ຫຼັກປະຣະມັດຖະທັມຂອງພຣະພຸດທະສາສະນາ

ພຣະພຸດທະສາສະນາສອນເລື່ອງ ປະຣະມັດຖະທັມ ຄືສະພາບທັມຕາມຄວາມ ເປັນຈິງ ເປັນທັມທີ່ຍິ່ງໃຫຍ່ ເປັນສະພາວະທັມທີ່ເປັນໄປຕາມເຫດຕາມປັດໄຈ ເຖິງແມ່ນວ່າອົງພຣະສັມມາສັມພຸດທະເຈົ້າ ຈະຊົງອຸບັດຂຶ້ນມາຕັດສະຮູ້ ຫຼືບໍ່ກໍຕາມ ສະພາວະທັມທັງຫຼາຍ ກໍຍ່ອມເປັນໄປຕາມເຫດຕາມປັດໄຈຂອງມັນຢູ່ຢ່າງນັ້ນ ເມື່ອອົງພຣະສັມມາສັມພຸດທະເຈົ້າ ຊົງສະເດັດອຸບັດຂຶ້ນມາ ຕັດສະຮູ້ທັມທັງປວງ ດ້ວຍພຣະອົງເອງວ່າ ທັມທັງຫຼາຍທັງປວງບໍ່ແມ່ນຕົວຕົນ ບໍ່ແມ່ນສັດບຸກຄົນແລະ ທັມທັງປວງກໍບໍ່ຢູ່ໃນອໍານາດບັງຄັບບັນຊາຂອງຜູ້ໃດທັງສິ້ນ ຈຶ່ງນຳມາບອກນຳມາ ສະແດງ ເປີດເຜີຍ ເຮັດໃຫ້ເຂົ້າໃຈງ່າຍ ບັນຍັດ ຕັ້ງໄວ້ເປັນຫຼັກ ປະຣະມັດຖະທັມ ບໍ່ແມ່ນທັມທີ່ເຫຼືອວິໄສທີ່ຈະເຂົ້າໃຈໄດ້ ເພາະປະຣະມັດຖະທັມ ເປັນທັມທີ່ມີຈິງ ສະນັ້ນ ຄວາມເຫັນອັນຖືກຕ້ອງ (ສັມມາທິຕຖິ) ຄວາມເຂົ້າໃຈອັນຖືກຕ້ອງ (ສັມມາສັງກັບປ:) ຈຶ່ງເປັນການຮູ້ຄວາມຈິງຂອງປະຣະມັດຖະທັມ ຕາມລັກສະນະ ຂອງປະຣະມັດຖະທັມນັ້ນ

ປະຣະມັດຖະທັມ 2 ປະເພດຄື ຮູບທັມແລະນາມທັມ ຫຼືຮູບ-ນາມ ຫຼືຮູບທາດ ນາມທາດ ຮູບທັມເປັນສະພາວະທີ່ບໍ່ຮັບຮູ້ອາຣົມ ນາມທັມເປັນສະພາວະທີ່ຮັບຮູ້ ອາຣົມ(ອາຣົມ ຄືສິ່ງທີ່ປາກົດແລະຮູ້ໄດ້ເປັນທັງຮູບທັມແລະນາມທັມ ເມື່ອຈິດ ເກີດຂຶ້ນຮູ້ສິ່ງໃດ ສິ່ງທີ່ຈິດຮຸ້ນັ້ນພາສາບາລີເອີ້ນວ່າ ອາຣັມມະນະ ຫຼື ອາຣົມ ຫຼັກ ຂອງພຣະພຸດທະສາສະນາອີກ ປະຣະມັດຖະທັມ 4 ມີຄືຈິຕ ເຈຕະສິກ ຮູບ ແລະ ນິພພານ.

1. ຈິຕ ເປັນສະພາວະທັມທີ່ເປັນໃຫຍ່ ເປັນປະທານ ໃນການຮູ້ສິ່ງທີ່ປາກົດ ເຊັ່ນ ເຫັນ ໄດ້ຍິນ ຖືກກິນ ເປັນຕົ້ນ ຈິຕ (ວິນຍານ) ເປັນສະພາບຮູ້ ເປັນ ນາມະທັມ ມີລັກສະນະເປັນໄຕຣລັກຄື ອະນິຈຈັງ-ບໍ່ທ່ຽງ ທຸກຂັງ-ທົນຢູ່

ບໍ່ໄດ້ຕະຫຼອດ ເກີດຂຶ້ນແລ້ວກໍດັບໄປ ອະນັຕຕາ-ບັງຄັບບັນຊາມັນບໍ່ໄດ້ ບໍ່ແມ່ນຕົວຕົນ ບໍ່ແມ່ນສັດບຸກຄົນ.

