ສິນ 227ຂໍ້ ເປັນສີນຫລືຂໍ້ຫ້າມຂອງພຣະພິຂຸສົງ ເຖຣະວາດ ຕາມພຣະວິໃນບັນຍັດ ຈັດຢູ່ໃນສ່ວນອາທິພົມະຈາຣິຍະກາສິກຂາ. ສິນ 227 ເປັນສິກຂາບົດໃນພຣະປະຕິໂມກ ທີ່ພຣະພຸດທະເຈົ້າຊົງວາງຂໍ້ກຳນົດໄວ້ບໍ່ໃຫ້ລະເມີດ ເພື່ອຄວາມເປັນລະບຽບຮຽບຮ້ອຍຂອງຄະນະສົງ ແລະ ເພື່ອເປັນຂໍ້ປະຕິບັດພື້ນຖານ ອັນເອື້ອເຝື້ອຕໍ່ການປະພຶດພົມມະຈັນຂອງພຣະພິຂຸສົງ, ມີໂທດໃນການລ່ວງລະເມີດຮ້າຍແຮງທີ່ສຸດເຖິງຂັ້ນປາຣາສຶກ ຫລື ຂາດຈາກການເປັນພຣະສົົງ.
ສິນ 227 ຫລື ພຣະວິໄນ ຜູ້ກະທຳຜິດສິນເອີ້ນວ່າ: ລ່ວງພຣະວິໃນ ເປັນອາບັດ ລະດັບຊັ້ນຕ່າງໆ ຕາມຄວາມ ໜັກເບົາ ສາມາດແບ່ງລະດັບຄວາມອາບັດອອກໄດ້ເປັນລຳດັບຂັ້ນ ຕັ້ງແຕ່ຂັ້ນຮ້າຍແຮງຈົນຮອດເບົາທີ່ສຸດ. ໃນອາບັດລະດັບເບົາຈະຕ້ອງມີການເປີດເຜີຍຄວາມຜິດ ເຊັ່ນ: ປາຈິດຕິ ສາມາດແກ້ໄດ້ໂດຍກ່າວສະແດງຄວາມຜິດຂອງຕົນ ກັບພຣະພິຂຸສົງອື່ນ ເພື່ອເປັນການສະແດງເຖິງຄວາມສຳນຶກຜິດ ແລະ ເພື່ອຈະຕັ້ງໃຈປະພຶດຕົນໃໝ່ ຫລື ເອີ້ນວ່າ ການສະແດງອາບັດ. ການປົງອາບັດ ແຕ່ຖ້າເຖີງຂັ້ນປາຣາສຶກ ຍ່ອມຂາດຈາກການເປັນພຣະ ແລະ ບໍ່ສາມາດບວດເປັນພຣະສົງໄດ້ອີກ.
ປາຣາຊຶກ 4 ຂໍ້
- ເສບເມຖຸນ ແມ້ແຕ່ກັບສັດເດຍລະສານໂຕແມ່ (ຮ່ວມສັງວາດກັບຄົນຫຼືສັດ)
- ເອົາສິ່ງຂອງທີ່່ເຈົ້າຂອງບໍ່ໄດ້ໃຫ້ມາເປັນຂອງຕົນ ຈາກບ້ານກໍຕາມຈາກປ່າກໍ່ຕາມ (ຂີ້ລັກ).
- ພັດພາກກາຍມະນຸດຈາກຊີວິດ (ຂ້າຄົນ) ຫລື ສະແຫວ່ງຫາສາດຕຣາ ທີ່ຈະນຳໄປສູ່ຄວາມຕາຍແກ່ຮ່າງກາຍຂອງມະນຸດ.
- ກ່າວອວດອຸດຕຣີມມະນຸດສະທັມ ອັນເປັນຄວາມເຫັນຢ່າງປະເສີດ, ຢ່າງສາມາດ ນ້ອມເຂົ້າໃຈຕົວເອງວ່າ ຂ້າພະເຈົ້າຮູ້ຢ່າງນີ້ ຂ້າພະເຈົ້າເຫັນຢ່າງນີ້ (ບໍ່ຮູ້ຈິງແຕ່ອວດຄວາມສາມາດຂອງຕົນເອງ).
ສັງຂາທິເສດ ມີ 13 ຂໍ້
- ປ່ອຍນໍ້າອະສຸຈິ ດ້ວຍຄວາມຈົງໃຈ ຍົກເວັ້ນໄວ້ແຕ່ຝັນ
- ສະແດງອາລົມທາງກຳມະຄຸນ, ຈັບມື, ຈັບຊ້ອງຜົມ, ລູບຄຳ ແລະ ຈັບຕ້ອງອະໄວຍະວະອັນໃດໜຶ່ງຂອງຜູ້ຍິງ.
