


ກຸສົນລະກຳມະບົດແມ່ນຫຍັງ?
ກຸສົນລະກຳມະບົດ ແມ່ນທາງແຫ່ງກຳດີ, ທາງທຳດີ, ທາງແຫ່ງກຳທີ່ເປັນກຸສົນ ກຳດີອັນເປັນທາງນຳໄປສູ່ຂະຕິມີ 10 ຢ່າງຄື:

ບັງສຸກຸລຕາຍ-ເປັນ
ບັງສຸກຸລຕາຍ-ເປັນ ເປັນບົດສູດທີ່ໃຊ້ໃນງານສູດອະພິທຳສົບ (ຄົນຕາຍ) ແລະ ຢູ່ພິທີສົງສະການ.

ຄາຖາສະເດາະເຄາະ (ຕໍ່ອາຍຸ)
(ໃຫ້ພາວະນາທຸກເຊົ້າ-ແລງ ຄົນທີ່ດວງຊາຕາບໍ່ຂາດກະໃຊ້ໄດ້ ຖືເປັນການຕໍ່ດວງຊາຕາຊີວິດ ມີອະນຸພາບໃຫ້ເກີດໂຊກລາກ ແລະ ປາສະຈາກອັນຕະລາຍ) ກ່ອນສວດທຸກຄັ້ງຕ້ອງຕັ້ງ ນະໂມ 3 ຈົບກ່ອນ. ອິຕິປິໂສ ພະຄະວາ ພຣະອາທິດເທວາ ວິນຍານະສັມປັນໂນ ອິຕິປິໂສ ພະຄະວາ ພຣະຈັນເທວາ ວິນຍານະສັມປັນໂນ ອິຕິປິໂສ ພະຄະວາ ພຣະອັງຄານເທວາ ວິນຍານະສັມປັນໂນ ອິຕິປິໂສ ພະຄະວາ ພຣະພຸທເທວາ ວິນຍານະສັມປັນໂນ ອິຕິປິໂສ ພະຄະວາ ພຣະພະຫັດເທວາ ວິນຍານະສັມປັນໂນ ອິຕິປິໂສ ພະຄະວາ ພຣະສຸກເທວາ ວິນຍານະສັມປັນໂນ ອິຕິປິໂສ ພະຄະວາ ພຣະເສົາເທວາ ວິນຍານະສັມປັນໂນ ອິຕິປິໂສ ພະຄະວາ ພຣະຣາຫູເທວາ ວິນຍານະສັມປັນໂນ ອິຕິປິໂສ ພະຄະວາ ພຣະເກດເທວາ ວິນຍານະສັມປັນໂນ ອິຕິປິໂສ ພະຄະວາ ອະຣະຫັງ ອິຕິປິໂສ ພະຄະວາ ສັມມາສັມພູທໂທ ອິຕິປິໂສ ພະຄະວາ ວິຊາຈະຣະນະສັມປັນໂນ…

ສະຫຼອງ ຜ້າບັງສະກຸນ
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສັມພຸດທັດສະ (ວ່າ 3 ເທື່ອ) ອາຍຸ ອາໂຣຄະຍັງ ວັນນັງ ສຸຄະຕັງ ອຸດຈະຖູລິນະຕັງ ຣະຕິໂຍ ປັດຖະຍາເຍນະ ອຸຣາຣາ ອະປະຣະປະຣາ ສັກກັດຈັງ ໂສຕັບໂພຕິ. ໂພນຕາ ສາທະໂວ ດູຣາ ສັບປຸຣິສາ ເຈົ້າທັງຫຼາຍ ຜູ້ມີຄວາມມັກໄຄ່ ຫາຍັງສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕາຜາສາດ ທັງສອງ ຟັງຍັງຜະລະອານິສົງສະ ແຫ່ງການຖວາຍ ອະສາມິກະທານຄື ທອດຜ້າປ່າ ຫຼື ຜ້າບັງສະກຸນຈີວອນ ຜູ້ປະກອບ ໄປດ້ວຍສັດທາ ເຊື່ອໝັ້ນໃນ ຄຸນພຣະຣັດຕະນະໄຕ ກ່າວຄື ພຣະພຸດ ພຣະທຳ ພຣະສົງ ວ່າເປັນສາຣະນະ ທີ່ເພິ່ງອັນປະເສີດ ກຳຈັດໄພ ອັນຕະລາຍໄດ້ຈິງ ທ່ານທັງຫຼາຍໄດ້ພ້ອມກັນ ສະລະຈະຕຸປັດໃຈຄື ຊັບສົມບັດຂອງຕົນ ອອກຊື້ຜ້າແພມາກະທຳເປັນ ຜ້າບັງສະກຸນຈີວອນ….


