ສີນ 227

ສິນ 227 ຂໍ້ເປັນສີນ ຫລື ຂໍ້ຫ້າມຂອງພຣະພິຂຸສົງ ເທຣວາດຕາມພຣະວິໃນບັນຍັດ ຈັດຢູ່ໃນສ່ວນອາທິພົມະຈາຣິຍະກາສິກຂາ. ສິນ 227 ເປັນສິກຂາບົດໃນພຣະປະຕິໂມກ ທີ່ພຣະພຸດທະເຈົ້າຊົງວາງຂໍ້ກຳນົດໄວ້ ບໍ່ໃຫ້ລະເມີດ ເພື່ອຄວາມເປັນລະບຽບຮຽບຮ້ອຍຂອງຄະນະສົງ ແລະ ເພື່ອເປັນຂໍ້ປະຕິບັດພື້ນຖານ ອັນເອື້ອເຝື້ອຕໍ່ການປະພຶດພົມມະຈັນຂອງພຣະພິຂຸສົງ, ມີໂທດໃນການລ່ວງລະເມີດ ຮ້າຍແຮງທີ່ສຸດເຖິງຂັ້ນປາຣາສຶກ ຫລື ຂາດຈາກການເປັນພຣະສົົງ.

ສິນ 227 ຫລື ພຣະວິໄນ ຜູ້ກະທຳຜິດສິນເອີ້ນວ່າ ລ່ວງພຣະວິໃນ ເປັນອາບັດ ລະດັບຊັ້ນຕ່າງໆ ຕາມຄວາມໜັກເບົາ ສາມາດແບ່ງລະດັບຄວາມອາບັດອອກໄດ້ ເປັນລຳດັບຊັ້ນ ຕັ້ງແຕ່ຊັ້ນຮ້າຍແຮງ ຈົນຮອດເບົາທີ່ສຸດ. ໃນອາບັດລະດັບເບົາຈະຕ້ອງມີການເປີດເຜີຍຄວາມຜິດ ເຊັ່ນ: ປາຈິດຕິ ສາມາດແກ້ໄດ້ໂດຍກ່າວສະແດງຄວາມຜິດຂອງຕົນ ກັບພຣະພິຂຸສົງອື່ນ ເພື່ອເປັນການສະແດງເຖິງຄວາມສຳນຶກຜິດ ແລະ ເພື່ອຈະຕັ້ງໃຈປະພຶດຕົນໃໝ່ ຫລື ເອີ້ນວ່າ ການສະແດງອາບັດ, ປົງອາບັດ ແຕ່ຖ້າເຖີງຊັ້ນປາຣາສຶກ ຍ່ອມຂາດຈາກການເປັນພຣະ ແລະ ບໍ່ສາມາດບວດເປັນພຣະສົງໄດ້ອີກ.

ປາຣາຊຶກ 4 ຂໍ້

  1. ເສບກາມ ນັບທັງກັບສັດເດຍລະສານໂຕແມ່ (ຮ່ວມທັງສັງວາດກັບຄົນຫຼືສັດ)
  2. ເອົາສິ່ງຂອງທີ່່ເຈົ້າຂອງບໍ່ໄດ້ໃຫ້ ມາເປັນຂອງຕົນ ຈາກເຮືອນກໍຕາມຈາກປ່າກໍ່ຕາມ (ຂີ້ລັກ).
  3. ພັດພາກກາຍມະນຸດອອກຈາກຊີວິດ (ຂ້າຄົນ) ຫລື ສະແຫວ່ງຫາສາດຕຣາ ທີ່ຈະນຳໄປສູ່ຄວາມຕາຍແກ່ຮ່າງກາຍຂອງມະນຸດ.
  4. ກ່າວອວດອ້າງອຸດຕຣີມນຸສທັມ ອັນເປັນຄວາມເຫັນຢ່າງປະເສີດ, ຢ່າງສາມາດ ນ້ອມເຂົ້າໃຈຕົວເອງວ່າ ຂ້າພະເຈົ້າຮູ້ຢ່າງນີ້ ຂ້າພະເຈົ້າເຫັນຢ່າງນີ້ (ບໍ່ຮູ້ຕົວຈິງ ແຕ່ອວດຄວາມສາມາດຂອງຕົນເອງ).

