ສາສະໜາພຸດ ຫລື ພຸດທະສາສະນາແມ່ນຍຫັງ?

ໂພສລ່າສຸດ
ຄົນເຮົາທີ່ເຈີກັນບໍ່ແມ່ນເລື່ອງ “ບັງເອີນ” ຢູ່ທີ່ “ບຸນ” ທີ່ເຄີຍຮ່ວມເຮັດກັນມາ ເມື່ອມີວາດນາບໍ່ຕ້ອງຮຽກຮ້ອງ ເຖິງເວລາກໍມາເຈີກັນ ບໍ່ວ່າເຮົາໄດ້ພົບເຈີໃຜ ເຂົາເຫລົ່ານັ້ນຄືຄົນທີ່ເຮົາຈະຕ້ອງໄດ້ພົບເຈີ ບໍ່ມີໃຜເຂົ້າມາໃນຊີວິດເຮົາດ້ວຍເຫດບັງເອີນ. ບໍ່ວ່າຈະເກີດເລື່ອງໃດ ໆ ຂຶ້ນໃນຊີວິດເຮົາ ມັນເປັນເລື່ອງທີ່ຈະຕ້ອງເກີດ ບໍ່ວ່າເລື່ອງນັ້ນຈະດີຫລືຮ້າຍ ບໍ່ມີເລື່ອງໃດທີ່ບັງເອີນ ເພາະເຮົາກໍເຄີຍເຮັດຢ່າງນີ້ກັບເຂົາມາກ່ອນເມື່ອອະດີດຊາດ. ເລື່ອງຕ່າງ ໆ ທີ່ເກິດຂື້ນ ເກີດເມື່ອໃດ ທີ່ໃດ ເວລາໃດ ນັ້ນຄືເວລາທີ່ເໝາະສົມທີ່ສຸດແລ້ວ ບໍ່ມີຫຍັງທີ່ບໍ່ຄວນເກີດ ເພາະມັນຕ້ອງເກີດ ຕໍ່ໃຫ້ທ່ານກຽມຕົວ ຫລື ບໍ່ໄດ້ກຽມຕົວ ເມື່ອປັດໄຈເຖິງພ້ອມ ສິ່ງເຫລົ່ານັ້ນກໍຈະເກີດຂຶ້ນໃນທັນທີ. ເມື່ອປັດໄຈຈົບ ຕ້ອງຍອມຮັບວ່າຈົບ ຢ່າໜ່ຽວລັ່ງເລ ຢ່າເອົາແຕ່ອາໄລອາວອນ ຂໍໃຫ້ຮູ້ວ່າເມື່ອສຸດມືສອຍກໍໃຫ້ປ່ອຍມັນໄປ ກ້າຜະເຊີນໃນສິ່ງທີ່ເກິດຂື້ນ ເລື່ອງດີ ໆ ກຳລັງລໍທ່ານຢູ່ຂ້າງໜ້າ. ເຮັດຄວາມດີໃນປັດຈຸບັນໃຫ້ຫລາຍທີ່ສຸດ ແລ້ວບໍ່ຕ້ອງສົນໃຈວ່າເຮົາເຄີຍເຮັດກຳຫຍັງມາແດ່ ເພາະຄິດໄປກໍບໍ່ເປັນປະໂຫຍດ ເຮົາກັບກືນກັບໄປແກ້ໄຂໃນອະດີດບໍ່ໄດ້ແລ້ວ ນອກຈາກເຮັດປັດຈຸບັນໃຫ້ດີທີ່ສຸດ. ເມື່ອສິ້ນວາດນາກໍຕ້ອງຈາກກັນໄປ ລັ່ງເລຢ່າງໃດກໍບໍ່ຢູ່ ດັ່ງນັ້ນ ໃນຕອນທີ່ເຮົາຍັງບໍ່ຈາກກັນ ເຮົາໄດ້ເຮັດຄວາມດີຕໍ່ຄົນທີ່ຢູ່ແວດລ້ອມເຮົາແລ້ວຫລືຍັງ? ເພາະເມື່ອໝົດ “ສັນຍາກຳ” ແລ້ວ ບໍ່ວ່າເຮົາຈະມີເງິນ ຫລື ມີອຳນາດຈົນລົ້ນຟ້າ ກໍບໍ່ສາມາດຮຽກຮ້ອງ ກັບຄືນມາໄດ້ ແລະ ບໍ່ຮູ້ວ່າຈະຈັກພົບຈັກຊາດເຖິງຈະໄດ້ເຈີກັນອີກ.
