ຜົນກຳຈາກການທຳຜິດສິນຂໍ້ທີ 1
ຜູ້ທີ່ທຳຜິດສີນຂໍ້ທີ 1 (ຂ້າສັດ, ບຽດບຽນສັດທຳຮ້າຍສັດ, ກັກຂັງ, ທໍລະມານສັດ) ຜົນກຳຄື: ມີປັນຫາສຸຂະພາບ, ເປັນພະຍາດຕ່າງໆ, ມີພະຍາດຊຳເຮື້ອ ປີ່ນປົ່ວບໍ່ເຊົາ ປີ່ນປົ່ວຫຍຸ້ງຍາກ, ມີອຸປະຕິເຫດເລື່ອຍໆ, ອາດມີການຂາດຕະກຳຄືກຳຕັດຮອນ ທຳໃຫ້ຕາຍກ່ອນເວລາອັນຄວນ, ບາງຄົນອາດພິການ, ມີປັນຫາຮ່າງກາຍບໍ່ສົມສ່ວນບໍ່ສົມປະກອບ, ເປັນກໍາພ້າພໍ່-ແມ່, ຄົນໃກ້ຕົວຖືກຂ້າຕາຍອາຍຸສັ້ນ, ຕາຍທໍລະມານ ຕາຍແບບດຽວກັບທີ່ໄດ້ຂ້າແລະທໍລະມານສັດ, ຮູບຮ່າງອັບປະລັກແລະມີພົມດ້ອຍດ້ານສັງຂານ.

ຜົນກຳຈາກການທຳຜິດສິນຂໍ້ທີ 2
ຜູ້ທີ່ທຳຜິດສິນຂໍ້ 2 (ລັກຊັບ, ຂີ້ລັກ, ສໍ້ໂກງ, ຍັກຍອກ, ທຳລາຍຊັບ) ຜົນກຳຄື: ທຸລະກິດບໍ່ຈະເລີນກ້າວໜ້າ ເຈ໊ງ ຂາດທູນ, ຝຶດເຄືອງ, ຖືກເຂົາໂກງ, ມີອຸປະຕິເຫດໃຫ້ເສັຍຊັບສິນຕ້ອງຊົດໃຊ້ໃຫ້ຄົນອື່ນຢ່າງບໍ່ມີເຫດຜົນ, ຊັບສິນຫາຍເລື່ອຍໆ, ຫລົງລືມຊັບວາງໄວ້ບໍ່ເປັນທີ່ຊອກຫາກໍ່ບໍ່ເຫັນ, ມີຄົນມາຜ້ານຊັບສິນເລື່ອຍໆ ທັງຄົນໃກ້ຕົວແລະຄົນທົ່ວໄປ, ລູກຫລານແຍ່ງຊີງມໍລະດົກ, ຖືກເຂົາລັກເຄື່ອງເລື່ອຍໆ, ຕະກູນອັບຈົນບໍ່ມີວັນສີ້ນສຸດ, ມີແຕ່ຄົນມາທຳລາຍຊັບສິນ.

ຜົນກຳຈາກການທຳຜິດສິນຂໍ້ທີ 3
ຜູ້ທຳຜິດສິນຂໍ້ 3 (ປະພຶດຜິດໃນກາມ-ຜິດລູກເມັຍຄົນອື່ນ, ລ່ວງເກີນລູກສາວຂອງຄົນອື່ນກ່ອນໄດ້ຮັບອະນຸຍາດ, ແຍ່ງຄົນຮັກຂອງຄົນອື່ນ, ກີດກັ້ນຄວາມຮັກຂອງຄົນອື່ນ, ນອກໃຈຄູ່ຄອງ, ຫລອກລວງຂົ່ມຂືນ, ຄ້າປະເວນີ, ລ່ວງເກີນທາງເພດຕ່າງໆ) ຜົນກຳຄື: ຫາຄູ່ຄອງບໍ່ໄດ້, ໜ້າຕາອັບປະລັກ, ຖືກເພດກົງກັນຂ້າມເຍາະເຍີຈົນເປັນພົມດ້ອຍ, ເປັນຮ້າງ-ເປັນມ້າຍ ຜົວເມຍຕາຍຈາກ, ຜົວຢ່າ-ເມຍຮ້າງ, ຄົບໃຜກໍພາໃຫ້ມີການຢ່າຮ້າງເລີກລາ, ຄົນຮັກນອກໃຈ, ຄົນຮັກມີຊູ້, ຜົວມີເມຍນ້ອຍ, ຄົບໃຜກໍມີແຕ່ຄົນເຈົ້າຊູ້, ຖືກຂົ່ມຂືນ, ບໍ່ມີມິດຈິງໃຈ, ເພື່ອນຝຸ່ງບໍ່ຮັກ, ພີ່ນ້ອງກໍ່ບໍ່ຮັກ, ພໍ່ແມ່ທອດທິ້ງ, ຊີວິດຂາດຄວາມອົບອຸ່ນ, ມີຄວາມຜິດປົກກະຕິທາງເພດທາງຮ່າງກາຍທາງຈິດໃຈ, ຖືກກີດກັ້ນທາງຄວາມຮັກ, ສັງຄົມບໍ່ຍ່ອມຮັບຄວາມຮັກຂອງຕົນ, ມີຄົນຮັກຫລົບໆ ຊ່ອນໆ, ຕ້ອງມີເຫດພັດພາກຈາກຄົນຮັກແລະຂອງຮັກຢູ່ສະເໝີ (ກ່ອນເວລາອັນຄວນ).

