ບຸນພຣະເວສ ຄືບຸນຟັງເທສນ໌ ລຳພຣະເວສຫລືຟັງເທສມະຫາຊາດ ຄືຊາຕໃຫຍ່ ໝາຍເຖິງຊາຕ ທີ່ໃກ້ເຂົ້າມາ ຈະໄດ້ເປັນ ພຣະ ພຸທທະເຈົ້າ ໃນລຳມະຫາຊາຕ ປະກອບດ້ວຍຄາຖາ ໑໐໐໐ ພຣະຄາຖາ ເປັນເຣື່ອງ ຍືດ ຍາວ ຟັງແລ້ວມວ່ນຊື່ນ ໃນທ້ອງເຣື່ອງ ມີຂໍ້ວັດ ປະຕິບັດຫລາຍຢ່າງ ທັງທີ່ເປັນສ່ວນເລິກ ແລະ ຕື້ນ ຟັງແລ້ວ ໃຫ້ເກີດສັດທາ ຄວາມເຫລື້ອມໃສ ບຸນພຣະເວສຫລື ບຸນ ມະຫາຊາຕ ນິຍົມກັນເຮັດໃຫ້ຍາມເດືອນສີ່ ຈະເປັນ ຂ້າງຂື້ນຫລືຂ້າງແຮມກໍໄດ້. ສະນັ້ນ, ບຸນນີ້ຈິ່ງເອີ້ນກັນອີກຢ່າງນຶ່ງວ່າບຸນເດືອນ ສີ່ ກໍຄືບຸນ ພຣະເວສນັ້ນເອງ ກາຣ ເອົາບຸນພຣະເວສນັ້ນ ຊາວພຸດລາວ ເຮົາໄດ້ທຳກັນມາເຫິງນານ ຈົນເປັນປະເພນີແລ້ວ ການຟັງ ນັ້ນ ຈະຮູ້ ເຣື່ອງ ຫລືບໍ່ຮູ້ເຣື່ອງຖືວ່າໄດ້ບຸນໂລດ ທັງພຣະຜູ້ເທສນ໌ ກໍຕາມມີຕາມໄດ້ ລາງເທື່ອບໍ່ໄດ້ຂໍ້ໄດ້ຄວາມ ທັງນີ້ເພາະ ບໍ່ໄດ້ຝຶກ ແອບໃຫ້ ຂື້ນໃຈ ບໍ່ໜຳບ້ານນອກລາງບ້ານ ເຖິງຍາມພຣະເທສນ໌ ຍັງເປົ່າປີ່ຕີກອງ ແຫ່ກັນຫລອນບຸກນັນ ຈົນ ຟັງເທສນ໌ ບໍ່ໄດ້ຍິນ ຟັງພຽງ ແຕ່ວ່າຟັງ ຈະເອົາຂໍ້ວັດປະຕິບັດບໍ່ໄດ້ເລີຍ ເຣື່ອງນີ້ ຖ້າຫາກມີການແກ້ໄຂດັດແປງ ແນ່ຈັກໜ່ອຍ ກໍຈະເປັນ ການດີ.
ມູລເຫຕຂອງການທຳບຸນພຣະເວສ
ໃນມາລັຍໝື່ນມາລັຍແສນ ໄດ້ກ່າວໄວ້ວ່າ ພຣະສົງສາວົກ ຂອງພຣະພຸດທະເຈົ້າ ຕົນນຶ່ງຊື່ວ່າ ພຣະມາລັຍເຖຣະ ເປັນຜູ້ເຫາະ ເຫີນ ເດີນອາກາດໄດ້ ຄັ້ງນຶ່ງໄດ້ເຫາະຂື້ນໄປ ເຖິງດາວະດຶງສ໌ເທວະໂລກ ເພື່ອ ໄຫວ້ນະມັສກາຣ ພຣະທາດເກສແກ້ວຈຸລມະນີ ໄດ້ພົບ ເທວະບຸດ ຕົນນຶ່ງ ຜູ້ເຊິ່ງຈະໄດ້ລົງມາຕັດສະຮູ້ ເປັນພຣະ ພຸດທະເຈົ້າ ພຣະນາມວ່າພຣະສີອະຣິຍະເມຕໄຕ ໃນອະນາຄົດພາຍໜ້າພຸ້ນ ເທວະບຸດຕົນນັ້ນ ໄດ້ໄຕ່ຖາມເຖິງ ມະນຸສໂລກວ່າ ຍັງມີກາຣທຳບຸນໃຫ້ທານ ຍັງມີການທຳບຸນໃຫ້ທານ ຮັກສາສີລພ່ຳເພັງບຸນກຸສົລ ເພື່ອປາຖນາ ຢາກຈມະພົບເຮົາແດ່ບໍ? ພຣະມາລັຍກໍເລີຍຕອບວ່າ ບັນດາມະນຸສທັງຫລາຍ ຍັງພາກັນປາຖນາ ຢາກຈະພົບ ເຫັນ ພຣະພຸດທະເມຕໄຕຢູ່ ຕ່າງພ່ຳເພັງກຸສົລຄວາມດີ ຕາມກຳລັງສັດທາ ຄວາມສາມາດຂອງໃຜລາວ ເທພບຸຕ ຕົນນັ້ນເລີຍສັ່ງມາກັບ ພຣະມາລັຍວ່າ ຖ້າຜູ້ໃດຢາກພົບເຫັນສາສນາຂອງພຣະເມຕໄຕແລ້ວ ຈົ່ງຍຶດໝັ້ນໃນຂໍ້ ວັດ ປະຕິບັດເປັນຕົ້ນວ່າ ບໍ່ຂ້າພໍ່ຕີແມ່ ບໍ່ບຽດບຽນສົມນະຊີພຣາມນ໌ ແລະ ບໍ່ທຳຮ້າຍພຣະພຸດທະສາສນາ ບໍ່ ຍຸຍົງໃຫ້ພຣະສົງແຕກສາມັກຄີກັນ ແລະ ຈົ່ງຟັງລຳມະຫາຊາດ (ບຸນພຣະເວສ) ໃຫ້ແລ້ວໃນມື້ນຶ່ງຍາມດຽວ ແລ້ວ ນຳເ ອົາຂໍ້ປະຕິບັດ ແລະ ຈະຣິຍະວັດ ອັນມີໃນລຳພຣະເວສນັ້ນ ໄປໃຊ້ໃຫ້ຖືກຕ້ອງ ເໝາະສົມກັບກາລະເທສະ ໃນການດຳເນີນຊີວິດປະຈຳວັນຂອງຕົນ ຖ້າວ່າປະຕິບັດໄດ້ດັ່ງນີ້ ຜູ້ນັ້ນຈະໄດ້ເຫັນໜ້າພຣະສີອະຣິຍະ ເມຕໄຕ ແນ່ແທ້ ພຣະມາລັຍເຖຣະ ເມື່ອຟັງຄຳສັ່ງດັ່ງນັ້ນແລ້ວ ກໍໄດ້ນຳເອົາຂ່າວສາຣນັ້ນ ມາບອກແກ່ຊາວມະນຸສໂລກ ສະນັ້ນ ພວກຊາວພຸທເຮົາທັງຫລາຍ ປາຖນາຈະໄດ້ເຫັນໜ້າ ພຣະສີອະຣິຍະເມຕໄຕ ຈິ່ງພາກັນເຮັດບຸນພຣະເວສ ຫລືຟັງລຳ ມະຫາຊາດ ສືບໆກັນມາຈົນເທົ່າທຸກວັນນີ້.
ວິທີເຮັດບຸນພຣະເວດ
ໃນລຳພຣະເວສແບ່ງອອກເປັນກັນໃຫຍ່ໆ ໄດ້ ໑໓ ກັນ ແລະ ເປັນທຳນຽມຂອງການເຮັດບຸນພຣະ ເວສ ຕ້ອງອາຣາທນາ ພຣະສົງ ແລະ ກ່າວເຕືອນພໍ່ອອກແມ່ອອກ ມາຮວ່ມກັນຫລາຍວັດ ຫລາຍບ້ານ ສະນັ້ນ ການເທສນ໌ ຈິ່ງແບ່ງອອກເປັນກັນນ້ອຍໆ ອົງລະໃບສອງໃບແລ້ວແຈກຢາຍກັນໄວ້ລວ່ງໜ້າ ກາຣຢາຍ່ໜັງສືນີ້ ເອີ້ນວ່າ ໃສ່ບຸນ ຫລືໃສ່ສລາກບຸນ ເພາະວ່າບຸນມະຫາຊາດ ເປັນບຸນໃຫຍ່ ແຕ່ງເຄື່ອງຫລາຍ ຈິ່ງຕ້ອງມີກາຣເດົາ ດາຫາ ເຄື່ອງໄວ້ລວ່ງໜ້າ ເປັນຕົ້ນວ່າເຄື່ອງຮ້ອຍເຄື່ອງພັນ ເພື່ອບູຊາ ຄາຖາພັນ ມີທຸງທີວ ທຸງແຜ່ນຜ້າ ທຸງຊໍ່ ທຸງໄຊ ຂັນໝາກເບັງ ທຽນບູຊາຄາຖາພັນ ນອກຈາກນັ້ນ ກໍຕົກແຕ່ງເສີມເອ້ ວັດຫລື ສາລາໃຫ້ສວຍງາມ ຕັ້ງໝໍ້ ນ້ຳມົນຕ໌ ຂຶງຝ້າຍມຸງຄຸນ ແລະ ນອກຈາກນີ້ອີກກໍຍັງຕ້ອງປຸກຜາມປຸກປະຣັມເພື່ອຮັບຕ້ອນພຣະສົງຄ໌ ອອກຕົນ ຍາດໂຍມບ້ານຕ່າງໆທີ່ມາຮວ່ມເອົາບຸນ ກາຣລ້ຽງດູຄ້ຳຍໍ ກໍແບ່ງກັນເປັນໝວດໆ ສຸດແລ້ວແຕ່ໃຜຈະຖືກບ້ານໃດ ຮອດມື້ບຸນແທ້ໆກໍຕີກອງໂຮມລົງວັດ ຊ່ອຍກັນຈັດເຮັດສິ່ງທີ່ຍັງບໍ່ແລ້ວບໍ່ທັນ ຈັດໃຫ້ຜູ້ສລາດທຳພິທີໄປ ເຊີນພຣະ ອຸປະຄຸຕ ແລະ ທຳພິທີແຫ່ພຣະເວສເຂົ້າເມືອງ ນິມົນຕ໌ພຣະສົງຄ໌ຜູ້ເທສນ໌ສຽງດີ ເທສນ໌ສັກຂັຕຕິບັ້ນເຊີນ ແລ້ວ ແຫ່ແຫນມວ່ນຊື່ນກັນມາ ເຂົ້າວັດ ຕອນກາງຄືນມີສູດໄຊນ້ອຍໄຊໃຫຍ່ ເທສນ໌ບັ້ນຕົ້ນໂພທິສັຕວ໌ ອິຕິປິໂສ ວັຕ ຕະໂສ ມາລັຍໝື່ນມາລັຍແສນ ແລ້ວກໍມີ ການຄົບງັນມວ່ນຊື່ນກັນຕາມປະເພນີ.