ດັ່ງທີ່ເຮົາຊາບແລ້ວວ່າ ສິນຫ້າ ເປັນຫລັກທຳພື້ນຖານທາງພຣະພຸດທະສາສະນາ ທີ່ຄົນໃນສາສະນາພຸດຮຽນຮູ້ມາຕັ້ງແຕ່ຍັງນ້ອຍ ແລະ ຊາວພຸດຫລາຍຄົນນຳມາໃຊ້ ໃນການດຳເນີນຊີວິດທີ່ຢຶດຖືກັນມາເປັນເວລາດົນນານ. ມີຫລາຍຄົນອາດຈະຍັງບໍ່ຮູ້ວ່າ ສິນຫ້າກ່ຽວຂ້ອງທາງດ້ານກົດໝາຍເຊັ່ນກັນ ຫລື ເອີ້ນໄດ້ວ່າ ສິນຫ້າກ່ຽວຂ້ອງກັບຊີວິດທາງໂລກແລະທາງທຳ. ໃນສິນຫ້າຂໍ້ທີ່ 1 ໄດ້ບັດຍັດໄວ້ຫ້າມຂ້າສັດ, ແຕ່ຫລາຍຄົນຍັງສົງໃສວ່າ ຖ້າກິນເນື້ອສັດທີ່ຄົນອື່ນຂ້າມາແລ້ວນັ້ນຈະເປັນບາບບໍ່?. ພຣະພຸດທະເຈົ້າໄດ້ອະນຸຍາດໃຫ້ກິນເນື້ອສັດທີ່ບໍລິສຸດໃນສາມກໍລະນີທີ່ບໍ່ເປັນບາບ-ກໍາ ເຊັ່ນ:1. ບໍ່ໄດ້ເຫັນຕອນເຂົາຂ້າສັດນັ້ນເພື່ອມາເປັນອາຫານ2. ບໍ່ໄດ້ຍິນ ວ່່າເຂົາຈະຂ້າສັດນັ້ນມາໃຫ້ຕົນເອງກິນ3. ບໍ່ມີຄວາມສົງໃສວ່າຂ້າສັດນັ້ນມາເພື່ອຕົນເອງ
ພົມວິຫານສີ່ ຄືຫລັກທຳຄອງໃຈທີ່ທຳໃຫ້ຄົນເຮົາປະຕິບັດໃນທາງປະເສີດທັງຕໍ່ຕົນເອງແລະຜູ້ອື່ນ. ພົມວິຫານສີ່ປະກອບໄປດ້ວຍ: ເມດຕາ, ກະລຸນາ, ມຸທິຕາ ແລະ ອຸເປກຂາ.1. ເມດຕາ ຄື ການປາຖະໜາໃຫ້ຜູ້ອື່ນມີຄວາມສຸກ2. ກະລຸນາ ຄືມີຄວາມປາດຖະໜາໃຫ້ຜູ້ອື່ນພົ້ນທຸກ3. ມຸທິຕາ ຄືຍິນດີທີ່ເຫັນຜູ້ອື່ນໄດ້ດີ4. ອຸເປກຂາ ຄືການທຳໃຈໃຫ້ເປັນກາງ, ຮູ້ຈັກປ່ອຍຈັກວາງຫລື ວາງເສີຍ
ເຊື່ອວ່າຊາວພຸດເກືອບທຸກຄົນ ຄົງພໍເຂົ້າໃຈກັນຢູ່ແລ້ວວ່າ ການເຮັດບຸນຄືຫຍັງ? ແລະຄົງມີພາບໃນໃຈ ເຊັ່ນ: ການໄປຕັກບາດ, ຖວາຍພັດຕາຫານໃຫ້ພຣະ, ປ່ອຍປາ, ໃຫ້ອາຫານປາ, ເຮັດບຸນບໍລິຈາກ ແລະ ອີກຫລາຍຢ່າງ. ທັງນີ້ ໃນການເຮັດບຸນທັງຫລາຍທີ່ວ່າມາ ການເຮັດບຸນແບບໃດທີ່ໄດ້ອານິດສົງແຮງ?. ຫາກຈະຕອບຄຳຖາມນີ້ໃຫ້ໄດ້ດີເຮົາກັບມາທີ່ຈຸດເລີ່ມຕົ້ນ ຫລື ຄວາມໝາຍຂອງການເຮັດບຸນກັນກ່ອນດີກວ່າ. ການເຮັດບຸນຄືຫຍັງ?.ການເຮັດບຸນ ໝາຍເຖິງ ການປະກອບໃຫ້ຄວາມດີເກີດຂຶ້ນ ຊຶ່ງມາຈາກຄຳວ່າ “ບຸນ” ທີ່ໝາຍເຖິງ ຄວາມດີ ກົງກັນຂ້າມກັບຄຳວ່າ: ບາບ. ໃນພຣະໄຕຣປິດົກໄດ້ລະບຸວິທີການເຮັດບຸນ ໄວ້ 3 ປະການນຳກັນ ໄດ້ແກ່” ທານໄມ ຫລື ການໃຫ້ທານ ໝາຍເຖິງການສະລະ, ການມອບ, ການບໍລິຈາກສິ່ງຕ່າງ ໆ ໃຫ້ກັບຜູ້ອື່ນ ຫລື ແກ່ສັດອື່ນ. ບໍ່ວ່າຈະເປັນເຮັດບຸນລ້ຽງພຣະ ການຕັກບາດ, ຖວາຍສັງຄະທານ, ການບໍລິຈາກເງິນ ຫລື ສິນຊັບ, ການເຮັດໂຮງທານ ແລະ ການບໍລິຈາກອາຫານ ເປັນຕົ້ນ. ສິນໄມ ຫລື ການຖືສິນ…