ສະຫຼອງ ພຣະທາດຊາຍ
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສຳພຸດທະທັດສະ (ວ່າ 3 ເທື່ອ).ວາລຸກະເຈຕິຍັນຕິ ອິທັງ ສັດຖາ ປຸບພະຣາເມ ວິຫະຣັນໂຕ ປະເສນະທິໂກສະລັງ ອາຣັບພະ ກະເຖສິຕິ. ໂພນຕາ ສາທະໂວ ດູຣາສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມ ປາຖນາມັກໄຄ່ຫາຍັງສຸກ 3 ປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງ ຟັງຍັງພຣະສັດທຳ ມະເທສນາ ສະຫຼອງຜາລະອານິສົງ ການກໍ່ສ້າງວາລຸກະເຈດີ ພຣະທາດຊາຍ ເພື່ອກະທຳ ໃຫ້ເປັນ ພຸດທະບູຊາ ທຳມະບູຊາ ສັງຄະບູຊາ ແກ່ພຣະຣັດຕະນະໄຕ ດ້ວຍຈິດສັດທາ ປະສັນນະການເຫຼື້ອມໃສ ຫວັງເອົາຄຸນ ພຣະສີຣັດຕະນະໄຕ ເປັນທີ່ເພິ່ງອັນປະເສີດ ເໝືອນກັນກັບບ້ານເຮືອນ ເປັນທີ່ຢູ່ອາໃສ ກັນແດດກັນຝົນ ແລະ ຮີ້ນຍູງເປັນຕົ້ນ ເມື່ອມີສັດທາ ຄວາມເຊື່ອໝັ້ນໃນບຸນກຳ ອັນແນ່ວແນ່ເຖິງພຽງນີ້ ຈະປາຖນາ ຍຶດໜ່ວງເອົາ ສົມບັດຊະນິດໃດ…

