ຫຼັງຈາກ ທີ່ອົງພຣະສັມມາສັມພຸດທະເຈົ້າ ຊົງຕັດສະຮູ້ພຣະສັມໂພທິຍານແລ້ວ ໄດ້ສະເດັດໄປໂຜດ ພຣະປັນຈະວັກຄີ ທີ່ປ່າອິສິປະຕະນະມິຄະທາຍະວັນ ພຣະ ນະຄອນພາຣານະສີ ແຄວ້ນກາສີ ພຣະອົງໄດ້ຊົງສະແດງ ພຣະທັມມະຈັກກັບປະ ວັດຕະນະສູດ ທີ່ເອີ້ນວ່າ ປະຖົມມະເທສະນາ ແກ່ພຣະປັນຈະວັກຄີ ຈົນໄດ້ດວງຕາ ເຫັນທັມ ແລ້ວໄດ້ທູນຂໍບວດໃນທັມວິໄນເປັນຄະນະທໍາອິດ ແລະພຣະອົງໄດ້ເຜີຍ ແຜ່ພຣະທັມຄໍາສັ່ງສອນໄປໃນທີ່ຕ່າງໆ ທົ່ວຊຸມພູທະວີບເປັນເວລາ 45 ພັນສາ ເມື່ອພຣະຊົນມາຍຸ 80 ປີ ຈຶ່ງສະເດັດດັບຂັນທະປະຣິນິບພານ.
ຫຼັງຈາກທີ່ ອົງພຣະບໍຣົມສາສະດາ ຊົງສະເດັດດັບຂັນທະປະຣິນິບພານແລ້ວ ຜ່ານມາຫຼາຍຮ້ອຍປີ ໄດ້ເກີດຄວາມຂັດແຍ່ງທາງດ້ານຄວາມຄິດ ຄວາມເຫັນ ແລະຄວາມເຊື່ອ ອັນເກີດມາຈາກການຕີຄວາມພຣະທັມວິໄນ ຄຳສັ່ງສອນທີ່ບໍ່ກົງ ກັນ ຈຶ່ງໄດ້ມີການແກ້ໄຂ ເພື່ອໃຫ້ພຣະທັມວິໄນດຳຣົງຄົງໝັ້ນຢູ່ຕໍ່ໄປດ້ວຍການທຳ ສັງຄາຍະນາ ຮ້ອຍກອງພຣະທັມວິໄນ ທີ່ຖືກຕ້ອງໄວ້ເປັນຫຼັກຖານ ສຳຫຼັບຢຶດຖື ເປັນແບບແຜນຕໍ່ໄປ ເພື່ອຈະຮັກສາພຣະທັມວິໄນນັ້ນ ຈຶ່ງນຳໄປສູ່ການສັງຄາຍະນາ ພຣະໄຕຣປິດົກ ແຕ່ຫຼັງຈາກການທຳສັງຄາຍະນາພຣະທັມວິໄນຄັ້ງທີ 2 ພຣະພຸດ ທະສາສະນາກໍເລີ່ມມີຮອຍແຫງ ເພາະຄວາມເຫັນບໍ່ກົງກັນ ເຊິ່ງເປັນສາເຫດພື້ນ ຖານຂອງການເກີດ ນິກາຍ ໃນພຣະພຸດທະສາສະນາຕໍ່ມາ ແລະມາເຖິງການທໍາ ສັງຄາຍະນາພຣະທັມວິໄນຄັ້ງທີ 3 ໃນຣັດຊະສະໄໝຂອງພຣະເຈົ້າອະໂສກມະຫາ ຣາດ ພຣະອົງໄດ້ຊົງສົ່ງພຣະສະມະນະທູດ 9 ສາຍ ອອກໄປເຜີຍແຜ່ພຣະພຸດທະສາ ສະນາທັງໃນຊຸມພູທະວີບເອງ ແລະໃນຕ່າງປະເທດ ຈົນເຮັດໃຫ້ພຣະພຸດທະສາສະ ນາແຜ່ຂະຫຍາຍອອກໄປຢ່າງກວ້າງຂວາງ.
ພຣະພຸດທະສາສະນາ ມີໄດ້ທັງຄວາມຈະເຣີນຮຸ່ງເຮືອງ ແລະຄວາມເສື່ອມ ຖອຍສະລັບກັນໄປ ເນື່ອງຈາກການສົ່ງເສີມຂອງຜູ້ມີອຳນາດປົກຄອງ ໃນແຕ່ລະທ້ອງຖິ່ນ ແຕ່ໃນພາບລວມແລ້ວ ພຣະພຸດທະສາສະນາໃນອິນເດຍ ເລີ່ມອ່ອນແອ ລົງຫຼັງພຸດທະສະຕະວັດທີ 15 ເປັນຕົ້ນມາ ໂດຍສາສະນາພຣາມ-ຮິນດູ ໄດ້ເຂົ້າມາ ແທນທີ່ ່ ເຊັ່ນດຽວກັບການເສື່ອມຖອຍ ຂອງພຣະພຸດທະສາສະນາໃນເອເຊຍກາງ ໃນຈີນ ແລະເກົາຫຼີ ໃນຂະນະທີ່ພຣະພຸດທະສາສະນາ ເຂົ້າໄປຕັ້ງໝັ້ນຢູ່ໃນປະເທດ ຍີ່ປຸ່ນ ແລະໃນປະເທດເອເຊຍຕາເວັນອອກສ່ຽງໃຕ້ ຕໍ່ມາໃນພຸດທະສະຕະວັດທີ 25 ໃນໄລຍະຫຼັງສົງຄາມໂລກຄັ້ງທີ 2 ເປັນຕົ້ນມາ ພຣະພຸດທະສາສະນາເລີ່ມເປັນ ທີ່ສົນໃຈຂອງຊາວຕາເວັນຕົກຫຼາຍຂຶ້ນ ແລະໄດ້ມີການຕັ້ງອົງກອນທາງພຣະພຸດ ທະສາສະນາລະດັບໂລກ ໂດຍຊາວພຸດຈາກເອເຊຍ ຢູໂຣບ ແລະອາເມຣິກາເໜືອ ລວມມີ 27 ປະເທດ ທີ່ປະເທດສີລັງກາເມື່ອປີ ພສ2493 (ຄ.ສ.1950) ໃນຊື່ ອົງກອນພຸດທະສາສະນິກະສັມພັນແຫ່ງໂລກ.