ການກະທຳຈິດໃຈ ໃຫ້ບໍຣິສຸດຂາວສະອາດ ປາສະຈາກກິເລດຄື ປາສະຈາກ ຄວາມໂລບ ຄວາມໂກດ ແລະຄວາມຫຼົງ ມີແຕ່ຄວາມເບີກບານຊຸ່ມຊື່ນໃຈ ມີສຸຂະ ພາບຈິດດີ ການທີ່ທໍາໃຫ້ຈິດໃຈບໍຣິສຸດຂາວສະອາດຜ່ອງໃສ ປາສະຈາກກິເລດ ວັນຫາໄດ້ ໃນເບື້ອງຕົ້ນ ຈະຕ້ອງເຝິກຝົນອົບຮົມຄຸນນະທັມໃຫ້ເກີດມີຂຶ້ນ ໂດຍ ການຈະເຣີນ ພົມວິຫານ ຄືຄຸນນະທັມປະຈໍາຈິດໃຈຂອງຜູ້ປະເສີດ ຜູ້ມີຈິດໃຈຍິ່ງ ໃຫຍ່ກວ້າງຂວາງ ໔ ປະການຄື:
1. ເມດຕາ ຄວາມຮັກຄືຄວາມປາຖະນາດີ ມີມິດໄມຕີ ຕ້ອງການຊ່ວຍເຫຼືອໃຫ້ທຸກຄົນປະສົບປະໂຫຍດສຸກ ຜົນສຳເລັດ ແລະ ຄວາມສຸກ.
2. ກະຣຸນາ ຄວາມສົງສານ ຄືເມື່ອເຫັນຄົນອື່ນທຸກ ຢາກຊ່ວຍເຫຼືອຜູ້ອື່ນໃຫ້ ພົ້ນຈາກຄວາມທຸກ ໃຝ່ໃຈທີ່ຈະປົດເປື້ອງບໍາບັດຄວາມທຸກຍາກເດືອດ ຮ້ອນຂອງຄົນອື່ນແລະສັດທັງປວງ.
3. ມຸທິຕາ ຄວາມເບີນບານຮ່ວມຍິນດີ ເມື່ອເຫັນຜູ້ອື່ນຢູ່ດີມີສຸກ ກໍ່ມີຈິດໃຈ ສົດຊື່ນເບີກບານ ເມື່ອເຫັນເຂົາກະທຳຄຸນງາມຄວາມດີ ປະສົບຜົນສຳ ເລັດກ້າວໜ້າຍິ່ງຂຶ້ນໄປ ກໍມີຄວາມຍິນດີບັນເທີງໃຈດ້ວຍ ພ້ອມທີ່ຈະ ຊ່ວຍເຫຼືອສົ່ງເສີມສະໜັບສະໜູນ.
4. ອຸເບກຂາ ຄວາມມີໃຈເປັນກາງ ຄືເບິ່ງຕາມຄວາມເປັນຈິງ ໂດຍວາງ ຈິດຮຽບສະໝ່ຳສະເໝີ ໝັ້ນຄົງ ທ່ຽງກົງເໝືອນກາຊັ່ງ ເບິ່ງເຫັນການທີ່ ບຸກຄົນຈະໄດ້ຮັບຜົນດີຫຼືຊົ່ວ ສົມຄວນແກ່ເຫດທີ່ຕົນປະກອບ ພ້ອມທີ່ ຈະວິນິດໄສ ວາງຕົນ ແລະປະຕິບັດຕາມຫຼັກການ ເຫດຜົນແລະຄວາມ ທ່ຽງທັມ ‘.