ຮັບສິນ 10 ສຳລັບເນນກຽມບວດ

ມະ​ຍັງ ພັນ​ເຕ ຕິ​ສະ​ຣະ​ເນ​ນະ ສະ​ຫະ ທະສະ ສີລານິ ຍາຈາມະ (ວ່າ 3 ເທື່ອ) (ຖ້າຄົນດຽວຂື້ນຕົ້ນວ່າ ‘’ອະຫັງພັນເຕ ວິສູງວິສູງ ແລະ ລົງທ້າຍດ້ວຍ ຍາຈາມິ ’’ ຂ້າແຕ່ ທ່ານຜູ້ຈະເລີນ ຂ້າພະເຈົ້າທັງຫລາຍ ຂໍສະມະທານສີນ 10 ພ້ອມດ້ວຍໄຕສະຣະຄົມ ເພື່ອປະໂຫຍດແຫ່ງການຮັກ ເປັນຂໍ້ໆ. ອະຫັງພັນເຕ, ສະຣະນະສີລັງ ຍາຈາມິ ທຸຕິຍັມປິອະຫັງ ພັນເຕ ສະຣະນະສີລັງ ຍາຈາມິ ຕະຕິຍັມປິອະຫັງ ພັນເຕ ສະຣະນະສີລັວ ຍາຈາມິ ພຣະກ່າວ ແລະ ໃຫ້ຜູ້ຈະບວດເວົ້າຕາມເພື່ອຮັບສີນ: ນະໂມ ຕັສສະ  ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ (ວ່າ 3 ເທື່ອ ) ພຣະກ່າວ: ‘’ ຍະມະຫັງ ວະທາມິຕັງ ວະເທມີ ‘’ ແລະ ໃຫ້ຜູ້ຮັບສີນຕອບວ່າ ‘’…

Read More

ຄຳຖວາຍສັງຄະທານ (ແບບສັ້ນ)

ອິມານິ  ມະຍັງ ພັນເຕ  ພັດຕານິ  ສະປະຣິວາຣານິ  ພິກຂຸສັງຂັດສະ ໂອໂນຊະຍາມະ  ສາທຸໂນພັນເຕ  ພິກຂຸສັງໂຄ.   ອິມານິ ພັດຕານິ  ສະປະຣິວາຣານິ  ປະຕິຄັນຫາຕຸ  ອັມຫາກັງ  ທີຄະຣັດຕັງ  ຫິຕາຍະ  ສຸຂາຍະ ຯ ຂ້າແຕ່ພຣະສົງຜູ້ຈະເລີນ  ຂ້າພະເຈົ້າທັງຫຼາຍ ຂໍນ້ອມຖວາຍ ພັດຕາຫານກັບທັງເຄື່່ອງບໍລິວານທັງຫຼາຍເຫຼົ່ານີ້  ແກ່ພຣະພິກຂຸສົງ  ຂໍພຣະພິກຂຸສົງຈົ່ງຮັບ. ພັດຕາຫານກັບທັງບໍລິວານທັງຫຼາຍເຫົ່ານີ້ ຂອງຂ້າພະເຈົ້າທັງຫຼາຍ ເພື່ອປະໂຫຍດ ແລະ ຄວາມສຸກ ແກ່ຂ້າພະເຈົ້າທັງຫຼາຍ ຕະຫລອດການລະນານເຖີ້ນ  ຯ