ການນິມົນຕ໌ພຣະອຸປະຄຸຕ
ພຣະອຸປຄຸຕຄືພຣະສົງຄ໌ສາວົກຂອງພຣະພຸທທະເຈົ້າອີກອົງນຶ່ງ ທີ່ມີຣິທທາ ສັກດາເດຊ ສາມາດ ບັນດານຣິທຜາບພຣະຍາມາຣ ແລະ ອັນຕຣາຍ ຕ່າງໆໄດ້ ພຣະອຸປຄຸຕເຖຣະໄດ້ ນິມິຕກຸຕິຢູ່ ໃນກາງນ້ຳ ມະຫາສມຸທ ຄັ້ງນັ້ນ ພຣະເຈົ້າ ອະໂສກ ມະຫາຣາຊ ໄດ້ຮີບໂຮມເອົາ ພຣະ ບໍຣົມມະທາຕ ມາບັນຈຸໄວ້ ໃນ ພຣະສາຖູບ ຄັນສຳເລັດຮູບຮ້ອຍແລ້ວ ຈຶ່ງທຳການສລອງກັນຢ່າງໃຫຍ່ໂຕ ແຕ່ຢ້ານ ພຣະຍາມາຣ ເຊິ່ງເຄີຍເປັນສັຕຕູຂອງ ພຣະພຸທທະເຈົ້າ ຈະມາທຳການ ຮາວີ ກີດຂວາງ ບໍ່ໃຫ້ໄດ້ຮັບຄວາມສະດວກ ເພື່ອຄວາມປອດໄພ ໃນງານສລອງ ຄັ້ງໃຫຍ່ນີ້ ພຣະເຈົ້າອະໂສກ ຈິ່ງໄດ້ນິມົນຕ໌ພຣະອຸປຄຸຕມາຮວ່ມ ໃນພິທີນັ້ນນຳ ເພື່ອ ຄຸ້ມກັນ ບໍ່ໃຫ້ພຣະຍາ ມາຣມາລົບກວນ. ຄັ້ງນັ້ນ, ພຣະຍາມາຣກໍໄດ້ມາ ລົບກວນ ຮາວີ ກີດຂວາງ ດວ້ຍອາການຕ່າງໆ ພຣະອຸປຄຸຕ ກໍໄດ້ສະແດງຣິທ ຕອບໄປ ຈົນບັ້ນສຸດທ້າຍ ພຣະອຸປຄຸຕໄດ້ເນຣະມິຕ ໜັງໝາເໜົ່າ ແຂວນ ຄໍພຣະຍາມາຣ ພຣະຍາມາຣ ຖືກທໍຣະມານ ຢ່າງໜັກ ຈະແກ້ເອງກໍບໍ່ໄດ້ ໄປໃຫ້ພຣະຍາອິນ ພຣະຍາ ພຣົມແກ້ໃຫ້ກໍບໍ່ໄດ້ ຜູ້ຈະແກ້ໄດ້ແມ່ນ ພຣະອຸປຄຸຕ ຜູ້ດຽວ ພຣະຍາມາຣ ກໍ ຈິ່ງອ່ອນ ຍອມສາຣະພາບຜິດ ພຣະອຸປຄຸຕຈິ່ງໄດ້ແກ້ ໜັງໝາເນົ່າອອກໃຫ້ ແລ້ວເອົາຂັງໄວ້ ທີ່ຍອດພູເຂົາ ຈົນພິທີສລອງພຣະບໍຣົມ ມະທາຕ ຂອງພຣະເຈົ້າ ອະໂສກສ້ຽງສຸດລົງ ດ້ວຍຄວາມປອດພັຍ ຈິ່ງໄດ້ປ່ອຍ ໃຫ້ອອກໄປຕາມລຳພັງ ກາຣທຳບຸນມະຫາຊາຕ ຫລືບຸນ ພຣະເວສ ຖືວ່າເປັນ ງານໃຫຍ່ ເຮັດໄດ້ຍາກ ຢ້ານບໍ່ໄດ້ຮັບຄວາມປອດພັຍ ແລະ ເປັນສິຣິມຸງຄຸລ ຈິ່ງໄດ້ມີພິທີນິມົນຕ໌ ພຣະອຸປຄຸຕ ເພື່ອຄວາມສວັສດີມີຊັຍ ຖ້າບໍ່ມີການນິມົນຕ໌
ພຣະອຸປຄຸຕ ເຮົາຖືກັນວ່າບໍ່ຮຽບຮ້ອຍ ເກີດຜິດກັນ ຖຽງກັນ ເກີດພາຍຸລົມ ຝົນຢ່າງແຮງ ເຊິ່ງນັບວ່າ ເປັນ ອຸປສັກ ນັກເທສນ໌ ກໍເທສນ໌ສຽງບໍ່ອອກ ຄໍແຫ້ງຄໍແຫບ. ກາຣເຊີນ ພຣະອຸປຄຸຕ ມັກໄປເຊີນໃນ ນ້ຳສ້າງ ຫລື ຫວ້ຍໜອງທີ່ມີນ້ຳ ບໍ່ຂາດ ທັງນີ້ເພາະ ຖືວ່າພຣະອຸປະຄຸຕນັ້ນ ນີຣະມິຕກຸຕິ ຢູ່ໃນນ້ຳມະຫາສຸມຸທນັ້ນເອງ.
ບຸນພຣະເວສນັ້ນ ອາດເຮັດກັນຫລາຍມື້ຫລາຍຄືນກໍມີ ລາງວັດມີເຖິງ ໓ ມື້ ໓ ຄືນ ຄັນຮອດມື້ສຸດທ້າຍ ຕອນກາງຄືນແຕ່ເດິກ ທຳພິທີໄຫວ້ ພຣະສູຕມົນຕ໌ ຮັບສີລ ອາຣາທນາເທສນ໌ພຣະເວສ ພຣະສົງຄ໌ຂື້ນທັມມາສ ເທສນ໌ສັງກາສຫລວງ ສັງກາສຫລວງມີ ຂໍ້ຄວາມຍືດຍາວ ບໍ່ສາມາດເອົາມາພິມໄວ້ໃນທີ່ນີ້ໄດ້ ແຕ່ໃຈຄວາມກໍໄດ້ພັນລະນາເຖິງຄວາມເປັນມາ ແລະ ເປັນໄປຂອງພຣະ ສະມະນະໂຄດົມຂອງເຮົານີ້ເອງ ແລ້ວເລີ່ມເທສນ໌ລຳພຣະເວສໄປຈົນຈົບ ຂະນະທີ່ເທສນ໌ຢູ່ ລາງເທື່ອ ກໍມີກັນຫລອນແຫ່ເຂົ້າມາ ເອີ້ນອີກຢ່າງນຶ່ງວ່າ ກັນແຖມສົມພານ ອົງໃດທີ່ກຳລັງເທສນ໌ຢູ່ແມ່ນອົງນັ້ນໄດ້ ກາຣຖວາຍ ກັນເທສນ໌ນິຍົມຈັບສລາກ ຜູ້ໃດຖືກກັນໃດ ອົງໃດແມ່ນຖວາຍຕາມນັ້ນ.
