ເຂົ້າປະດັບດິນ ກັບ ຄຳສອນພຣະພຸດທະເຈົ້າ ໂດຍ ພຣະມະຫາສິງຫາ ໄຂ່ອຳພອນ

ບຸນເຂົ້າປະດັບດິນ ແມ່ນວັນອຸທິດບຸນກຸສົນໃຫ້ແກ່ບັນພະບຸລຸດ ແລະ ຍາດພີ່ນ້ອງຜູ້ລ່ວງລັບ ໂດຍເອົາອາຫານຄາວຫວານໄປແຈກຍາຍໄວ້ຕາມພື້ນດິນ, ຕົ້ນໄມ້, ກຳແພງວັດ, ໜ້າທາດ ເປັນຕົ້ນ.ໂດຍເຊື່ອວ່າ ຍາດພີ່ນ້ອງຜູ້ຕາຍໄປຈະໄດ້ຮັບເອົາ ນີ້ເປັນຮີດເກົ່າຈາກການນັບຖືຜີ ປະເພນີນັບຖືແບບນີ້ມີມາດົນນານ (ເຊິ່ງມີມາກ່ອນພຸດທະສາສະໜາຈະເຂົ້າມາມີບົດບາດ).“ຜີ” ຄຳນີ້ ນອກຈາກໝາຍເຖິງ ຜີຟ້າ ຜີແຖນ ຜີບ້ານ ຜີເມືອງ ແລະ ຍັງໝາຍເຖິງ ຜີບັນພະບຸລຸດ ຄື: ປູ່ຍ່າຕາທວດ ພໍ່ແມ່ ທີ່ລ່ວງລັບ ຍົກຕົວຢ່າງທາງພາກເໜືອ ໄດ້ຟັງມາວ່າ ເມື່ອເຖິງ ວັນແຮມ 15 ຄ່ຳ ເດືອນ 9 ຊາວບ້ານຈະເອົາອາຫານຄາວຫວານແຕ່ງເປັນພາ ວາງໄວ້ສ່ວນໃດສ່ວນໜຶ່ງທີ່ເໝາະສົມໃນເຮືອນຂອງຕົນເອງ ແລ້ວເອີ້ນ ຜີບັນພະບຸລຸດມາກິນ.ທີ່ອື່ນໆ ຂອງປະເທດເຮົາ ຫຼາຍບ່ອນຍັງນັດກັນເລືອກວັນລ້ຽງຜີປະຈຳປີ ມີການຂ້າຄວາຍ ຂ້າງົວ ຂ້າໄກ່ ເປັນຕົ້ນ ເປັນທຳນຽມຂອງໝູ່ບ້ານ ເມື່ອພຸດທະສາສະໜາເຂົ້າມາມີບົດບາດ ຈຶ່ງສະເໜີແນວຄິດເພື່ອປະຕິບັດໃຫ້ຖືກຕ້ອງແລະເປັນປະໂຫຍດຫຼາຍກວ່າ ໂດຍອະທິບາຍວ່າ ສິ່ງທີ່ບັນພະບຸລຸດ ຈະໄດ້ຮັບຈິງໆນັ້ນ ບໍ່ແມ່ນເຂົ້າປາອາຫານ ແຕ່ເປັນ ”ບຸນ” ຕ່າງຫາກ.ແລ້ວເຮັດແນວໃດຈຶ່ງໄດ້ບຸນ? ບຸນຈະເກີດໄດ້ດ້ວຍການຖວາຍທານແກ່ຜູ້ມີສີນ…

