ແມ້ແຕ່ເກີດມາເປັນຄົນກໍບໍ່ເໝືອນກັນ ແລະ ຊີວິດນັ້ນກໍເປັນໄປຕາມກົດແຫ່ງຄວາມເປັນຈິງ, ເກີດມາແລ້ວປ່ຽນແປງ, ເກີດມາແລ້ວໄດ້ຮັບຄວາມທຸກ, ທີ່ສຸດແລ້ວເກີດມາແລ້ວກໍຈະຕ້ອງຕາຍຈາກໂລກນີ້. ເມື່ອເຮົາສຶກສາຄຳສັ່ງສອນຂອງພຣະສຳມາສຳພຸດທະເຈົ້າ ຈຶ່ງເກີດມີຄຳຖ່າມທີ່ທ່າທ້າຍຫລາຍ ສົມມຸດວ່າ: ເຮົາຕ້ອງຕາຍວັນນີ້ ຕາຍມື້ອື່ນນີ້ ຊິວິດນີ້ຈະເປັນແນວໃດ? ແຕ່ແລ້ວກໍຂື້ນກັບແຕ່ລະຄົນ ແຕ່ລະສະຕິປັນຍາຈະຄິດແນວໃດ. ອັດຕະມາເຄີຍຖາມບາງຄົນວ່າ: ບໍ່ຢ້ານຕາຍບໍ່ຄືໄປສ້າງບາບສ້າງກຳ ທຳແລ້ວບາບກຳນັ້ນມັນຈະສົ່ງຜົນ ບໍ່ສົ່ງຊາດນີ້ມັນກໍອາດຈະສົ່ງຊາດໜ້າ. ຊິວິດເກີດມາຕ້ອງແກ່ ຕ້ອງເຈັບ ແລະ ຕ້ອງຕາຍ. ບາງຄົນກໍບອກວ່າ: ເປັນເລື່ອງທຳມະດາ ຄົນເຮົາເກີດມາກໍຕ້ອງຕາຍ. ຄວາມຕາຍນັ້ນມັນເປັນທຳມະດາໂລກ, ແຕ່ວ່າຊີວິດຈິດໃຈຂອງເຮົາມັນບໍ່ທຳມະດາ ໃຜກໍຕາຍແນ່ນອນ, ເກີດມາກໍມີແຕ່ຕາຍ. ກ່ອນຊິຕາຍກໍເອົາຄັກໆກ່ອນ, ກິນຄັກໆ, ຫລີ້ນຄັກໆ, ມ່ວນຄັກໆ. ຄວາມຕາຍມັນເປັນເລື່ອງທຳມະດາ ແຕ່ວ່າມັນຈະບໍ່ທຳມະດາ, ຖ້າຈິດດວງວິຍານນີ້ຍັງບໍ່ທັນໄດ້ຮັບການພັດທະນາ. ອັນນີ້ເຮົາຕ້ອງໄດ້ເລີ່ມສຶກສາຈິດໃຈ ຈະຕ້ອງໃຫ້ເຮົາໄດ້ຄິດໄດ້ພິຈາລະນາວ່າ: ຊີວິດຂອງເຮົາໄດ້ມີເປົ້າໝາຍຢ່າງໃດ?. ເຮົາຈະໄດ້ອັນໃດໃນການເກີດມາ. ອັດຕະມາຈະບໍ່ກ່າວເຖິງຍົດຖາບັນດາສັກ, ເງິນທອງທີ່ຍາດຍົມສະສົມມາ ແລະ ສິ່ງທີ່ທ່ານທັງຫລາຍຕ້ອງການສະແຫວ່ງຫາ ເພາະສິ່ງເຫລົ່ານັ້ນເປັນເລື່ອງຂອງໂລກ, ມີລາບເສື່ອມລາບ, ມີຍົດເສື່ອມຍົດ, ມີຄົນຍົກຍ້ອງ, ມີຄົນນິນທາ, ມີສຸກ, ມີທຸກ ເອີ້ນວ່າ: ໂລກກະທຳທັງແປດ, ສິ່ງເຫລົ່ານັ້ນເຮົາມີທຸກຄົນ. ເວລາເຂົາຮັກເຂົາກໍວ່າເຮົາດີ ເວລາເຂົາບໍ່ຮັກເຂົາກະວ່າເຮົາຊົ່ວ, ເວລາເຂົາໄດ້ຜົນປະໂຫຍດຈາກເຮົາເຂົາກໍຍົກຍ້ອງສັນລະເສີນ, ເວລາເຂົາສູນເສັຍຜົນປະໂຫຍດ ເຂົາກໍນີນທາວ່າຮ້າຍເຮົາ.
ຊີວິດເກີດມາຕ່າງກັນ