- ເວົ້າຈາຫຍາບຄາຍ, ເກາະເກະ ແລະ ກຽ້ວພາລາສີຜູ້ຍິງດ້ວຍຖອຍຄຳຕ້ອງການເສກເມຖຸນ
- ກ່າວເຖິງເມຖຸນໃນການບຳເລີຕົນດ້ວຍກາມ ຫລື ຖ້ອຍຄຳພາດພີງການຮ່ວມປະເວນີ.
- ທຳຕົວເປັນສືຮັກ ບອກຄວາມຕ້ອງການໃຫ້ອີກຝ່າຍໜຶ່ງກັບຍິງ ຫລື ຊາຍ, ເຖິງວ່າຈະເປັນສາມີ-ພັນລະຍາ ຫລື ແມ້ແຕ່ຍິງຂາຍບໍລິການ.
- ສ້າງກຸດຕິດ້ວຍການຂໍ
- ສ້າງວິຫານໃຫ່ຍ ໂດຍພຣະສົງບໍ່ໄດ້ກຳນົດບ່ອນໃຫ້ ຮຸກຮານຄົນອື່ນ.
- ແກ້ງໃສ່ຄວາມວ່າປາຣາສຶກໂດຍບໍ່ມີຂໍ້ມູນ.
- ແກ້ງສົມມຸດ ແລ້ວໃສ່ຄວາມວ່າປາຣາຊຶກໂດຍບໍ່ມີຂໍ້ມູນ.
- ຍຸແຍ່ສົງໃຫ້ແຕກກັນ.
- ເປັນພວກຂອງຜູ້ທີ່ທຳສົງໃຫ້ແຕກແຍກກັນ.
- ເປັນຜູ້ເວົ້າຍາກສອນຍາກ ແລະ ຕ້ອງຖືກຕັກເຕືອນເຖິງສາມຄັ້ງ.
- ທຳຕົວເປັນເໝືອນຄົນຮັບໃຊ້ປະຈົບປະແຈງຄະລຶກຫັດ.
ອະນິຍະຕະກັນ ມີ 2 ຂໍ້
- ການນັ່ງໃນທີ່ລັບສາຍຕາ ມີອັນປິດບັງຢູ່ກັບຜູ້ຍິງ ແລະ ມີຜູ້ມາເຫັນທີ່ເປັນຜູ້ເຊື່ອຖືໄດ້, ເວົ້າຂື້ນດ້ວຍທຳສາມປະການ ອັນໃດອັນໜຶ່ງ ກ່າວແກ່ພິຂຸນັ້ນໄດ້ແກ່: ປາຣາຊຶກກໍດີ, ສັງຂາທິເສດກໍດີ ຫລື ປາຈິດກໍດີ ພິຂຸນັ້ນຖືວ່າມີຄວາມຜິດຕາມອຸບາສົກ ຜູ້ນັ້ນກ່າວ.
- ໃນສະຖານທີ່ທີ່ບໍ່ລັບຕາຄົນອື່ນ ແຕ່ມີການເວົ້າຈາເກາະແກະກັບຜູ້ຍິງຢູ່ສອງຕໍ່ສອງກັບພິຂຸຜູ້ດຽວ ແລະ ມີຜູ້ມາເຫັນທີ່ເປັນຜູ້ເຊື່ອຖືໄດ້ ເວົ້າຂື້ນດ້ວຍທຳສອງປະການ ອັນໃດອັນໜຶ່ງ ກ່າວແກ່ພິຂຸນັ້ນໄດ້ແກ່ ສັງຂາທິເສດກໍດີ ຫລື ປາຈິດຕີກໍດີ ພິຂຸນັ້ນຖືວ່າມີຄວາມຜິດຕາມອຸບາສົກ ທີ່ຜູ້ນັ້ນກ່າວ.
ນິສສັກຄິຍະປາຈິດຕີ ວ່າດ້ວຍເລື່ອງຈີວອນ ມີ 30 ຂໍ້
- ເກັບຈີວອນທີ່ເກີນຄວາມຈຳເປັນເກີນ 10 ວັນ
- ຢູ່ໂດຍປາສະຈາກຜ້າຈີວອນແມ້ແຕ່ຄືນດຽວ
- ເກັບຜ້າທີ່ຈະທຳຈີວອນໄວ້ເກີນ 1 ເດືອນ
- ໃຊ້ໃຫ້ນັກບວດຍິງ (ພິຂຸນີ) ຊັກຜ້າໃຫ້
- ຮັບຈີວອນຈາກມືຂອງນັກບວດຍິງ
- ຂໍຈີວອນຈາກຄາຣະວາດທີ່ບໍ່ແມ່ນຍາດຕິພີ້ນ້ອງ ເວັ້ນແຕ່ຈີວອນຫາຍ ຫລື ຖືກລັກໄປ.
