- ຄວາມເປັນມາຂອງບຸນເຂົ້າກຳພຣະ
ມີເລື່ອງລາວວ່າ ຄັ້ງໜຶ່ງມີພຣະພິກຂຸອົງໜຶ່ງ ລ່ອງເຮືອໄປຕາມແມ່ນ້ຳຄົງຄາ ໄດ້ເອົາມືໄປຈັບໃບຂີງໄຄນ້ຳຂາດ ເຂົ້າໃຈວ່າ ເປັນອາບັດພຽງເລັກໜ້ອຍ ຈຶ່ງບໍ່ໄດ້ສະແດງອາບັດ. ຕໍ່ມາແມ້ວ່າພຣະພິກຂຸອົງນັ້ນຈະປະຕິບັດທຳຢູ່ໃນປ່າເປັນເວລາດົນນານ ກໍຍັງນຶກຢູ່ສະເໝີວ່າ ຕົນເອງຕ້ອງອາບັດຢາກຈະສະແດງອາບັດນັ້ນ ແຕ່ບໍ່ມີພຣະພິກຂຸຮັບສະແດງ. ເມື່ອພິກຂຸດັ່ງກ່າວມໍລະນະພາບແລ້ວຈຶ່ງໄປເກີດເປັນນາກ ຈາກເຫດພຽງອາບັດເລັກນ້ອຍ ພຽງເປັນອາບັດເບົາຍັງມີກຳຕິດຕົວຂະໜາດນີ້ ຖ້າເປັນອາບັດໜັກຄົງບາບກວ່ານີ້. ດັ່ງນັ້ນ, ຈຶ່ງຈັດໃຫ້ມີການຢູ່ປະຣິວາດກຳເພື່ອໃຫ້ພົ້ນຈາກອາບັດ. ຄົນໂບຮານເຊື່ອກັນວ່າ ພຣະພິກຂຸຫາກໄດ້ຢູ່ກຳແລ້ວ ຍ່ອມຈະອອກຈາກອາບັດໄດ້ແລະທຳໃຫ້ບັນລຸໝາກຜົນດັ່ງປາດຖະໜາໄດ້ - ບຸນເຂົ້າກຳແມ່ນຫຍັງ?
ບຸນເຂົ້າກຳ ຫລື ບຸນເດືອນອ້າຍ (1 ລາວ) ກົງກັບວັນເພັນເດືອນອ້າຍ ຫລື ເດືອນທັນວາ ຈັດທຳໂດຍພຣະພິກຂຸ ຜູ້ຕ້ອງອາບັດສັງຂາທີິເສສ ຄືອາບັດຂະໜາດກາງ ຕ້ອງປະຕິບັດວຸດຖານພິທີ ຄືລະບຽບເປັນເຄື່ອງອອກຈາກອາບັດ ໂດຍພຣະສົງເຂົ້າໄປຢູ່ໃນເຂດທີ່ຈຳກັດ ທໍລະມານຮ່າງກາຍ ແລະ ຊຳລະຈິດໃຈໃຫ້ບໍລິສຸດ ຖືເປັນການທົດແທນບຸນຄຸນມານດາທີ່ຕ້ອງຢູ່ກຳ (ຢູ່ໄຟ) ດ້ວຍການເຂົ້າກຳທຳຢູ່ເກົ້າ (9) ຣາຕີ ຄື: ສາມຣາຕີທຳອິດເອີ້ນວ່າ ຢູ່ບໍລິີວາດ ແລະ ຫົກຣາຕີຕໍ່ມາເອີ້ນວ່າ: ຢູ່ມານັດ ເມື່ອຄົບເກົ້າຣາຕີຈື່ງອັບພານ ຄືອອກຈາກກຳ ໂດຍມີພຣະສົງ 20 ອົງເປັນຜູ້ສູດອັບພານ. ບຸນເຂົ້າກຳພຣະສົງຕ້ອງຢູ່ສະຖານທີ່ສະຫງົບ. ການສູດລະງັບອາບັດ ພິກຂຸທີ່ອອກຈາກກຳແລ້ວ ຖືວ່າເປັນຜູ້ໝົດມົນທິ ມີຄວາມບໍລິສູດຜຸດຜ່ອງ ຊາວບ້ານທີ່ທຳບຸນຖວາຍທານແດ່ພຣະສົງໃນຊ່ວງເຂົ້າກຳຖືວ່າເປັນກຸສົນ. - ຄວາມສຳຄັນຂອງບຸນເຂົ້າກຳ
ບຸນເຂົ້ກຳອາດຈະຈັດໃນວັນຂື້ນ ຫລື ແຮມກໍໄດ້ ຊຶີ່ງພີທີບຸນນີ້ຈະກ່ຽວກັບພຣະໂດຍກົງ ຊຶ່ງຄວາມຈິງນ່າຈະເປັນເລື່ອງຂອງສົງໂດຍສະເພາະ ແຕ່ມີຄວາມເຊື່ອກັນວ່າ ທຳບຸນກັບພຣະທີ່ທຳພິທີນີ້ຈະໄດ້ອານິສົງຫລາຍ ຍາດໂຍມຈຶ່ງຄິດວັນທຳບຸນເຂົ້າກຳນີ້.
