
ທຸກມື້ນີ້ ເລື່ອງຂອງການນອກໃຈ ມີໃຫ້ເຫັນຢູ່ເລື້ອຍໆ ທັງເລື່ອງຜົວໄປມີເມຍນ້ອຍ, ແອບໄປມີກິກ ຫລື ມີເພດສຳພັນແບບລັບໆ, ລວມທັງລ້ຽງສາວໆ ແບບລັບໆ ທີ່ມັກເຫັນໃນສື່ຕ່າງໆ. ບາງຄົນກໍເຫັນກັນຈົນຮູ້ສຶກຄຸ້ນເຄີຍແລະລຶ່ງໄປແລ້ວ. ເຊິ່ງບັນຫາເຫຼົ່ານີ້ ທີ່ຈະພາໄປເຖິງບັນຫາທີ່ຈະສົ່ງຜົນກະທົບຕໍ່ສັງຄົມໂດຍລວມ ເຊັ່ນ: ບັນຫາການຢ່າຮ້າງ, ບັນຫາເດັກເປັນກໍາພ້າ ເຮັດໃຫ້ເດັກມີບັນຫາ. ນອກນັ້ນ ການປະພຶດຜິດທາງເພດແບບນີ້ ມັນຍັງຖືວ່າເປັນການຜິດສີນຢ່າງຮ້າຍແຮງ.
ຜົນສະທ້ອນທີ່ອາດຈະໄດ້ຮັບໃນຊາດນີ້
1. ໂລກໄພໄຂ້ເຈັບມາຢາມ
ການມັກຫລາຍໃນທາງກາມມະລົມ ອາດຈະທຳໃຫ້ເກີດໂລກຕິດຕໍ່ທາງເພດສຳພັນ ລວມທັງຄວາມຄຽດຈາກການສັບຮ່າງຕົວະຍົວະຫຼອກລວງ ຍັງຈະສົ່ງຜົນເສຍຕໍ່ກັບຮ່າງກາຍ ແລະ ມັນສະໝອງ.
2. ແຍກຈາກຄົນທີ່ຮັກແທ້
ດ້ວຍການເປັນຄົນຫລອກລວງ, ບໍ່ຈິງໃຈ, ໃນທີ່ສຸດ ມັນຈະເຮັດໃຫ້ຄົນທີ່ຮັກຕົນເອງແທ້ໆ ຄ່ອຍໆ ຕີຕົວອອກຈາກໄປ, ປ່ອຍປະໃຫ້ຜົວທີ່ນອກໃຈ ຕ້ອງທົນທຸກທໍລະມານກັບຄວາມໂດດດ່ຽວ ເຖິງແມ່ນວ່າມີຄວາມຕ້ອງການຄົນທີ່ມີຄວາມເປັນຫ່ວງເປັນໄຍທີ່ສຸດ
3. ອາດຈະຖືກທໍາຮ້າຍຈາກຄົນອື່ນ
ເພາະຄວາມຊົ່ວຮ້າຍທີ່ໄດ້ເຮັດກັບຄົນອື່ນ, ຈຶ່ງບໍ່ຕ້ອງສົງໃສເລີຍທີ່ຈະຕ້ອງຖືກປ້ອງຮ້າຍ ຈາກຄົນທີ່ຖືກທຳຮ້າຍມາກ່ອນ.
4. ຖ້າມີລູກ ລູກຈະບໍ່ເຊື່ອຟັງ
ດ້ວຍຄວາມທີ່ລູກໄດ້ເຫັນຕົວຢ່າງທີ່ບໍ່ດີ ຈຶ່ງເປັນສາຍເຫດທີ່ເຮັດໃຫ້ເດັກນ້ອຍດື້ດ້ານ, ມີນິໃສຫຍາບຄາຍ ແລະ ບໍ່ໃຫ້ຄວາມນັບຖື
5. ຊີວິດບໍ່ຈະເລີນຮຸ່ງເຮືອງ
ເມື່ອມີບັນຫາ ມັກຈະບໍ່ມີໃຜຊ່ວຍ, ພ້ອມນັ້ນ ອາດຈະຖືກເມຍນ້ອຍຫລອກລວງແລ້ວກໍ່ໜີຫາຍໄປ. ນອກຈາກນັ້ນ ການຜິດລູກຜິດເມຍຄົນອື່ນ ຫຼື ແມ້ກະທັ້ງຕົວະຫລອກລວງຄົນທີ່ຕົນເອງຮັກ ມັນຈະສົ່ງຜົນໃຫ້ຖືກຈັບຜິດໃນເລື່ອງອື່ນໆ. ເວົ້າຫຍັງກໍ່ບໍ່ໜ້າເຊື່ອຖື, ເຈົ້ານາຍ ຫຼື ລູກນ້ອງໝົດຄວາມສັດທາ ແມ່ນແຕ່ຄົນອ້ອມຂ້າງກໍບໍ່ເຊື່ອໃຈ.