ຜົນກຳຈາກການທຳຜິດສິນຂໍ້ທີ 4
ຜູ້ທີ່ທຳຜິດສິນຂໍ້ 4 (ຂີ້ຕົວະ, ກັບຄຳ, ບໍ່ມີສັດຈະ, ຫລອກລວງຜູ້ອື່ນ, ໃສ່ຮ້າຍຜູ້ອື່ນ, ຍຸແຍ່ໃຫ້ຄົນແຕກແຍກກັນ, ໃຊ້ວາຈາດູຫມີ່ນ, ເວົ້າແບບສຽດສີ, ເວົ້າຄຳຫຍາບຄາຍ, ຂີ້ໂມ້, ນິນທາ, ດ່າຄົນອື່່ນ, ດ່າພໍ່ລໍ້ແມ່, ດ່າແລະຖຽງຜູ້ມີພະຄຸນ, ຜິດສັນຍາ, ສາບານແລ້ວບໍ່ທຳຕາມ) ຜົນກຳຄື: ປາກບໍ່ງາມ, ແຂ້ວບໍ່ງາມ, ມີກີ່ນປາກ, ມີປັນຫາເລື່ອງປາກເລື່ອງແຂ້ວເປັນປະຈຳ, ມີແຕ່ຄົນເວົ້າໃຫ້ເສັຍຫາຍ, ມີຄົນຊູບຊິບນີນທາ, ມີຄົນລໍ້ຖ້າໃສ່ຮ້າຍດູຫມີ່ນແລະສໍສຽດຢູ່ສະເໝີ, ບໍ່ມີໃຜຈິງໃຈນຳ, ມີແຕ່ຄົນມາເວົ້າຈາຫລອກລວງ, ຜິດສັນຍາ, ເກີດໃນສັງຄົມທີ່ເວົ້າແຕ່ຄຳຫຍາບຄາຍ-ຄຳສໍສຽດ ປີ້ນພຸ້ນປີ້ນພີ້ ນິນທາຢູ່ຕະຫລອດ, ພຽງຕື່ນຂື້ນມາກໍ່ພົບເຈີແຕ່ສິ່ງທີ່ບໍ່ເປັນມຸງຄຸນ (ສັງຄົມທີ່ປາກບໍ່ເປັນມຸງຄຸນ), ຫລົງເຊື່ອຄົນອື່ນໄດ້ງ່າຍ, ຖືກຫລອກໄດ້ງ່າຍ, ບໍ່ມີໃຜເຊື່ອຖືໃນຄຳເວົ້າ, ເວົ້າຫຍັງກໍ່ຄົນອື່ນບໍ່ສົນໃຈ, ເວົ້າຫຍັງກໍຕິດໆ ຄັດໆ ຄິດຈະເວົ້າຫຍັງກໍ່ບໍ່ໄດ້ດັ່ງໃຈ.

ຜົນກຳຈາກການທຳຜິດສິນຂໍ້ທີ 5
ຜູ້ທີ່ທຳຜິດສິນຂໍ້ 5 (ດື່ມຂອງມື່ນເມົາ, ເສບຢາເສບຕິດ,ໃຫ້ຢາເສບຕິດ, ໃຫ້ຂອງມື່ນເມົາ, ຂາຍຂອງມື່ນເມົາ, ຂາຍຢາເສບຕິດ) ຜົນກຳຄື: ສະຕິປັນຍາບໍ່ດີ, ຂີ້ຫລົງຂີ້ລື່ມ, ຮຽນບໍ່ເກັ່ງ, ອ່ານໜັງສືບໍ່ຈື່, ອ່ານຈັ່ງໃດກໍຍັງບໍ່ເຂົ້າໃຈ, ເກີດໃນຕະກຸນທີ່ໂງ່ເຫງົ້າ ເຕັມໄປດ້ວຍອະບາຍຍະມຸກ, ຖ້າກຳໜັກຈະເກີດເປັນຄົນປັນຍາອອ່ນ, ເປັນໂລກທາງປັນຍາ, ລູກຫລານໂລເລຂີ້ເມົາ, ມີລູກຫລານຕິດຢາເສບຕິດ, ເກີດອຸປະຕິເຫດໄດ້ງ່າຍ ບໍ່ມີສະຕິລະວັງ ມີແຕ່ຄວາມປະມາດ, ມັກຫລົງແລະຜິດໄດ້ງ່າຍ, ເປັນຄົນຖືກມອມເມົາໃຫ້ຫລົງໄຫລໃນສິ່ງຜິດໄດ້ງ່າຍ (ຂາດສະຕິ).