ສັງຂາທິເສສ ມີ 13 ຂໍ້ ຖືວ່າເປັນຄວາມຜິດຫາກທຳສິ່ງໃດຕໍ່ໄປນີ້:

  1. ປ່ອຍນໍ້າອະສຸຈິໂດຍຈົງໃຈ ຍົກເວັ້ນໄວ້ແຕ່ຝັນ
  2. ທຳອອນໂຍນ, ຈັບມື, ຈັບຊ້ອງຜົມ, ລູບຄຳ ແລະ ຈັບຕ້ອງອະໄວຍະວະອັນໃດໜຶ່ງຂອງຜູ້ຍິງ.
  3. ເວົ້າຈາຫຍາບຄາຍ, ເກາະເກະຜູ້ຍິງ ກຽ້ວພາລາສີ.
  4. ການກ່າວເຖິງຄຸນໃນການບຳເລີຕົນດ້ວຍກາມ ຫລືຖ້ອຍຄຳພາດພີງການຮ່ວມປະເວນີ (ເມຄຸນ).
  5. ທຳຕົວເປັນສືຮັກ ບອກຄວາມຕ້ອງການໃຫ້ອີກຝ່າຍໜຶ່ງກັບຍິງ ຫລື ຊາຍ, ເຖິງວ່າຈະເປັນສາມີ-ພັນລະຍາ ຫລື ແມ້ແຕ່ຍິງຂາຍບໍລິການ.
  6. ສ້າງກຸດຕິດ້ວຍການຮ້ອງຂໍ
  7. ສ້າງກຸດຕິດ້ວຍການຂໍ.
  8. ແກ້ງໃສ່ຄວາມວ່າປາຣາຊຶກໂດຍບໍ່ມີຂໍ້ມູນ.
  9. ແກ້ງທຳສົມມຸດແລ້ວ ໃສ່ຄວາມວ່າປາຣາຊຶກໂດຍບໍ່ມີຂໍ້ມູນ.
  10. ຍຸແຍ່ສົງໃຫ້ແຕກກັນ.
  11. ເປັນພວກຂອງຜູ້ທີ່ທຳສົງໃຫ້ແຕກແຍກກັນ.
  12. ເປັນຜູ້ເວົ້າຍາກສອນຍາກ ແລະ ຕ້ອງຖືກເດືອນເຖິງສາມຄັ້ງ.
  13. ທຳຕົວເປັນເໝືອນຄົນຮັບໃຊ້ປະຈົບປະແຈງ.

ອະນິຍົດກັນ ມີສອງຂໍ້

  1. ການນັ່ງໃນທີ່ລັບສາຍຕາ ມີເຄື່ອງປິດບັງຢູ່ກັບເພດຍິງ ແລະ ມີຜູ້ມາເຫັນທີ່ເປັນຜູ້ເຊື່ອຖືໄດ້, ເວົ້າຂື້ນດ້ວຍທຳສາມ ປະການ ອັນໃດອັນໜຶ່ງ ກ່າວແກ່ພິຂຸນັ້ນໄດ້ແກ່ ປາຣາຊຶກກໍດີ, ສັງຂາທິເສສກໍດີ ຫລື ປາຈິດກໍດີ ພິຂຸນັ້ນຖືວ່າມີຄວາມຜິດຕາມອຸບາສົກ ຜູ້ນັ້ນກ່າວ.
  2. ຢູ່ສະຖານທີ່ທີ່ບໍ່ລັບຕາຄົນອື່ນ ແຕ່ມີການເວົ້າຈາກ້ຽວຢອກກັບຜູ້ຍິງ ຢູ່ສອງຕໍ່ສອງກັບພິຂຸຜູ້ດຽວ ແລະ ມີຜູ້ມາເຫັນທີ່ເປັນຜູ້ເຊື່ອຖືໄດ້, ເວົ້າຂື້ນດ້ວຍທຳສອງປະການ ອັນດໃດອັນໜຶ່ງ ກ່າວແກ່ພິຂຸນັ້ນ ໄດ້ແກ່ ສັງຂາທິເສສກໍດີ ຫລື ປາຈິດຕີກໍດີ ພິຂຸນັ້ນຖືວ່າມີຄວາມຜິດຕາມອຸບາສົກ ທີ່ຜູ້ນັ້ນກ່າວ.

