໃຈທຳມະຊາດຂອງມັນແລະພັດທະນາອຸເປກຂາ (ວາງເສີຍ)ຕໍ່ຄວາມຮູ້ສຶືກທີ່ເກີດຂື້ນ ໂດຍຮຽນຮູ້ທີ່ຈະບໍ່ຕອບສະໜອງ. ໃນວັນສຸດທ້າຍຜູ້ເຂົ້າອົບຮົມ ຈະໄດ້ຮຽນຮູ້ເຖິງການປະຕິບັດເມດຕາພາວະນາ ເພື່ອແບ່ງປັນຄວາມບໍລິສຸດທີ່ພັດທະນາຂື້ນຕະຫລອດຫລັກສູດແກ່ສັບພະສັດທັງຫລາຍ. ການປະຕິບັດທັງໝົດນີ້ ເປັນການຝຶກຈິດຢ່າງແທ້ຈິງ ເຊັ່ນດຽວກັບການທີ່ເຮົາອອກກຳລັງກາຍ ເພື່ອໃຫ້ມີສຸຂະພາບຮ່າງກາຍທີ່ແຂງແຮງ….

Read More