ໃນພຸດທະສະຕະວັດທີ ໑ ຄືປີ ພ.ສ. ໘ (ກ່ອນ ຄ.ສ. ໕໓໕ ປີ) ພຣະເຈົ້າ ນັນທະເສນ ແຫ່ງ ນະຄອນສີໂຄດຕະບຸນ ແລະພຣະເຈົ້າແຜ່ນດິນທັງ ໔ ພຣ ນະຄອນ ພ້ອມດ້ວຍ ພຣະມະຫາກັດສະປະເຖຣະເຈົ້າ ພຣະອານົນເຖຣະເຈົ້າ ແລະພຣະອະຣະຫັນ ໕໐໐ ອົງ ໄດ້ມາສ້າງອຸບໂມງພຣະທາດພະນົມ ບັນຈຸ ພຣະອຸຣັງ ຄະທາດ (ກະດູກສ່ວນໜ້າເອິກ) ຂອງອົງພຣະບໍຣົມສາສະດາສັມມາສັມພຸດທະເຈົ້າ ທີ່ ດອຍກະປະນະຄິຣີພູກ່ຳພ້າ ມາເຖິງປີ ພ.ສ. ໘໐ (ກ່ອນ ຄ.ສ. ໔໖໓ ປີ) ພຣະ ເຈົ້າຈັນທະບຸຣີປະສິດທິສັກ ແຫ່ງ ນະຄອນສຸວັນນະພູມໜອງຄັນແທເສື້ອນ ພ້ອມ ດ້ວຍພຣະອະຣະຫັນ ໕ ອົງ ໄດ້ສ້າງອຸບໂມງພຣະທາດຫຼວງ ເພື່ອບັນຈຸພຣະບໍຣົມ ສາຣີກະທາດພຣະຄຸຍຫະທາດ) ຂອງອົງພຣະບໍຣົມສາສະດາ ເປັນອັນວ່າ ພຣະ ພຸດທະສາສະນາເຖຣະວາດ ແບບທີ່ພວກເຮົານັບຖືກັນຢູ່ໃນລາວປັດຈຸບັນ ໄດ້ແຜ່ ເຂົ້າມາແລ້ວໃນສຸວັນນະພູມ ແລະເມື່ອມາໃນປີ ພ.ສ. ໒໓໖ (ກ່ອນ ຄ.ສ. ໓໐໗ ປີ) ພຣະເຈົ້າອະໂສກມະຫາຣາດ ແຫ່ງຣາຊະວົງເມົາຣະຍະ ຫຼືໂມຣິຍະ ເຊິ່ງມີຣາຊະ ທານີ (ນະຄອນຫຼວງ) ຢູ່ທີ່ນະຄອນປາຕະລີບຸດ ແຄວ້ນມະຄົດ ແຫ່ງ ຊຸມພູທະວີບ (ອິນເດຍ ເນປານ ອັບການິສະຖານ ປາກີສະຖານ ພູຖານ ບັງຄະລາເທດ ແລະ ພາກເໜືອຂອງອີຣານ) ຊົງເຫຼື້ອມໃສໃນພຣະພຸດທະສາສະນາຫຼາຍ ຊົງອຸປະຖໍາ ການສັງຄາຍະນາພຣະທັມວິໄນຄັ້ງທີ ໓ ຊົງສ້າງວັດ ແລະພຣະເຈດີ ເພື່ອບັນຈຸພຣະ ບໍຣົມສາຣີຣິກະທາດຂອງພຣະພຸດທະເຈົ້າ ໑໔,໐໐໐ ວັດ ແລະພຣະເຈດີທົ່ວຊຸມພູ ທະວີບ ແລ້ວພຣະເຈົ້າອະໂສກມະຫາຣາດ ຊົງໂຜດໃຫ້ມີການສົ່ງພຣະສະມະນະທູດ ອັນເຊີນພຣະພຸດທະສາສະນາ ອອກໄປເຜີຍແຜ່ທົ່ວສາຣະທິດ ທັງໃນຊຸມພູທະວີບ ເອງ ແລະ ທີ່ຕ່າງປະເທດ ເປັນການຍອມຮັບ ໃນໝູ່ຂອງນັກປະຫວັດສາດ ແລະນັກການສາສະນາທັງ ຫຼາຍວ່າ ພຣະພຸດທະສາສະນານິກາຍເຖຣະວາດແບບເຮົາ ໄດ້ແຜ່ຫຼາຍເຂົ້າມາສູ່ດິນ ແດນສຸວັນນະພູມຕັ້ງແຕ່ສະໄໝນັ້ນ ຊົນຊາວອິນເດຍ ສະໄໝກ່ອນພຸດທະການ.