ນິສສັກຄືປາຈິດ ຄືອາບັດຕ້ອງສະລະສິ່ງຂອງວ່າດ້ວຍເລື່ອງຈີວອນ ໄຫມ ບາດ ມີ 30 ຂໍ້

  1. ເກັບຈີວອນທີ່ເກີນຄວາມຈຳເປັນເກີນ 10 ວັນ
  2. ຢູ່ໂດຍປາສະຈາກຜ້າຈີວອນແມ້ແຕ່ຄືນດຽວ
  3. ເກັບຜ້າທີ່ຈະທຳຈີວອນໄວ້ເກີນ 1 ເດືອນ
  4. ໃຊ້ແມ່ຂາວຊັກຜ້າໃຫ້
  5. ຮັບຈີວອນຈາກມືຂອງແມ່ຂາວ
  6. ຂໍຈີວອນຈາກຄົນອື່ນທີ່ບໍ່ແມ່ນຍາດຕິພີ້ນ້ອງ ເວັ້ນແຕ່ຈີວອນຫາຍ ຫລື ຖືກລັກໄປ.
  7. ຮັບຈີວອນເກີນກວ່າທີ່ໃຊ້ນຸ່ງ ເມື່ອຈີວອນຖືກລັກໄປ ຫລື ຫາຍໄປ.
  8. ເວົ້າທຳນອງຂໍຈີວອນດີໆ ເກີນກວ່າທີ່ເຂົາກຳນົດໄວ້ຈະຖວາຍ (ທີ່ຕັ້ງໃຈໄວ້).
  9. ເວົ້າໃນທຳນອງໃຫ້ຄົນອື່ນລວມກັນຊື້ຈີວອນດີໆ ມາຖວາຍ.
  10. ຖວງຖ່າມຈີວອນຈາກຄົນທີ່ຮັບອາສາ ເພື່ອຊີື້ຈີວອນມາຖວາຍເກີນ 3 ຄັ້ງ.
  11. ຫລໍ່ເຄື່ອງປູນັ່ງທີ່ເຈືອດ້ວຍໄຫມ.
  12. ຫລໍ່ເຄື່ອງປູນັ່ງດ້ວຍຂົນຈຽມ (ຂົ່ນແພ, ແກະ) ດຳລ້ວນ.
  13. ໃຊ້ຂົນຈຽມດຳເກີນ 2 ໃນ 4 ສ່ວນ ເພື່ອຫລໍ່ເຄື່ອງປູນັ່ງ.
  14. ຫລໍ່ເຄື່ອງປູນັ່ງໃໝ່ ເມື່ອຂອງເດີ່ມຍັງໃຊ້ບໍ່ເຖິງ 6 ປີ.
  15. ເມື່ອຫລໍ່ເຄື່ອງປູນັ່ງໃໝ່ ໃຫ້ເອົາຂອງເກົ່າເຈື່ອປົນລົງໄປພ້ອມ.
  16. ນຳເອົາຂົນຈຽມໄປດ້ວຍຕົນເອງເກີນ 3 ໂຍກ ເວັ້ນແຕ່ມີຜູ້ນຳໄປໃຫ້.
  17. ໃຊ້ແມ່ຂາວທີ່ບໍ່ແມ່ນຍາດພີ້ນ້ອງທຳຄວາມສະອາດຂົນຈຽມ.
  18. ຮັບເງິນ-ຄຳ
  19. ຊື້-ຂາຍດ້ວຍເງິນຄຳ
  20. ຊື້-ຂາຍໂດຍໃຊ້ຂອງແລກ
  21. ເກັບບາດໄວ້ໃຊ້ ທີ່ບໍ່ມີຄວາມຈຳເປັນເກີນ 10 ວັນ
  22. ຂໍບາດເມື່ອບາດມີຮອຍຜິດປົກກະຕິບໍ່ເກີນ 5 ແຫ່ງ
  23. ເກັບຮັກສາເພຊັສ 5 (ເນີຍໃສ, ເນີຍຂຸ້ນ ນ້ຳມັນ, ນ້ຳເຜີ້ງ, ນ້ຳອອ້ຍ) ໄວ້ເກີນ 7 ວັນ
  24. ສະແຫວ່ງຫາ ແລະ ທຳຜ້າອາບນ້ຳຝົນໄວ້ເກີນກຳນົດ 1 ເດືອນກ່ອນຮອດລະດູຝົນ
  25. ເອົາຜ້າຈີວອນໃຫ້ພຣະອົງອື່ນແລ້ວ ເອົາຄືນພາຍຫລັງ
  26. ຂໍດ້າຍເອົາມາທໍເປັນຈີວອນ
  27. ກຳນົດໃຫ້ຊ່າງທໍທຳໃຫ້ດີຂື້ນ
  28. ເກັບຜ້າຈຳພັນສາ (ຜ້າທີ່ຖວາຍພຣະທີ່ຈໍາພັນສາ) ເກີນກໍານົດ
  29. ເມື່ອຢູ່ປ່າ ແລ້ວເກັບຜ້າຈີວອນໄວ້ໃນບ້ານເກີນ 6 ຄືນ
  30. ນ້ອມລາບສົງມາ ເພື່ອໃຫ້ເຂົາເຈົ້າຖວາຍຕົນ