ຄຳອາຣາທນາພຣະເວດ
ສຸນັນຕຸ ໂພນໂຕ ເຍ ເທວາ ສັງຄາ ດູຣາເທພະເຈັ້າທັງຫລາຍ ອັນຢາຍຢັງຢູ່ທຸກໝູ່ໄມ້ໄພຣພະນອມ ທຸກເຫວຮອມຮາວປ່າ ທຸກປະເທດທ່າຮາວເຂົາ ທຸກແຖວເຖົາເຖື່ອນຖໍ້າ ທຸກທ່ານໍ້າແລະວັງປາ ພັນຣະນາຝູງເຜດ ແລະ ປີ ອັນມີໃຈໂຫດຮ້າຍໂທສະ ຈົ່ງໃຫ້ ເຈົ້າທັງຫລາຍ ປະລະເສັຽ ຍັງຫົວໃຈອັນເປັນບາບ ໃຫ້ຄ່ອຍໂສພາບ ງ່ຽງ ໂສດ ຟັງທັມ ເດົາດາຈຳຈື່ໄວ້ເປັນປະທີປໄຕ້ສ່ອງຕາມ ທາງ ຝູງໝູ່ເທວະດາທັງຫລາຍອັນຮັກສາວັດວາ ແລະ ປະເ ທດທາງເຂດໃຕ້ຮອດ ຫລີ່ຜີ ທາງເໜືອຮອດຜາໄດຜາດ່າງ ທາງຝັ່ງຊ້າຍ ກຸງສີ ອະຍຸທຍາ ທາງຝ່າຍເໜືອມີແດນ ແກວເປັນເຂດ ທຸກປະເທດດ້າວອັນຢູ່ທ້ອງພຣະສຸທາ ກັບນາງທໍຣະນີຈຳຈື່ນໍ້າ ເປັນຜູ້ຄໍ້າ ຝູງປານາ ຝູງໝູ່ເທພາ ດາ ເຈົ້າທັງຫລາຍ ພາຍບົນມີພຣະຍາອິນ ພຣະຍາພຣົມ ຈົ່ງລົງມາໂມທະນາເຊິ່ງທັມອັນຝູງຂ້າທັງຫລາຍ (ພາຍໃນ ມີສົມເດັດ ມະຫາຣາຊຄຣູເປັນເຄົ້າ ພາຍນອກມີ ມະຫາຣາຊຕົນເປັນອາດ ວຽງຈັນ ກັບທັງກັລຍາເມັຽມິ່ງ ລູກແກ້ວກິ່ງ ຊາຍາ ກັບທັງບິດາມາຣດາ ພໍ່ແມ່ ເຖົ້າແກ່ພ້ອມກັນມາ ທັງຣາຊາແລະອຸປຣາດ ທັງນັກປຣາຊຍ໌ ແລະ ອາຈາຣຍ໌ ເມຄະມາຊາວ ນິົຄົມບ້ານນອກ ອັນຢູ່ຂົງຂອບ ວຽງຈັນ) ຊວນກັນມາພ້ອມແພ່ງ ແຕ່ງເຄື່ອງ ໄຫວ້ບູຊາ ສະຫັສສາຫລາຍ ມີມາກ ດອກອຸບົນ ຫລາກພໍພັນ ບົວແດງບານໄຂກາບ ດອກຜັກຕົບອາດຂຽວນິລ ດອກກາງຂອງ ຫລາຍບໍ່ໜ້ອຍ ພັນນຶ່ງຄ່ອຍຂົນຂວາຍ ຊໍ່ທຸງປາຍ ສະພາດ ເຂົ້າພັນກ້ອນ ອາດບູຊາ.
ບັດນີ້ ຂ້າຈັກຈັດຄາຖາເວສສັນຕຣະຊາດົກເປັນຄາຖາພັນ ຜິຈັກແບ່ງປັນ ເປັນກັນໄດ້ 13 ກັນ ພັນຣະນາໃນທັສສະພອນກັນ ເປັນ ເຄົ້າມີ 19 ພຣະຄາຖາ ຂ້າຈັກແບ່ງບູຊາແລະສິ່ງ ແລສິບເກົ້າ ບູຊາກັນເຄົ້າ ຊື່ ທັສສະພອນ ຫິມະພານກັນຖ້ວນສອງ ມີ 134 ພຣະ ຄາຖາ ຖວາຍໄວ້ ທານະຂັນກັນຖ້ວນສາມ ມີຄາຖາຫລາຍ 209 ບໍເຄື່ອງຫ້ອຍບູຊາ ວະນະປະເວສກັນຖ້ວນສີ່ ມີ 57 ພຣະ ຄາຖາ ເຄື່ອງບູຊາແບ່ງໄວ້ ຊູຊົກກັນຖ້ວນຫ້າ ມີ 79 ພຣະຄາຖາ ເຄື່ອງບູຊາບໍ່ຂາດ ບໍ່ຕົກ ຈຸລລະພົນກັນຖ້ວນຫົກ ມີ 80 ພຣະ ຄາຖາ ເຄື່ອງບູຊາມີໄວ້ ກຸມມານ ກັນຖ້ວນ 8 ມີ 101ພຣະຄາຖາ ເຄື່ອງບູຊາຄົບລ້ວນ ມັທທີກັນຖ້ວນ 9 ມີ 90 ພຣະຄາຖາ ເຄື່ອງບູຊາ ແບ່ງໄວ້ສຸ່ອັນ ສັກກະບັຣພ໌ກັນຖ້ວນສິບ ມີ 43 ພຣະຄາຖາເຄື່ອງບູຊາຕົກແຕ່ງໄວ້ ມະຫາຣາຊກັນຖ້ວນ 11 ມີ 69 ພຣະ ຄາຖາ ເຄື່ອງບູຊາສະພາດງາມດີ ສັກຂັຕຕິຍ໌ ກັນ 12 ມີ 36 ພຣະຄາຖາເຄື່ອງບູຊາບໍ່ໜ້ອຍ ນະຄອນກັນຖ້ວນ 13 ມີ 49 ພຣະ ຄາຖາ ເຄື່ອງບູຊາແຕ່ງຖ້ວນ ມີຄົບລ້ວນຍໍຖວາຍ ຄາຖາທັງຫລາຍໂຮມກັນ ສະຫັສສັງ ໄດ້ພໍພັນຄົບ ຖ້ວນແຕ່ງເຄື່ອງລ້ວນບູຊາ ແລ້ວຈຶ່ງ ເຊີນມາຍັງເທວະດາ ທຸກເທດ ໃຫ້ມາຟັງທັມມະເທສນາ.