ບູນປີໃໝ່ລາວ
ຕຸດສົງການ ຫມາຍເຖິງພະອາທິດໄດ້ເຄື່ອນຍ້າຍຈາກປີເກົ່າເຂົ້າສູ່ປີໃຫມ່, ຕຸດຫມາຍເຖິງຕັດ ຫລື ສິ້ນໃຫ້ຫມົດໄປ, ສົງການ ຫມາຍເຖິງການເຄື່ອນຍ້າຍ ໂດຍເພິ່ນຖືເອົາສຸລິຍະຄະຕິກົງກັບວັນທີ 13-14 ແລະ 15 ຄ່ຳ ເດືອນເມສາຂອງທຸກໆປີເປັນວັນຈັດງານບຸນປີໃຫມ່ລາວ, ຂໍຢ່າຊູເວົ້າ “ກຸດ” ເຊິ່ງມັນມີຄວາມວ່າ ກຸດຫ້ຽນໄປເລີຍ, ທັງແມ່ນພາສາເວົ້າຂອງຈີນ ແລະ ຫວຽດນາມ, ສ່ວນຄຳວ່າ “ຕຸດ” ນັ້ນແມ່ນພາສາເວົ້າເດີມຂອງລາວແທ້. ເພິ່ນເຄີຍເວົ້າມາແຕ່ດຶກດຳບັນ ເຊິ່ງມີຄວາມຫມາຍວ່າ: “ຢຸດຢູ່ກ່ອນ” ສ່ວນສົງການແມ່ນເຄື່ອນຍ້າຍໄປສິ້ນປີເກົ່າແລ້ວສົງການປີໃຫມ່ກ້າວ ເຂົ້າມາແທນຕາມສຸລິຍະຄະຕິ ດັ່ງວ່າ ສົງການ ເປັນມື້ທີຫວ່າງກາງປີເກົ່າກັບປີໃຫມ່ນັ້ນເປັນມື້ຕຸດຢູ່ນີ້ເອງ. ເຫດຜົນ ແລະ ຄວາມເປັນມາຂອງບຸນປີໃຫມ່ລາວ (ບຸນຕຸດສົງການລາວ) ແມ່ນອີງໃສ່ນິທານພື້ນເມືອງ ແຕ່ກ່ອນຍັງມີຊາຍຄົນຫນຶ່ງຊື່ວ່າ: ທຳມະບານກຸມມານ (ຄຳປາລີ = ທຳມະປະລະ) ເປັນລູກຊາຍຂອງມະຫາເສດຖີຢູ່ເມືອງຫນຶ່ງ (ບໍ່ຊາບຊື່) ມີຜາສາດເຈັດຊັ້ນ, ຕັ້ງຢູ່ແຄມແມ່ນ້ຳ, ທຳມະບານການກຸມມານຮຽນຈົບໄຕເພັດ (ມະນຸດ, ສັດ, ສັງຄົມສາດ) ເປັນຄົນຮອບຮູ້ສະຫລາດເປັນນັກປາດອາຈານເກ່ງກ້າ ຊື່ສຽງລືນາມປາກົດໄປທົ່ວພົມມະໂລກ, ເທວະໂລກ, ມະນຸດສະໂລກຈົນສົ່ງຜົນສະທ້ອນຮອດກະບິນລະພົມຜູ້ເປັນເຈົ້າພົມມະ ໂລກ ເຊິ່ງມີຄວາມເກ່ງກ້າສາມາດມີຊື່ສຽງຮຽງນາມເຫມືອນກັນເມື່ອໄດ້ຍິນ…


ສະມາທານສິລ 8 ປະການ
ໃນງານຮັກສາສິລ 8 ຜູ້ທີ່ຈະຮັກສາສິລ ຄວນອາບນ້ຳຊຳຣະກາຍໃຫ້ບໍຣິສຸດ ແລ້ວນຸ່ງຫົ່ມຜ້າຂາວ ໂສ້ງເສື້ອຂາວ ຈະເປັນການດີທີ່ສຸດ, ແຕ່ຖ້າບໍ່ມີ ບໍ່ນຸ່ງກໍໄດ້ ແລ້ວຂາບລົງ ສາມຄັ້ງແລ້ວກ່າວວ່າ: ອິມີນາ ສັກກາເຣນະຕັງ ພຸທທັງ ອະພິປູຊະຍາມະ ອະຣະຫັງ ສັມມາສັມພຸທໂທ ພະຄະວາ ພຸທທັງ ພະຄະວັນຕັງ ອະພິວາເທມິ (ຂາບ) ອິມີນາ ສັກກາເຣນະ ຕັງ ທັມມັງ ອະພິປູຊະຍາມະ ສວາກຂາໂຕ ພະຄະວະຕາ ທັມໂມ ທັມມັງນະມັສສາມິ (ຂາບ) ອິມີນາ ສັກກາເຣນະ ຕັງ ສັງຄັງ ອະພິປູຊະຍາມະ ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ສັງຄັງ ນະມາມິ (ຂາບ) ຄຳອາຣາທະນາສິລ 8 ມະຍັງ ພັນເຕ ຕິສະຣະເນນະ ສະຫະ ອັຕຖະສີລານິ ຍາຈາມະ ທຸຕິຍັມປິ ມະຍັງ ພັນເຕ ຕິສະຣະເນນະ ສະຫະ ອັຕຖະສີລານິ…