ປາຈິດຕີ ມີທັງ ໝົດ 92 ຂໍ້ດັ່ງຕໍ່ໄປນີ້

  1. ຫ້າມຂີ້ຕົວະ
  2. ຫ້າມດ່າ
  3. ຫ້າມເວົ້າສໍສຽດ
  4. ຫ້າມກ່າວທຳ ພ້ອມກັບຜູ້ບໍ່ໄດ້ບວດໃນຂະນະສອນ
  5. ຢ່ານອນຮ່ວມກັບຜູ້ທີ່ບໍ່ແມ່ນພະສົງ ເປັນເວລາຫຼາຍກວ່າ 3 ຄືນ
  6. ຫ້າມນອນຮ່ວມກັບຜູ້ຍິງ
  7. ຫ້າມສະແດງທຳສອງຕໍ່ສອງກັບຜູ້ຍິງ
  8. ຫ້າມບອກຄຸນວິເສດທີ່ມີຈິງ ກັບຄົນທີ່ບໍ່ໄດ້ບວດ
  9. ຫ້າມບອກການກະທຳ ທີ່ບໍ່ດີຂອງພະສົງຕໍ່ຜູ້ທີ່ບໍ່ໄດ້ບວດ
  10. ຫ້າມຂຸດີນ ຫລື ໃຊ້ໃຫ້ຂຸດດີນ
  11. ຫ້າມທຳລາຍຕົ້ນໄມ້
  12. ຫ້າມເວົ້າຂີ້ອາຍ (ເຊໃສ) ໃນເວລາທີ່ຖືກສືບສວນ
  13. ຫ້າມຕິຕຽນພິຂຸ ຜູ້ທຳການສົງໂດຍຊອບ
  14. ຫ້າມປະຕຽງຕັ່ງຂອງສົງໄວ້ກາງແຈ້ງ
  15. ຫ້າມປະປ່ອຍບ່ອນນອນໂດຍບໍ່ເກັບມ້ຽນ
  16. ຫ້າມນອນແຊງພິຂຸຜູ້ເຂົ້າໄປນອນກອ່ນ
  17. ຫ້າມດຶງພິຂຸສົງອອກຈາກວັດຂອງສົງ
  18. ຫ້າມນັ່ງນອນທັບຕຽງ ຫລື ຕັ່ງທີ່ຢູ່ຊັ້ນເທິງ
  19. ຫ້າມມຸງຫລັງຄາຂອງວັດທີ່ສູງກວ່າ 3 ຊັ້ນ
  20. ຫ້າມເອົານ້ຳມີສັດຢູ່ຫົດຫຍ້າ ຫລື ດີນ
  21. ຫ້າມສອນແມ່ຂາວ ເມື່ອບໍ່ໄດ້ຮັັບການມອບໝາຍ
  22. ຫ້າມສອນແມ່ຂາວ ເມື່ອຕາເວັນຕົກແລ້ວ
  23. ຫ້າມໄປສອນແມ່ຂາວຢູ່ບ່ອນຢູ່ຂອງລາວ
  24. ຫ້າມຕິຕຽນພິຂຸອື່ນວ່າ ສອນແມ່ຂາວ ເພາະເຫັນແກ່ລາບ
  25. ຫ້າມໃຊ້ຈີວອນແກ່ແມ່ຂາວທີ່ບໍ່ແມ່ນຍາດຕິພີ້ນ້ອງ
  26. ຫ້າມຍິບຜ້າຈີວອນໃຫ້ແມ່ຂາວທີ່ບໍ່ແມ່ນຍາດຕິພີ້ນອ້ງ
  27. ຫ້າມຮ່ວມເດີນທາງໄກຮ່ວມກັບແມ່ຂາວ
  28. ຫ້າມຊວນແມ່ຂາວເດີນທາງເຮືອຮ່ວມກັນ
  29. ຫ້າມສັນອາຫານທີ່ແມ່ຂາວແນະນຳໃຫ້ເຂົາເອົາໄປຖວາຍ
  30. ຫ້າມນັ່ງຢູ່ທີ່ລັບສອງຕໍ່ສອງກັບແມ່ຂາວ
