ທັມທີ່ພຣະອົງຊົງຕັດສະຮູ້ນັ້ນຄື ອະຣິຍະສັດຈະ ໔’ ຄືຄວາມຈິງອັນປະເສີດ ໕ ປະການໄດ້ແກ່ ທຸກ ສະມຸໄທ ນິໂຣດ ມັຄ ພຣະພຸດທະເຈົ້າ ໄດ້ຊົງປະທັບນັ່ງ ຈະເລີນພາວະນາ ຢູ່ໃຕ້ກ້ອງຮົ່ມຕົ້ນພຣະສີມະຫາໂພ ຈົນຈິດເປັນສະມາທິ ໄດ້ຊົງ ບັນລຸຊານ ໔ ແລ້ວ ຊົງບຳເພັນພາວະນາຕໍ່ໄປຈົນໄດ້ບັນລຸຍານ ໓ ຄື:
1. ໃນປະຖົມມະຍາມ ຫຼືຍາມຕົ້ນໄດ້ບັນລຸ ປຸພເພນິວາສານຸສສະຕິຍານ ໝາຍເຖິງ ປັນຍາຍານຢັ່ງຮູ້ໃນອະດີດຊາດຕ່າງໆ ທີ່ຜ່ານມາຄື ສາມາດລະນຶກຊາດຂອງ ຕົນເອງ ແລະຂອງຄົນອື່ນໄດ້ນັບບໍ່ຖ້ວນ.
2. ໃນມັດຊິມະຍາມ ຫຼືຍາມທີສອງໄດ້ບັນລຸ ຈຸຕູປະປາຕະຍານ ໝາຍເຖິງ ປັນຍາ ຍານ ຄືການຮູ້ການເຫັນແຈ້ງໃນການເກີດແລະການຕາຍ ຂອງສັບພະສັດ ທັງຫຼາຍ ດ້ວຍຜົນຂອງກັມ ການກະທໍາທັງດີແລະຊົ່ວຂອງສັບພະສັດ ດ້ວຍ ທິບພະຈັກຂຸ (ຕາທິບ) ຊົງເຫັນການຈຸຕິແລະການອຸບັດຂຶ້ນຂອງສັດທັງຫຼາຍ.
3 ໃນປັດສິມະຍາມ ຫຼືຍາມທີ່ສາມໄດ້ບັນລຸ ອາສະວັກຂະຍະຍານ ໝາຍເຖິງ ປັນຍາຍານຢັ່ງຮູ້ວິທີການກຳຈັດກິເລດ ອາສະວະທັງຫຼາຍ ດ້ວຍການຊົງຮູ້ແຈ້ງ ແທງຕະຫຼອດ ອະຣິຍະສັດຈະ ໔ (ທຸກ ສະມຸໄທ ນິໂຣດ ມັຄ) ແລະໃນເຊົ້າ ວັນນັ້ນເອງ ພຣະອົງໄດ້ຊົງຕັດສະຮູ້ເປັນພຣະສັມມາສັມພຸດທະເຈົ້າ ໃນວັນ ເພັງ ຂຶ້ນ ໑໕ ຄໍ່າ ເດືອນ ໖ ຂະນະທີ່ພຣະອົງຊົງມີພຣະຊົນມາຍຸ ໓໕ ພັນສາ
ເມື່ອພຣະສັມມາສັມພຸດທະເຈົ້າ ໄດ້ຊົງຕັດສະຮູ້ທັມແລ້ວ ພຣະອົງໄດ້ຊົງອອກ ເຜີຍແຜ່ພຣະທັມຄໍາສັ່ງສອນ ແກ່ມວນຊົນທັງຫຼາຍແລະສະແດງທັມເປັນເວລາ ໔໕ ປີ ຈົນພຣະຊົນມາຍຸໄດ້ ໘໐ ພັນສາ ເຊິ່ງໃນພັນສາສຸດທ້າຍນັ້ນ ໄດ້ຈຳພັນສາຢູ່ທີ່ ເວລຸຄາມ ໃກ້ເມືອງເວສາລີ ແຄວ້ນວັດຊີ ໃນລະຫວ່າງນັ້ນ ພຣະອົງຊົງປະຊວນຢ່າງໜັກ ພໍເຖິງວັນເພັງເດືອນ ໖ ພຣະພຸດທະອົງ ແລະພຣະພິກຂຸສົງທັງຫຼາຍ ໄດ້ ເຂົ້າໄປຮັບພັດຕາຫານ ແລະບິນທະບາດ ທີ່ເຮືອນຂອງຈຸນທະກັມມາຣະບຸດ ຕາມ ການນິມົນຂອງລາວ ພຣະອົງໄດ້ສະເຫວີຍສຸກອນມັດທະວະ ທີ່ຈັນທະມານົບ ຕັ້ງໃຈຖວາຍດ້ວຍຄວາມສັດທາ ແລ້ວກໍເກີດອາພາດລົງຢ່າງໜັກ ແຕ່ພຣະອົງກໍຍັງ ອົດທົນອົດກັ້ນ ເດີນທາງໄປຍັງເມືອງກຸສິນນາຣາ ຊົງພັກທີ່ ສາລະວະໂນທະຍານ ຫຼື ປ່າຕົ້ນສາລະ ເພື່ອສະເດັດດັບຂັນທະປະຣິນິບພານ.
ເມື່ອເຖິງຍາມສຸດທ້າຍຂອງຄືນນັ້ນ ພຣະຜູ້ມີພຣະພາກ ອະຣະຫັນຕະສັມມາ ສັມພຸດທະເຈົ້າ ກໍໄດ້ປະທານປັດສິມະໂອວາດແກ່ພິກຂຸທັງຫຼາຍວ່າ ຫັນທະທາ ພິກຂະເວ ອາມັນຕະຍາມິ ໂວ ວະຍະທັມມາ ສັງຂາຣາ ອັປປະມາເທນະ ສັມປາເທຖະ ແປວ່າ ດູຣາພິກຂຸທັງຫຼາຍ ສັງຂານທັງຫຼາຍ ຍ່ອມມີຄວາມເສື່ອມ ສະຫຼາຍໄປເປັນທຳມະດາ ທ່ານທັງຫຼາຍຈົ່ງທຳກິດອັນເປັນປະໂຫຍດຂອງຕົນ ແລະ ປະໂຫຍດຂອງຜູ້ອື່ນ ໃຫ້ບໍລິບູນດ້ວຍຄວາມບໍ່ປະໝາດເທີ້ນ’ ຫຼັງຈາກນັ້ນ ພຣະອົງ ກໍ່ສະເດັດດັບຂັນທະປະຣິນິບພານ.