Read More

ພຣະພຸດທະສາສະນາໃນປະເທດລາວ

ໃນພຸດທະສະຕະວັດທີ ໑ ຄືປີ ພ.ສ. ໘ (ກ່ອນ ຄ.ສ. ໕໓໕ ປີ) ພຣະເຈົ້າ ນັນທະເສນ ແຫ່ງ ນະຄອນສີໂຄດຕະບຸນ ແລະພຣະເຈົ້າແຜ່ນດິນທັງ ໔ ພຣ ນະຄອນ ພ້ອມດ້ວຍ ພຣະມະຫາກັດສະປະເຖຣະເຈົ້າ ພຣະອານົນເຖຣະເຈົ້າ ແລະພຣະອະຣະຫັນ ໕໐໐ ອົງ ໄດ້ມາສ້າງອຸບໂມງພຣະທາດພະນົມ ບັນຈຸ ພຣະອຸຣັງ ຄະທາດ (ກະດູກສ່ວນໜ້າເອິກ) ຂອງອົງພຣະບໍຣົມສາສະດາສັມມາສັມພຸດທະເຈົ້າ ທີ່ ດອຍກະປະນະຄິຣີພູກ່ຳພ້າ ມາເຖິງປີ ພ.ສ. ໘໐ (ກ່ອນ ຄ.ສ. ໔໖໓ ປີ) ພຣະ ເຈົ້າຈັນທະບຸຣີປະສິດທິສັກ ແຫ່ງ ນະຄອນສຸວັນນະພູມໜອງຄັນແທເສື້ອນ ພ້ອມ ດ້ວຍພຣະອະຣະຫັນ ໕ ອົງ ໄດ້ສ້າງອຸບໂມງພຣະທາດຫຼວງ ເພື່ອບັນຈຸພຣະບໍຣົມ ສາຣີກະທາດພຣະຄຸຍຫະທາດ) ຂອງອົງພຣະບໍຣົມສາສະດາ ເປັນອັນວ່າ ພຣະ ພຸດທະສາສະນາເຖຣະວາດ ແບບທີ່ພວກເຮົານັບຖືກັນຢູ່ໃນລາວປັດຈຸບັນ ໄດ້ແຜ່…

Read More

ບຸບພະນິມິດແຫ່ງຊີວິດອັນດີງາມ

ຫຼັກທັມ ອັນເປັນຫຼັກປະກັນຂອງຊີວິດ ທີ່ຈະພັດທະນາໄປສູ່ຄວາມເປັນ ມະນຸດທີ່ສົມບູນ ຜູ້ເປັນສັດປະເສີດຢ່າງແທ້ຈິງ ໗ ປະການຄື: 1. ກໍລະຍານະມິຕຕະຕາ ຄວາມມີກັນຍານະມິດ ມິດ ມີເພື່ອນ ສະຫາຍທີ່ດີ ຄົບຫາຄົນທີ່ເປັນແຫຼ່ງແຫ່ງປັນຍາ ແລະແບບຢ່າງທີ່ ດີງາມ. 2. ສີລະສັມປະທາ ຄວາມເຖິງພ້ອມດ້ວຍສີນ ການທາສີນໃຫ້ເຖິງ ພ້ອມ ຕັ້ງຕົນຢູ່ໃນລະບຽບວິໄນ ແລະມີຄວາມປະພຶດທົ່ວໄປທີ່ ດີງາມ. 3. ສັນທະສັມປະທາ ເຖິງພ້ອມດ້ວຍສັນທະ ການທາໍສັນທະໃຫ້ເຖິງ ພ້ອມ ຄວາມໃຝ່ໃຈຢາກຈະທວຽກງານ ໜ້າທີ່ແລະສິ່ງທັງຫຼາຍ ທີ່ກ່ຽວຂ້ອງໃຫ້ດີງາມ ຄວາມໃຝ່ຮູ້ໃຝ່ສ້າງສັນ. 4. ອັຕຕະສັມປະທາ ຄວາມເຖິງພ້ອມດ້ວຍຕົນ ທີ່ເຝິກຝົນດີແລ້ວ ການທຳຕົນ ໃຫ້ເຖິງພ້ອມດ້ວຍຄຸນສົມບັດ ຂອງຜູ້ທີ່ພັດທະນາ ແລ້ວໂດຍສົມບູນ ທັງດ້ານກາຍ ສີນ ຈິດ ແລະປັນຍາ ທີ່ຈະເປັນ ພາວິຕັດ ຄືຜູ້ມີຕົນອັນໄດ້ພັດທະນາແລ້ວ 5. ທິຕຖິສັມປະທາ ຄວາມເຖິງພ້ອມດ້ວຍທິດຖິ ການທາໍທິດຖິໃຫ້ ເຖິງພ້ອມ ການຕັ້ງຢູ່ໃນຫຼັກຄວາມຄິດ ຄວາມເຊື່ອຖືທີ່ຖືກຕ້ອງ…

Read More

ຄຳຖວາຍສັງຄະທານ  (ແບບຍາວ)