  31. ຫ້າມສັນອາຫານໃນໂຮງພັກເດີນທາງເກີນ 3 ວັນ
  32. ຫ້າມສັນອາຫານຮ່ວມກຸ່ມ
  33. ຫ້າມຮັບນິມົນແລ້ວ ໄປສັນອາຫານທີ່ອື່ນ
  34. ຫ້າມຮັບບິນທະບາດເກີນ 3 ບາດ
  35. ຫ້າມສັນອີກເມື່ອສັນໃນທີ່ນິມົນແລ້ວ
  36. ຫ້າມເວົ້າໃຫ້ພິຂຸທີິ່ສັນແລ້ວສັນອີກ ເພື່ອຈັບຜິດ
  37. ຫ້າມສັນອາຫານໃນເວລາກາງຄືນ
  38. ຫ້າມສັນອາຫານທີ່ເກັບໄວ້ຄ້າງຄືນ
  39. ຫ້າມຂໍອາຫານມາເພື່ອສັນເອງ
  40. ຫ້າມສັນອາຫານທີ່ບໍ່ໄດ້ເຄນ
  41. ຫ້າມຍື່ນອາຫານດ້ວຍມື ໃຫ້ຜູ້ທີ່ເປື່ອຍກາຍ ແລະ ນັກບວດອື່ນໆ
  42. ຫ້າມຊວນພິຂຸໄປບິນທະບາດ ແລ້ວໄລ່ກັບ
  43. ຫ້າມແຊກແຊງໃນຕະກຸນທີ່ມີສອງຄົນ
  44. ຫ້າມນັ່ງໃນທີ່ລັບ ມີກຳບັງກັບຜູ້ຍິງ
  45. ຫ້າມນັ່ງໃນທີ່ລັບ (ຫູ) ສອງຕໍ່ສອງກັບຜູ້ຍິງ
  46. ຫ້າມຮັບນິມົນແລ້ວ ໄປທີ່ອື່ນບໍ່ບອກເວລາ
  47. ຫ້າມຂໍເຄື່ອງເກີນກຳນົດເວລາທີ່ເຂົາອະນຸຍາດໃຫ້
  48. ຫ້າມໄປເບີ່ງກອງທັບທີ່ຍ້າຍໄປ
  49. ຫ້າມພັກຢູ່ໃນກອງທັບເກີນ 3 ຄືນ
  50. ຫ້າມເບີ່ງເຂົາລົບກັນ ເປັນຕົ້ນເມື່ອໄປໃນກອງທັບ
  51. ຫ້າມດື່ມຂອງມື່ນເມົາ
  52. ຫ້າມຈີ້ພິຂຸ
  53. ຫ້າມລອຍນ້ຳຫລິ້ນ
  54. ຫ້າມສະແດງຄວາມບໍ່ເອື້ອເຟື້ອໃນວິໃນ
  55. ຫ້າມຫລອກພິຂຸໃຫ້ຢ້ານກົວ
  56. ຫ້າມຕິດໄຟເພື່ອຝີງ
  57. ຫ້າມອາບນ້ຳເລື່ອຍໆ ເວັ້ນແຕ່ມີເຫດຜົນ
  58. ໃຫ້ທຳເຄື່ີອງໝາຍເຄື່ອງນຸ່ງຫົ່ມ
  59. ວິກັບຈີວອນໄວ້ແລ້ວ (ທຳໃຫ້ເປັນສອງເຈົ້າຂອງ-ໃຫ້ຢືມໃຊ້) ຈະໃຊ້ຕ້ອງຖ່ອນກ່ອນ
  60. ຫ້າມຫລີ້ນຊ່ອນບໍລິຂານຂອງພິຂຸອື່ນ
  61. ຫ້າມຂ້າສັດ
  62. ຫ້າມໃຊ້ນ້ຳມີໂຕສັດ
