ພຣະນິພພານ

ຄຳວ່າ ນິພພານ ມາຈາກ ນິ ອຸປະສັກ ແປວ່າ ອອກໄປ ໝົດໄປ ບໍ່ມີ ເລີກ ແລະ ວານະ ແປວ່າ ພັດ ໄປ ຫຼືເປັນໄປ ເຄື່ອງຮ້ອຍຮັດ ໃຊ້ເປັນກິຣິຍາຂອງໄຟ ຫຼື ການມອດໄຟ ຫຼືຂອງທີ່ຮ້ອນເພາະໄຟ ເມື່ອເອົາຄຳທັງ 2 ມາລວມກັນ ນິ + ວານະ = ນິວ່ານະ ແປງ ວ ເປັນ ພ ແລ້ວຊ້ອນ ພ ຂ້າງໜ້າ ເປັນ ນິພພານະ ແປວ່າ ດັບໄຟ ຫຼືດັບຮ້ອນ ໝາຍເຖິງ ຫາຍຮ້ອນ ເຢັນລົງ ຫຼື ເຢັນສະບາຍ (ແຕ່ບໍ່ແມ່ນດັບສູນ) ສະແດງພາວະທາງຈິດໃຈ ໝາຍເຖິງ ເຢັນໃຈ ສົດຊື່ນ ຊຸ່ມເຢັນໃຈ ດັບຄວາມ ຮ້ອນໃຈ ຫຼືແປວ່າ ເປັນເຄື່ອງດັບກິເລດ ຄືເຮັດ ຣາຄະ ໂທສະ ໂມຫະ ໃຫ້ໝົດສິ້ນ ໄປ ໃນຄັມພີອັດຖະກະຖາດີກາສ່ວນຫຼາຍ ນິຍົມແປວ່າ ບໍ່ມີຕັນຫາເຄື່ອງຮ້ອຍຮັດ ຫຼື ອອກໄປແລ້ວຈາກຕັນຫາ ທີ່ເປັນເຄື່ອງຮ້ອຍຕິດໄວ້ກັບພົບ.

ນິພພານແບ່ງອອກເປັນ 2 ປະເພດຄື:

1. ສະອຸປາທິເສສະນິພພານທາຕ ນິບພານທາດມີອຸປາທິເຫຼືອ ຫຼື ນິບພານຍັງ ມີເຊື້ອເຫຼືອ ຫຼືນິບພານຍັງມີເບນຈະຂັນ (ຂັນ 5) ເຫຼືອ

2. ອະນຸປາທິເສສະນິພພານທາຕ ນິບພານທາດທີ່ບໍ່ມີອຸປາທິເຫຼືອ ຫຼືນິບພານ ບໍ່ມີເຊື້ອເຫຼືອ ຫຼື ນິບພານບໍ່ມີເບນຈະຂັນເຫຼືອຢູ່..

ນິບພານປະເທດທຳອິດ ໝາຍເຖິງ ດັບກິເລດ ແຕ່ຍັງມີເບນຈະຂັນເຫຼືອຢູ່ ໄດ້ ແກ່ນິບພານຂອງພຣະອະຣະຫັນ ຜູ້ທີ່ຍັງດຳຣົງຊີວິດຢູ່ ສ່ວນນິບພານປະເພດທີ ສອງ ໄດ້ແກ່ນິບພານຂອງພຣະອະຣະຫັນ ເມື່ອສິ້ນຊີວິດແລ້ວ ເພື່ອຄວາມແຈ່ມ ແຈ້ງ ແລະພິຈາລະນາດ້ວຍຕົນເອງ ຈະນໍາເອົາພຣະພຸດທະພົດກ່ຽວກັບນິບພານມາ ໃຫ້ພິຈາລະນາຄື

ດູຣາພິກຂຸທັງຫຼາຍ! ນິພພານທາດ 2 ຢ່າງເຫຼົ່ານີ້ ກ່າວຄື ສະອຸປະທິເສສະນິພ ພານທາດ ແລະ ອະນຸປາທິເສສະນິພພານທາດ.

