ກຸສົນລະກຳມະບົດແມ່ນຫຍັງ?

ກຸສົນລະກຳມະບົດ ແມ່ນທາງແຫ່ງກຳດີ, ທາງທຳດີ, ທາງແຫ່ງກຳທີ່ເປັນກຸສົນ

ກຳດີອັນເປັນທາງນຳໄປສູ່ຂະຕິມີ 10 ຢ່າງຄື:

  1. ກາຍະກຳ 3 ຢ່າງໄດ້ແກ່:
    1. ປານາຕິປາຕາ ເວຣະມະນີ: ເວັ້ນຈາກທຳລາຍຊີວິດ
    1. ອະທິນນາທານາ ເວຣະມະນີ: ເວັ້ນຈາກເອົາຂອງເຂົາມາເປັນຂອງຕົນທີ່ເຂົາບໍ່ໄດ້ໃຫ້
    1. ກາເມສຸມິດສາຈາຣະ ເວຣະມະນີ: ເວັ້ນຈາກການປະພຶດຜິດໃນກາມ
  2. ວາຈີກຳ ມີ 4 ຢ່າງໄດ້ແກ່:
    1. ມຸສາວາທາ ເວຣະມະນີ: ເວ້ັ້ນຈາກການເວົ້າຂີ້ຕົວະ
    1. ປິສຸນາຍ ວາຈາຍ ເວຣະມະນີ: ເວັ້ນຈາກການເວົ້າສໍສຽດ
    1. ຜະຣຸສາຍ ວາຈາຍ ເວຣະມະນີ: ເວັ້ນຈາກການເວົ້າຫຍາບຄາຍ
    1. ສຳຜັບປລາປາ ເວຣະມະນີ: ເວັ້ນຈາກການເວົ້າເພີເຈີ (ເວົ້າທົ່ວຖີບ)
  3. ມະໂນກຳມີ 3 ຢ່າງໄດ້ແກ່:
    1. ອະນະພິດຊາ: ບໍ່ໂລບຄອຍຈ້ອງຢາກໄດ້ຂອງເຂົາ
    1. ອົບພະຍາບາດ: ບໍ່ຄິດຮ້າຍບຽດບຽນເຂົາ
    1. ສຳມະທິດທິ: ເຫັນຊອບຕາມຄອງທຳ

Leave a Reply

Your email address will not be published. Required fields are marked *