ສາສະນະສະສະຖານຂອງພຣະພຸດທະສາສະນາ

ສາສະນະສະຖານ ໃຊ້ເປັນທີ່ຢູ່ຂອງນັກບວດ ແລະການປະກອບພິທີກັມ ທາງສາສະນາ ຈົນເຖິງເປັນທີ່ລວມອົງປະກອບຫຼັກຂອງສາສະນາທັງໝົດໃນສາ ສະນະສະຖານ ຖານະຂອງສາສະນະສະຖານ ຈຶ່ງເປັນສົມບັດຂອງສາສະນາ

ວັດ ຄືສະຖານທີ່ທາງສາສະນາຕາມປົກກະຕິແລ້ວຈະມີເສນາສະນະ ແລະ ອາຄານຖາວອນວັດຖຸຕ່າງໆ ເປັນທີ່ພັກອາໄສຢູ່ເພື່ອສຶກສາ ປະຕິບັດຕາມພຣະທັມ ວິໄນ ຄຳສອນຂອງອົງພຣະບໍຣົມສາສະດາ ແລະປະກອບສາສະນະກິດ ຂອງພຣະ ພິກຂຸສົງ ແລະພຸດທະສາສະນິກະຊົນ ຕະຫຼອດຈົນເປັນທີ່ບຳເພັນກຸສົນຕ່າງໆ ນອກ ຈາກນີ້ ວັດຍັງເປັນສູນກາງໃຫ້ການສຶກສາ ແລະບໍລິການແກ່ສັງຄົມ ລວມທັງເປັນ ແຫຼ່ງສົ່ງເສີມສີລະປະວັດທະນະທໍາ ແລະຮີດຄອງປະເພນີອັນດີງາມ ວັດທັງຫຼາຍມີ ຖານະທາງກົດໝາຍ ຄືເປັນນິຕິບຸກຄົນເທົ່າທຽມກັນ ແຕ່ໃນທາງພຣະວິໄນ ມີ ຖານະແຕກຕ່າງກັນ.

Leave a Reply

Your email address will not be published. Required fields are marked *