ດັ່ງທີ່ເຮົາຊາບແລ້ວວ່າ ສິນຫ້າ ເປັນຫລັກທຳພື້ນຖານທາງພຣະພຸດທະສາສະນາ ທີ່ຄົນໃນສາສະນາພຸດຮຽນຮູ້ມາຕັ້ງແຕ່ຍັງນ້ອຍ ແລະ ຊາວພຸດຫລາຍຄົນນຳມາໃຊ້ ໃນການດຳເນີນຊີວິດທີ່ຢຶດຖືກັນມາເປັນເວລາດົນນານ. ມີຫລາຍຄົນອາດຈະຍັງບໍ່ຮູ້ວ່າ ສິນຫ້າກ່ຽວຂ້ອງທາງດ້ານກົດໝາຍເຊັ່ນກັນ ຫລື ເອີ້ນໄດ້ວ່າ ສິນຫ້າກ່ຽວຂ້ອງກັບຊີວິດທາງໂລກແລະທາງທຳ. ໃນສິນຫ້າຂໍ້ທີ່ 1 ໄດ້ບັດຍັດໄວ້ຫ້າມຂ້າສັດ, ແຕ່ຫລາຍຄົນຍັງສົງໃສວ່າ ຖ້າກິນເນື້ອສັດທີ່ຄົນອື່ນຂ້າມາແລ້ວນັ້ນຈະເປັນບາບບໍ່?. ພຣະພຸດທະເຈົ້າໄດ້ອະນຸຍາດໃຫ້ກິນເນື້ອສັດທີ່ບໍລິສຸດໃນສາມກໍລະນີທີ່ບໍ່ເປັນບາບ-ກໍາ ເຊັ່ນ:
1. ບໍ່ໄດ້ເຫັນຕອນເຂົາຂ້າສັດນັ້ນເພື່ອມາເປັນອາຫານ
2. ບໍ່ໄດ້ຍິນ ວ່່າເຂົາຈະຂ້າສັດນັ້ນມາໃຫ້ຕົນເອງກິນ
3. ບໍ່ມີຄວາມສົງໃສວ່າຂ້າສັດນັ້ນມາເພື່ອຕົນເອງ
ກິນເນື້ອສັດທີ່ບໍ່ເປັນບາບໃນສິນຫ້າຂໍ້ໜຶ່ງ