- ຮັບຈີວອນເກີນກວ່າທີ່ໃຊ້ນຸ່ງ ເມື່ອຈີວອນຖືກຍາດໄປ ຫລື ຫາຍໄປ.
- ເວົ້າໃນທຳນອງຂໍຈີວອນດີໆ ກວ່າທີ່ເຂົາກຳນົດຈະຖວາຍ (ທີ່ຕັ້ງໃຈໄວ້).
- ເວົ້າໃນທຳນອງໃຫ້ຄົນອື່ນລວມກັນຊື້ຈີວອນດີໆ ມາຖວາຍ.
- ທວງຖ່າມຈີວອນຈາກຄົນທີ່ຮັບອາສາ ເພື່ອຊີື້ຈີວອນມາຖວາຍເກີນ 3 ຄັ້ງ.
- ຫລໍ່ເຄື່ອງປູນັ່ງທີ່ເຈືອດ້ວຍໄຫມ.
- ຫລໍ່ເຄື່ອງປູນັ່ງດ້ວຍຂົນຈຽມ (ຂົ່ນແພະ, ແກະ) ດຳລ້ວນ.
- ໃຊ້ຂົນຈຽມດຳເກີນ 2 ໃນ 4 ສ່ວນ ເພື່ອຫລໍ່ເຄື່ອງປູນັ່ງ.
- ຫລໍ່ເຄື່ອງປູນັ່ງໃໝ່ ເມື່ອຂອງເດີ່ມຍັງໃຊ້ບໍ່ເຖິງ 6 ປີ.
- ເມື່ອຫລໍ່ເຄື່ອງປູນັ່ງໃໝ່ ໃຫ້ເອົາຂອງເກົ່າເຈື່ອປົນລົງໄປພ້ອມ.
- ນຳເອົາຂົນຈຽມໄປດ້ວຍຕົນເອງເກີນ 3 ໂຍກ ເວັ້ນແຕ່ມີຜູ້ນຳໄປໃຫ້.
- ໃຊ້ນັກບວດຍິງທີ່ບໍ່ແມ່ນຍາດພີ້ນ້ອງທຳຄວາມສະອາດຂົນຈຽມ.
- ຮັບເງິນ-ຄຳ
- ຊື້-ຂາຍດ້ວຍເງິນຄຳ
- ຊື້-ຂາຍໂດຍໃຊ້ຂອງແລກ
- ເກັບບາດໄວ້ໃຊ້ ເກີນຄວາມຈຳເປັນ 10 ວັນ
- ຂໍບາດໃຫມ່ເມື່ອບາດມີຮອຍຜິດປົກກະຕິບໍ່ເກີນ 5 ແຫ່ງ
- ເກັບຮັກສາເພຊັສ 5 (ເນີຍໃສ, ເນີຍຂຸ້ນ ນ້ຳມັນ, ນ້ຳເຜີ້ງ, ນ້ຳອອ້ຍ) ໄວ້ເກີນ 7 ວັນ
- ສະແຫວ່ງຫາ ແລະ ທຳຜ້າອາບນ້ຳຝົນໄວ້ເກີນກຳນົດ 1 ເດືອນກ່ອນຮອດລະດູຝົນ
- ເອົາຜ້າຈີວອນໃຫ້ພຣະອົງອື່ນ ແລ້ວເອົາຄືນພາຍຫລັງ
- ຂໍດ້າຍເອົາມາທໍເປັນຈີວອນ
- ກຳນົດໃຫ້ຊ່າງທໍທຳໃຫ້ດີຂື້ນ
- ເກັບຜ້າຈຳພັນສາ (ຜ້າທີ່ຖວາຍພິຂຸເພື່ອຈໍາພັນສາ) ເກີນກໍານົດ
- ເມື່ອຢູ່ປ່າ ແລ້ວເກັບຜ້າຈີວອນໄວ້ໃນບ້ານເກີນ 6 ຄືນ
- ລາກສົງມາເພື່ອໃຫ້ເຂົາຖວາຍຕົນເອງ
ປາຈິດຕີ ມີ 92 ຂໍ້
- ຫ້າມເວົ້າຂີ້ຕົວະ
- ຫ້າມດ່າ
- ຫ້າມເວົ້າສໍສຽດ
- ຫ້າມກ່າວທຳ ພ້ອມກັບຜູ້ບໍ່ໄດ້ບວດໃນຂະນະສອນ
- ຢ່ານອນຮ່ວມກັບຜູ້ທີ່ບໍ່ແມ່ນພະສົງ ເປັນເວລາຫຼາຍກວ່າ 3 ຄືນ
- ຫ້າມນອນຮ່ວມກັບຜູ້ຍິງ
- ຫ້າມສະແດງທຳສອງຕໍ່ສອງກັບຜູ້ຍິງ
- ຫ້າມບອກຄຸນວິເສດທີ່ມີຈິງ ກັບຄົນທີ່ບໍ່ໄດ້ບວດ
- ຫ້າມບອກອາບັດຊົ່ວຊ້າຂອງພະສົງໃຫ້ກັບຜູ້ທີ່ບໍ່ໄດ້ບວດ
- ຫ້າມຂຸດດີນ ຫລື ໃຊ້ໃຫ້ຂຸດດີນ
