ອະກຸສົນລະກຳມະບົດແມ່ນຫຍັງ?

ອະກຸສົນລະກຳມະບົດ ແມ່ນທາງແຫ່ງກຳຊົ່ວ, ທາງແຫ່ງກໍາທີ່ເປັນອະກຸສົນ, ກຳຊົ່ວນຳໄປສູ່ທຸຄະຕິມີ 10 ຢ່າງຄື:

  1. ກາຍະກຳ ມີ 3 ຢ່າງໄດ້ແກ່:
    1. ປານາຕິບາດ: ການທຳລາຍຊີວິດ
    1. ອະທິນນາທານ: ຄືເອົາຂອງທີ່ເຂົາບໍ່ໄດ້ໃຫ້
    1. ກາເມສຸມິດສາຈານ: ຄືປະພຶດຜິດໃນກາມ
  2. ວາຈີກຳ ມີ 4 ຢ່າງໄດ້ແກ່:
    1. ມຸສາວາດ: ເວົ້າຂີ້ຕົວະ
    1. ປີສະນາວາຈາ: ເວົ້າສໍສຽດ
    1. ຜະຣຸສະວາຈາ: ເວົ້າຄຳຫຍາບຄາບ
    1. ສຳຜັບປລາປະ: ເວົ້າເພີເຈີ (ເວົ້າທົ່ວຖີບ)
  3. ມະໂນກຳ ມີ 3 ຢ່າງໄດ້ແກ່:
    1. ອະພິຊຊາ: ລະໂມບຄອຍຈ້ອງຢາກໄດ້ຂອງເຂົາ
    1. ພະຍາບາດ: ຄິດຮ້າຍຕໍ່ເຂົາ
    1. ມິດສາທິກທິ: ເຫັນຜິດຈາກຄອງທຳ

Leave a Reply

Your email address will not be published. Required fields are marked *