  63. ຫ້າມຮື້ຟື້ນອະທິກອນ (ຄະດີຄວາມ-ຂໍ້ຄັດແຍ້ງ) ທີ່ຊຳລະເປັນທຳແລ້ວ
  64. ຫ້າມປົກປິດອາບັດຊົ່ວຮ້າຍຂອງພິຂຸອື່ນ
  65. ຫ້າມບວດຄົນອາຍຸບໍ່ຮອດ 20 ປີ
  66. ຫ້າມຊວນພໍ່ຄ້າ ຜູ້ໜີພາສີເດີນທາງຮ່ວມກັນ
  67. ຫ້າມຊວນຜູ້ຍິງເດີນທາງຮ່ວມກັນ
  68. ຫ້າມກ່າວຕູ່ພຣະທຳວິໃນ (ພິຂຸອື່ນຫ້າມ ແລະ ສວດປຣະກາດເກີນ 3 ຄັ້ງ)
  69. ຫ້າມຄົບພິຂຸຜູ່ກ່າວຕູ່ພຣະທຳມະວິໃນ
  70. ຫ້າມຄົບສາມະເນນຜູ້ກ່າວຕູ່ພຣະທຳມະວິໃນ
  71. ຫ້າມເວົ້າໄຖເມື່ອທຳຜິດແລ້ວ
  72. ຫ້າມກ່າວຕິຕຽນສິກຂາບົດ
  73. ຫ້າມເວົ້າແກ້ຕົວ ວ່າ ຫາກໍຮູ້ວ່າມີປາຕິໂມກ
  74. ຫ້າມທຳຮ້າຍຮ່າງກາຍພິຂຸ
  75. ຫ້າມເງື້ອມືຈະທຳຮ້າຍພິຂຸ
  76. ຫ້າມໂຈດພິຂຸດ້ວຍອາບັດ ສັງຂາທິເສທີ່ບໍ່ມີເຫດຜົນ
  77. ຫ້າມກໍ່ຄວາມລຳຄານແກ່ພິຂຸອື່ນ
  78. ຫ້າມແອບຟັງຄວາມຂອງພິຂຸທີ່ຜິດຖ່ຽງກັນ
  79. ໃຫ້ສັນທະແລ້ວ ຫ້າມເວົ້າຕຳນິຕິຕຽນ
  80. ໃນຂະນະທີ່ຢູ່ໃນກອງປະຊຸມພຣະສົງ ຢ່າລຸກຂື້ນໄປໂດຍບໍ່ໃຫ້ສັນທະ
  81. ຮ່ວມກັບສົງໃຫ້ຈີວອນແກ່ພິຂຸແລ້ວ ຫ້າມຕິຕຽນພາຍຫລັງ
  82. ຫ້າມນ້ອມລາບສົງມາເພື່ອບຸກຄົນ
  83. ຫ້າມເຂົ້າໄປໃນຕຳນັກຂອງພຣະຣາຊາ
  84. ຫ້າມເກັບຂອງມີຄ່າທີ່ຕົກເຮ່ຍຢູ່
  85. ເມື່ອຈະເຂົ້າບ້ານໃນເວລາວິການ ຕອ້ງບອກລາພິຂຸກ່ອນ
  86. ຫ້າມທຳກອງເຂັ້ມດ້ວຍກະດູກ, ງາ ຫລື ເຂົາສັດ
  87. ຫ້າມທຳຕຽງ, ຕັ່ງມີຕີນສູງກວ່າປະມານ
  88. ຫ້າມທຳຕຽງ, ຕັ່ງທີ່ຫຸ້ມດ້ວຍນຸ່ນ
  89. ຫ້າມທຳຜ້າປູນັ່ງມີຂະໜາດເກີນປະມານ
  90. ຫ້າມທຳຜ້າປິດຝີມີຂະໜາດເກີນປະມານ
  91. ຫ້າມທຳຜ້າອາບນ້ຳຝົນມີຂະໜາດເກີນປະມານ
  92. ຫ້າມທຳຈີວອນມີຂະໜາດເກີນປະມານ