ບັດນີ້ ຝູງຂ້າ ທັງຫລາຍຂໍຣາທະນາພຣະເປັນເຈົ້າຜູ້ວິເສດ ຂຶ້ນເທສນາ ມະຫາເວສສັນຕຣະຊາດົກ ອັນພຣະທັມມະສັງຄະ ຫະນາຈາຣຍ໌ ເຈົ້າຍົກມາເທສນາ ຕາມພຸທທະດິກາ ດ້ວຍບາດພຣະຄາຖາອາຣາທນາວ່າ ອາທິກັລຍານັງ ມັຊເຊກັລຍານັງ ປະຣິໂຍສານກັລຍານັງ ສາຕຖັງສະພະພະຍັນຊະນັງ ເກວະລະປະຣິປຸນນັງ ປະຣິສຸທທັງ, ພຣົມມະຈາຣິຍັງ ປະກາເສຖະ ໂນ ໂອກາສະ ອາຣາທະນັງ ກະໂຣມະ.
ນໍ້ານົມ ແລະ ຝ້າຍມຸງຄຸລ ເມື່ອເລີກບຸນແລ້ວ ຖືກັນວ່າ ເປັນຂອງສັກສິດ ປ້ອງກັນສນຽດຈັງໄຮ ແລະ ຂັບໄລ່ເຄາະເຂັນ ໄດ້ສາລະພັດຢ່າງ ເມື່ອເສັດພິທີແລ້ວ ຕຽມຂັນ 5 ຄາຣະວະພຣະຣັຕນະໄຕຣ ຈົບແລ້ວ ນຳຂັນຖວາຍພຣະສົງ: ຊິດນໍ້າມົນຕ໌ ເປັນອັນເລີກແລ້ວບຸນປາງນັ້ນ.
ຄຳຄາຣະວະຫລວງ
ເປັນທຳນຽມການເຮັດບຸນພຣະເວສ ເມື່ອຈະເສັດພິທີ ກໍມີຄາຣະວະ ແຕ່ມີຂໍ້ ຄວາມຍືດຍາວຕາມ ປະເພນີ ເຂົາເອີ້ນຄຳຄາຣະວະ ແບບນັ້ນວ່າ ” ຄາຣະວະຫລວງ ” ເຊິ່ງມີໃຈຄວາມດັ່ງນີ້ :
ໂອກາສະ ໂອກາສະ ຝູງຂ້າທັງຫລາຍ ທັງຍິງຊາຍແລະນົງທ້າວ ຝູງບ່າວແລະຝູງສາວ ທັງລຸງອາວ ແລະ ພໍ່ແມ່ ແລະ ລຸງຕາ ທັງທ້າວພະຍາ ເສນາແລະອາມາດ ທັງນັກປຣາຊຍ໌ ແລະປຸໂຣຫິດ ທັງບັນດິດ ຊາວເມືອງ ມີສັທທາເຮື່ອງພໍ່າພ້ອມ ໃນອ່ອນນ້ອມ ໃນພຣະທັມ ລາງຜ່ອງມີເງິນຄຳຕາມແຕ່ໄດ້ ລາງຜ່ອງມີດອກໄມ້ ແລະ ເຜື້ງທຽນ ໃນສະຖຽນຊົມຊື່ນ ຍົນຍື່ນ ພ້ອມກັນມາ ມີຄິລານ໌ ໝ້ຽງໝາກ ຫລາກພາກພ້ອມອາຫານ ມີເຄື່ອງ ຫວານເປັນເຄົ້າ ຄືວ່າເຂົ້າຕົ້ມແລະເຂົ້າໜົມ ເຂົ້າມະທຸປະຍາສ ເຂົ້າປາດ ແລະ ເຂົ້າມັນ ສັພພະສັນປີ້ງຈີ່ ໝົກມ ອກໝີ່ແກມແກງ ເປັນຂອງແພງອັນປານີດ ແຊບຊ້ອຍຈິຕເພີງໃຈ ຕາມໃຈຕົກແຕ່ງ ພ້ອມກັນ ແລ້ວ ຈຶ່ງນຳມາ ຖວາຍບູຊາເຄນແຈກແກ່ ພຣະແກ້ວເຈົ້າສັງສາມ ໃນອາຮາມຂ່ວງເຂດ ຖວາຍແກ່ເຈົ້າກູຕົນວິເສດ ກໍຫາກແລ້ວ ບໍຣະບວນ
ບັດນີ້ ຝູງຂ້າທັງຫລາຍ ຈຶ່ງປະມວນມາຍັງເຄື່ອງບູຊາທັງສອງປະການຄື ອາມິສະບູຊາພາຍໃນແລະ ພາຍນອກ ພາຍໃນຄື ຈິດຂັນທັງ 5 ຝູງຂ້າທັງຫລາຍ ພາຍນອກຄື ເຂົ້າຕອກ ດອກໄມ້ແລະທູບທຽນ ຈຶ່ງອະທິຖານ ໃຫ້ ເປັນ 5 ໂກດຖາດ.