ບຸນເຂົ້າກຳທີ່ວ່າ ເປັນບຸນສຳລັບພຣະພິກຂຸໂດຍກົງນັ້ນກໍເພາະວ່າ ເປັນກິດຈະກຳທີ່ຕ້ອງທຳເພື່ອໃຫ້ພຣະທີ່ຕ້ອງອາບັດສັງຂາທີິເສສ (ອາບັດໜັກຮອງຈາກປາຣາສຶກ) ຊຶ່ງຖືວ່າເປັນຄຣຸກາບັດປະເພດໜຶ່ງ ພິກຂຸເມື່ອຕ້ອງອາບັດນີ້ແລ້ວຈະທຳພິທີຮຽກວ່າ: ວຸດຖານພິທີ ຫລື ພິທີເຂົ້າກຳຕາມຊາວພຸດທົ່ວໄປຮູ້ຮັກກັນ.
ການເຂົ້າກຳ ຫລື ການຢູ່ປະຣິວາດກຳຂອງພິກຂຸຜູ້ຕ້ອງອາບັດສັງຂາທິເສສ ເອີ້ນວ່າ: “ເຂົ້າປະຣິວາດກຳ” ໂດຍພຣະພິກຂຸຜູ້ຕ້ອງອາບັດ (ກະທຳຜິດ) ໄດ້ສາລະພາບຕໍ່ໜ້າຄະນະສົງ ເພື່ອເປັນການຝຶກຈິດສຳນຶກເຖິງຄວາມປົກພ່ອງຂອງຕົນເອງ ແລະ ຕັ້ງໃຈປະພຶດຕົນໃຫ້ຖືກຕ້ອງຕາມລະບຽບສົງ.

ສັງຂາທິເສສ (ຜິດທາງວິໃນ) ມີ 13 ຂໍ້ທີ່ພິກຂຸຜູ້ຕ້ອງອາບັດສັງຂາທີເສສ ຈະຕ້ອງເຂົ້າປະຣິວາດກຳ:
- ປ່ອຍນ້ຳອະສຸຈິດ້ວຍຄວາມຈົງໃຈ ຍົກເວັ້ນແຕ່ຝັນ
- ຈັບ, ສຳພັດ, ລູບຄຳ ອະໄວຍະວະອັນໃດໜຶ່ງຂອງຜູ້ຍິງ
- ເວົ້າຈາຫຍາບຄາຍ ເກາະແກະຜູ້ຍິງກຽວພາລາສີ
- ການກ່າວເຖິງກາມມະຄຸນເພື່ອບຳເລີຕົນເອງ ຫລື ຖ່ອຍຄຳກ່ຽວກັບກຳມະຄຸນ
- ທຳຕົວເປັນສືຮັກ ບອກຄວາມຕ້ອງການຂອງອີກຝ່າຍໃຫ້ກັບຜູ້ຍິງ ຫລື ຊາຍ ເຖິງວ່າເປັນສາມີກັບພັນລະຍາກໍຕາມ ຫລື ຜູ້ຍິງຂາຍບໍລິການ
- ສ້າງກຸດຕິດ້ວຍການຂໍ
- ສ້າງວິຫານໃຫ່ຍ ໂດຍພຣະສົງບໍ່ໄດ້ກຳນົດທີ່ຮຸກຮານຄົນອື່ນ
- ແກ້ງໃສ່ຄວາມວ່າປາຣາສຶກໂດຍບໍ່ມີຂໍ້ມູນ
- ແກ້ງສົມມຸດໃສ່ຄວາມວ່າປາຣາສຶກໂດຍບໍ່ມີີຂໍ້ມູນ
- ຍຸແຍ່ໃຫ້ສົງແຕກກັນ
- ເປັນພວກຂອງຜູ້ທີ່ທຳໃຫ້ສົງແຕກແຍກກັນ
- ເປັນຜູ້ວ່າຍາກສອນຍາກ ແລະ ຖືກເຕືອນເຖິງສາມຄັ້ງແລ້ວ
- ທຳຕົວເປັນເໝືອນຄົນຮັບໃຊ້ແລະປະຈົບປະແຈງຄະລຶກຫັດ (ສາມັນຊົນທຳມະດາ)

ການເຂົ້າປະຣິວາດກຳ ເປັນການສຳລວມກາຍ-ວາຈາ-ໃຈ ບໍ່ໃຫ້ກະທຳຜິດອີກຕໍ່ໄປ ມີການນັ່ງສະມາທິ-ເດີນຈົງກົມ ສວດມົນ-ພາວະນາ ໃຊ້ເວລາຫລາຍກວ່າປົກກະຕິ ບາງທີມີການອົດເຂົ້າ-ອົດນ້ຳເຖິງ 2-3 ວັນກໍມີ ຫລື ບາງທີກໍ່ຖືກຝຶກຫັດຢ່າງໜັກ ທັງນີ້ກໍເພື່ອໃຫ້ຮູ້ ແລະເຂົ້າໃຈຄວາມຫຍາກລຳບາກຂອງຄຳວ່າ “ກຳ” ຫລື ຢູ່ໃນກໍາ ທີ່ແມ່ໄດ້ຢູ່ໄຟ ຫລືວ່າ ຢູ່ກຳນັ້ນມີຄວາມຍາກລຳບາກພຽງໃດ.
ໃນກິດຈະກຳຂອງພຣະແບບນີ້ ພຸດທະສາສະນິກະຊົນ ຜູ້ຫວັງບຸນກຸສົນກໍຮ່ວມກັນເບີ່ງແຍງຮັກສາພຣະສົງທີ່ເຂົ້າຢູ່ກຳ ໂດຍການບໍລິຈາກທານ, ຮັກສາສິນ, ຟັງທຳ ກ່ຽວກັບການເຂົ້າຢູ່ປະຣິວາດກຳຂອງພຣະພິຂຸ.