2 ເຈຕະສິກ ເປັນສະພາບທັມອີກປະເພດໜຶ່ງທີ່ເກີດຮ່ວມກັບຈິດ ຮູ້ສິ່ງດຽວ ກັບຈິດ ດັບໄປພ້ອມກັບຈິດ ແລະເກີດໃນທີ່ດຽວກັບຈິດ ເຈຕະສິກແຕ່ ລະເຈຕະສິກ ມີລັກສະນະແລະໜ້າທີ່ຕ່າງກັນ ຕາມປະເພດຂອງເຈຕະສິກ ນັ້ນ ເຈຕະສິກເປັນສະພາບຮູ້ອື່ນໆ ທີ່ບໍ່ແມ່ນຈິດ (ໄດ້ແກ່ ເວທະນາ ຄວາມຮູ້ສຶກສຸກ ທຸກ ຫຼືເສີຍໆ ທີ່ເກີດທາງກາຍຫຼືໃຈ ສັນຍາ-ຄວາມຈໍາ ໄດ້ໝາຍຮູ້ ເປັນຕົ້ນ) ເປັນນາມະທັມ ມີລັກສະນະເປັນໄຕຣລັກສະນະ (ອະນິຈຈັງ ທຸກຂັງ ອະນັຕຕາ)

3 ຮູບ ຮູບເປັນສະພາບບໍ່ຮູ້ ເຊັ່ນ ສີ ສຽງ ກິ່ນ ຣົດ ເປັນຕົ້ນ ເປັນຮູບທັມ ມີ ລັກສະນະເປັນໄຕຣລັກ (ອະນິຈຈັງ ທຸກຂັງ ອະນັຕຕາ)

4. ນິພພານ ເປັນນາມທັມທີ່ດັບກິເລດ ດັບທຸກ ນິບພານບໍ່ມີປັດໄຈປຸງແຕ່ງ ໃຫ້ເກີດຂຶ້ນ ນິພພານຈຶ່ງບໍ່ເກີດດັບ ນິພພານເປັນຂັນທະວິມຸຕຕິ ຄືພົ້ນ ຈາກຂັນ ນິພພານເປັນສະພາບຮູ້ ເປັນນາມທັມ ເປັນອະນັຕຕາ.

ພຣະພຸດທະສາສະນາສອນຫຼັກປະຣະມັຕຖະທັມ ຫຼືສັບພະສິ່ງ 4 ປະການຄື ຈິຕ ເຈຕະສິກ ຮູບ ແລະນິພພານນີ້ ຈຶ່ງປະຕິເສດອໍານາດແລະການມີຢູ່ຂອງພຣະຜູ້ ເປັນເຈົ້າ (ເພາະພຣະເປັນເຈົ້າບໍ່ໄດ້ຈັດເຂົ້າຢູ່ໃນປະຣະມັຕຖະທັມ) ແລະເຊື່ອວ່າ ໂລກນີ້ເກີດຂຶ້ນຈາກກົດຂອງທຳມະຊາດ ຫຼືນິຍາມ ກົດທຳມະຊາດ ຄວາມເປັນໄປ ອັນມີລະບຽບແນ່ນອນຂອງທຳມະຊາດ) 5 ປະການຄື:

1. ອຸຕຸນິຍາມ ກົດທຳມະຊາດທີ່ກ່ຽວກັບອຸນຫະພູມ ຫຼືປາກົດການທຳມະ ຊາດຕ່າງໆ ໂດຍສະເພາະ ດິນ ນໍ້າ ລົມ ອາກາດ ແລະລະດູການອັນເປັນ ສິ່ງແວດລ້ອມສຳຫຼັບມະນຸດ. ບໍ່ໄດ້ຕະຫຼອດ ເກີດຂຶ້ນແລ້ວກໍດັບໄປ ອະນັຕຕາ-ບັງຄັບບັນຊາມັນບໍ່ໄດ້ ບໍ່ແມ່ນຕົວຕົນ ບໍ່ແມ່ນສັດບຸກຄົນ.