ຜົນກຳທີ່ອາດຈະໄດ້ຮັບໃນຊາດໜ້າ
1. ມີຄົນກຽດຊັງຫຼາຍ
ເພາະການກະທຳຜິດລູກຜິດເມັຍເຂົາ ຍ້ອມສ້າງຄວາມຄຽດແຄ້ນໃຫ້ແກ່ຄົນທີ່ກ່ຽວຂ້ອງ ກັບຜູ້ເສຍຫາຍ, ຜົນໄດ້ຮັບມີຄື: ມີສັດຕູ ແລະ ມີຫຼາຍຄົນທີ່ກຽດຊັງ. ໃນຂໍ້ນີ້ ທຸກໆ ຄົນຕ້ອງເຄີຍປະສົບພົບພໍ້ມາແລ້ວ, ແຕ່ມັນເປັນພຽງແຕ່ສ່ວນຫນຶ່ງຂອງກັມ, ເຊັ່ນ: ເມື່ອມີການຂັດແຍ້ງກັບຜູ້ໃດຜູ້ນຶ່ງ ແລະມີການໂຕ້ຖຽງກັນ ເຮັດໃຫ້ເບິ່ງໜ້າກັນບໍ່ໄດ້ ຫຼື ບາງຄົນອາດມີຕໍາແໜ່ງໜ້າທີ່ການງານສູງ, ມີຍົດຖາບັນດາສັກ ແຕ່ບໍ່ເປັນທີ່ພໍໃຈຂອງຜູ້ໃຕ້ບັນຊາ ເປັນຕົ້ນ.
2. ມີຄົນຄິດທໍາຮ້າຍ
ເນື່ອງຈາກວ່າ ໄດ້ສ້າງສັດຕູ ສ້າງຄວາມເຈັບຊ້ຳນ້ຳໃຈໃຫ້ກັບຄົນອື່ນ, ຕົວຢ່າງ: ນັກຮຽນບາງຄົນ ເປັນຄົນຮຽບຮ້ອຍ ບໍ່ເຄີຍມີເລື່ອງກັບໃຜ ແຕ່ຖືກນັກຮຽນຄົນອື່ນໆ ທຳຮ້າຍຈົນບາດເຈັບ. ອັນທີ່ຜົນທີ່ຖືກທຳຮ້າຍ ເນື່ອງຈາກວ່າໃນຊາດທີ່ຜ່ານມາ ໄດ້ເຄີຍທຳບາບ ການຫລິ້ນຊູ້ ແລະ ການທໍາບາດເຈັບນັ້ນແມ່ນຍ້ອນວ່າ ເຄີຍຂ້າໃຈຄົນອື່ນມາແຕ່ກ່ອນນັ້ນເອງ, ເຖິງແມ່ນວ່າຜົວເມຍມີການຜິດຖຽງກັນ ການໃຊ້ສາຍຕາ ແລະ ຄຳເວົ້າເຮັດໃຫ້ຫົວໃຈຂອງກັ ນແລະ ກັນ ມັນໄດ້ຖືກຖືວ່າເປັນຜົນມາຈາກການກະທໍາທີ່ບໍ່ເປັນປະໂຫຍດໃນຂໍ້ນີ້ເຊັ່ນກັນ.
