ວິທີການຖືສິ​ລ8 ຢູ່ເຮືອນແລະເຮັດດ້ວຍຕົນເອງ

ການຖືສິລ 8 ສຳລັບຜູ້ທີ່ຢາກປະຕິບັດທຳ ສາມາດເຮັດຢູ່ເຮືອນກໍໄດ້ ໂດຍປະຕິບັດຕາມສິລ 8 ປະການຂ້າງລຸ່ມນີ້.
ການຖືສິລ 8 ແມ່ນຂື້ນກັບຄວາມສະດວກຂອງຜູ້ປະຕິບັດ ເຊັ່ນ: ໃນວັນສິນ 8 ຫລື 15 ຄໍ່າ ຫລື ວັນທຳມະດາກໍໄດ້, ອາດຈະຖືສິີລທັງໝົດມື້ກໍໄດ້ ຫລື ຖືສິລຕາມທີ່ສະດວກ ເຊັ່ນວ່າ: ຖືສີລໃນຊ່ວງເວລາໄຫວ້ພຣະສວດມົນຢ່າງດຽວກໍໄດ້ ແລ້ວຈາກນັ້ນກໍລາສີລ ແລະ ກັບມາຖືສີລ 5 ຄືນຄືເກົ່າໄດ້.
ສິລ 8 ບໍ່ໄດ້ມີຈຸດມຸ່ງໝາຍໃຫ້ສາມາດປະຕິບັດໄດ້ສະເພາະ ຜູ້ທີ່ນຸ່ງຂາວຫົ່ມຂາວ ຫລື ເຂົ້າໄປປະຕິບັດຢູ່ວັດໄດ້ເທົ່ານ້ັ້ນ ແຕ່ຄາລະວາດທົ່ວໄປຜູ້ທີ່ຖືສິລ 5 ກໍສາມາດເພີ່ມສິລໄດ້ອີກ 3 ຂໍ້ ໃຫ້ເປັນສິລ 8 ໄດ້, ໂດຍທີ່ບໍ່ຕ້ອງນຸ່ງຂາວ ຫລື ເຂົ້າປະຕິບັດຢູ່ວັດກໍໄດ້. ຖ້າຜູ້ໃດສະດວກນຸ່ງຂາວແລ້ວປະຕິບັດສິລ 8 ກໍຍີ່ງເປັນການດີ.
ໃນການຮັກສາສິລ 8 ທີ່ບ້ານ ຜູ້ທີ່ຈະຮັກສາສິລ ຄວນອາບນ້ຳຊຳຣະກາຍໃຫ້ບໍຣິສຸດ ແລ້ວນຸ່ງຫົ່ມຜ້າຂາວ ໂສ້ງເສື້ອຂາວ ຈະເປັນການດີທີ່ສຸດ, ແຕ່ຖ້າບໍ່ມີນຸ່ງເຄື່ອງທຳມະດາກໍໄດ້.
ຂັ້ນຕອນແມ່ນເລີ່ມດ້ວຍການບູຊາດອກໄມ້, ໃຕ້ທູບທຽນໃສ່ຮ້ານພຣະ ແລະ ຕັ້ງໃຈໃຫ້ເປັນສະມະທິ ຈາກນັ້ນກໍຂາບລົງ ສາມຄັ້ງແລ້ວກ່າວວ່າ:

* ອິມີນາ ສັກກາເຣນະຕັງ ພຸທທັງ ອະພິປູຊະຍາມິ (ຫລາຍຄົນແມ່ນໃຫ້ເວົ້າ ຍາມະ) ອະຣະຫັງ ສັມມາສັມພຸທໂທ ພະຄະວາ ພຸທທັງ ພະຄະວັນຕັງ ອະພິວາເທມິ (ຂາບ)
*ອິມີນາ ສັກກາເຣນະ ຕັງ ທັມມັງ ອະພິປູຊະຍາມິ (ຫລາຍຄົນແມ່ນໃຫ້ເວົ້າ ຍາມະ) ສວາກຂາໂຕ ພະຄະວະຕາ ທັມໂມ ທັມມັງນະມັສສາມິ (ຂາບ)
*ອິມີນາ ສັກກາເຣນະ ຕັງ ສັງຄັງ ອະພິປູຊະຍາມິ (ຫລາຍຄົນແມ່ນໃຫ້ເວົ້າ ຍາມະ) ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ສັງຄັງ ນະມາມິ (ຂາບ)