- ຫ້າມທຳລາຍຕົ້ນໄມ້
- ຫ້າມເວົ້າໂລເລໃນເວລາທີ່ຖືກສືບສວນ
- ຫ້າມຕິຕຽນພິຂຸ ຜູ້ທຳການສົງໂດຍຊອບ
- ຫ້າມປະຖີ້ມຕຽງຕັ່ງຂອງສົງໄວ້ກາງແຈ້ງ
- ຫ້າມປະປ່ອຍບ່ອນນອນໄວ້ໂດຍບໍ່ເກັບມ້ຽນ
- ຫ້າມເຂົ້ານອນແຊກພິຂຸຜູ້ເຂົ້າໄປນອນກອ່ນ
- ຫ້າມລັກພາຕົວພິຂຸສົງອອກຈາກວິຫານຂອງສົງ
- ຫ້າມນັ່ງນອນທັບຕຽງ ຫລື ຕັ່ງທີ່ຢູ່ຊັ້ນເທິງ
- ຫ້າມມຸງຫລັງຄາຂອງວິຫານເກີນ 3 ຊັ້ນ
- ຫ້າມເອົານ້ຳທີ່ມີສັດຢູ່ຫົດຫຍ້າ ຫລື ດີນ
- ຫ້າມສອນນັກບວດຍິງ ເມື່ອບໍ່ໄດ້ຮັັບການມອບໝາຍ
- ຫ້າມສອນນັກບວດຍິງ ເມື່ອຕາເວັນຕົກແລ້ວ
- ຫ້າມໄປສອນນັກບວດຍິງເຖິງທີ່ຢູ່
- ຫ້າມຕິຕຽນພິຂຸອື່ນວ່າ ສອນນັກບວດຍິງເພາະເຫັນແກ່ລາບ
- ຫ້າມໃຫ້ຈີວອນແກ່ນັກບວດຍິງຜູ້ທີ່ບໍ່ແມ່ນຍາດຕິພີ້ນ້ອງ
- ຫ້າມຫຍິບຜ້າຈີວອນໃຫ້ນັກບວດຍິງທີ່ບໍ່ແມ່ນຍາດຕິພີ້ນອ້ງ
- ຫ້າມເດີນທາງໄກຮ່ວມກັບນັກບວດຍິງ
- ຫ້າມຊວນນັກບວດຍິງເດີນທາງເຮືອຮ່ວມກັນ
- ຫ້າມສັນອາຫານທີ່ນັກບວດຍິງແນະນຳໃຫ້ເຂົາເອົາໄປຖວາຍ
- ຫ້າມນັ່ງຢູ່ທີ່ລັບສອງຕໍ່ສອງກັບນັກບວດຍິງ
- ຫ້າມສັນອາຫານໃນໂຮງພັກເດີນທາງເກີນ 3 ວັນ
- ຫ້າມສັນອາຫານລວມກຸ່ມ
- ຫ້າມຮັບນິມົນແລ້ວໄປສັນອາຫານບ່ອນອື່ນ
- ຫ້າມຮັບບິນທະບາດເກີນ 4 ບາດ
- ຫ້າມສັນອີກເມື່ອສັນໃນທີ່ນິມົນແລ້ວ
- ຫ້າມເວົ້າໃຫ້ພິຂຸທີິ່ສັນແລ້ວສັນອີກເພື່ອຈັບຜິດ
- ຫ້າມສັນອາຫານໃນເວລາວິການ (ຫລັງຈາກທ່ຽງເປັນຕົ້ນໄປ)
- ຫ້າມສັນອາຫານທີ່ເກັບໄວ້ຄ້າງຄືນ
- ຫ້າມຂໍອາຫານປະນີດມາເພື່ອສັນເອງ
- ຫ້າມສັນອາຫານທີ່ບໍ່ໄດ້ປະເຄນ
- ຫ້າມຍື່ນອາຫານດ້ວຍມືໃຫ້ແມ່ຂາວ ແລະ ນັກບວດອື່ນໆ
- ຫ້າມຊວນພິຂຸໄປບິນທະບາດ ແລ້ວໄລ່ກັບ
- ຫ້າມເຂົ້າແຊກແຊງໃນຕະກຸນທີ່ມີຄົນສອງຄົນ
- ຫ້າມນັ່ງໃນທີ່ລັບທີ່ມີກຳບັງກັບຜູ້ຍິງ
- ຫ້າມນັ່ງໃນທີ່ລັບ (ຫູ) ສອງຕໍ່ສອງກັບຜູ້ຍິງ
- ຫ້າມຮັບນິມົນແລ້ວໄປບ່ອນອື່ນໂດຍບໍ່ແຈ້ງກັບ
- ຫ້າມຂໍເຄື່ອງເກີນກຳນົດເວລາທີ່ເຂົາອະນຸຍາດໃຫ້
- ຫ້າມໄປເບີ່ງກອງທັບທີ່ເຄື່ອນຍ້າຍໄປ