3. ຂັດສົນຊັບສີນເງິນຄຳ
ບໍ່ວ່າຈະເຮັດຫຍັງ ມີແຕ່ຄວາມຝຶດເຄືອງ, ເງິນເດືອນຊັກໜ້າບໍ່ເຖິງຫລັງ ດັ່ງທີ່ໄດ້ເຫັນ ບາງຄົນຕ້ອງໄປຮັບຈຳນຳເປັນປະຈຳ ເພາະວ່າໃນອາດິດຜ່ານມາໄດ້ສ້າງຄວາມບໍ່ຮູ້ຈັກພໍ.
4. ອຶດຫິວທຸກຈົນ
ເພາະການປະພຶດຜິດທາງເພດ ຫຼື ການຫລິ້ນຊູ້ນັ້ນ ແມ່ນການກະທຳຂອງຕົນເອງທີ່ບໍ່ຮູ້ຈັກພໍ, ບໍ່ພໍໃຈໃນສິ່ງທີ່ຕົນເອງມີຢູ່ (ສາມີ ຫລື ພັນລະຍາຂອງຕົນເອງ) ແລ້ວຍັງໄປບຽດບຽນຄົນອື່ນ, ຈຶ່ງເປັນການສ້າງທາງໃຫ້ຕົນເອງຕ້ອງອຶດຫິວຍາກຈົນ.
5. ເກີດເປັນຜູ້ຍິງ
ເພາະການກະທໍາອະກຸສົນໃນຂໍ້ນີ້ ຈະແບບປິດບັງເຊື່ອງຊ້ອນ, ບໍ່ກ້າເປີດເຜີຍການກະທຳທີ່ຕ້ອງຫຼີກລ້ຽງແບບນີ້. ຖືກຈັດເປັນພະລັງທີ່ອ່ອນແອ ເອີ້ນວ່າ: “ສັງຂານ” ອັນຈະນຳໄປສູ່ການເກີດເປັນຜູ້ຍິງ ເຊິ່ງເປັນເພດທີ່ມີຄວາມລຳບາກຍາກກວ່າຜູ້ຊາຍ ມີຄວາມອັບອາຍບາງສິ່ງບາງຢ່າງຫລາຍກວ່າ, ມີຫຼາຍສິ່ງທີ່ຕ້ອງປິດບັງຫລາຍກ່ວານັ້ນເອງ.
6. ເກີດເປັນກະເທີຍ
ເຊິ່ງເປັນເພດທີ່ສັງຄົມສ່ວນໃຫຍ່ຍັງບໍ່ຍອມຮັບ ຍ້ອນຈາກສາຍເຫດທີ່ເຄີຍກະທຳລ່ວງລະເມີດປະເວນີ ທີ່ສັງຄົມບໍ່ຍອມຮັບ.
7. ຖ້າເກີດເປັນຊາຍກໍ່ຈະເກີດໃນຄອບຄົວຕໍ່າຕ້ອຍ.
ເນື່ອງຈາກວ່າໃນເວລາທີ່ເສຍຊີວິດ ຈິດໃຈຈັບອາລົມທີ່ດີ ແລະ ເປັນອຳນາດຂອງສັງຂານ ຄືອຳນາດທີ່ເດັດດ່ຽວ. ທຳໃຫ້ເກີດເປັນຜູ້ຊາຍ ເພາະສາເຫດຂອງການປະພຶດຜິດທາງເພດທີ່ຍັງໃຫ້ຜົນຢູ່ ຈຶ່ງຕ້ອງເກີດໃນຄອບຄົວຕໍ່າຕ້ອຍ ແລະ ພາໃຫ້ເກີດຄວາມຂັດສົນທາງຊັບ ແລະ ຄວາມອົດຢາກຍາກຈົນ.
8. ໄດ້ຮັບຄວາມອັບອາຍຢູ່ສະເໝີ
ຄືເປັນຄົນທີ່ງຸ່ມງ່າມ ບໍ່ວ່າຈະເຮັດຫຍັງ ກໍຈະເປັນທີ່ຫົວເລາະຂອງຄົນອື່ນ, ໃນພຶດຕິກຳທີ່ສະແດງອອກ ຈຶ່ງທຳໃຫ້ຕົນເອງຕ້ອງອັບອາຍ ເພາະເຫດທີ່ໄດ້ສ້າງຄວາມອັບອາຍໃຫ້ຄົນອື່ນໄວ້.
