ຫຼັກທັມ ອັນເປັນຫຼັກປະກັນຂອງຊີວິດ ທີ່ຈະພັດທະນາໄປສູ່ຄວາມເປັນ ມະນຸດທີ່ສົມບູນ ຜູ້ເປັນສັດປະເສີດຢ່າງແທ້ຈິງ ໗ ປະການຄື:
1. ກໍລະຍານະມິຕຕະຕາ ຄວາມມີກັນຍານະມິດ ມິດ ມີເພື່ອນ ສະຫາຍທີ່ດີ ຄົບຫາຄົນທີ່ເປັນແຫຼ່ງແຫ່ງປັນຍາ ແລະແບບຢ່າງທີ່ ດີງາມ.
2. ສີລະສັມປະທາ ຄວາມເຖິງພ້ອມດ້ວຍສີນ ການທາສີນໃຫ້ເຖິງ ພ້ອມ ຕັ້ງຕົນຢູ່ໃນລະບຽບວິໄນ ແລະມີຄວາມປະພຶດທົ່ວໄປທີ່ ດີງາມ.
3. ສັນທະສັມປະທາ ເຖິງພ້ອມດ້ວຍສັນທະ ການທາໍສັນທະໃຫ້ເຖິງ ພ້ອມ ຄວາມໃຝ່ໃຈຢາກຈະທວຽກງານ ໜ້າທີ່ແລະສິ່ງທັງຫຼາຍ ທີ່ກ່ຽວຂ້ອງໃຫ້ດີງາມ ຄວາມໃຝ່ຮູ້ໃຝ່ສ້າງສັນ.
4. ອັຕຕະສັມປະທາ ຄວາມເຖິງພ້ອມດ້ວຍຕົນ ທີ່ເຝິກຝົນດີແລ້ວ ການທຳຕົນ ໃຫ້ເຖິງພ້ອມດ້ວຍຄຸນສົມບັດ ຂອງຜູ້ທີ່ພັດທະນາ ແລ້ວໂດຍສົມບູນ ທັງດ້ານກາຍ ສີນ ຈິດ ແລະປັນຍາ ທີ່ຈະເປັນ ພາວິຕັດ ຄືຜູ້ມີຕົນອັນໄດ້ພັດທະນາແລ້ວ
5. ທິຕຖິສັມປະທາ ຄວາມເຖິງພ້ອມດ້ວຍທິດຖິ ການທາໍທິດຖິໃຫ້ ເຖິງພ້ອມ ການຕັ້ງຢູ່ໃນຫຼັກຄວາມຄິດ ຄວາມເຊື່ອຖືທີ່ຖືກຕ້ອງ ດີງາມ ມີເຫດຜົນ ເຊັ່ນ ຖືຫຼັກຄວາມເປັນໄປຕາມເຫດປັດໄຈ
6. ອັປປະມາທະສັມປະທາ ຄວາມເຖິງພ້ອມດ້ວຍຄວາມບໍ່ປະໝາດ.
7. ໂຍນິໂສມະນະສິກາຣະສັມປະທາ ຄວາມເຖິງພ້ອມດ້ວຍໂຍນິໂສ ແລະຫາປະໂຫຍດໄດ້.
ມະນະສິກາຣະ ຄວາມສະຫຼາດຄິດເລິກແລບ ໃຫ້ເຫັນຄວາມຈິງ