2 ເຈຕະສິກ ເປັນສະພາບທັມອີກປະເພດໜຶ່ງທີ່ເກີດຮ່ວມກັບຈິດ ຮູ້ສິ່ງດຽວ ກັບຈິດ ດັບໄປພ້ອມກັບຈິດ ແລະເກີດໃນທີ່ດຽວກັບຈິດ ເຈຕະສິກແຕ່ ລະເຈຕະສິກ ມີລັກສະນະແລະໜ້າທີ່ຕ່າງກັນ ຕາມປະເພດຂອງເຈຕະສິກ ນັ້ນ ເຈຕະສິກເປັນສະພາບຮູ້ອື່ນໆ ທີ່ບໍ່ແມ່ນຈິດ (ໄດ້ແກ່ ເວທະນາ ຄວາມຮູ້ສຶກສຸກ ທຸກ ຫຼືເສີຍໆ ທີ່ເກີດທາງກາຍຫຼືໃຈ ສັນຍາ-ຄວາມຈໍາ ໄດ້ໝາຍຮູ້ ເປັນຕົ້ນ) ເປັນນາມະທັມ ມີລັກສະນະເປັນໄຕຣລັກສະນະ (ອະນິຈຈັງ ທຸກຂັງ ອະນັຕຕາ).

3 ຮູບ ຮູບເປັນສະພາບບໍ່ຮູ້ ເຊັ່ນ ສີ ສຽງ ກິ່ນ ຣົດ ເປັນຕົ້ນ ເປັນຮູບທັມ ມີ ລັກສະນະເປັນໄຕຣລັກ (ອະນິຈຈັງ ທຸກຂັງ ອະນັຕຕາ)

4. ນິພພານ ເປັນນາມທັມທີ່ດັບກິເລດ ດັບທຸກ ນິບພານບໍ່ມີປັດໄຈປຸງແຕ່ງ ໃຫ້ເກີດຂຶ້ນ ນິພພານຈຶ່ງບໍ່ເກີດດັບ ນິພພານເປັນຂັນທະວິມຸຕຕິ ຄືພົ້ນ ຈາກຂັນ ນິພພານເປັນສະພາບຮູ້ ເປັນນາມທັມ ເປັນອະນັຕຕາ.

ພຣະພຸດທະສາສະນາສອນຫຼັກປະຣະມັຕຖະທັມ ຫຼືສັບພະສິ່ງ 4 ປະການຄື ຈິຕ ເຈຕະສິກ ຮູບ ແລະນິພພານນີ້ ຈຶ່ງປະຕິເສດອໍານາດແລະການມີຢູ່ຂອງພຣະຜູ້ ເປັນເຈົ້າ (ເພາະພຣະເປັນເຈົ້າບໍ່ໄດ້ຈັດເຂົ້າຢູ່ໃນປະຣະມັຕຖະທັມ) ແລະເຊື່ອວ່າ ໂລກນີ້ເກີດຂຶ້ນຈາກກົດຂອງທຳມະຊາດ ຫຼືນິຍາມ ກົດທຳມະຊາດ ຄວາມເປັນໄປ ອັນມີລະບຽບແນ່ນອນຂອງທຳມະຊາດ) 5 ປະການຄື:

1. ອຸຕຸນິຍາມ ກົດທຳມະຊາດທີ່ກ່ຽວກັບອຸນຫະພູມ ຫຼືປາກົດການທຳມະ ຊາດຕ່າງໆ ໂດຍສະເພາະ ດິນ ນໍ້າ ລົມ ອາກາດ ແລະລະດູການອັນເປັນ ສິ່ງແວດລ້ອມສຳຫຼັບມະນຸດ.

2. ຊະນິຍາມ ກົດທຳມະຊາດກ່ຽວກັບການສືບພັນ ມີພັນທຸກັມ ເປັນຕົ້ນ

3. ຈິຕຕະນິຍາມ ກົດທຳມະຊາດກ່ຽວກັບການທໍາງານຂອງຈິດ

4. ທັມມະນິຍາມ ກົດທຳມະຊາດກ່ຽວກັບການກະທຳຂອງມະນຸດຄື ຂະບວນການໃຫ້ຜົນຂອງກັມ ການກະທຳ. 

5. ທັມມະນິຍາມ ກົດທຳມະຊາດກ່ຽວກັບຄວາມສຳພັນ ແລະອາການທີ່ເປັນເຫດເປັນຜົນແກ່ກັນ ແຫ່ງສິ່ງທັງຫຼາຍທັງປວງ’.

Leave a Reply

Your email address will not be published. Required fields are marked *