ແບ່ງອອກເປັນ 3 ໝວດຄື:
- ກາຍະກຳ ມີ 3 ປະການ (ຄວາມສະອາດທາງກາຍ)
- ບໍ່ຂ້າ ຫລື ທຳລາຍຊີວິດຜູ້ອື່ນບໍ່ລັກເອົາຂອງຄົນອື່ນມາເປັນຂອງຕົນ
- ບໍ່ປະພຶດຜິດໃນກາມ ໝາຍເຖິງ: ການປະພຶດຜິດທາງກາມ ຜິດລູກ-ຜິດເມຍຄົນອື່ນ
- ວາຈີກຳ ມີ 4 ປະການ (ຄວາມສະອາດທາງວາຈາ)
- ບໍ່ເວົ້າຂີ້ຕົວະ ໝາຍເຖິງ: ການເວົ້າຂີ້ຕົ່ວະ, ເວົ້າຫລອກລວງ, ເວົ້າບໍ່ມີມຸນຄວາມຈິງ.ບໍ່ເວົ້າສຽດສີ-ເວົ້າສັບຊໍ່ ໝາຍເຖິງ: ເວົ້າໃຫ້ຍຸແຍ່ໃຫ້ຄົນອື່ນແຕກຄວາມສາມັກຄີກັນ.ບໍ່ເວົ້າຫຍາບຄາຍ ໝາຍເຖິງ: ການເວົ້າຈາບໍ່ສຸພາບ.
- ບໍ່ເວົ້າເພີເຈີ ໝາຍເຖິງ: ການເວົ້າເລື່ອນລອຍ ບໍ່ມີເຫດຜົນ
- ມະໂນກຳ ມີ 3 ປະການ (ຄວາມສະອາດທາງໃຈ)
- ບໍ່ໂລບມາກຢາກໄດ້ຂອງຄົນອື່ນ ໝາຍເຖິງ: ມຸ່ງໝາຍຢາກໄດ້ຂອງຄົນອື່ນມາເປັນຂອງຕົນ.ບໍ່ຄິດພະຍາບາດປ້ອງຮ້າຍຄົນອື່ນ ໝາຍເຖິງ: ຄິດທຳຮ້າຍ- ປ້ອງຮ້າຍຄົນອື່ນ, ມີຄວາມຕັ້ງໃຈທີ່ຈະທຳລາຍຜົນປະໂຫຍດ ແລະ ຄວາມສຸກຂອງຄົນອື່ນ.
- ບໍ່ເຫັນຜິດຈາກການຄອງທຳ ໝາຍເຖິງ: ຮູ້ຈັກວ່າ ທຳດີໄດ້ດີ ທຳຊົ່ວໄດ້ຊົ່ວ, ບໍ່ຄິດວ່າ ບິດາ-ມານດາ ບໍ່ມີບຸນຄຸນ, ບໍ່ເຊື່ອເລື່ອງກຳເວນແລະຜົນຂອງກຳ, ບໍ່ເຊື່ອເລື່ອງບາບບຸນຄຸນໂທດ ເປັນຕົ້ນ…