Read More

ບຸນກະຖິນ

ເດີມທີຄວາມເປັນມາຂອງງານກະຖິນມີເຣື່ອງເລົ່າວ່າ  ໃນຄັ້ງພຸທກາລມີພິກຂຸຊາວເມືອງປາຖາ 30ອົງຄ໌ ຊຶ່ງເປັນຜູ້ຖື ການຢູ່ປ່າ ການທ່ຽວບິນທະບາດ ນົ່ງຫົ່ມຜ້າບັງສະກຸນ(ຜ້າເກັບຕົກຈາກ ທີ່ຕ່າງໆ ມາປະຕິດປະຕໍ່ ເຮັດເປັນຈີວອນ) ຫລືໃຊ້ ຜ້າ 3ຜືນ (ຜ້າຈີວອນ ສັງຄາຕິ ແລະຜ້າສະບົງ ບໍ່ເກີນກວ່ານັ້ນ) ເດີນທາງ ໄປເຂົ້າເຝົ້າ ພຣະ ພຸດທະເຈົ້າ ແຕ່ເນື່ອງດ້ວຍຫົນທາງໄກ ໄປບໍ່ທັນ ວັນເຂົ້າພັນສາມາເຖິງກ່ອນ ໂດຍເຫລືອລະຍະທາງອີກ 6 ໂຍດ (ປະມານ 96km) ຈິ່ງເຖິງພຣະນະຄອນສາວັດຖີ ຈຶ່ງຈຳໃຈ  ຈຳພັນສາ ທີ່ເມືອງສາເກດ ຕລອດລະຍະ 3 ເດືອນ ມີຄວາມລະນຶກ ເຖິງສົມເດັດພຣະບໍຣົມມະສາສດາຢູ່ ສເມີ.          ເມື່ອອອກພັນສາແລ້ວ ຈິ່ງພາກັນເດີນທາງມາເຝົ້າ ພຣະພຸທທະເຈົ້າທີ່ ວັດເຊຕະວັນມະຫາວິຫາຣ ພຣະນະຄອນສາວັດຖີ ໃນຂະນະທີ່ຜ້າຈີວອນຍັງປຽກ ຊູ່ມດ້ວຍນ້ຳຝົນຢູ່ ຄືຕ້ອງເດີນທາງລຸຍນ້ຳ ລຸຍຕົມ ເພາະ ລະຍະທາງທີ່ເດີນທາງ ໄປນັ້ນ ຝົນຍັງຕົກຫນັກຢູ່ ພິກຂຸເຫລົ່ານັ້ນໄດ້ຮັບ ຄວາມລຳບາກ ເນື່ອງດ້ວຍຜ້າ…

Read More

ພົມວິຫານສີ່ຄືຫລັກທຳຄອງໃຈ

ພົມວິຫານສີ່ ຄືຫລັກທຳຄອງໃຈທີ່ທຳໃຫ້ຄົນເຮົາປະຕິບັດໃນທາງປະເສີດທັງຕໍ່ຕົນເອງແລະຜູ້ອື່ນ. ພົມວິຫານສີ່ປະກອບໄປດ້ວຍ: ເມດຕາ, ກະລຸນາ, ມຸທິຕາ ແລະ ອຸເປກຂາ.1. ເມດຕາ ຄື ການປາຖະໜາໃຫ້ຜູ້ອື່ນມີຄວາມສຸກ2. ກະລຸນາ ຄືມີຄວາມປາດຖະໜາໃຫ້ຜູ້ອື່ນພົ້ນທຸກ3. ມຸທິຕາ ຄືຍິນດີທີ່ເຫັນຜູ້ອື່ນໄດ້ດີ4. ອຸເປກຂາ ຄືການທຳໃຈໃຫ້ເປັນກາງ, ຮູ້ຈັກປ່ອຍຈັກວາງຫລື ວາງເສີຍ

Read More

ຄາຖາບູຊາທ້າວເວດສຸວັນ

ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ) ອິຕິປິໂສ ພະຄະວາ ຍົມມະຣາຊາໂນ ທ້າວເວດສຸວັນໂນ ມໍຣະນັງ ສຸຂັງ ອະຫັງ ສຸຄະໂຕ ນະໂມ ພຸທທາຍະ ທ້າວເວດສຸວັນໂນ ຈາຕຸມະຫາຣາຊິກາ ຍັກຂະພັນຕາພັທພູຣິໂຕ ເວສສະ ພຸສະ ພຸທທັງ ອະຣະຫັງ ພຸທໂທ ທ້າວເວດສຸວັນໂນ ນະໂມ ພຸທທາຍະ