ດູຣາພິກຂຸທັງຫຼາຍ! ສະອຸປາທິເສສະນິພພານທາດ ເປັນຢ່າງໃດ? ພິກຂຸທັງ ຫຼາຍ! ພິກຂຸໃນທັມວິໄນນີ້ ເປັນພຣະອະຣະຫັນ ໝົດສ້ຽງອາສະວະແລ້ວ ຈົບ ພົມມະຈັນແລ້ວ ທຳກິດທີ່ຄວນທຳສຳເລັດແລ້ວ ຢົງພາຣະລົງໄດ້ແລ້ວ ບັນລຸ ປະໂຫຍດຕົນແລ້ວ ມີສັງໂຍດເຄື່ອງຜູກມັດໄວ້ກັບພົບໝົດສ້ຽງໄປແລ້ວ ຫຼຸດພົ້ນ ແລ້ວເພາະຮູ້ຖືກຕ້ອງສຸດອິນຊີທັງ 5 ຂອງເພິ່ນ ຍັງດຳລົງຢູ່ ເພາະອິນຊີທັງຫຼາຍ ບໍ່ເສຍຫາຍ ເພິ່ນຍ່ອມໄດ້ສະເຫວີຍອາຣົມທັງທີ່ເພິ່ງພໍໃຈ ແລະບໍ່ເພິ່ງພໍໃຈ ຍ່ອມ ສະເຫວີຍທັງສຸກແລະທຸກ ອັນໃດເປັນຄວາມໝົດສ້ຽງຣາຄະ ຄວາມໝົດສ້ຽງໂທສະ ຄວາມໝົດສ້ຽງໂມຫະຂອງເພິ່ນ ອັນນີ້ເອີ້ນວ່າ ສະອຸປາທິເສສະນິພພານທາດ.

ດູຣາພິກຂຸທັງຫຼາຍ! ອະນຸປາທິເສສະນິພພານທາດ ເປັນຢ່າງໃດ? ກ່າວຄື ພິກຂຸ ໃນທັມວິໄນນີ້ ເປັນພຣະອະຣະຫັນ ໝົດສ້ຽງອາສະວແລ້ວ…… ຫຼຸດພົ້ນແລ້ວເພາະ ຮູ້ຖືກຕ້ອງສຸດ ອາຣົມທີ່ໄດ້ສະເຫວີຍ (ເວທະມິຕະ) ທັງປວງ ໃນອັດຕະພາບນີ້ລະ ຂອງເພິ່ນ ເຊິ່ງເພິ່ນບໍ່ໄດ້ຕິດໃຈເພີນແລ້ວ (ອະນະພິນັນທິຕະ) ຈັກເປັນຂອງເຢັນ ຂໍ້ ນີ້ເອີ້ນວ່າ ສະອຸປາທິເສສະນິພພານທາດ.

ຕໍ່ຈາກນີ້ມີຄາຖາກ່າວເນັ້ນຢໍ້າໄວ້ອີກວ່າ:

ນິພພານທາດ 2 ຢ່າງເຫຼົ່ານີ້ ພຣະຜູ້ຊົງພຣະຈັກຂຸ ຜູ້ຄົງທີ່ ບໍ່ຊົງຂຶ້ນຕໍ່ສິ່ງໃດ ໄດ້ ຊົງປະກາດໄວ້ແລ້ວຄື ນິພພານທາດຢ່າງໜຶ່ງ ເປັນທິດຖະທັມມິກະ (ມີໃນປັດຈຸບັນ ຫຼືທັນຕາເຫັນ) ຊື່ວ່າ ສະອຸປາທິເສສະ… ເພາະໝົດສ້ຽງຕັນຫາ ເຄື່ອງນໍາໄປສູ່ພົບ ສ່ວນນິພພານທາດອີກຢ່າງໜຶ່ງ ເປັນສັມປະຣາຍິກະ (ມີໃນເບື້ອງໜ້າ ຫຼືເປັນຂອງ ລ້ຳ) ເປັນທີ່ພົບທັງຫຼາຍດັບໄປໝົດສ້ຽງ ຊື່ວ່າ ອະນຸປາທິເສສະ…

ເມື່ອພິຈາລະນາຕາມພຣະພຸດທະພົດ ທີ່ສະແດງນິພພານທາດ 2 ຢ່າງນັ້ນ ຈະ ເຫັນໄດ້ວ່າ ເປັນການກ່າວເຖິງນິບພານ ໂດຍບັນຍາຍອາການ ຫຼືລັກສະນະແຫ່ງ ການກ່ຽວຂ້ອງກັບພຣະນິບພານ ກ່າວເຖິງນິບພານເທົ່າທີ່ກ່ຽວຂ້ອງກັບບຸກຄົນ ຜູ້ບັນລຸ ເວົ້າອີກຢ່າງວ່າ ໃຊ້ບຸກຄົນຜູ້ບັນລຸນິບພານ ເປັນອຸປະກອນສຳຫຼັບທຳ ຄວາມເຂົ້າໃຈກ່ຽວກັບນິບພານ ບໍ່ແມ່ນເປັນການບັນຍາຍພາວະຂອງພຣະນິບພານ ລ້ວນໆ ໂດຍກົງ ທັງນີ້ເພາະວ່າ ພາວະຂອງນິບພານເອງແທ້ໆ ເປັນ ສັນທິດຖິກະ ອັນຜູ້ບັນລຸຈະເຫັນໄດ້ເອງ ແລະເປັນ ປັຈຈັຕຕັງ ເວທິຕັພພັງ ວິນຍຸຫີ ອັນວິນຍູຊົນ ຮູ້ໄດ້ສະເພາະຕົນເອງ

