ການເວັ້ນຈາກການທຳຄວາມຊົ່ວທາງກາຍ ຂັ້ນພື້ນຖານ 3 ປະການຄື:
1. ປານາຕິປາຕາ ເວຣະມະນີ ເວັ້ນຈາກການປົງຊີວິດ ເວັ້ນຈາກການຂ້າ ການບຽດບຽນຮ່າງກາຍ ທໍາລາຍຊີວິດ ແຕ່ໃຫ້ມີຄວາມເມດຕາກະຣຸນາ ຊ່ວຍເຫຼືອເກື້ອກຸນກັນ.
2. ອະທິນນາທານາ ເວຣະມະນີ ເວັ້ນຈາກການຖືເອົາສິ່ງຂອງ ທີ່ເຈົ້າຂອງເຂົາ ບໍ່ໄດ້ໃຫ້ ເວັ້ນຈາກການລັກ ສໍ້ໂກງ ລະເມີດກຳມະສິດ ທຳລາຍຊັບສິນ ສົມບັດ ແຕ່ໃຫ້ມີຄວາມເຄົາຣົບກຳມະສິດໃນຊັບສິນຂອງຜູ້ອື່ນ.
3. ກາເມສຸມິຈສາຈາຣາ ເວຣະມະນີ ເວັ້ນຈາກການປະພຶດຜິດໃນກາມ ເວັ້ນຈາກການລະເມີດສິ່ງທີ່ຜູ້ອື່ນຮັກໃຄ່ ຫວງແຫນ ບໍ່ລ່ວງລະເມີດປະເພນີ ທາງເພດ. ການເວັ້ນຈາກການທຳຄວາມຊົ່ວທາງວາຈາ ຂັ້ນພື້ນຖານ
4 ປະການຄື:
1. ມຸສາວາທາ ເວຣະມະນີ ເວັ້ນຈາກການເວົ້າຕົວະຫຼອກລວງ
2. ປີສຸນາຍະ ວາຈາຍະ ເວຣະມະນີ ເວັ້ນຈາກການເວົ້າສຽດສີ ນິນທາໃຫ້ແຕກສາມັກຄີ ຍຸແຍ່
3. ຜະຣຸສາຍະ ວາຈາຍະ ເວຣະມະນີ ເວັ້ນຈາກການເວົ້າຄໍາຫຍາບ ຄໍາແຂງ ກະດ້າງ
4. ສັມຜັປປະລາປາ ເວຣະມະນີ ເວັ້ນຈາກການເວົ້າຈາເລື່ອນລອຍ ບໍ່ມີສາຣະ ປະໂຫຍດ.
ການລະເວັ້ນການກະທຳຊົ່ວທາງໃຈຂັ້ນພື້ນຖານ 3 ປະການຄື:
1. ອະພິຊຊາລຸ ເວຣະມະນີ ເວັ້ນຈາກການຄິດເພັ່ງເລັງ ຢາກໄດ້ຂອງຄົນອື່ນ
2. ພະຍາປາທາ ເວຣະມະນີ ເວັ້ນຈາກການຄິດພະຍາບາດຄິດປອງຮ້າຍ
3. ມິຈສາທິຕຖິ ເວຣະມະນີ ເວັ້ນຈາກການເຫັນຜິດຈາກຄອງທັມຜູ້ອື່ນ
ເວັ້ນຈາກອະປາຍະມຸກ ຄືປາກທາງແຫ່ງຄວາມເສື່ອມ ທາງແຫ່ງຄວາມ ພິນາດ ຫຼືເຫດແຫ່ງຄວາມຈິບຫາຍໂພຄະຊັບ 6 ປະການ:
1. ເວັ້ນຈາກການເສບຕິດສຸຣາແລະຢາເມົາ
2. ເວັ້ນຈາກການມັກທ່ຽວກາງຄືນ
3. ເວັ້ນຈາກການມັກທ່ຽວເບິ່ງການຫຼິ້ນມະຫໍລະສົບຄົບງັນ
4. ເວັ້ນຈາກການຕິດການພະນັນ
5. ເວັ້ນຈາກການຄົບຄົນຊົ່ວເປັນມິດ
6. ເວັ້ນຈາກການກຽດຄ້ານທໍາການງານ