ລັກສະນະພຣະພຸດທະສາສະນາ

ພຣະພຸດທະສາສະນາ ຫຼືສາສະນາພຸດ ເປັນສາສະນາໜຶ່ງທີ່ສຳຄັນແລະຈັດເປັນ ສາສະນາສາກົນ ມີອົງພຣະສັມມາສັມພຸດທະເຈົ້າ ຊົງເປັນອົງພຣະບໍຣົມສາສະດາ ມີພຣະທັມຄໍາສອນ ທີ່ອົງພຣະບໍຣົມສາສະດານັ້ນ ຊົງຕັດສະຮູ້ໂດຍຖືກຕ້ອງສຸດ ດ້ວຍພຣະອົງເອງແລ້ວ ໄດ້ຕັດສອນໄວ້ເປັນ ຫຼັກຄຳສອນສຳຄັນ ແລະມີພຣະສົງຫຼື ພຸດທະບໍຣິສັດທັງ ໔ ເປັນຊຸມຊົນ ຂອງຜູ້ນັບຖືພຣະສາສະນາ ແລະສຶກສາປະຕິບັດ ຕົນຕາມຫຼັກທັມຄຳສັ່ງສອນ ເພື່ອຮັກສາສືບທອດໄວ້ ເຊິ່ງຄຳສັ່ງສອນຂອງອົງພຣະ ບໍຣົມສາສະດາ ພຣະອົງນັ້ນ ເມື່ອລວມພຣະພຸດທະເຈົ້າ ພຣະທັມ ແລະພຣະສົງ ເຂົ້າດ້ວຍກັນເອີ້ນວ່າ ພຣະຣັດຕະນະໄຕຣ.

ພຣະພຸດທະສາສະນາ ເປັນສາສະນາອະເທວະນິຍົມ ປະຕິເສດ ອຳນາດຍິ່ງໃຫຍ່ ແລະຄວາມມີຢູ່ຂອງພຣະເປັນເຈົ້າ ຫຼືພຣະຜູ້ສ້າງ ແຕ່ສອນຊົງໃຫ້ເຊື່ອໝັ້ນໃນ ສັກກະຍະພາບຂອງມະນຸດວ່າ ມະນຸດທຸກຄົນ ສາມາດພັດທະນາຈິດໃຈ ໄປສູ່ ຄວາມເປັນມະນຸດທີ່ສົມບູນໄດ້ ດ້ວຍການເຝິກຝົນອົບຮົມຕົນ ດ້ວຍຄວາມພາກ ພຽນພະຍາຍາມຂອງຕົນ ກ່າວຄື ພຣະພຸດທະສາສະນາ ສອນໃຫ້ມະນຸດບັນດານ ຊີວິດຂອງຕົນເອງ ດ້ວຍຜົນແຫ່ງການກະທຳຂອງຕົນ ຕາມກົດແຫ່ງກັມ (ຫຼັກ ຄວາມສົມເຫດສົມຜົນຂອງການກະທໍາ) ບໍ່ແມ່ນໄດ້ມາຈາກການອ້ອນວອນ ຮ້ອງ ຂໍຈາກພຣະເປັນເຈົ້າ ແລະສິ່ງສັກສິດຈາກພາຍນອກເຊິ່ງເປັນເລື່ອງໄກຕົວ ຄືສອນ ໃຫ້ເພິ່ງຕົນເອງ ໃຫ້ເບິ່ງການກະທໍາຂອງຕົນເອງ ດ້ວຍຄວາມພາກພຽນພະຍາຍາມ ອົບຮົມຕົນເອງດີແລ້ວ ເພື່ອພາຕົວເອງ ອອກຈາກກອງທຸກ ພຣະພຸດທະສາສະນາມີ ຈຸດມຸ່ງໝາຍຄື ການສອນໃຫ້ມະນຸດຫຼຸດພົ້ນ ອອກຈາກຄວາມທຸກທັງປວງໃນໂລກ ດ້ວຍວິທີການທີ່ເສີມສ້າງປັນຍາ ໃນການຢູ່ກັບຄວາມທຸກຢ່າງຮູ້ເທົ່າທັນ ຕາມທີ່ ເປັນຈິງ ວັດຖຸປະສົງສູງສຸດຂອງພຣະພຸດທະສາສະນາຄື ການຫຼຸດພົ້ນຈາກຄວາມ ທຸກທັງປວງ ແລະວັດຕະຈັກຂອງການວຽນວົນຕາຍເກີດ ເຊັ່ນດຽວກັບອົງພຣະ ບໍຣົມສາສະດາ ທີ່ຊົງຫຼຸດພົ້ນໄດ້ດ້ວຍກຳລັງສະຕິປັນຍາ ແລະຄວາມພາກພຽນ ພະຍາຍາມຂອງພຣະອົງເອງ ໃນຖານະທີ່ພຣະອົງ ກໍຊົງເປັນພຽງມະນຸດ ບໍ່ແມ່ນ ພຣະເປັນເຈົ້າ ເທວະດາ ຫຼືທູດຂອງພຣະເປັນເຈົ້າອົງໃດ.