          ສຸທິນນັງ  ວະຕະເມ  ທານັງ  ທານັງເມ  ປະລິດສຸດທັງ  ອາສະວັກຂະຍາວະຫັງ  ນິບພານະ ສັງຂາຕັງໂຫຕຸ. ທຸຕິຍັມປິ  ສຸທິນນັງ  ວະຕະເມທານັງ  ທານັງເມ  ປະລິດສຸດທັງ ອາສະວັກຂະຍາວະຫັງ  ນິບພານະ  ສັງຂາຕັງໂຫຕຸ. ຕະຕິຍັມປິ ສຸທິນນັງ  ວະຕະເມທານັງ  ທານັງເມ ປະລິດສຸດທັງ ອາສະວັກຂະຍາວະຫັງ ນິບພານະ  ສັງຂາຕັງ ໂຫຕຸ  ອະນາຄະເຕ  ກາເລ. ວັດຖຸທານ ທີ່ຂ້າພະເຈົ້າໄດ້ໃຫ້ດີແລ້ວ ຂໍຈົ່ງເປັນວັດຖຸທານ ອັນບໍລິສຸດ ເຖິງຄວາມສິ້ນໄປ ແຫ່ງອາສະວະກິເລດ ແລະ ເຄື່ອງດອງສັນດານ ແລະ ຂໍຈົ່ງເຖິງພະນິບພານ ໃນອະນາຄົດຕະການ ເບື້ອງໜ້ານັ້ນເຖິ້ນ. ອິມານິ  ມະຍັງ  ພັນເຕ  ບິນທະປາຕານິ  ພັດຕານິ  ສະປະລິວາລານິ  ພິກຂຸສັງຄັດສະ ໂອໂນຊະຍະມະ  ສາທຸໂນພັນເຕ  ພິກຂຸສັງໂຄ  ອິມານິ  ບິນທະປາຕານິ  ພັດຕານິ  ສະປະລິວາລານິ  ປະຕິກຄັນຫາຕຸ ອັມຫາກັງ ທີຄະລັດຕັງ  ຫິຕາຍະ  ສຸຂາຍະ.  ຂ້າແຕ່ພຣະສົງຜູ້ຈະເລີນ  ພວກຂ້າພະເຈົ້າທັງຫຼາຍ  ຂໍນ້ອມຖວາຍ  ເຊິ່ງເຂົ້າບິນດະບາດ  ແລະພັດຕາຫານ ກັບທັ້ງເຄື່ອງບໍລິວານ ທັງຫຼາຍເຫຼົ່ານີ້  ຂອງພວກຂ້າພະເຈົ້າທັງຫຼາຍ ເພື່ອປະໂຫຍດ  ແລະຄວາມສຸກແກ່ພວກຂ້າພະເຈົ້າທັງຫຼາຍ ສິ້ນການລະນານເຖີ້ນ  ຯ

Read More

ພາຫຸງ (ມົງຄຸນສູດຕັງ)

1. ເອວັມເມ ສຸຕັງ ເອກັງ ສະມະຍັງ ພະຄະວາ ສາວັດຖິຍັງ ວິຫະຣະຕິ ເຊຕະວະເນ ອະນາຖະປິນທິກັດສະ ອາຣາເມ ອະຖະໂຂ ອັນຍະຕະຣາ ເທວະຕາ ອະພິກກັນຕາຍະ ຣັດຕິຍາ ອະພິກກັນຕະວັນນາ ເກວະລະກັບປັງ ເຊຕະວັນນັງ ໂອພາເສຕ໌ວາ ເຍນະ ພະຄະວາ ເຕນຸປະສັງກະມິ ອຸປະສັັງກະມິຕ໌ວາ ພະຄະວັນຕັງ ອະພິວາເທຕ໌ວາ ເອກະມັນຕັງ ອັກຖາສິ ເອກະມັນຕັງ ຖິຕາ ໂຂ ສາ ເທວະຕາ ພະຄະວັນຕັງ ຄາຖາຍະ ອັດຊະພາສິ. 2. ພະຫູ ເທວາ ມະນຸດສາ ຈະມັງຄະລານິ ອະຈິນຕະຍຸງ ອາກັງຂະມານາ ໂສດຖານັງ ພຣູຫິ ມັງຄະລາມຸດຕະມັງ 3. ອະເສວະນາ ຈະ ພາລານັງ ປັນທິຕານັນຈະ ເສວະນາ ປູຊາ ຈະ ປູຊະນີຍານັງ ເອຕັມມັງຄະລະມຸດຕະມັງ 4. ປະຕິຣູປະເທສະວາໂສ ຈະ ປຸບເພ ຈະ…