ຄຳອາຣາທະນາສິລ 8 /
ອະຫັງ ພັນເຕ ຕິສະຣະເນນະ ສະຫະ ອັຕຖະສີລານິ ຍາຈາມິ
ທຸຕິຍັມປິ ອະຫັງ ພັນເຕ ຕິສະຣະເນນະ ສະຫະ ອັຕຖະສີລານິ ຍາຈາມິ
ຕະຕິຍັມປິ ອະຫັງ ພັນເຕ ຕິສະຣະເນນະ ສະຫະ ອັຕຖະສີລານິ ຍາຈາມິ

(ຖ້າສະມາທານສີລຫລາຍຄົນປ່ຽນຄໍາວ່າ ‘’ອະຫັງ’’ ເປັນ ‘’ມະຍັງ’’ ແລະ ‘’ຍາຈາມິ’’ ເປັນ ‘’ຍາຈາມະ’’)

ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ (ວ່າ 3 ເທື່ອ )
ພຸທທັງ ສະຣະນັງ ຄັຈສາມິ
ທັມມັງ ສະຣະນັງ ຄັຈສາມິ
ສັງຄັງ ສະຣະນັງ ຄັຈສາມິ

ທຸຕິຍັມປິ ພຸທທັງ ສະຣະນັງ ຄັຈສາມິ
ທຸຕິຍັມປິ ທັມມັງ ສະຣະນັງ ຄັຈສາມິ
ທຸຕິຍັມປິ ສັງຄັງ ສະຣະນັງ ຄັຈສາມິ

ຕະຕິຍັມປິ ພຸທທັງ ສະຣະນັງ ຄັຈສາມິ
ຕະຕິຍັມປິ ທັມມັງ ສະຣະນັງ ຄັຈສາມິ
ຕະຕິຍັມປິ ສັງຄັງ ສະຣະນັງ ຄັຈສາມິ

  1. ປານາຕິປາຕາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ (ເວັ້ນຈາກການທໍາລາຍຊີວິດ)
  2. ອະທິນນາທານາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ (ເວັ້ນຈາກການລັກຊັບ ຫລື ເອົາຂອງເພີ່ນມາເປັນຕົນທີ່ເຂົາບໍ່ໄດ້ໃຫ້)
  3. ອະພຣຳມະຈະຣິຍາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ (ເວັ້ນຈາກການປະພຶດຜິດພົມມະຈັນ ຄືເວັ້ນຈາກການລ່ວງປະເວນີ)
  4. ມຸສາວາທາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ (ເວັ້ນຈາກການຂີ່ຕົວະ, ເວົ້າສຽດສີ)
  5. ສຸຣາເມຣະຍະ ມັຊຊະປະມາ ທັກທານາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ (ເວັ້ນຈາກການກີນ-ດື່ມຂອງມື່ນເມົາ ເປັນສາຍເຫດຂອງຄວາມປະມາດ)
  6. ວິກາລະໂພຊະນາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ (ເວັ້ນຈາກການບໍລິໂພກອາຫານໃນເວລາວິການ ຄືຕັ້ງແຕ່ທ່ຽງແລ້ວໄປ)
  7. ນັຈຈະຄີຕະວາທິຕະວິສູກະທັສສະນາ ມາລາຄັນທະວິເລປະນະທາຣະນະ ມັນທະນະ ວິພູສະນັຕຖານາ ເວຣະມະນີສິກຂາປະທັງ ສະມາທິຍາມິ (ເວັ້ນຈາກການຮ້ອງລໍາຂັບຮ້ອງປະໂຄມດົນຕີ ແລະ ການລະເລ່ນ ອັນເປັນຂ້າສຶກຕໍ່ກຸສົນ ລູບທາປະດັບຕົບແຕ່ງຮ່າງກາຍ ດ້ວຍພວງມະໄລດອກໄມ້ ຂອງຫອມ ເຄື່ອງຍ້ອມເຄື່ອງທາ ອັນຈັດວ່າເປັນການແຕ່ງຕົວ).
  8. ອຸຈຈາສະຍະນະມະຫາສະຍະນາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ (ງົດເວັ້ນຈາກການນັ່ງນອນທີ່ສູງໃຫ່ຍ)

Leave a Reply

Your email address will not be published. Required fields are marked *