ປາຕິເທສນີຍະ ມີສີ່ຂໍ້ດັ່ງນີ້:

  1. ຫ້າມຮັບຂອງຄົບຄ້ຽວ ຂອງສັນຈາກມືແມ່ຂາວມາສັນ
  2. ໃຫ້ໄລ່ແມ່ຂາວທີ່ມາຫຍຸງໃຫ້ເຂົາຖວາຍອາຫານ
  3. ຫ້າມຮັບອາຫານໃນສະກຸນ ທີ່ສົງສົມມຸດວ່າເປັນເສຂະ (ອະຣິຍະບຸກຄົນ ແຕ່ຍັງບໍ່ໄດ້ບັນລຸເປັນອະຣາຫັນ)
  4. ຫ້າມຮັບອາຫານທີ່ເຂົາບໍ່ໄດ້ຈັດຕຽມໄວ້ກ່ອນ ມາສັນເມື່ອຢູ່ປ່າ

ຄວາມເໝາະສົມໃນການເປັນສະມະນະ 26 ຂໍ້ ເປັນຂໍ້ພິຂຸສຶກສາຮຽນມາລະຍາດ

  1. ນຸ່ງໃຫ້ເປັນປະຣິມົນທົນ (ລ່າງປິດເຂົ່າ ບົນປິດສະດື ບໍ່ຫ້ອຍໜ້າຫ້ອຍຫລັງ
  2. ຫົ່ມໃຫ້ເປັນປະຣິມົນທົນ (ໃຫ້ຊາຍຜ້າສະເໜີກັນ)
  3. ປົກປິດກາຍດ້ວຍດີໄປໃນບ້ານ
  4. ປົກປິດກາຍດ້ວຍດີນັ່ງໃນບ້ານ
  5. ສຳລວມດ້ວຍດີໄປໃນບ້ານ
  6. ສຳລວມດ້ວຍດີນັ່ງໃນບ້ານ
  7. ມີສາຍຕາທອດລົງໄປໃນບ້ານ (ຕາບໍ່ມ່ອງພູ້ນມ່ອງພີ້)
  8. ມີສາຍຕາທອດລົງນັ່ງໃນບ້ານ
  9. ບໍ່ເວີກໜ້າໄປໃນບ້ານ
  10. ບໍ່ເວີກໜ້າຜ້ານັ່ງໃນບ້ານ
  11. ບໍ່ຫົວເລາະດັງໄປໃນບ້ານ
  12. ບໍ່ຫົວເລາະດັງນັ່ງໃນບ້ານ
  13. ບໍ່ເວົ້າສຽງດັງນັ່ງໃນບ້ານ
  14. ບໍ່ໂຄງກາຍໄປໃນບ້ານ
  15. ບໍ່ໂຄງກາຍນັ່ງໃນບ້ານ
  16. ບໍ່ແກ່ວງແຂນໄປໃນບ້ານ
  17. ບໍ່ແກ່ວງແຂນນັ່ງໃນບ້ານ
  18. ບໍ່ສັ່ນຫົວໄປໃນບ້ານ
  19. ບໍ່ສັ່ນຫົວນັ່ງໃນບ້ານ
  20. ບໍ່ເອົາມືຄ້ຳກາຍໄປໃນບ້ານ
  21. ບໍ່ເອົາມືຄ້ຳກາຍນັ່ງໃນບ້ານ
  22. ບໍ່ເອົາຜ້າປົກຫົວໄປໃນບ້ານ
  23. ບໍ່ເອົາຜ້າປົກຫົວນັ່ງໃນບ້ານ
  24. ບໍ່ເດີນທາງແບບກະໂຍ່ງຕີນໄປໃນບ້ານ
  25. ບໍ່ນັ່ງຮັດເຂົ່າໃນບ້ານ

ຫລັກໃນການສັນອາຫານມີ 30 ຂໍ້

  1. ຮັບບິນບາດດ້ວຍຄວາມເຄົາລົບ
  2. ໃນຂະນະບິນບາດ ຈະດູແລແຕ່ໃນບາດ
  3. ຮັບບິນບາດ ພໍສົມສ່ວນກັບແກງ (ບໍ່ຮັບແກງຫລາຍເກີນໄປ)
  4. ຮັບບິນບາດ ພໍແຕ່ສະເໝີຂອບປາກບາດ
  5. ສັນບິນທະບາດ ໂດຍຄວາມເຄົາລົບ
  6. ໃນຂະນະສັນບິນທະບາດ ດູແລແຕ່ໃນບາດ
  7. ສັນບິນທະບາດ ໄປຕາມລຳດັບ (ບໍ່ຈົກໃຫ້ແຫວ່ງ)
  8. ສັນບິນທະບາດ ພໍສົມສ່ວນກັບແກງ ບໍ່ສັນແກງຫລາຍເກີນໄປ
  9. ສັນບິນທະບາດ ບໍ່ຂະຍຸ້ມແຕ່ຍອດລົງໄປ
  10. ບໍ່ເອົາເຂົ້າສູກປິດແກງ ແລະກັບດ້ວຍຫວັງຈະໄດ້ຫລາຍ
  11. ບໍ່ຂໍເອົາແກງ ຫລື ເຂົ້າສູກ ເພື່ອປະໂຫຍດແກ່ຕົນມາສັນ ຫາກບໍ່ເຈັບປ່ວຍ
  12. ບໍ່ເບີ່ງບາດຂອງຜູ້ອື່ນ ດ້ວຍຄິດຈະຍົກໂທດ
  13. ບໍ່ເຮັດຄຳເຂົ້າທີ່ໃຫ່ຍເກີນໄປ
  14. ທຳຄຳເຂົ້າໃຫ້ກົມກ່ອມ
  15. ບໍ່ເອົາມືທັ້ງມືໃສ່ປາກໃນຂະນະສັນ
  16. ບໍ່ເວົ້າໃນຂະນະມີຄຳເຂົ້າຢູ່ໃນປາກ
  17. ບໍ່ສັນເຂົ້າແບບໂຍນຄຳເຂົ້າໃສ່ປາກ
  18. ບໍ່ສັນກັດຄຳເຂົ້າ
  19. ບໍ່ສັນໃຫ້ທຳກະພູ້ງແກ້ມໃຫ້ຕຸ່ຍ
  20. ບໍ່ສັນພລາງສະບັດມືພລາງ
  21. ບໍ່ສັນໂປຣຍເມັດເຂົ້າ
  22. ບໍ່ສັນເຂົ້າແບບແລບລິ້ນ
  23. ບໍ່ສັນເຂົ້າດັງຈັບໆ
  24. ບໍ່ສັນເຂົ້າດັງຊູດໆ
  25. ບໍ່ສັນເຂົ້າເລຍມື
  26. ບໍ່ສັນເຂົ້າເລຍບາດ
  27. ບໍ່ສັນເລັຍຣີມຝີປາກ
  28. ບໍ່ເອົາມືເປື້ອນຈັບພາຊະນະນ້ຳ
  29. ບໍ່ເອົານ້ຳລ້າງບາດ ມີເມັດເຂົ້າເທລົງໃນບ້ານ