ເຄີຍໄປມາຄ່າຂາຍຕິດຕໍ່ກັບສຸວັນນະພູມນີ້ຢູ່ສະເໝີ ຊາວສຸວັນນະພູມຈິງບໍ່ລັງກຽດ ພຣະພຸດທະສາສະນາ ທີ່ຊາວອິນເດຍນໍາເຂົ້າມາເຜີຍແຜ່ ສ່ວນອານາບໍລິເວນຂອງ ສຸວັນນະພູມນີ້ ໄດ້ແກ່ບໍລິເວນປະເທດພະມ້າ ປະເທດໄທ ກຳປູເຈຍ ຫວຽດນາມ ມາເລເຊຍ ອິນໂດເນເຊຍ ແລະປະເທດລາວເຮົາ ສຸວັນນະພູມສະໄໝນັ້ນມີສູນກາງທີ່ຈະເລີນຢູ່ ໒ ແຫ່ງຄື:
1. ສຸວັນນະພູມຕາເວັນຕົກ ໄດ້ແກ່ບໍລິເວນ ປະເທດພະມ້າຕອນໃຕ້ ເລີຍເຂົ້າ ມາເຖິງປະເທດໄທຕອນກາງ.
2. ສຸວັນນະພູມຕາເວັນອອກ ໄດ້ແກ່ທີ່ພາກກາງຂອງລາວ ແລະພາກອີສານ ຂອງໄທປັດຈຸບັນ ເຊິ່ງມີພວກມອນ ແລະລະວ້າ ຫຼື ລົວະ ເປັນຄົນພື້ນ ເມືອງອາໄສຢູ່ໃນສະໄໝນັ້ນ.
ບໍລິເວນສູນກາງຂອງສຸວັນນະພູມທັງ ໒ ນີ້ ສຸວັນນະພູມຕາເວັນຕົກ ມີພຣະ ປະຖົມເຈດີ ເປັນຫຼັກຖານ ສ່ວນສຸວັນນະພູມຕາເວັນອອກ ມີພຣະທາດຫຼວງ ແລະພຣະທາດພະນົມເປັນຫຼັກຖານ ເຊິ່ງພຣະເຈດີເຫຼົ່ານີ້ ລ້ວນແຕ່ສ້າງຕາມຄະຕິ ເກົ່າ ໂດຍສະເພາະພຣະທາດພະນົມ ແລະພຣະທາດຫຼວງ ຖືການສ້າງແບບດັ້ງເດີມ ສຸດຄື ເຮັດເປັນອຸບໂມງເພື່ອບັນຈຸພຣະບໍຣົມສາຣີຣິກະທາດ ແບບດຽວກັບທີ່ພຣະ ເຈົ້າອະຊາດສັດຕູ ແລະພຣະມະຫາກັດສະປະເຖຣະເຈົ້າຊົງສ້າງໄວ້ ຫຼັງຈາກທີ່ພຣະ ພຸດທະເຈົ້າສະເດັດດັບຂັນປະຣິນິບພານໄປແລ້ວ ໑໐ ເດືອນ (ກ່ອນ ຄສ໕໔໓ ປີ) ແລະແບບຂອງພຣະເຈົ້າອະໂສກມະຫາຣາດ ພສ໒໑໘ (ກ່ອນ ຄສ໓໒໓ ປີ) ຄືພຣະເຈດີສານຈິ ທີ່ເປັນຮູບໂອກວບ ຫຼືໝາກໂມຕັດເຄິ່ງ ນີ້ເປັນຫຼັກຖານວ່າ ພຣະພຸດທະສາສະນາໄດ້ຕັ້ງໝັ້ນລົງ ທີ່ພາກກາງຂອງປະເທດລາວເຮົາແລ້ວ ຈະເລີນງອກງາມພັດທະນາຕະຫຼອດມາ ແລະໄດ້ພັດທະນາຮຸ່ງເຮືອງແຜ່ຫຼາຍທົ່ວໄປ
ໃນແຫຼມອິນດູຈີນ ຫຼືສຸວັນນະພູມ ຍົກເວັ້ນແຕ່ດິນແດນທາງພາກຕາເວັນອອກ ສຽງເໜືອຂອງຄາບສະມຸດນີ້ ເຊິ່ງເປັນດິນແດນຂອງຫວຽດນາມຕອນເໜືອ