ຫຼັກສີນທັມຂອງພຣະພຸດທະສາສະນາ

ຫຼັກສິນທັມສຳຫຼັບຊາວພຸດ ທີ່ອົງພຣະສັມມາສັມພຸດທະເຈົ້າ ໄດ້ຊົງປະທານ ສັ່ງສອນໄວ້ ມີຢ່າງຫຼວງຫຼາຍຕາມລະດັບ ທັງຫຼັກຄຳສອນທີ່ເໝາະສົມກັບການ ດໍາຣົງຊີວິດຢູ່ປະຈໍາວັນ ແລະທີ່ສູງຂຶ້ນໄປ ຫາກພຸດທະສາສະນິກະຊົນ ຫຼືຊົນເຫຼົ່າ ໃດກໍຕາມ ຕັ້ງໝັ້ນ ປະພຶດປະຕິບັດຕາມ ຄຳສັ່ງສອນຂອງພຣະອົງແລ້ວ ຍ່ອມຈະ ບັງເກີດຄວາມສະຫງົບສຸກໃນການດໍາຣົງຊີວິດ ແລະໃນສັງຄົມໂດຍລວມຢ່າງ ແນ່ນອນເຊັ່ນ: ສີນ ໕ ເປັນມະນຸດສະທັມ

ສີນ ໕ ປະການ ເປັນທັມຂອງມະນຸດ ເພື່ອສັງຄົມມະນຸດມີສີນ ໕ ປະການນີ້ ຈຶ່ງເປັນສັງຄົມອັນປະເສີດ ເປັນສັງຄົມທີ່ສະຫງົບສຸກໜ້າຢູ່ຄື:

1. ເວັ້ນຈາກປານາຕິບາຕ ໝາຍເຖິງ ການລະເວັ້ນຈາກການຂ້າ ການສັງຫານ ການບຽດບຽນຂົ່ມເຫັງ ການປະທຸດສະຮ້າຍຕໍ່ຊີວິດ

ແລະຮ່າງກາຍ ເຄົາຣົບໃນຊີວິດຂອງຄົນອື່ນ ສັດອື່ນວ່າ ທຸກໆ ສັດຮັກຊີວິດຂອງຕົນ ໂດຍການມີທັມໃນໃຈຄື ຄວາມຮັກແພງ ຄວາມຫວັງດີ ປາຖະນາໃຫ້ມີຄວາມສຸກ ຄວາມຈະເຣີນແກ່ທຸກໆ ຊີວິດ ແລະຄວາມກະຣຸນາສົງສານ ຄິດຊ່ວຍເຫຼືອໃຫ້ພົ້ນຈາກ ຄວາມທຸກນັ້ນໆ

2. ເວັ້ນຈາກອະທິນນາທານ ໝາຍເຖິງ ການລະເວັ້ນຈາກການລັກ ຂະໂມຍ ການບຽດບຽນຍາດຊິງ ປະທຸດສະຮ້າຍຕໍ່ຊັບສິນຂອງ ຕົນແລະຄົນອື່ນ ໂດຍປະພຶດທັມ ຄືການຫາລ້ຽງຊີວິດໃນທາງ ສຸຈະຣິດ.

3. ເວັ້ນຈາກກາເມສຸມິຈສາຈານ ໝາຍເຖິງ ການລະເວັ້ນຈາກການ ປະພຶດຜິດໃນກາມ ບໍ່ປະທຸດສະຮ້າຍຂອງຮັກ ຂອງຫວງແຫນ ຕົນແລະຄົນອື່ນ ອັນເປັນການທາໍລາຍກຽດຕິພູມ ແລະຈິດໃຈ ຕະຫຼອດຈົນ ເຮັດວົງຕະກູນຂອງເຂົາໃຫ້ສັບສົນ ໂດຍໃຫ້ມີທັມຄື ຄວາມສັງວອນໃນກາມ ຄວາມສລວມລະວັງ ຮູ້ຈັກຢຸດຢັ້ງຄວບ ຄຸມໃນທາງກາມາຣົມ ບໍ່ໃຫ້ຫຼົງໄຫຼໃນຮູບ ສຽງ ກິ່ນ ຣົດ ສຳຜັດ ເປັນຕົ້ນ.

4. ເວັ້ນຈາກມຸສາວາດ ໝາຍເຖິງ ການລະເວັ້ນຈາກການເວົ້າຕົວະ ຫຼອກລວງ ບໍ່ປະທຸດສະຮ້າຍເຂົາ ຫຼືທໍາລາຍປະໂຫຍດສຸກຂອງເຂົາ ດ້ວຍວາຈາ ໂດຍໃຫ້ມີທັມຄືການເວົ້າຈິງ ທໍາຈິງ ຄວາມຊື່ສັດ ຄວາມຊື່ກົງ.

5. ເວັ້ນຈາກສຸຣາເມໄຣ ໝາຍເຖິງ ການບໍ່ດື່ມ ບໍ່ເສບເຄື່ອງດອງ ຂອງມຶນເມົາ ສິ່ງເສບຕິດ ອັນເຮັດໃຫ້ຂາດສະຕິ ເກີດຄວາມ

ປະໝາດມົວເມົາ ກໍ່ຄວາມເສຍຫາຍຜິດພາດ ເພາະຂາດສະຕິ ເຊັ່ນ ເຮັດໃຫ້ເກີດອຸບັດເຫດທັງຫຼາຍ ຫຼືຢ່າງນ້ອຍກໍເປັນຜູ້ຄຸກຄາມ ຕໍ່ຄວາມຮູ້ສຶກໝັ້ນຄົງ ປອດໄພຂອງຜູ້ຢູ່ຮ່ວມສັງຄົມ ໂດຍການ ປະພຶດທັມ ຄືມີສະຕິສັມປະຊັນຍະ ໝາຍເຖິງ ການລະນຶກໄດ້ ແລະຮູ້ຕົວຢູ່ສະເໝີ ຄືເຝິກຕົນໃຫ້ຮູ້ຈັກຢັ້ງຄິດ ຮູ້ສຶກຕົວຢູ່ສະເໝີ ວ່າ ສິ່ງໃດຄວນທາໍແລະບໍ່ຄວນທຳ ໂດຍລະວັງ ບໍ່ໃຫ້ເປັນຜູ້ມົວ ເມົາປະໝາດນັ້ນເອງ.

Leave a Reply

Your email address will not be published. Required fields are marked *