ວ່າດ້ວຍການສະແດງທຳ ມີ 16 ຂໍ້

  1. ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ມີຄັນຮົ່ມໃນມື
  2. ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ມີໄມ້ພລອງໃນມື
  3. ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປວ່ຍ ທີ່ມີຂອງຄົມໃນມື
  4. ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ມີອາວຸດໃນມື
  5. ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ໃສ່ຊຽງຕີນ (ຮອງຕີນໄມ້)
  6. ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ໃສ່ຖົງເຖົ້າ
  7. ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ໄປໃນຍານ
  8. ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ຢູ່ເທີ່ງບ່ອນນອນ
  9. ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ນັ່ງຮັດເຂົ່າ
  10. ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ໂພກຫົວ
  11. ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ຄຸມຫົວ
  12. ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ຢູ່ເທິ່ງອາສະນະ (ຫລື ເຄື່ອງປູນັ່ງ) ໂດຍພິຂຸຢູ່ເທີ່ງແຜ່ນດີນ
  13. ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ນັ່ງຢູ່ເທີ່ງອາສະນະສູງກວ່າພິຂຸ
  14. ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ນັ່ງຢູ່ແຕ່ພິຂຸຢືນ
  15. ພິຂຸເດີນໄປທາງຫລັງ ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍທີ່ເດີນໄປທາງໜ້າ
  16. ພິຂຸເດີນໄປນອກທາງ ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍທີ່ໄປໃນທາງ.

ເບັດເຕັດມີ 3 ຂໍ້ດັ່ງນີ້:

  1. ພິຂຸບໍ່ເຈັບປ່ວຍ ບໍ່ຢືນຖ່າຍອຸດຈະຣະ ປັດສະວະ
  2. ພິຂຸບໍ່ເຈັບປ່ວຍ ບໍ່ຖ່າຍອຸດຈະຣະ ປັດສະວະ ຫລື ບ້ວນນ້ຳລາຍລົງໃນຂອງຂຽວ (ພັນໄມ້ໃບຫຍ້າຕ່າງໆ)
  3. ພິຂຸບໍ່ເຈັບປ່ວຍ ບໍ່ຖ່າຍອຸດຈະຣະ ປັດສະວະ ຫລື ບ້ວນນ້ຳລາຍລົງໃນນ້ຳ

ທຳສຳລັບລະງັບອັດທິກອນມີ 7 ຂໍ້

  1. ໃນໜ້າພ້ອມໜ້າ (ບຸກຄົນ, ວັດຖຸ, ທຳ)
  2. ລະງັບອັດທິກອນ (ຄະດີຄວາມ ຫລື ຄວາມທີ່ຕົກລົງກັນບໍ່ໄດ້) ດ້ວຍການຍົກໃຫ້ວ່າ ພຣະອໍຣະຫັນເປັນຜູ້ມີສະຕິ
  3. ລະງັບອັດທິກອນ (ຄະດີຄວາມ ຫລື ຄວາມທີ່ຕົກລົງກັນບໍ່ໄດ້) ດ້ວຍການຍົກປະໂຫຍດໃຫ້ຂະນະເປັນບ້າ
  4. ລະງັບອັດທິກອນ (ຄະດີຄວາມ ຫລື ຄວາມທີ່ຕົກລົງກັນບໍ່ໄດ້) ດ້ວຍຖືຕາມຄຳຮັບຂອງຈຳເລີຍ
  5. ລະງັບອັດທິກອນ (ຄະດີຄວາມ ຫລື ຄວາມທີ່ຕົກລົງກັນບໍ່ໄດ້) ດ້ວຍຖືສຽງຂ້າງຫລາຍເປັນປະມານ
  6. ລະງັບອັດທິກອນ (ຄະດີຄວາມ ຫລື ຄວາມທີ່ຕົກລົງກັນບໍ່ໄດ້) ດ້ວຍການລົງໂທດແກ່ຜູ້ຜິດ
  7. ລະງັບອັດທິກອນ (ຄະດີຄວາມ ຫລື ຄວາມທີ່ຕົກລົງກັນບໍ່ໄດ້) ດ້ວຍໃຫ້ປະນີປະນອມ ຫລື ເລິກກັນໄປ

Leave a Reply

Your email address will not be published. Required fields are marked *