ຄົນບູລານເພື່ອແຍກນັກບວດອອກມາເປັນ 4 ປະເພດຄື:1. ອຸປະຊີລິກາ: ບວດມາເພື່ອລ້ຽງຊີວິດ ລ້ຽງປາກ-ລ້ຽງທ້ອງ2. ອຸປະກິລິກາ: ບວດແບບຫລີ້ນໆ ຫົວໆ ເຫັນຄົນອື່ນມາບວດກໍຄິດວ່າ ຄົງຄືຊິມ່ວນ. ບາງຄົນມາບວດໄດ້ພົບເຈີກັບຄົນດີໆ ໝູ່ຄະນະດີໆ ແລ້ວເກີດມີການປ່ຽນແປງແລະສັດທາໃນການບວດນັ້ນ ທັ້ງໆ ຄັ້ງທຳອິດແມ່ນບໍ່ມີສັດທາຫຍັງເລີຍ.3. ອຸປະທູສະກາ: ບວດມາເພື່ອທຳລາຍສາສະນາຄືເອົາທຳມະຂອງພຣະພຸດທະເຈົ້າມາທຳມາຫາກິນ.4. ອຸປະນິດສະລະນາ: ບວດມາເພື່ອອອກຈາກທຸກ, ອອກຈາກໂທດ, ອອກຈາກກິເລດຕັນຫາ, ມຸ້ງໝາຍຕາມຄຳສັ່ງສອນຂອງພຣະສຳມາສຳພຸດທະເຈົ້າ.
ດັ່ງທີ່ເຮົາຊາບແລ້ວວ່າ ພຣະພິຂຸສົງແມ່ນຖືສິນ 227 ຂໍ້ ເຊັ່ນ: ຫ້າມສັນອາຫານຫລັງຈາກ 12 ໂມງທ່ຽງຈົນຮອດມື້ຟ້າແຈ້ງສະຫວ່າງຂອງວັນທັດໄປ, ຫ້າມກິນອາຫານຄ້າງຄືນ, ຫ້າມຮັບເງິນຄຳ, ຫ້າມລັກ, ຫ້າມຖົ່ມນ້ຳລາຍໃສ່ຫຍ້າຂຽວ, ຫ້າມຢືນຖ່າຍເບົາແລະຖ່າຍໜັກ, ຫ້າມລົມກັນໃນເວລາສັນອາຫານ, ຫ້າມສັນເຂົ້າຄຳໃຫ່ຍ, ຫ້າມຍໍ້າອາຫານດັງສຽງ … ເປັນຕົ້ນ. ດັ່ງນັ້ນແຕ່ລະວັນອາດຈະມີການທຳຜິດພຣະວິໃນໄດ້ ແລະ ຕ້ອງໄດ້ສະແດງອາບັດລະຫວ່າງພຣະຕໍ່ພຣະ (ຖ້າບໍ່ປົງອາບັດຈະມີກຳຕິດຕົວແລະເຖິງຂັ້ນຕົກນາລົກອະເວຈີ ຫລື ຜິດຕາມຄວາມຜິດນັ້ນໆ). ວິທີການແມ່ນຜູ້ພັນສາອອ່ນປົງອາບັດກັບຜູ້ພັນສາແກ່, ໂດຍຜູ້ພັນສາແກ່ນັ່ງແລະປະນົມມືນົບ ແລະ ຜູ້ພັນສາອອ່ນປະນົມມືນົບແລະກາບຈຸພື້ນຕໍ່ໜ້າອົງແກ່. ການປະຕິບັດແມ່ນປ່ຽນກັນກ່າວດັ່ງນີ້: ພັນສາອ່ອນວ່າ: ສັພພາຕາ ອາປັຕຕິໂຍ ອາໂຣເຈມີ (ວ່າ 3 ເທື່ອ) ສັພພາຄະ ຣຸລະຫຸກາ ອາປັຕຕິໂຍ ອາໂຣເຈມີ (ວ່າ 3 ເທື່ອ) ອະຫັງ ພັນເຕ ສັມພະຫຸລາ ນານາວັດຖຸກາໂຍ ອາປັດຕິໂຍ ອາປັຊຊິງ ຕາຕຸມຫະມູເລ ປະຕິເທເສມິ. ພັນສາແກ່ຮັບວ່າ: ປັສສະສິ ອາວຸໂສ ຕາອາປັຕຕິໂຍ…
Continue Reading ວິທີປົງ (ສະແດງ) ອາບັດຂອງພຣະພິກຂຸເມື່ອໄດ້ລະເມີດພຣະວິໃນ