- ຫ້າມພັກຢູ່ໃນກອງທັບເກີນ 3 ຄືນ
- ຫ້າມເບີ່ງເຂົາຕໍ່ສູ້ກັນ ເປັນຕົ້ນເມື່ອໄປໃນກອງທັບ
- ຫ້າມດື່ມເຫລົ້າເບຍ-ຂອງມື່ນເມົາ
- ຫ້າມຈີ້ພິຂຸ
- ຫ້າມລອຍນ້ຳຫລິ້ນ
- ຫ້າມຫລອກພິຂຸໃຫ້ຢ້ານກົວ
- ຫ້າມສະແດງຄວາມບໍ່ເອື້ອເຟື້ອໃນວິໃນ
- ຫ້າມດັງໄຟເພື່ອຝີງ
- ຫ້າມອາບນ້ຳເລື່ອຍໆ ເວັ້ນແຕ່ມີເຫດຜົນ
- ໃຫ້ທຳເຄື່ີອງໝາຍເຄື່ອງນຸ່ງຫົ່ມ
- ວິກັບຈີວອນ (ເກັບຈີວອນໄວ້) (ທໍາໃຫ້ເປັນສອງເຈົ້າຂອງ-ໃຫ້ຢືມໃຊ້) ຈະໃຊ້ຕ້ອງຖ່ອນກ່ອນ
- ຫ້າມຫລີ້ນແລະເຊື່ອງບໍລິຂານຂອງພິຂຸອື່ນ
- ຫ້າມຂ້າສັດ
- ຫ້າມໃຊ້ນ້ຳທີ່ມີໂຕສັດ
- ຫ້າມຮື້ຟື້ນອະທິກອນ (ຄະດີຄວາມ-ຂໍ້ຄັດແຍ້ງ) ທີ່ຊຳລະເປັນທຳແລ້ວ
- ຫ້າມປົກປິດອາບັດຊົ່ວຮ້າຍຂອງພິຂຸອື່ນ
- ຫ້າມບວດຄົນອາຍຸບໍ່ຮອດ 20 ປີ
- ຫ້າມຊວນພໍ່ຄ້າຜູ້ໜີພາສີເດີນທາງຮ່ວມກັນ
- ຫ້າມຊວນຜູ້ຍິງເດີນທາງຮ່ວມກັນ
- ຫ້າມກ່າວຕູ່ພຣະທຳວິໃນ (ພິຂຸອື່ນ ຫ້າມແລະສວດປຣະກາດເກີນ 3 ຄັ້ງ)
- ຫ້າມຄົບພຣະພິຂຸຜູ່ທີ່ກ່າວຕູ່ພຣະທຳມະວິໃນ
- ຫ້າມຄົບຫາສາມະເນນຜູ້ທີ່ກ່າວຕູ່ພຣະທຳມະວິໃນ
- ຫ້າມເວົ້າຫຍາບຄາຍໂລເລເມື່ອທຳຜິດແລ້ວ
- ຫ້າມກ່າວຕິຕຽນພຣະວິໃນ
- ຫ້າມເວົ້າແກ້ຕົວວ່າຫາກໍຮູ້ວ່າມີໃນປາຕິໂມກ
- ຫ້າມທຳຮ້າຍຮ່າງກາຍພຣະພິຂຸ
- ຫ້າມເງື້ອມມືຈະທຳຮ້າຍພຣະພິຂຸ
- ຫ້າມກ່າວຫາພິຂຸດ້ວຍອາບັດສັງຂາທິເສດທີ່ບໍ່ມີຂໍ້ມູນ
- ຫ້າມກໍ່ຄວາມລຳຄານແກ່ພິຂຸອື່ນ
- ຫ້າມແອບຟັງເລື່ອງຂອງພິຂຸທີ່ຜິດຖ່ຽງກັນ
- ອະນຸຍາດແລ້ວ ຫ້າມເວົ້າຕຳນິຕິຕຽນ
- ຂະນະກຳລັງປະຊຸມພຣະສົງ ຢ່າລຸກຂື້ນໄປໂດຍບໍ່ໄດ້ຮັບອະນຸຍາດ
- ຮ່ວມກັບສົງໃຫ້ຈີວອນແກ່ພິຂຸແລ້ວ ຫ້າມຕິຕຽນພາຍຫລັງ
- ຫ້າມນ້ອມລາບສົງມາເພື່ອບຸກຄົນ (ຂອງທີ່ເຂົາມາຖວາຍສົງແຕ່ເອົາໄປໃຫ້ຄົນພິຂຸໃດໜຶ່ງ)
- ຫ້າມເຂົ້າໄປໃນຕຳນັກຂອງພຣະຣາຊາ
- ຫ້າມເກັບຂອງມີຄ່າທີ່ຕົກເຮ່ຍຢູ່
- ເມື່ອຈະເຂົ້າບ້ານໃນເວລາວິການ (ເວລາຫລັງຈາກທ່ຽງ) ຕອ້ງຄອບລາພິຂຸອື່ນກ່ອນ
- ຫ້າມທຳກອງເຂັ້ມດ້ວຍກະດູກ, ງາ ຫລື ເຂົາສັດ
- ຫ້າມທຳຕຽງ ຕັ່ງມີຕີນສູງກວ່າປະມານ
