ການກະທຳແຕ່ຄວາມດີທັງຫຼາຍ ໝາຍເຖິງ ການທໍແຕ່ກຸສົນ ປະພຶດແຕ່ ຄວາມສຸຈະຣິດ ດ້ວຍກາຍວາຈາແລະໃຈ ຄືເມື່ອລະເວັ້ນຈາກການທຳຄວາມຊົ່ວ ທັງປວງແລ້ວ ກໍກະທຳແຕ່ຄວາມດີ ໂດຍການບຳເພັນບຸນກຸສົນທັງຫຼາຍຄື:
1. ທານະມັຍ ການທໍາຄວາມດີທີ່ສຳເລັດເປັນບຸນກຸສົນດ້ວຍການເສຍສະຫຼະ ການໃຫ້ທານ.
2. ສີລະມັຍ ການທໍາຄວາມດີທີ່ສຳເລັດເປັນບຸນກຸສົນ ດ້ວຍການຮັກສາສິນ ຫຼືປະພຶດດີມີວິໄນ.
3. ພາວະນາມັຍ ການທຳຄວາມດີທີ່ສຳເລັດເປັນບຸນກຸສົນ ດ້ວຍການຈະເຣີນ ພາວະນາ ເຝິກອົບຮົມຈິດໃຈ ຈະເຣີນປັນຍາ.
4. ອະປະຈາຍະນະມັຍ ການທຳຄວາມດີທີ່ສຳເລັດເປັນບຸນກຸສົນ ດ້ວຍການປະພຶດອ່ອນນ້ອມຖ່ອມຕົນ.
5. ເວຍຍາວັຈຈະມັຍ ການທໍາຄວາມດີທີ່ສໍາເລັດເປັນບຸນກຸສົນ ດ້ວຍການ ຂົນຂວາຍໃນການທໍາຄຸນງາມຄວາມດີ.
6. ປັຕຕິທານະມັຍ ການທຳຄວາມດີທີ່ສຳເລັດເປັນບຸນກຸສົນ ດ້ວຍການແບ່ງ ສ່ວນແຫ່ງຄວາມດີໃຫ້ແກ່ຜູ້ອື່ນ.
7. ປັຕຕານຸໂມທະນາມັຍ ການທໍາຄວາມດີທີ່ສໍາເລັດເປັນບຸນກຸສົນ ດ້ວຍການຍິນດີໃນຄວາມດີຂອງຜູ້ອື່ນ.
8. ທັມມັສສະວະນະມັຍ ການທຳຄວາມດີທີ່ສຳເລັດເປັນບຸນກຸສົນດ້ວຍການຟັງທັມ ສຶກສາຫາຄວາມຮູ້.
9. ທັມມະເທສະນາມັຍ ການທຳຄວາມດີທີ່ສຳເລັດເປັນບຸນກຸສົນ ດ້ວຍການ ສັ່ງສອນທັມ ໃຫ້ປັນຍາຄວາມຮູ້.