Read More

ຄຳໃຫ້ພອນຕອນຮັບບຸນ-ຍາຖາສັບພີ

ຍະຖາ ວາຣິວະຫາ ປູຣາ ປະຣິປູເຣນ ຕິສາຄະຣັງ ເອວະເມ ວະອິໂຕທິນນັງ ເປຕານັງ ອຸປະກັປປະຕິ ອິຈສິຕັງ ປັດຖິຕັງ ຕຸມຫັງ ຂິບປະເມ ວະສະມິຊຊະຕຸ ສັບເພ ປູເຣນຕຸສັງກັບປາ ຈັນໂທ ປັນນະຣະໂສ ຍະທາ ມະນີໂຊ ຕິຣະໂສ ຍະຖາໆ ສັບພີຕິໂຍ ວິວັຊຊັນຕຸ ສັບພະໂຣໂຄ ວິນັສສະຕຸ ມາເຕ ພະວັຕຕະວັນຕະລາຍໂຍ ສຸຂີ ທີຄາຍຸໂກ ພະວະ ອະພິວາ ທະນະສິລິສສະ ນິຈຈັງ ວຸທທາປະຈາຍິໂນ ຈັຕຕາໂຣ ທັມມາ ວັດທັນຕິ ອາຍຸວັນໂນ ສຸຂັງ ພະລັງ.

Read More

ສູຕສັພພາສີແລະຍັນທູນ 9 ຊັັ້ນ

ຍັນທູນນິມິຕຕັງ ອະວະມັງຄະລັນຈະໂຍຈາມະນາໂປສະກຸນັສສະສັທໂທ ອັປປະມານັສສະສັທໂທ ທິຄາເທວາ ພະຍັຄຂະນາຄາ ມຸສິກະຫັຕຖິ ພູນາຄະ ລຸທທະສິຫາ ປາປັຄຄະໂຫ ທຸສສຸປິນັງ ອະກັນຕັງ ພຸທທາ ນຸພາເວນະ ວິນາສະເມນຕຸ ອະທິຕທະລະເທວະ ພູເຕຫິ ສັມມັສະມະໂນ ນິທຸກໂຂ ນິໂຣໂທ ສຸຂິໂຕພະໄວຍາຫັງ. ຍັນທູນນິມິຕຕັງ ອະວະມັງຄະລັນຈະໂຍຈາມະນາໂປສະກຸນັສສະສັທໂທ ອັປປະມານັສສະສັທໂທ ທິຄາເທວາ ພະຍັຄຂະນາຄາ ມຸສິກະຫັຕຖິ ພູນາຄະ ລຸທທະສິຫາ ປາປັຄຄະໂຫ ທຸສສຸປິນັງ ອະກັນຕັງ ພຸທທາ ນຸພາເວນະ ວິນາສະເມນຕຸ ຈັນທະລະເທວະ ພູເຕຫິ ສັມມັສະມະໂນ ນິທຸກໂຂ ນິໂຣໂທ ສຸຂິໂຕພະໄວຍາຫັງ. ຍັນທູນນິມິຕຕັງ ອະວະມັງຄະລັນຈະໂຍຈາມະນາໂປສະກຸນັສສະສັທໂທ ອັປປະມານັສສະສັທໂທ ທິຄາເທວາ ພະຍັຄຂະນາຄາ ມຸສິກະຫັຕຖີ ພູນາຄະ ລຸທທະສິຫາ ປາປັຄຄະໂຫ ທຸສສຸປິນັງ ອະກັນຕັງ ພຸທທາ ນຸພາເວນະ ວິນາສະເມນຕຸ ອັງຄາຣລະເທວະ…

Read More

ຄົນເຮົາໄດ້ມາພົບກັນບໍ່ແມ່ນເລື່ອງບັງເອີນ?

ຄົນເຮົາທີ່ເຈີກັນບໍ່ແມ່ນເລື່ອງ “ບັງເອີນ” ຢູ່ທີ່ “ບຸນ” ທີ່ເຄີຍຮ່ວມເຮັດກັນມາ ເມື່ອມີວາດນາບໍ່ຕ້ອງຮຽກຮ້ອງ ເຖິງເວລາກໍມາເຈີກັນ

Read More