ພຣະພິຂຸ ທີ່ຕ້ອງອາບັດ (ລ່ວງລະເມີດພຣະວິໃນ) ກໍ່ຕ້ອງປົງອາບັດ (ສະແດງໂທດຂອງຕົນ) ແລ້ວບໍ່ເຮັດອີກ ຖ້າບໍ່ປົງອາບັດກໍຕົກນາລົກແນ່ນອນ. ຍ້ອນຫຍັງ? ເພາະຄົນທຳມະດາຖ້າທຳຜິດກໍຕົກນາລົກເຊັ່ນກັນ, ນີ້ເປັນພຣະພິຂຸທີ່ປະຕິຍານຕົນວ່າ ຈະດຳລົງຊີວິດແບບຂັດເກົາກິເລດໃນສະມະນະເພດ ຈຶ່ງໄດ້ລາບຈາກຊາວບ້ານ ເປັນອາຫານ ເຄື່ອງນຸ່ງຫົ່ມທຸກຢ່າງ ໂດຍຕົນເອງບໍ່ຕ້ອງສະແຫວ່ງຫາຫຍັງເລີຍ. ຖ້າບໍ່ປະພຶດປະຕິບັດໄປຕາມຄອງພຣະວິໃນ ເໝືອນກັບຫລອກລວງຄົນໃຫ້ຫລົງເຊື່ອວ່າ ຕົນເອງເປັນຜູ້ທີ່ທຳຄວາມດີ ແຕ່ທີ່ຈິງບໍ່ໄດ້ທຳເລີຍ.
ພຣະຈຳນວນຫລາຍຕົກນາລົກ