- ຫ້າມທຳຕຽງ ຕັ່ງທີ່ຫຸ້ມດ້ວຍນຸ່ນ
- ຫ້າມທຳຜ້າປູນັ່ງມີຂະໜາດເກີນປະມານ
- ຫ້າມທຳຜ້າປິດຝີມີຂະໜາດເກີນປະມານ
- ຫ້າມທຳຜ້າອາບນ້ຳຝົນມີຂະໜາດເກີນປະມານ
- ຫ້າມທຳຜ້າຈີວອນມີຂະໜາດເກີນປະມານ
ປາຕິເທສນີຍະ ມີ 4 ຂໍ້
- ຫ້າມຮັບຂອງຄົບຄ້ຽວຂອງສັນຈາກມືນັກບວດຍິງມາສັນ
- ໃຫ້ໄລ່ນັກບວດຍິງທີ່ມາຫຍຸງໃຫ້ເຂົາຖວາຍອາຫານ
- ຫ້າມຮັບອາຫານໃນສະກຸນທີ່ສົງສົມມຸດວ່າເປັນເສຂະ (ອະຣິຍະບຸກຄົນ ແຕ່ຍັງບໍ່ໄດ້ບັນລຸເປັນອະຣາຫັນ)
- ຫ້າມຮັບອາຫານທີ່ເຂົາບໍ່ໄດ້ຈັດຕຽມໄວ້ກ່ອນມາສັນເມື່ອຢູ່ປ່າ
ເສຂີຍະ ສາຮູບ ມີ 26 ຂໍ້
- ນຸ່ງໃຫ້ເປັນປະຣິມົນທົນ (ສ່ວນລຸ່ມປິດເຂົ່າ ສ່ວນເທິ່ງປິດສະບື ບໍ່ຫ້ອຍໜ້າຫ້ອຍຫລັງ)
- ຄຸມຜ້າໃຫ້ເປັນປະຣິມົນທົນ (ໃຫ້ຊາຍຜ້າສະເໜີກັນ)
- ປົກປິດກາຍດ້ວຍດີໄປໃນບ້ານ
- ປົກປິດກາຍດ້ວຍດີນັ່ງໃນບ້ານ
- ສຳລວມດ້ວຍດີໄປໃນບ້ານ
- ສຳລວມດ້ວຍດີນັ່ງໃນບ້ານ
- ມີສາຍຕາສອດລົງໄປໃນບ້ານ (ຕາບໍ່ມ່ອງພູ້ນມ່ອງພີ້)
- ມີສາຍຕາສອດລົງນັ່ງໃນບ້ານ
- ບໍ່ໃຫ້ຜ້າເປີດຂື້ນລົງຕອນໄປໃນບ້ານ
- ບໍ່ໃຫ້ຜ້າເປີດຂື້ນລົງເວລານັ່ງໃນບ້ານ
- ບໍ່ຫົວສຽງດັງຕອນໄປໃນບ້ານ
- ບໍ່ຫົວເລາະດັງຕອນນັ່ງໃນບ້ານ
- ບໍ່ເວົ້າສຽງດັງຕອນໄປໃນບ້ານ
- ບໍ່ເວົ້າສຽງດັງຕອນນັ່ງໃນບ້ານ
- ບໍ່ຂົດໂຄງກາຍຕອນໄປໃນບ້ານ
- ບໍ່ຂົດໂຄງກາຍຕອນນັ່ງໃນບ້ານ
- ບໍ່ແກ່ວງແຂນຕອນໄປໃນບ້ານ
- ບໍ່ແກ່ວງແຂນຕອນນັ່ງໃນບ້ານ
- ບໍ່ສັ່ນຫົວຕອນໄປໃນບ້ານ
- ບໍ່ສັ່ນຫົວຕອນນັ່ງໃນບ້ານ
- ບໍ່ເອົາມືຄ້ຳກາຍຕອນໄປໃນບ້ານ
- ບໍ່ເອົາມືຄ້ຳກາຍຕອນນັ່ງໃນບ້ານ
- ບໍ່ເອົາຜ້າປົກຫົວຕອນໄປໃນບ້ານ
- ບໍ່ເອົາຜ້າປົກຫົວຕອນນັ່ງໃນບ້ານ
- ບໍ່ຍ່າງຄະໂຍ່ງຕີນຕອນໄປໃນບ້ານ
- ບໍ່ນັ່ງຮັດເຂົ່າຕອນຢູ່ໃນບ້ານ
ໂພຊະນະປະຕິສັງຢຸດ (ວ່າດ້ວຍການສັນອາຫານ) ມີ 30 ຂໍ້
- ຮັບບິນບາດດ້ວຍຄວາມເຄົາລົບ
- ໃນຂະນະບິນທະບາດ ຈະດູແລແຕ່ໃນບາດ
- ຮັບບິນທະບາດ ພໍສົມສ່ວນກັບແກງ (ບໍ່ຮັບແກງຫລາຍເກີນໄປ)
- ຮັບບິນທະບາດ ເອົາພໍພຽງແຕ່ສະເໝີຂອບປາກບາດ