ຖ້າຈະອຸປະມາປຽບມະນຸດປຸຖຸຊົນທັງຫຼາຍ ເໝືອນຄົນທີ່ລອຍນ້ຳຝ່າກະແສ ຄື້ນລົມຢູ່ໃນທະເລໃຫຍ່ ສ່ວນຜູ້ທີ່ບັນລຸນິບພານ ກໍເໝືອນຄົນທີ່ຂຶ້ນຝັ່ງໄດ້ແລ້ວ ພາວະທີຂຶ້ນຢູ່ເທິງຝັ່ງແລ້ວ ເຊິ່ງເປັນພາວະເຕັມອິມ ສົມບູນໃນຕົວຂອງມັນເອງ ມີ ຄວາມປອດໂປ່ງໂລ່ງສະບາຍ ເຊິ່ງບຸກຄົນຜູ້ນັ້ນປະສົບຢູ່ພາຍໃນ ປະຈັກແກ່ຕົນເອງ ໂດຍສະເພາະ ປຽບໄດ້ກັບອະນຸປາທິເສສະນິບພານ ສ່ວນພາວະທີ່ບໍ່ຖືກບີບຄັ້ນຄຸກ ຄາມ ບໍ່ຕິດຂັດຈຳກັດຕົວຢູ່ໃນຟອງຄື້ນ ບໍ່ຖືກຊັດໄປຊັດມາ ບໍ່ເປັນຜູ້ຕົກຢູ່ໃຕ້ ອຳນາດຂອງຄື້ນລົມ ສາມາດກ່ຽວຂ້ອງກັບສິ່ງທີ່ຢູ່ຮອບຕົວ ຢ່າງເປັນອິດສະຫຼະ ແລະ ໄດ້ຜົນດີ ເຄື່ອນໄຫວໄປມາໄດ້ຕາມປາຖະນາ ປຽບໄດ້ກັບສະອຸປາທິເສສະ ນິພພານຫຼືຖ້າຈະອຸປະມາໃຫ້ໃກ້ຕົວຫຼາຍກວ່ານັ້ນອີກ ປຽບມະນຸດປຸຖຸຊົນທັງຫຼາຍ ເໝືອນຄົນເຈັບໄຂ້ ຜູ້ບັນລຸພຣະນິບພານກໍເໝືອນຄົນທີ່ຫາຍຈາກປ່ວຍແລ້ວ ຫຼື ຄົນທີ່ສຸຂະພາບດີ ບໍ່ມີໂຣກໄພ ຄວາມບໍ່ມີໂຣກ ຫຼືຄວາມແຂງແຮງມີສຸຂະພາບດີ ນັ້ນ ເປັນພາວະທີ່ສົມບູນຢູ່ໃນຕົວຂອງມັນເອງ ເຊິ່ງບຸກຄົນຜູ້ນັ້ນ ຈະປະສົບປະຈັກ ຢູ່ພາຍໃນຕົນເອງໂດຍສະເພາະ ພາວະນີ້ຈະອີ່ມເອີບ ຊື່ນບານ ປອດໂປ່ງໂລງ ສະບາຍ ຄອງເບົາຢ່າງໃດ ເປັນປະສົບການສະເພາະຕົວຂອງຜູ້ນັ້ນ ຄົນອື່ນອາດຈະ ຄາດໝາຍຕາມອາການແລະເຫດຜົນ ແຕ່ກໍບໍ່ສາມາດປະສົບ ແລະສະເຫວີຍໄດ້ ພາວະນີ້ປຽບໄດ້ກັບອະນຸປາທິເສສະນິພພານ ສ່ວນພາວະອີກດ້ານໜຶ່ງ ເຊິ່ງເນື່ອງຢູ່ ດ້ວຍກັນນັ້ນເອງ ແລະອາດຈະສະແດງອອກໄດ້ ຫຼືມີຜົນຕໍ່ການສະແດງອອກໃນການດໍາເນີນຊີວິດ ຫຼືຕິດຕໍ່ກ່ຽວຂ້ອງກັບສະພາບແວດລ້ອມຕ່າງໆ ຄືຄວາມບໍ່ຖືກ ໂຣກບີບຄັ້ນ ບໍ່ອຶດອັດ ບໍ່ອ່ອນແອ ບໍ່ຖືກຂັດຂວາງ ບໍ່ຖ່ວງ ຫຼືບໍ່ສະງັກດ້ວຍ ຄວາມເຈັບປວດ ແລະອ່ອນເພຍ ເປັນຕົ້ນ ສາມາດໄປມາຢ່າງຄອງຕົວ ສະພາວະນີ້ ປຽບໄດ້ກັບສະອຸປາທິເສສະນິບພານ.

Leave a Reply

Your email address will not be published. Required fields are marked *