Read More

ຄຳຂໍຂະມາ

ກ່ອນອື່ນວ່າ:  ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາ ສັມພຸດທັດສະ (3 ຈົບ) ຕໍ່ຈາກນັ້ນກໍເວົ້າ: ສັບພັງ ອະປະຣາທັງ ຂະມະຖະເມ ພັນເຕ ອຸກາສະ ທະວາຣັດຕະເຍນະ ກະຕັງ ສັບພັງ ອະປະຣາທັງ ຂະມະຖະເມ ພັນເຕ ອຸກາສະ ຂະມາມິ ພັນເຕ ຫາກຂ້າພະເຈົ້າເຄີຍຈົ່ງໃຈ ຫລື ປະມາດພາດພັ່ງ ລ່ວງເກີນຕໍ່ກັບບິດາ-ມານດາ, ຄູບາອາຈານ, ພຣະພຸດ, ພຣະທຳ, ພຣະອະຣະຫັນທຸກພຣະອົງ, ພຣະອະຣິຍະສົງເຈົ້າ ຕະຫລອດຈົນເຖິງສິ່ງສັກສິດທັງຫລາຍ, ລວມເຖິງຜູ້ມີພະຄຸນ ແລະ ທ່ານເຈົ້າກຳ-ນາຍເວນ ຈະດ້ວຍກາຍ-ວາຈາ-ໃຈ ຂໍໄດ້ໂປດກະລຸນາອະໂຫສິກຳ ແກ່ຂ້າພະເຈົ້ານັບຕັ້ງແຕ່ນີ້ເປັນຕົ້ນໄປຕາບເທົ່າເຂົ້າສູ່ປະລິນິພານດ້ວຍເທີ້ນ.

Read More

ສູຕສັພພາສີແລະຍັນທູນ 9 ຊັັ້ນ

ຍັນທູນນິມິຕຕັງ ອະວະມັງຄະລັນຈະໂຍຈາມະນາໂປສະກຸນັສສະສັທໂທ ອັປປະມານັສສະສັທໂທ ທິຄາເທວາ ພະຍັຄຂະນາຄາ ມຸສິກະຫັຕຖິ ພູນາຄະ ລຸທທະສິຫາ ປາປັຄຄະໂຫ ທຸສສຸປິນັງ ອະກັນຕັງ ພຸທທາ ນຸພາເວນະ ວິນາສະເມນຕຸ ອະທິຕທະລະເທວະ ພູເຕຫິ ສັມມັສະມະໂນ ນິທຸກໂຂ ນິໂຣໂທ ສຸຂິໂຕພະໄວຍາຫັງ. ຍັນທູນນິມິຕຕັງ ອະວະມັງຄະລັນຈະໂຍຈາມະນາໂປສະກຸນັສສະສັທໂທ ອັປປະມານັສສະສັທໂທ ທິຄາເທວາ ພະຍັຄຂະນາຄາ ມຸສິກະຫັຕຖິ ພູນາຄະ ລຸທທະສິຫາ ປາປັຄຄະໂຫ ທຸສສຸປິນັງ ອະກັນຕັງ ພຸທທາ ນຸພາເວນະ ວິນາສະເມນຕຸ ຈັນທະລະເທວະ ພູເຕຫິ ສັມມັສະມະໂນ ນິທຸກໂຂ ນິໂຣໂທ ສຸຂິໂຕພະໄວຍາຫັງ. ຍັນທູນນິມິຕຕັງ ອະວະມັງຄະລັນຈະໂຍຈາມະນາໂປສະກຸນັສສະສັທໂທ ອັປປະມານັສສະສັທໂທ ທິຄາເທວາ ພະຍັຄຂະນາຄາ ມຸສິກະຫັຕຖີ ພູນາຄະ ລຸທທະສິຫາ ປາປັຄຄະໂຫ ທຸສສຸປິນັງ ອະກັນຕັງ ພຸທທາ ນຸພາເວນະ ວິນາສະເມນຕຸ ອັງຄາຣລະເທວະ…

Read More