ອົງພຣະບໍຣົມສາສະດາ ພຣະອົງປັດຈຸບັນຄື ພຣະໂຄດົມສັມມາສັມພຸດທະເຈົ້າ ມີພຣະນາມເດີມວ່າ ເຈົ້າຟ້າຊາຍສິດທັດຖະ ໄດ້ຊົງເລີ່ມອອກເຜີຍແຜ່ຫຼັກທັມຄໍາ ສັ່ງສອນໃນຊຸມພູທະວີບ (ປະເທດອິນເດຍ ປະເທດເນປານ ປະເທດປາກີສະຖານ ປະເທດອັບການິສະຖານປະເທດພູຖານ ແລະບັງຄະລາເທດ) ຕັ້ງແຕ່ສະໄໝພຣະ ພຸດທະການ ໃນການຕໍ່ມາ ຫຼັງຈາກທີ່ອົງພຣະບໍຣົມສາສະດາ ສະເດັດດັບຂັນທະ ປະຣິນິບພານແລ້ວ ພຣະທັມວິໄນ ທີ່ພຣະອົງຊົງສັ່ງສອນໄວ້ ໄດ້ຖືກຮວບຮວມໃຫ້ ເປັນໝວດໝູ່ ດ້ວຍການທຳສັງຄາຍະນາຄັ້ງທຳອິດ ໃນການຕໍ່ມາ ໄດ້ມີການ ຈາລຶກພຣະທັມຄໍາສັ່ງສອນໄວ້ໃນພຣະໄຕຣປິດົກ ເຊິ່ງເປັນຫຼັກການສຳຄັນ ທີ່ບໍ່ມີ ການປ່ຽນແປງມາຕະຫຼອດ ຂອງຝ່າຍ ເຖຣະວາດ ທີ່ຍຶດຫຼັກບໍ່ຍອມໃຫ້ມີການ ປ່ຽນແປງ ຄຳສັ່ງສອນຂອງອົງພຣະສັມມາສັມພຸດທະເຈົ້າ.

ຢ່າງໃດກໍຕາມ ເມື່ອເວລາຜ່ານມາເຖິງການທຳສັງຄາຍະນາຄັ້ງທີ ໒ ໄດ້ເກີດ ແນວຄວາມຄິດທີ່ເຫັນຕ່າງອອກໄປວ່າ ທັມວິໄນຂອງອົງພຣະສາສະດາ ສາມາດ ປ່ຽນແປງໄດ້ຕາມເວລາ ແລະສະຖານະການ ເພື່ອຄວາມຢູ່ລອດ ແຫ່ງພຣະພຸດທະ ສາສະນາແນວຄວາມຄິດດັ່ງກ່າວນີ້ ຈຶ່ງໄດ້ເລີ່ມກໍ່ຕົວ ແລະແຕກສາຍອອກເປັນ ນິກາຍໃໝ່ໃນຊື່ຂອງ ມະຫາຍານ ແລະໃນນັ້ນ ທັງ ໒ ນິກາຍ ຍັງໄດ້ແຕກ ນິກາຍຫຍ່ອຍອອກໄປອີກ ແລະເຜີຍແຜ່ອອກໄປທົ່ວດິນແດນອາຊີ ແລະໃກ້ຄຽງ ເຂົ້າເຖິງເອີຣົບ ບາງຄັ້ງກໍຈັດວ່າ ວັດຊະຣະຍານ ເປັນອີກນິກາຍໜຶ່ງ ແຕ່ບາງຄັ້ງກໍຈັດວ່າເປັນສ່ວນໜຶ່ງຂອງນິກາຍມະຫາຍານ ແຕ່ເຖິງວ່າຈະມີການຈັດຫຼາຍກວ່າ ນັ້ນກໍຕາມ ຫຼັກຄຳສອນຂອງພຣະພຸດທະສາສະນາ ກໍມີຫຼັກພື້ນຖານສຳຄັນຂອງ ປະຕິດຈະສະມຸບບາດ ເປັນຫຼັກຄຳສອນໜຶ່ງ ຍອມຮັບກັນຂອງຄະຕິພຸດໃນທຸກໆ ນິກາຍ. ທີ່ເປັນຄຳສອນຮ່ວມກັນແລະ ໃນປັດຈຸບັນ ພຣະພຸດທະສາສະນາ ໄດ້ແຜ່ໄປທົ່ວໂລກ ໂດຍມີຈຳນວນຜູ້ ນັບຖືສ່ວນໃຫຍ ຢູ່ໃນທະວີບອາຊີ ທັງໃນອາຊີກາງ ອາຊີຕາເວັນອອກ ແລະອາຊີ ຕາເວັນອອກສ່ຽງໃຕ້ ແລະມີສ່ວນໜຶ່ງທີ່ນັບຖືກັນໃນທະວີບເອີຣົບ ອົດສະຕາລີ ແລະອະເມຣິກາ ປັດຈຸບັນພຣະພຸດທະສາສະນາ ໄດ້ມີຜູ້ນັບຖືກະຈາຍໄປທົ່ວໂລກ ປະມານ ໗໐໐ ລ້ານຄົນ ດ້ວຍທີ່ມີຜູ້ນັບຖືໃນຫຼາຍປະເທດທົ່ວໂລກ ພຣະພຸດທະສາ ສະນາຈຶ່ງເປັນສາສະນາສາກົນ.

Leave a Reply

Your email address will not be published. Required fields are marked *