ປະຖົມໂກດຖາດອັນຖ້ວນນື່ງນັ້ນ ຝູງຂ້າທັງຫລາຍ ຂໍຖວາຍສົມມາບູຊາແກ່ພຣະສັພ ພັນຍູເຈົ້າຕົນເປັນເຄົ້າ ໂຜດສັຕເນືອງນອງ.
ໂກດຖາດອັນຖ້ວນສອງ ນັ້ນ ຝູງຂ້າທັງຫລາຍ ຂໍຖວາຍສົມມາບູຊາ ແກ່ ພຣະນະວະໂລກຕຣະທັມເຈົ້າ ເກົ້າດວງງາມ.
ໂກດຖາດອັນຖ້ວນສາມນັ້ນ ຝູງຂ້າທັງຫລາຍ ຂໍຖວາຍສົມມາບູຊາແກ່ ພຣະອະຣິຍະສົງຕົນຊົງ ສີລາອັນຖ້ວນຖີ່.
ໂກດຖາດອັນຖ້ວນສີ່ນັ້ນ ຝູງຂ້າທັງຫລາຍ ຂໍຖວາຍສົມມາບູຊາແກ່ ພຣະສະຖຸປ ຮູບພຣະພຸທທະເຈົ້າ ແລະ ເຈດີຍ໌ກັ ພຣະສີ ມະຫາໂພດ ອັນຢູ່ໃນໝື່ນໂຍຊນ໌ ຊົມພູ ດູຕະການງາມໃນມະນຸສແຫລ່ງຫລ້າ.
ໂກດຖາດອັນຖ້ວນຫ້າ ນັ້ນ ຝູງຂ້າທັງຫລາຍ ຂໍຖວາຍສົມມາບູຊາແກ່ ພຣະເທພະບຸດ ເທພະດາ ພຣະຍາອິນ ພຣະຍາພຣົມ ພຣະຍາຍົມພະບາລ ທ້າວຈະຕຸໂລກະບາລທັງສີ່ ນາງນ້ອຍ ເມຂ ລາ ນາງທໍຣະນີ ອິສູນເປັນເຄົ້າ ອັນເປັນເຈົ້າ ພຣະສຸທາ ຝູງຂ້າທັງ ຫລາຍ ບໍ່ອາດຈະຄນະນາ ລຳດັບລຽນຕໍ່ກັນມາຍັງໂທດອັນ ເປັນເຄົ້າ ຕາບຕໍ່ເທົ້າ ບັດນີ້ກໍດີ ໂທດອັນເກີດຈາກກາຍວະຈິ ມະໂນ ທວາຣວິຖີຈິດໃຈ ຫລອນວ່າໄດ້ຫລົງໄຫລພັ້ງ ພາດ ບໍ່ສລາດອາຈວ່າແມ່ນຄອງທັມ ຄິດວ່າບໍ່ເປັນກັມ ແລະໂທດ ຫລອນວ່າໄດ້ ປາກໂພດແລະໄດ້ກ່າວວາຈາ ໄດ້ຄາຣະຫາຕິຕຽນ ພຣະພຸທທະເຈົ້າວ່າບໍ່ງາມ ອົງຄ໌ຣາມນັ້ນບໍ່ສູງສັກກະໜ່ອຍ ອົງຄ໌ນ້ອຍໆນັ້ນ ຍັງຕໍ່າພໍປະມານ ອົງຄ໌ກາງໜາບາງບໍ່ຊ້ອຍໂຊດ ອົງຄ໌ໃຫຍ່ນັ້ນ ໜາໂພດບໍ່ສເມີກັນ ຫລອນວ່າໄດ້ຕິຕຽນ ພຣະຈອມທັນວ່າມີສີ ອັນເສົ້າ ຂໍແກ່ພຣະເປັນເຈົ້າ ໂຜດກູນາ ຢ່າໃຫ້ເປັນໂທດສາໂທດຕ້ອງ ເປັນບາບຂ້ອງຢູ່ໃນ ວັຕຕະສົງສານ ກໍຂ້າເທີ້ນ.
ປະການນຶ່ງຝູງຂ້າທັງຫລາຍໄດ້ຕົກແຕ່ງທານ ມີເຄື່ອງຫວານແລະເຄື່ອງສົ້ມ ມີເຄື່ອງຕົ້ມ ແລະເຄື່ອງແກງ ຫລອນວ່າ ມີດຳຕົກໃສ່ ເປັນຝຸ່ນໄງ່ປິວໄປ ເປັນຄອງສຸດວິສັຍບໍ່ຮູ້ເມື່ອ ຄຶດວ່າເຊື່ອໃຈແລ້ວ ຈຶ່ງນຳມາ ຖວາຍບູຊາແຈກ ແກ່ ພຣະແກ້ວເຈົ້າ ທັງສາມ ໃນອາຣາມຂ່ວງເຂດ ຖວາຍແກ່ເຈົ້າກູຕົນວິເສດ ກໍຫາກແລ້ວບໍຣະບວນ.