9. ຮ່າງກາຍຜິດປົກກະຕິ
ຄື “ຄວາມພິການຂອງຮ່າງກາຍ” ຫຼື ເປັນຜູ້ທີ່ມີສ່ວນໃດຂອງຮ່າງກາຍທີ່ແຕກຕ່າງຈາກຄົນອື່ນ ເຊັ່ນ: ມີຄວາມຜິດປົກກະຕິຂອງອະໄວຍະວະບາງຢ່າງ, ອາດຈະໃຫຍ່ກວ່າ ຫຼື ນ້ອຍກວ່າປົກກະຕິ. ເຄີຍມີຂ່າວວ່າ ແມ່ຍິງຄົນໜຶ່ງມີອະໄວຍະວະເພດໃຫຍ່ຜິດປົກກະຕິແລະ ມີຄົນຈຳນວນຫລວງຫຼາຍພາກັນໄປເບິ່ງ ຍ້ອນຄວາມຜິດປົກກະຕິທາງຮ່າງກາຍ. ຊຶ່ງອາດຈະເຮັດໃຫ້ຕົນເອງຕ້ອງອັບອາຍ ຍ້ອນວ່າໃນອາດີດຊາດໄດ້ເຄີຍລ່ວງເກີນຮ່າງກາຍຂອງຄົນອື່ນນັ້ນເອງ.
10. ເຕັມໄປດ້ວຍຄວາມກັງວົນ
ຍ້ອນວ່າ ຕົນເອງໄດ້ກະທຳສີ່ງທີ່ປິດບັງ ຢ້ານວ່າຄົນອື່ນຈະຮູ້ເລື່ອງຂອງຕົນເອງກະທຳມາ. ດັ່ງນັ້ນ, ຈຶ່ງເກີດມາເປັນຄົນທີ່ມີຄວາມວິຕົກກັງວົນ. ບາງຄົນເມື່ອໄດ້ຮັບໜ້າທີ່ ຮັບຜິດຊອບວຽກງານໃດນຶ່ງ ມັກມີແຕ່ຄວາມກັງວົນຕະຫຼອດເວລາ ຈົນກວ່າວຽກທໍາສໍາເລັດ. ນັກຮຽນບາງຄົນ ເມື່ອໃກ້ຈະເສັງ ມີອາການຖອກທ້ອງ, ເຈັບທ້ອງ, ແຕ່ເມື່ອສອບເສັງຈົບ ອາການເຈັບທ້ອງກໍຫາຍໄປ. ສີ່ງເຫຼົ່ານັ້ນເປັນຜົນກະທົບຂອງຄວາມກົດດັນ ຫຼື ຄວາມກັງວົນນັ້ນເອງ.
11. ພັດພາກຈາກຄົນທີ່ຕົນຮັກ
ເພາະເຄີຍສ້າງພຶດຕິກຳຊົ່ວ ເໝືອນການພັດພາກຄົນຮັກຂອງຄົນອື່ນ ຫຼື ພັດພາກຜູ້ທີ່ມີເຈົ້າຂອງອອກຈາກກັນ. ຈຶ່ງສົ່ງຜົນໃຫ້ເກີດການສູນເສຍ ຫຼື ການແບ່ງແຍກຈາກຄົນທີ່ຕົນຮັກ ເຊັ່ນ: ຜົວແລະເມຍທີ່ເຄີຍຮັກກັນ ແຕ່ຕ້ອງມີເລື່ອງບໍ່ເຂົ້າໃຈກັນ ຈົນຕ້ອງເລີກຢ່າກັນໄປໃນທີ່ສຸດ ຫຼື ເປັນໄວໜຸ່ມທີ່ຕ້ອງອົກຫັກ ແລະ ແມ່ນແຕ່ເດັກນ້ອຍທີ່ເປັນເດັກກໍາພ້າ, ຂາດພໍ່, ຂາດແມ່ ແມ່ນຜົນຂອງການກະທໍາຜິດການລ່ວງປະເວນີທັງນັ້ນ.