- ສັນບິນທະບາດ ໂດຍຄວາມເຄົາລົບ
- ໃນຂະນະສັນບິນທະບາດໃຫ້ດູແລແຕ່ໃນບາດ
- ສັນບິນທະບາດໄປຕາມລຳດັບ (ບໍ່ຈົກໃຫ້ແຫວ່ງບ່ອນນັ້ນບ່ອນນີ້)
- ສັນເຂົ້າບິນທະບາດ ພໍສົມສ່ວນກັບແກງ ບໍ່ສັນແກງຫລາຍເກີນໄປ
- ສັນເຂົ້າບິນທະບາດບໍ່ຂຸດຄຸ້ຍແຕ່ເທິງລົງໄປ
- ບໍ່ເອົາເຂົ້າສຸກຊາວໃສ່ແກງ ຫວັງຈະໄດ້ຫລາຍ
- ບໍ່ຂໍເອົາແກງ ຫລື ເຂົ້າສູກ ເພື່ອປະໂຫຍດແກ່ຕົນມາສັນ ຫາກບໍ່ເຈັບປ່ວຍ
- ບໍ່ເບີ່ງບາດຂອງຜູ້ອື່ນ ດ້ວຍຄິດຈະຍົກໂທດ
- ບໍ່ເຮັດຄຳເຂົ້າທີ່ໃຫ່ຍເກີນໄປ
- ທຳຄຳເຂົ້າໃຫ້ກົມກ່ອມ
- ບໍ່ອ້າປາກເມື່ອຄຳເຂົ້າຍັງມາບໍ່ທັນຮອດ
- ບໍ່ເອົາມືທັງສອງໃສ່ປາກໃນຂະນະສັນ
- ບໍ່ເວົ້າໃນຂະນະມີຄຳເຂົ້າຢູ່ໃນປາກ
- ບໍ່ສັນເຂົ້າແບບໂຍນຄຳເຂົ້າໃສ່ປາກ
- ບໍ່ສັນແບບກັດຄຳເຂົ້າ
- ບໍ່ສັນແບບທຳໃຫ້ກະພູ້ງແກ້ມຕຸ້ຍ
- ບໍ່ສັນແບບສະບັດມືໄປມາ
- ບໍ່ສັນເຂົ້າແບບວ່ານເມັດເຂົ້າ
- ບໍ່ສັນເຂົ້າແບບແລບລິ້ນ
- ບໍ່ສັນເຂົ້າດັງຈັບໆ
- ບໍ່ສັນເຂົ້າດັງຊູດໆ
- ບໍ່ສັນເຂົ້າແບບເລຍມື
- ບໍ່ສັນເຂົ້າເລັຍບາດ
- ບໍ່ສັນແບບເລັຍຣີມຝີປາກ
- ບໍ່ເອົາມືເປື້ອນຈັບພາຊະນະໃສ່ນ້ຳ
- ບໍ່ເອົານ້ຳລ້າງບາດ ມີເມັດເຂົ້າເທລົງໃນບ້ານ
ທຳມະເທສະນາປະຕິສັງຢຸດ ວ່າດ້ວຍການສະແດງທຳ ມີ 16 ຂໍ້
- ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ມີຄັນຮົ່ມໃນມື
- ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ມີໄມ້ພລອງ (ໄມ້ກົມຍາວປະມານ 4 ສອກ) ໃນມື
- ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປວ່ຍ ທີ່ມີຂອງຄົມໃນມື
- ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ມີອາວຸດໃນມື
- ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ໃສ່ຊຽງຕີນ (ຖົງເຖົ້າໄມ້)
- ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ໃສ່ຖົງເຖົ້າ
- ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ຢູ່ໃນພາຫະນະ
- ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ຢູ່ເທີ່ງບ່ອນນອນ
- ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ນັ່ງຮັດເຂົ່າ
- ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ມີອັນພັນຢູ່ຫົວ
- ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ຄຸມຫົວ
- ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ຢູ່ເທິ່ງອາສະນະ (ແຜ່ນປູນັ່ງ) ໂດຍພິຂຸຢູ່ເທີ່ງດີນ
- ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ນັ່ງຢູ່ເທີ່ງອາສະນະສູງກວ່າພິຂຸ
- ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ນັ່ງຢູ່ແຕ່ພິຂຸຢືນ
- ພິຂຸເດີນຢູ່ຂ້າງຫລັງ ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍທີ່ເດີນໄປທາງໜ້າ
- ພິຂຸເດີນໄປນອກທາງ ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍທີ່ໄປໃນທາງ.
ປະກິນນະສະຖະ ມີ 3 ຂໍ້
- ພິຂຸບໍ່ເຈັບປ່ວຍ ບໍ່ຢືນຖ່າຍໜັກ ຖ່າຍເບົາ
- ພິຂຸບໍ່ເຈັບປ່ວຍ ບໍ່ຖ່າຍອຸດຈະຣະ ປັດສະວະ ຫລື ບ້ວນນ້ຳລາຍລົງໃນຂອງຂຽວ (ພັນໄມ້ໃບຫຍ້າຕ່າງໆ)
- ພິຂຸບໍ່ເຈັບປ່ວຍ ບໍ່ຖ່າຍອຸດຈະຣະ ປັດສະວະ ຫລື ບ້ວນນ້ຳລາຍລົງໃນນ້ຳ
ອະທິກອນ ມີ 7 ຂໍ້
- ລະງັບອະທິກອນ (ຄະດີຄວາມ ຫລື ຄວາມທີ່ຕົກລົງກັນບໍ່ໄດ້) ໂດຍຊ່ອງໜ້າກັນ (ບຸກຄົນ, ວັດຖຸ, ທຳ)
- ລະງັບອະທິກອນ (ຄະດີຄວາມ ຫລື ຄວາມທີ່ຕົກລົງກັນບໍ່ໄດ້) ດ້ວຍການຍົກໃຫ້ວ່າ ພຣະອໍຣະຫັນເປັນຜູ້ມີສະຕິ
- ລະງັບອະທິກອນ (ຄະດີຄວາມ ຫລື ຄວາມທີ່ຕົກລົງກັນບໍ່ໄດ້) ດ້ວຍການຍົກປະໂຫຍດໃຫ້ຂະນະເປັນບ້າ
- ລະງັບອະທິກອນ (ຄະດີຄວາມ ຫລື ຄວາມທີ່ຕົກລົງກັນບໍ່ໄດ້) ດ້ວຍຖືຕາມຄຳຮັບຂອງຈຳເລີຍ
- ລະງັບອະທິກອນ (ຄະດີຄວາມ ຫລື ຄວາມທີ່ຕົກລົງກັນບໍ່ໄດ້) ດ້ວຍຖືສຽງຂ້າງຫລາຍເປັນປະມານ
- ລະງັບອະທິກອນ (ຄະດີຄວາມ ຫລື ຄວາມທີ່ຕົກລົງກັນບໍ່ໄດ້) ດ້ວຍການລົງໂທດແກ່ຜູ້ຜິດ
- ລະງັບອະທິກອນ (ຄະດີຄວາມ ຫລື ຄວາມທີ່ຕົກລົງກັນບໍ່ໄດ້) ດ້ວຍໃຫ້ປະນີປະນອມ ຫລື ເລິກກັນໄປ