ບັດນີ້ຝູງຂ້າທັງຫລາຍ ທັງຕາຍາຍ ແລະ ເດັກນ້ອຍ ຍິນຣະຫ້ອຍແລ່ນນຳ ມານຳລຸງຕາແລະ ພໍ່ແມ່ ເຂົາຢູ່ແຕ່ຫລິ້ນ ແລະ ຍິນດີ ລາງຜ່ອງຕີຫິງຄີ ແລະສັບຂ່າງລາງຜ່ອງຍ່າງໄປມາ ຕາມປະສາເດັກນ້ອຍ ລາງຜ່ອງໃຫ້ອ້ອຍປາກກິນນົມ ລາງຜ່ອງ ຢຽບຕົມເຂົ້າໃນຂ່ວງເຂດ ລາງຜ່ອງປິດພວງເພຊຜລາ ລາງຜ່ອງປິດ ອັນ ພາມີ້ມ່ວງ ລາງຜ່ອງແລ່ນເຕັ້ນຄ່ວງຢອກໄລ່ກັນ ໂຣທັນຕາ ຮ້ອງໄຫ້ ໄດ້ຄ້ອນແລ້ວ ໄລ່ຕີກັນ ເປັນອັນນັນ ພົ້ນທີ່ ບໍ່ສງັດມີ ເມື່ອຟັງທັມ ເປັນຄອງບໍ່ັຢຳແລະປະໝາດ ຫລອນວ່າໄດ້ ນັ່ງຮ່ວມໜັງ ໄດ້ນັ່ງຕ່າງຫລັງແລະ ຕ່າງຂ້າງ ຫລອນວ່າໄດ້ປ່ອຍຊ້າງມ້າ ແລະງົວຄວາຍ ເຂົ້າມາໃນເຂດ ຂໍໃຫ້ເຈົ້າກູຕົນວິເສດ ຈົ່ງໃຫ້ ອະນຸນຍາໂຕ ຢ່າໄດ້ເປັນໂທໂສໂທດຕ້ອງ ເປັນບາບຂ້ອງນຳໄປ ສຸດວິສັຍ ເມື່ອຈັກມໍຣະນາ ຄັນວ່າຄະຄາດແລ້ວ ຂໍໃຫ້ໄດ້ເມືອ ເມືອງແກ້ວ ຊື່ວ່າ ນິຣະພານ ກໍຂ້າເທີ້ນ.
ປະການນຶ່ງຝູງຂ້າທັງຫລາຍທັງຍິງຊາຍແລະ ພໍ່ແມ່ທັງເຖົ້າແກ່ແລະ ລຸງຕາພ້ອມກັນມາໃນເຂດ ເຫດວ່າ ຢາກໄດ້ຄອງເມືອ ເມືອງຟ້າ ແລະນິຣະພານ ຫລອນວ່າຢູ່ເຫີງນານໜັກເມື່ອຍ ໄດ້ຢຽດເໜື່ອຍແຂ່ງຂາ ໄດ້ທຽວໄປມາກ່າວເວົ້າຍາມ ເມື່ອພຣະສົງຄ໌ ເຈົ້າ ຍັງເທສນາທັມ ບໍ່ຈົດຈຳເອົາຫູຕໍ່ ລາງຜ່ອງຄຶດຮອດບ້ານແລະ ລູກເຕົ້າ ຫລອນວ່າໄດ້ກິນເຫລົ້າ ແລະສຸຣາມົວເມົາຕາຄຶດວ່າ ແມ່ນຂອງຊື່ນ ຕັກແລ້ວຢືນຢາຍກັນ ຍາມວັນ ມື້ເຊົ້າ ລາງເທື່ອອາຍກິນເຂົ້າ ພຣະສົງຄ໌ເຈົ້າທະຣົງທັມ ຈົ່ງນຳເອົາມາຍັງໂທດ ຝູງຂ້າທັງຫລາຍ ມາຕັ້ງໄວ້ຊ້ອງແລ້ວ ຈົ່ງກະທຳໃຫ້ເປັນອະໂຫສິກັມນຳເສັຽເຊິ່ງໂທດ ຢ່າງເປັນສັຄຄະນິວາຣະນະ ມັຄຄະນິວາຣະທັມ ກັມອັນຈັກຫ້າມ ຄອງເມືອເມືອງຟ້າແລະນິຣະພານກໍຂ້າເທີ້ນ ຈັຕຕາໂຣທັມມາ ອັນວ່າທັມທັງ ສີ່ປະການຄື ອາຍຸ ວັນນະ ສຸຂະ ພລະ ຈົ່ງປະວັຕຕະນາການ ໃນຂັ້ນທະສັນດານແຫ່ງຝູງຂ້າທັງຫລາຍທຸກຕົນ ທຸກຄົນ ກໍຂ້າເທີ້ນ ນິພພານະປັຈຈະໂຍ ໂຫຕຸ.